ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

                    ກະຊວງອຸດສາຫະກໍາ ແລະ ການຄ້າ
                                                            ຫ້ອງການ                            ເລກທີ 2795/ຫອຄ.ກຂອ.ຄຄ
                                                                               ນະຄອນຫລວງວຽງຈັນ, ວັນທີ 04 ຕຸລາ 2013

ແຈ້ງການ

ເຖິງ: - ທ່ານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ນະຄອນຫລວງ
         - ທ່ານປະທານສະພາບໍລິຫານເຂດນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນ-ໂນນທອງ
         - ທ່ານປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ແລະ ຫ້ອງການສະພາການຄ້າ ແລະ ອຸດສາຫະກຳແຂວງ
         - ຫົວໜ່ວຍທຸລະກິດສົ່ງອອກ ທີ່ນໍາໃຊ້ໃບຢັ້ງຢືນແຫລ່ງກຳເນີດສິນຄ້າ

ເລື່ອງ: ການນໍາໃຊ້ໃບຢັ້ງຢືນແຫລ່ງກຳເນີດສິນຄ້າ ຟອມ D ແລະ ຟອມ AK ສະບັບປັບປຸງໃໝ່

-  ອີງຕາມການຕົກລົງເຫັນດີ ໃນກອງປະຊຸມອະນຸກຳມະການວ່າດ້ວຍແຫລ່ງກຳເນີດສິນຄ້າພາຍໃຕ້ສັນຍາການຄ້າເສລີອາຊຽນ (Sub-Committee on ATIGA Rules of Origin: SC-AROO)
-  ອີງຕາມການຕົກລົງເຫັນດີໃນກອງປະຊຸມອະນຸກຳມະການດ້ານອັດຕາພາສີ ແລະ ລະບຽບແຫລ່ງກຳເນີດສິນຄ້າ-ອາຊຽນ-ເກົາຫຼີ (ASEAN-Korea Sub-Committee on Tariffs and Rules of Origin: AKSTROO)

ຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ ນັບແຕ່ວັນທີ 01 ມັງກອນ 2014 ເປັນຕົ້ນໄປ ຈະໄດ້ເລີ່ມນໍາໃຊ້ແບບຟອມ D (ພາຍໃຕ້ຂອບສັນຍາການຄ້າເສລີອາຊຽນ) ແລະ ຟອມ AK (ພາຍໃຕ້ຂອບສັນຍາການຄ້າເສລີອາຊຽນ-ເກົາຫຼີ) ສະບັບປັບປຸງໃໝ່, ຊື່ງມີການປັບປຸງເນື້ອໃນຫ້ອງເນື້ອໃນຫ້ອງທີ 9 ຂອງແບບຟອມ ດັ່ງລາຍລະອຽດລຸ່ມນີ້:

ສຳຫລັບຟອມ D ແມ່ນໄດ້ປ່ຽນຄຳເວົ້າຢູ່ໃນຫ້ອງທີ 9 ຈາກຄຳວ່າ “ Gross weight or other quantity and value (FOB)” ມາເປັນ “Gross weight or other quantity and value (FOB) where RVC is applied”

ສຳລັບຟອມ AK ແມ່ນໄດ້ປ່ຽນຄຳເວົ້າແມ່ນໄດ້ປ່ຽນຄຳເວົ້າຢູ່ໃນຫ້ອງທີ 9 ຈາກຄຳວ່າ “ Gross weight or other quantity and value (FOB)” ມາເປັນ “Gross weight or other quantity and value (FOB when RVC criterion is used)”.

ສ່ວນຂໍ້ຄວາມອື່ນໆ ແມ່ນຍັງຄືເກົ່າ. ໝາຍຄວາມວ່າ ຢູ່ໃນຫ້ອງ 9 ຂອງແບບຟອມສະບັບປັບປຸງໃໝ່ ແມ່ນຈະໃຫ້ລະບຸລາຄາ FOB ໃສ່ແຕ່ສະເພາະກໍລະນີກຳນົດແຫລ່ງກຳເນີດສິນຄ້າໂດຍນຳໃຊ້ເງື່ອນໄຂສການສ້າງມູນຄ່າເພີ່ມ (RVC) ເທົ່ານັ້ນ, ສ່ວນການກໍານົດແຫລ່ງກໍາເນີດໂດຍການນໍາໃຊ້ເງື່ອນໄຂການປ່ຽນແປງລະຫັດພາສີ (CTC), ຂະບວນການຜະລິດສະເພາະ (SP) ແລະ ຜະລິດຕະພັນພາຍໃນທັງໝົດ (WO) ແມ່ນບໍ່ໃຫ້ລະບຸລາຄາ FOB ໃສ່.

ກຳນົດເວລາການນຳໃຊ້: ແບບຟອມ D ແລະ ແບບຟອມ AK ສະບັບປັບປຸງໃໝ່ແມ່ນເລີ່ມນໍາໃຊ້ແຕ່ວັນທີ 01 ມັງກອນ 2014 ເປັນຕົ້ນໄປ. ສ່ວນແບບຟອມ D ແລະ ແບບຟອມ AK ສະບັບເກົ່າແມ່ນຍັງສາມາດ ນໍາໃຊ້ຄວບຄູ່ກັບແບບຟອມສະບັບໃໝ່ໄດ້ອີກ 06 ເດືອນ ຈົນຮອດວັນທີ 30 ມີຖຸນາ 2014. ຫລັງຈາກນັ້ນ, ຫລືເລີ່ມຈາກວັນທີ 01 ກໍລະກົດ 2014 ເປັນຕົ້ນໄປແມ່ນໃຫ້ນຳໃຊ້ແບບຟອມໃໝ່ຢ່າງດຽວທົ່ານັ້ນ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ກະກຽມຈັດຕັ້ງປະຕິບັດ. ຢູ່ໃນຊ່ວງນີ້ບໍ່ຄວນສັ່ງພິມ ຫລື ຊື້ແບບຟອມ 2 ຊະນິດນີ້ເປັນຈໍານວນຫລາຍ ເພື່ອຫລີກລ້ຽງການນໍາໃຊ້ບໍ່ໝົດ ເຮັດໃຫ້ສີ້ນເປືອງງົບປະມານໂດຍບໍ່ຈໍາເປັນ. ຂ້າງເທິງ

ຮອງ ຫົວໜ້າຫ້ອງການ

(ລາຍເຊັນ ແລະ ປະທັບກາ)
 ບຸນຖອງ ໂສພາວັນດີ

ບ່ອນສົ່ງ:
-      ກົມນະໂຍບາຍການຄ້າຕ່າງປະເທດ “ເພື່ອຊາບ”
-      ກົມພາສີ, ກະຊວງການເງິນ “ເພື່ອຊາບ”

 

# ຫົວຂໍ້ ດາວໂຫຼດ
1 Instruction letter on the apply of new Form D and Form AK No.2795/PSO.DIMEX.CO PDF
2 ແຈ້ງການ ການນໍາໃຊ້ ໃບຢັ້ງຢືນແຫລ່ງກຳເນີດສິນຄ້າ ຟອມ D ແລະ ຟອມ AK ສະບັບປັບປຸງໃໝ່ ເລກທີ 2795/ຫອຄ.ກຂອ.ຄຄ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.