ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງິນ
ກົມຄຸ້ມຄອງຊັບສິນຂອງລັດ       ເລກທີ 0094/ກງ.ຊລ
ນະຄອນຫລວງວຽງຈັນ, ວັນທີ 22 ຕຸລາ 2013

ແຈ້ງການແນະນຳ

ເຖິງ:   ພະແນກການເງິນແຂວງ, ນະຄອນຫລວງວຽງຈັນ, ຫ້ອງການຄຸ້ມຄອງຊັບສິນຂອງລັດແຂວງ, ຂະແໜງ
          ການຂອງລັດທີ່ກ່ຽວຂ້ອງ ແລະ ຜູ້ປະກອບການ.

ເລື່ອງ: ການຈັດຕັ້ງປະຕິບັດ ຄຳສັ່ງແນະນຳ ຂອງ ທ່ານລັດຖະມົນຕີວ່າການ ກະຊວງການເງິນ ສະບັບເລກທີ
          1765/ກງ, ລົງວັນທີ 04 ກໍລະກົດ 2013 ວ່າດ້ວຍການເອົາໃຈໃສ່ຄຸ້ມຄອງການສົ່ງອອກໄມ້ ເພື່ອເກັບລາຍ
          ຮັບເຂົ້າງົບປະມານ ຢ່າງຖືກຕ້ອງ, ຄົບຖ້ວນ, ທັນເວລາ.

-   ອີງຕາມ ກົດໝາຍ ວ່າດ້ວຍຊັບສິນຂອງລັດ ສະບັບປັບປຸງ ເລກທີ 14/ສພຊ, ລົງວັນທີ 5/7/2012.
-   ອີງຕາມຂໍ້ຕົກລົງຂອງລັດຖະມົນຕີ ກະຊວງການເງິນ ສະບັບເລກທີ 199/ກງ.ຊລ, ລົງວັນທີ 21 ມັງກອນ 2013 ວ່າດ້ວຍການຈັດຕັ້ງ        ແລະການເຄື່ອນໄຫວຂອງກົມຄຸ້ມຄອງຊັບສິນຂອງລັດ.
-   ອີງຕາມ ຄຳແນະນຳຂອງທ່ານ ລັດຖະມົນຕີວ່າການ ກະຊວງການເງິນ ສະບັບເລກທີ 1765/ກງ, ລົງວັນທີ 04 ກໍລະກົດ 2013           ວ່າດ້ວຍເອົາໃຈໃສ່ຄຸ້ມຄອງການສົ່ງອອກໄມ້ ເພື່ອເກັບລາຍຮັບເຂົ້າ ງົບປະມານ ຢ່າງຖືກຕ້ອງ, ຄົບຖ້ວນ, ທັນເວລາ.

ກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ອອກແຈ້ງການແນະນຳ ການຈັດຕັ້ງປະຕິບັດ ຄຳສັ່ງແນະນຳຂອງ ທ່ານ
ລັດຖະມົນຕີວ່າ ການກະຊວງການເງິນ ສະບັບເລກທີ 1765/ກງ, ລົງວັນທີ 04 ກໍລະກົດ 2013 ເປັນອັນລະອຽດຄື:

1.    ໃຫ້ຫ້ອງການຄຸ້ມຄອງຊັບສິນຂອງລັດ ເປັນເຈົ້າການສົມທົບກັບຂະແໜງການຂອງລັດທີ່ກ່ຽວຂ້ອງ ກວດກາໄມ້ ທີ່ໄດ້ຮັບອະນຸຍາດສົ່ງອອກ ທຸກປະເພດ ເຊັ່ນ: ໄມ້ທ່ອນ, ຕໍໄມ້, ປຸດໄມ້, ໄມ້ແປຮູບ, ໄມ້ເຄິ່ງສຳເລັດຮູບ ແລະ ໄມ້ສຳເລັດຮູບ (ບໍ່ລວມໄມ້ສວນປູກ) ແຕ່ຫົວທີໂລດ ໂດຍໃຫ້ປະຕິບັດດັ່ງນີ້:

-      ກ່ອນທີ່ຈະສົ່ງໄມ້ອອກຕ່າງປະເທດ ພາຍຫລັງທີ່ໄດ້ຮັບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງແລ້ວ ຜູ້ປະກອບການຕ້ອງແຈ້ງໃຫ້ພະນັກງານຄຸ້ມຄອງຊັບສິນ ສົມທົບກັບ ຂະແໜງ ອຸດສາຫະກຳ-ການຄ້າ ແລະ ຂະແໜງ ກະສິກຳ-ປ່າໄມ້ ລົງກວດກາໄມ້ຕົວຈິງ.
-      ກວດກາຄືນການມອບພັນທະໄມ້ ແລະ ການມອບອາກອນ, ຖ້າເປັນ ໄມ້ແປຮູບ, ໄມ້ເຄິ່ງສຳເລັດຮູບ ແລະ ໄມ້ສຳເລັດຮູບ ໃຫ້ອອກໃບຢັ້ງຢືນການມອບພັນທະຄືນໃຫມ່ ໂດຍໃຫ້ລະບຸທີ່ມາຂອງໄມ້ແປຮູບ, ໄມ້ເຄິ່ງສຳເລັດຮູບ ທີ່ຈະມີການ ເຄື່ອນຍ້າຍ ໃຫ້ຊັດເຈນ ແລະ ຕິດຕາມ ຫັກລົບ ກັບ ໄມ້ທ່ອນ ທີ່ນຳມາທຳການຜະລິດ.
-      ກວດກາສັນຍາ ຊື້-ຂາຍໄມ້ ລະຫວ່າງ ຜູ້ຂາຍ ແລະ ຜູ້ຊື້ຢູ່ຕ່າງປະເທດ ໃນນັ້ນ ໃຫ້ລະບຸການຊຳລະເງິນ ໂດຍຜ່ານທະນາຄານ ທີ່ດຳເນີນທຸລະກິດຖືກຕ້ອງຕາມກົດໝາຍ ຢູ່ ສປປ ລາວ, ສັນຍາດັ່ງກ່າວ ຕ້ອງໄດ້ຈັດທະບຽນ ນຳຂະແໜງຄຸ້ມ ຄອງຊັບສິນ ຂອງລັດ.
-      ສົມທົບກັບ ຂະແໜງອຸດສາຫະກຳ-ການຄ້າ ແລະ ຂະແໜງກະສິກຳ-ປ່າໄມ້ ສ້າງບົດບັນທຶກ ກ່ຽວກັບ ການເອົາໄມ້ຂຶ້ນລົດ ປະເພດໄມ້ທ່ອນ, ຕໍໄມ້, ປຸດໄມ້, ໄມ້ແປຮູບ, ໄມ້ເຄິ່ງສຳເລັດຮູບ ແລະ ໄມ້ສຳເລັດຮູບ ກ່ອນການເຄື່ອນຍ້າຍ ອອກຈາກສະໜາມສອງ, ໂຮງງານປຸງແຕ່ງໄມ້ ແລະ ບ່ອນອື່ນໆ ໄປຕ່າງປະເທດ ໂດຍມີການກວດກາລະອຽດໃຫ້ຖືກຕ້ອງຕາມຈຳນວນ, ບໍລິມາດ ແລະ ຊະນິດໄມ້ ທີ່ເອກະສານລະບຸໄວ້, ພ້ອມນີ້ໃຫ້ເຊັນຢັ້ງຢືນ ການໜີບກົ່ວ ໂດຍໃຫ້ອະທິບາຍຈຸດໜີບກົ່ວໃສ່ບົດບັນທຶກສະບັບນີ້. ຂ້າງເທິງ

2.    ການເຄື່ອນຍ້າຍໄມ້ອອກຕ່າງປະເທດ ນອກຈາກເອກະສານທີ່ຂະແໜງການກ່ຽວຂ້ອງ ໄດ້ອອກອະນຸຍາດແລ້ວ ຕ້ອງມີເອກະ ສານຂອງ ຂະແໜງ ຄຸ້ມຄອງຊັບສິນຂອງລັດ ເພີ່ມອີກ, ຖ້າບໍ່ມີເອກະສານນີ້ ບໍ່ອະນຸຍາດໃຫ້ສົ່ງອອກຄື:

-      ສັນຍາ ຊື້-ຂາຍໄມ້ ລະຫວ່າງ ຜູ້ຂາຍ ແລະ ຜູ້ຊື້ຢູ່ຕ່າງປະເທດ ທີ່ໄດ້ຈົດທະບຽນນຳຂະແໜງຊັບສິນ.
-      ໃບຢັ້ງຢືນການເສຍພັນທະໄມ້, ພັນທະອາກອນ ຕາມທີ່ໄດ້ລະບຸໄວ້ຢູ່ຂໍ້ 1 (ມີແບບຟອມສະເພາະ)
-      ບົດບັນທຶກການກວດກາໄມ້ຂຶ້ນລົດ ທີ່ໄດ້ມີການຢັ້ງຢືນການໜີບກົ່ວ ຕາມທີ່ໄດ້ລະບຸໄວ້ຢູ່ຂໍ້ 1 (ມີແບບຟອມສະເພາະ. ຂ້າງເທິງ

3.    ລົດບັນທຸກໄມ້ ທີ່ເຄື່ອນຍ້າຍໄມ້ອອກຕ່າງປະເທດ ທຸກຄັນຕ້ອງໄດ້ໜີບກົ່ວ ຂອງຂະແໜງຄຸ້ມຄອງຊັບສິນຂອງລັດ ເພື່ອປ້ອງ ກັນບໍ່ໃຫ້ມີການລັກລອບໄມ້ເວລາເຄື່ອນຍ້າຍຕາມເສັ້ນທາງ ເຊິ່ງມີລາຍລະອຽດກ່ຽວກັບ ເຄື່ອງໜີບກົ່ວ, ເມັດກົ່ວ, ເສັ້ນລວດ ແລະ ວິທີໜີບກົ່ວດັ່ງລຸ່ມນີ້:

-      ເຄື່ອງໜີບກົ່ວຂອງຂະແໜງຄຸ້ມຄອງຊັບສິນຂອງລັດ ແມ່ນມແບຄວາມຮັບຜິດຊອບໃຫ້ ຫົວໜ້າຫ້ອງການ ຄຸ້ມຄອງຊັບສິນ ຂອງລັດ ປະຈຳແຂວງ ແລະ ນະຄອນຫລວງວຽງຈັນ ເປັນຜູ້ຄຸ້ມຄອງນຳໃຊ້, ເຄື່ອງໜີບກົ່ວພາຍຫລັງໜີບເມັດກົ່ວແລ້ວ ເບື້ອງໜື່ງ ຂອງເມັດກົ່ວຈະເຫັນສັນຍາລັກ ຊ ລ ແລະ ອີກເບື້ອງໜື່ງ ຈະເຫັນເປັນເລກ 1 ຫາ 17 ແຕ່ລະເລກ ໝາຍເຖິງລະຫັດ ຂອງແຕ່ລະ ແຂວງຕາມການແບ່ງເຂດຂອງສະພາແຫ່ງຊາດ.
-      ເມັດກົ່ວທີ່ບໍ່ທັນໄດ້ໜີບມີເສັ້ນຜ່າກາງ 0,4 ຊມ ແລະ ມີຮູສຳລັບສອດເສັ້ນລວດໃສ່ສອງສົ້ນ, ເວລາໜີບ ແລ້ວຈະມີ ເສັ້ນຜ່າ ກາງປະມານ 0,6 ຊມ ແລະ ບໍ່ສາມາດຖອດເສັ້ນລວດອອກມາໄດ້.
-      ເສັ້ນລວດເປັນເສັ້ນລວດທີ່ເຮັດດ້ວຍກົ່ວຢ່າງດີສອງເສັ້ນ, ເສັ້ນໜື່ງເປັນເສັ້ນກາງ ແລະ ອີກເສັ້ນໜື່ງພັນອ້ອມຕະຫລອດເສັ້ນ.
-      ຫລັງຈາກຄະນະກຳມະການໄດ້ກວດກາເອົາໄມ້ປະເພດ ໄມ້ທ່ອນ, ຕໍໄມ້, ໄມ້ແປຮູບ, ໄມ້ເຄິ່ງສຳເລັດຮູບ ແລະ ໄມ້ສຳເລັດຮູບ ຂຶ້ນລົດແລ້ວ ຕ້ອງເຮັດບົດບັນທຶກກວດກາ. ຫລັງຈາກນັ້ນ ໃຫ້ໜີບເມັດກົ່ວພ້ອມກັບເສັ້ນລວດ ເພື່ອບໍ່ໃຫ້ມີການໄຂ ຫລັງ ຈາກ ກວດກາແລ້ວ ໂດຍແມ່ນເຈົ້າໜ້າທີ່ຂອງຂະແໜງຄຸ້ມຄອງຊັບສິນຂອງລັດ ຢູ່ແຂວງຕົ້ນທາງ ຂອງໄມ້ທີ່ ຈະມີການສົ່ງ ອອກເປັນ ຜູ້ໜີບກົ່ວ.
-      ລົດບັນທຸກໄມ້ ປະເພດ ໄມ້ທ່ອນ ແລະ ຕໍໄມ້, ຕ້ອງໃຊ້ຜ້າບັດປົກລົດ ຫລັງຈາກນັ້ນ ໃຫ້ໜີບເມັດກົ່ວພ້ອມກັບເສັ້ນລວດທັງໝົດ ຈຳນວນ 8 ຈຸດ, ໃສ່ສັ້ນຂອງຜ້າບັດປົກລົດ ບ່ອນທີ່ພັບຈອດກັນຕິດໃສ່ລົດ ຫລື ບ່ອນອື່ນໆອີກ ເພື່ອລີກເວັ້ນ ການເປີດຜ້າ ບັດປົກ ລົດເວລາເຄື່ອນຍ້າຍ.
-      ລົດບັນທຸກໄມ້ ປະເພດ ໄມ້ແປຮູບ, ໄມ້ເຄິ່ງສຳເລັດຮູບ ແລະ ໄມ້ສຳເລັດຮູບ ທີ່ໃຊ້ຜ້າບັດ ປົກເທິງລົດໃຫ້ໜີບ ເມັດກົ່ວພ້ອມ ກັບເສັ້ນລວດທັງໝົດ 8 ຈຸດ, ໃສ່ສັ້ນຂອງຜ້າບັດປົກລົດບ່ອນທີ່ພັບຈອດກັນຕິດໃສ່ລົດ ຫລື ບ່ອນອື່ນໆອີກ ເພື່ອຫລີກ ເວັ້ນການ ເປີດຜ້າບັດປົກລົດເວລາເຄື່ອນຍ້າຍ.
-      ລົດບັນທຸກໄມ້ ປະເພດ ໄມ້ແປຮູບ, ໄມ້ເຄິ່ງສຳເລັດຮູບ ແລະ ໄມ້ສຳເລັດຮູບ ທີ່ເປັນຕູ້ຄອນເທັນເນີ ໃຫ້ໜີບເມັດກົ່ວພ້ອມກັບ ເສັ້ນລວດ ທັງໝົດຈຳນວນ 4 ຊຸດ, ໃສ່ບ່ອນໃສ່ກະແຈຕູ້ຄອນເທັນເນີ ຫລື ບ່ອນອື່ນໆອີກ ເພື່ອຫລີກເວັ້ນການ ເປີດຕູ້ຄອນເທັນ ເນີເວລາເຄື່ອນຍ້າຍ.
-      ຄ່າບໍລິການໃນການໜີບກົ່ວແຕ່ລະຄັ້ງ 50,000 ກີບ/ຄັນ (ຫ້າສີບພັນກີບຕໍ່ຄັນ), ເຈົ້າຂອງໄມ້ຕ້ອງເປັນຜູ້ຮັບຜິດ ຊອບໃນ ການເສຍຄ່າ ບໍລິການດັ່ງກ່າວ ຈຸດປະສົງ ກໍ່ແມ່ນນຳໃຊ້ເງິນດັ່ງກ່າວຊື້ເມັດກົ່ວ ແລະ ເສັ້ນລວດ ເພື່ອຮັບປະກັນການ ຈັດຕັ້ງປະຕິ ບັດວຽກງານໃນຕໍ່ໜ້າ.
-      ພາຍຫລັງໄດ້ສຳເລັດການໜີບກົ່ວແຕ່ລະຄັ້ງແລ້ວ ໃຫ້ຫົວໜ້າຫ້ອງການຄຸ້ມຄອງຊັບສິນຂອງລັດ ເປັນຜູ້ເກັບຮັກສາ ເຄື່ອງ ໜີບກົ່ວ, ເມັດກົ່ວ, ເສັ້ນລວດ ໄວ້ເປັນຢ່າງດີ ແລະ ສະຫລຸບລາຍງານການຈັດຕັ້ງປະຕິບັດ  ການນຳໃຊ້ເມັດກົ່ວ, ເສັ້ນລວດ ພ້ອມທັງຈຳນວນລົດທີ່ໄດ້ໜີບເມັດກົ່ວ ເປັນເດືອນ, ງວດ ແລະ ປີ ສົ່ງໃຫ້ກົມຄຸ້ມຄອງຊັບສິນຂອງລັດ ເພື່ອສັງລວມ ລາຍງານ ຂັ້ນເທິງ. ຂ້າງເທິງ

4.    ພາຍຫລັງໄດ້ສຳເລັດການໜີບກົ່ວແລ້ວ ຫາກມີການກວດກາ ຖ້າເຫັນວ່າມີໄມ້ເກີນຕາມ ຈຳນວນທີ່ໄດ້ຮັບອະນຸຍາດ ໃຫ້ຫ້ອງການຄຸ້ມ ຄອງຊັບສິນຂອງລັດ ຄິດໄລ່ຄ່າພັນທະໄມ້ຄືນ ພ້ອມດ້ວຍຄ່າປັບໃໝ ຕາມລະບຽບການຂອງຈຳນວນ ໄມ້ທີ່ເກີນເຂົ້າມາງົບປະມານ. ຂ້າງເທິງ

5.    ໃຫ້ຫ້ອງການຄຸ້ມຄອງຊັບສິນຂອງລັດ ພະແນກການເງິນແຂວງ ແລະ ນະຄອນຫລວງວຽງຈັນ ເປັນເຈົ້າການສົມທົບກັບພາກ ສ່ວນ ທີ່ກ່ຽວຂ້ອງ ຈັດຕັ້ງເຜີຍແຜ່ ຄຳສັ່ງແນະນຳ ຂອງທ່ານລັດຖະມົນຕີ ກະຊວງການເງິນນນສະບັບເລກທີ 1765/ກງ, ລົງວັນທີ 04 ກໍລະກົດ 2013 ແລະ ແຈ້ງການສະບັບນີ້ ໃຫ້ທຸກພາກສ່ວນຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ ພ້ອມທັງລາຍງານສະພາບ ການຈັດຕັ້ງປະຕິບັດ ໃຫ້ກົມຄຸ້ມຄອງຊັບສິນຂອງລັດຊາບ ເປັນແຕ່ລະໄລຍະ. ຂ້າງເທິງ

6.    ຫ້າມເຈົ້າໜ້າທີ່ຂະແໜງຊັບສິນຂອງລັດ ສົມຮູ້ຮ່ວມຄິດກັບຜູ້ປະກອບການ ຫລື ລະເລີຍການປະຕິບັດໜ້າທີ່. ຂ້າງເທິງ

7.    ກຳນົດເວລາຈັດຕັ້ງປະຕິບັດ ແມ່ນໃຫ້ເລີ່ມນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ

ດັ່ງນັ້ນ, ຈຶ່ງແຈ້ງການແນະນຳມາຍັງທ່ານ ເພື່ອພ້ອມກັນຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ. ຂ້າງເທິງ

ຫົວໜ້າກົມຄຸ້ມຄອງຊັບສິນຂອງລັດ
ຈັນທະໜອມ ພິດທະສອນ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Instruction on the Implementation of Ministerial's Decree on addressing the management of Timber Export, No. 0094/MOF.DoSAM PDF
2 ແຈ້ງການແນະນຳ ການຈັດຕັ້ງປະຕິບັດ ຄຳສັ່ງແນະນຳ ຂອງ ທ່ານລັດຖະມົນຕີວ່າການ ກະຊວງການເງິນ ສະບັບເລກທີ 1765/ກງ, ລົງວັນທີ 04 ກໍລະກົດ 2013 ວ່າດ້ວຍ ການເອົາໃຈໃສ່ຄຸ້ມຄອງ ການສົ່ງອອກ ໄມ້ ເພື່ອເກັບລາຍຮັບເຂົ້າງົບປະມານ ຢ່າງຖືກຕ້ອງ, ຄົບຖ້ວນ, ທັນເວລາ ເລກທີ 0094/ກງ.ຊລ PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ມີການກວດກາການສົ່ງອອກຜະລິດຕະພັນໄມ້ທີ່ມາຈາກທຳມະຊາດ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ອຸດສາຫະກຳ ແລະ ການຄ້າ ການສົ່ງອອກໄມ້ທີ່ມາຈາກທຳມະຊາດທຸກປະເພດຕ້ອງຜ່ານການກວດກາ ແລະ ເຊັນບົດບັນທຶກການກວດກາ ໂດຍເຈົ້າໜ້າທີ່ຂອງພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ໂດຍປະສານສົມທົບກັບເຈົ້າໜ້າທີ່ຂອງພະແນກກະສິກໍາ ແລະ ປ່າໄມ້ ແຂວງ ແລະ ພະແນກການເງິນ ແຂວງ ຕາມພາລະບົດບາດ ແລະ ໜ້າທີ່ຂອງແຕ່ລະຂະແໜງການ ທີ່ໄດ້ກໍານົດໃນຄໍາແນະນໍາ ເລກທີ 0332/ອຄ
  1. ແຈ້ງການແນະນຳ ການຈັດຕັ້ງປະຕິບັດ ຄຳສັ່ງແນະນຳ ຂອງ ທ່ານລັດຖະມົນຕີວ່າການ ກະຊວງການເງິນ ສະບັບເລກທີ 1765/ກງ, ລົງວັນທີ 04 ກໍລະກົດ 2013 ວ່າດ້ວຍ ການເອົາໃຈໃສ່ຄຸ້ມຄອງ ການສົ່ງອອກ ໄມ້ ເພື່ອເກັບລາຍຮັບເຂົ້າງົບປະມານ ຢ່າງຖືກຕ້ອງ, ຄົບຖ້ວນ, ທັນເວລາ ເລກທີ 0094/ກງ.ຊລ
  2. ຄໍາແນະນໍາ ກ່ຽວກັບການສົ່ງອອກຜະລິດຕະພັນໄມ້ທໍາມະຊາດໄປຕ່າງປະເທດ ເລກທີ 0332/ອຄ, ລົງວັນທີ 22 ມີນາ 2022
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.