ກະຊວງ ກະສິກໍາ ​ແລະ ປ່າ​ໄມ້ ​ໄດ້ອອກ​ແຈ້ງ​ການ​ແນະ​ນໍາ ສະບັບ​ເລກທີ 1503/ຫກ, ລົງວັນ​ທີ 16 ກໍລະກົດ 2013 ກ່ຽວ​ກັບ ການ​ນໍາ​ເຂົ້າ ​ແລະ ສົ່ງ​ອອກ​ພຶດ, ຜະລິດ​ຕະພັນ​ພຶດ ​ແລະ ຜະລິດ​ຕະພັນ​ອາຫານ​ທີ່​ມີ​ຕົ້ນ​ກໍາ​ເນີ​ດມາ​ຈາກ​ພຶດ ​ໄປ​ບັນດາ​ປະ​ເທດ​ສະຫະພາບ ​ເອີຣົບ ຫຼື ອີ​ຢູ (EU).  ​ແຈ້ງ​ການ​ດັ່ງກ່າວ ​ໄດ້​ຮຽກຮ້ອງ​ໃຫ້ ​ບັນດາ​ພະ​ແນ​ກກະສິກໍ​າ ​ແລະ ປ່າ​ໄມ້ ​ແຂວງ, ນະຄອນຫຼວງ ​ແລະ ທຸກ​ພາກສ່ວນ​ເສດຖະກິດ ທີ່ກ່ຽວຂ້ອງ​ໃນ​ ການ​ນໍາ​ເຂົ້າ ​ແລະ ສົ່ງ​ອອກ ຜະລິດ​ຕະພັນ​ພຶດ ​ປະຕິບັດ​ຕາມຂໍ້​ກໍານົດ​ໃນກົດໝາຍ ວ່າ​ດ້ວຍ​ການ​ປ້ອງ​ກັນ​ພືດ​ຢ່າງ​ເຄັ່ງ​ຄັດ ​​ເພື່ອສະກັດ​ກັ້ນ ​ແລະ ຈໍາກັດ​ການ​ນໍາ​ເຂົ້າຜະລິດ​ຕະພັນ​ພຶດ ຈາກ​ຕ່າງປະ​ເທດ ​ແລະ ​ແອບ​ອ້າງ​ວ່າ​ມີແຫຼ່ງກໍາ​ເນີ​ດຢູ່ ສ ປປ ລາວ ເພື່ອສົ່ງ​ອອກ​ໄປ​ປະ​ເທດ​ທີ ສາມ. ​ເພາະປະຈຸ​ບັນຜົນ​ຜະລິດພຶດຜັກ ​ໃນ ສ ປປ ລາວ ມີ​ທ່າ​ອ່ຽງ​ດີ ​ແລະ ​ເປັນ​ທີ່​ຍອມຮັບ​ຂອງ​ຜູ້​ບໍລິ​ໂພກທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ທີ່ຄໍານຶງ​ເຖິງ​ຄວາມ​ປອດ​ໄພດ້ານ​ສຸຂະພາບ.

​ກະຊວງ ກະສິກໍາ ​ແລະ ປ່າ​ໄມ້ຂອງ​ລາວ ​ໄດ້​ຮັບ​ການ​ແຈ້ງ​ເຕືອນ ຈາກ​ກຸ່ມປະ​ເທດ ອີ​ຢູ ກ່ຽວ​ກັບ​ການ​ຕິດເຊື້ອ​ພະຍາດ ​ແລະ ສານພິດ​ຕົກ​ຄ້າງ​ຂອງ​ສານ​ເຄມີ​ປາບ​ສັດຕູ​ພຶດ  ​ໃນ​ຜະລິດ​ຕະພັນ​ພຶດສົ່ງ​ອອກ​ຈາກ​ ສ ປປ ລາວ, ຊຶ່ງ​ສົ່ງ​ຜົນ​ກະທົບ​ອັນ​ບໍ່​ດີ​ຕໍ່​ພຶດຜັກ ຈາກ ສ ປປ ລາວ.  ທຸກໆ​ສິ້ນ​ສ່ວນ​ຂອງພຶດ ​ແລະ ຜະລິດ​ຕະພັນ​ພຶດ ທີ່ຢູ່​ໃນ​ສະພາບ​ສົດ ຫຼື ​ແຫ້ງ ​ເຊັ່ນ : ​ແກ່​ນ, ​ເມັດ, ​ໃບ, ກ້ານ​ໃບ, ຫົວ, ຮາກ​ພຶດ ​ແລະ ອຶ່ນໆ  ​ໃນ​​ເວລາ​ສົ່ງ​ອອກ ​ແລະ ນໍາ​ເຂົ້າ ​ແມ່ນ​ມີ​ຄວາມ​ສ່ຽງ​ສູງ​ຕໍ່​ການ​ຕິດ​ເຊື້ອພະຍາດພຶດ, ​ແມງ​ໄມ້ສັດຕູພຶດ ​ແລະ ມີສານ​ຕົກ​ຄ້າງ​ຂອງ​ສານ​ເຄມີ​ປາບ​ສັດຕູ​ພຶດ ​​ໂດຍ​ສະ​ເພາະ ຜັກ​ບົວລະພາ (basil), ໝາກກ້ວຍ (banana), ໝາກ​ຖົ່ວ​ຝັກ​ຍາວ (yard long bean) ​ແລະ ອື່ນໆ​. 

ທ່ານສາມາດດາວໂຫລດລະອຽດເພີ່ມເຕີມໄດ້ຂ້າງລຸ່ມນີ້

# ຫົວຂໍ້ ດາວໂຫຼດ
1 The Ministry of Agriculture and Forestry has issued an instruction regarding the origin on the import and export of vegetables, vegetal product and food products to EU countries PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.