ສຳ­ລັບ​ດ້ານ​ການ​ຈັດ​ສົ່ງ​ຂະ​ບວນ​ລົດຂອງ​ຜູ້​ປະ­ກອບ​ການ​ຕົວ​ແບບ​ການ​ຜະ­ລິດເປັນ​ສິນ­ຄ້າ​ໃນ​ຄັ້ງ​ນີ້​ ແມ່ນ​ເປັນ​ເຫດ­ການ​ໜຶ່ງທີ່​ສຳ­ຄັນ​ຄັ້ງ​ປະ­ຫວັດ­ສາດ​ຂອງ​ແຂວງ​ຫຼວງນ້ຳ​ທາ ເພື່ອແນ­ໃສ່​ການ​ພັດ­ທະ­ນາ ແລະ ການສົ່ງ­ເສີມ​ວຽກ​ງານ​ກະ­ສິ­ກຳ​ໃຫ້​ເຕີບ​ໃຫຍ່​ຂະຫຍາຍ​ໂຕ ​ເປັນ​ການ​ເຊື່ອມ​ໂຍງ​ດ້ານ​ເສດ​ຖະກິດກັບ​ພາກ​ພື້ນ ແລະ ສາ­ກົນ.

ທ່ານ ດຣ. ພວງ​ປະ​ຣິ​ສັກ ປະ​ວົງ​ວຽງ​ຄຳ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ກ່າວ​ວ່າ: ການ​ສົ່ງ​ສິນ­ຄ້າ​ຂອງ ສປປ ລາວ ໄປ ສປ ຈີນ ແມ່ນ​ເປົ້າ​ໝາຍ​ໜຶ່ງຂອງ​ປະ­ເທດ​ເຮົາ ດັ່ງ­ນັ້ນ ຈິ່ງ​ຮຽກ­ຮ້ອງ​ໃຫ້​ຜູ້​ປູກ​ພືດ​ເປັນ​ສິນ­ຄ້າ ​ບັນ­ດາ​ນັກ­ທຸ­ລະກິດ​ພາກ ສ່ວນ​ທີ່​ກ້ຽວ​ຂ້ອງ​ຈົ່ງ​ພ້ອມ​ກັນ​ສົ່ງ­ເສີມ ແລະ ສ້າງ​ຄວາມ​ເຂັ້ມ­ແຂງ​ ໃຫ້ແກ່ການ​ຜະ­ລິດ​ກາຍເປັນ​ສິນ­ຄ້າຮັບ­ປະ­ກັນ​ໄດ້​ທັງ​ປະລິ­ມານ ແລະ ຄຸນ​ນະ​ພາບ​ຂອງ​ສິນ­ຄ້າ ​ຕາມ​ມາດ­ຖານ​ຂອງ​ອົງ­ການ​ການ​ຄ້າ​ໂລກ

ດ້ານ​ທ່ານ ນາງ ຈັນ­ທອນ ໂດຍ​ປະ­ເສີດ ຮອງ​ຫົວ­ໜ້າ​ຂະ­ແໜງ​ປູກ­ຝັງ​ໃຫ້​ຮູ້​ວ່າ: ການສົ່ງອອກ​ຜະ­ລິດ​ຕະ​ພັນ​ຄັ້ງ​ນີ້​ມີ​ໝາກ­ໂມ ຈຳ­ນວນ 360 ໂຕນ, ໂຕນ 1 ມູນ​ຄ່າ 375 ໂດ​ລາ​ສະຫະ​ລັດ ລວມ​ມູນ​ຄ່າ​ທັງ​ໝົດ 135.000 ໂດລາ​ສະ­ຫະ­ລັດ ຫຼື ປະ­ມານ 1,08 ຕື້​ກວ່າກີບ ມີ​ເນື້ອ­ທີ່​ປູກ​ໝາກ­ໂມ 1.192 ເຮັກ­ຕາ ຄາດ​ຄະ­ເນ​ຜົນ​ໄດ້​ຮັບ 23.175 ໂຕນ ປະ­ຈຸບັນ​ເກັບ​ກູ້​ໄດ້ 1%, ອ້ອຍ 3.317 ເຮັກ­ຕາ ເກັບ​ກູ້​ແລ້ວ 79,62%, ມັນ­ຕົ້ນ 1.322 ເຮັກຕາ ເກັບ​ກູ້​ໄດ້ 70%, ກ້ວຍ 1.737 ເຮັກ­ຕາ ເກັບ​ກູ້​ຜົນ​ຜະ­ລິດ​ໄດ້ 25%, ໝາກ­ອຶ 259 ເຮັກ­ຕາ ເກັບກູ້​ຜົນ​ຜະ­ລິດ​ໄດ້ 3%, ການ​ປູກ​ສາ­ລີ 1.435 ເຮັກ­ຕາ, ໝາກ­ເຜັດ ແລະ ພືດ​ຜັກ​ໃຫ້ໃບ ແລະ ໃຫ້​ທົ່ວ​ເນື້ອ­ທີ່ 777 ເຮັກ­ຕາ.

ຢ່າງໃດ​ກໍ​ຕາມ ໃນໄລຍະ​ຜ່ານ​ມາ​ແຂວງ​ຫຼວງ​ນ້ຳທາ ໄດ້​ມີ​ຄວາມ​ເອົາ­ໃຈ­ໃສ່​ຕໍ່​ວຽກ​ງານ​ການສົ່ງ​ອອກ ແລະ ນຳ​ເຂົ້າ​ສິນ­ຄ້າ ໂດຍ​ໃນ​ສົກ​ປີ 2012-2013 ມີ​ສິນ­ຄ້າ​ນຳ​ເຂົ້າ​ທັງ​ໝົດ 410 ລ້ານ​ກວ່າ​ໂດ​ລາ​ສະ­ຫະ­ລັດ, ໃນ​ນັ້ນ​ສະ­ບຽງອາ­ຫານ 2,88 ລ້ານ​ກວ່າ​ໂດ​ລາ​, ເຄື່ອງ­ໃຊ້​ຫ້ອງ­ການ​ກີ­ລາ ແລະ ວັດ­ທະ­ນະ­ທຳ 4 ລ້ານ​ກວ່າ​ໂດ​ລາ, ອຸ­ປະ­ກອນ​ເຄື່ອງ​ກໍ່­ສ້າງ 270 ລ້ານ​ກວ່າ​ໂດ​ລາ, ອຸປະ­ກອນ​ໄຟ­ຟ້າ ແລະ ເຄື່ອງ­ໃຊ້​ໄຟ­ຟ້າ 76 ລ້ານ​ກວ່າ​ໂດ​ລາ, ເຄື່ອງນຸ່ງ​ຫົ່ມ ແລະ ເຄື່ອງໃຊ້​ສອຍ​ປະ­ຈຳ​ວັນ 12,8 ລ້ານ​ກວ່າ​ໂດ​ລາ, ສິນ­ຄ້າ​ຮັບ​ໃຊ້​ການ​ຜະ­ລິດກະ­ສິ­ກຳ 7,79 ລ້ານ​ກວ່າ​ໂດ​ລາ, ອາ​ໄຫຼ່​ທຸກຊະ­ນິດ 5,3 ລ້ານ​ກວ່າ​ໂດ​ລາ, ພາ­ຫະ­ນະ ແລະ ຊິ້ນ​ສ່ວນ 11,6 ລ້ານ​ກວ່າ​ໂດ​ລາ, ສິນຄ້າ​ຊົມ­ໃຊ້​ຟຸມ​ເຟືອຍ 2 ແສນ​ກວ່າ​ໂດ​ລາ, ສິນ­ຄ້າ​ຮັບ​ໃຊ້​ການ​ຜະ­ລິດ​ອຸດ­ສາ­ຫະ­ກຳ 15 ລ້ານ​ກວ່າ​ໂດ​ລາ, ນ້ຳ­ມັນ​ເຊື້ອ​ໄຟ ແລະ ອາຍແກັສ 1,4 ລ້ານ​ກວ່າ​ໂດ​ລາ. ຊຶ່ງ​ສົມ​ທຽບ​ສິນ­ຄ້າ​ນຳ​ເຂົ້າ​ທັງ​ໝົດ​ໃສ່​ປີ​ກ່ອນ​ເຫັນ​ວ່າ​ເພີ່ມ​ຂຶ້ນ 731,01% ແລະ ທຽບ­ໃສ່​ແຜນ­ການ​ສົກປີ ປະຕິ​ບັດ​ໄດ້ 960,93% ສາເຫດຍ້ອນວ່າ​ສິນ­ຄ້າ​ນຳ​ເຂົ້າຮັບ​ໃຊ້​ໂຄງ­ການ​ລົງ­ທຶນ​ເພີ່ມ​ຂຶ້ນ.

ສ່ວນ­ວ່າ​ສິນ­ຄ້າ​ນຳ​ເຂົ້າ​ພາຍ​ໃນ​ແຂວງປະ­ຕິ­ບັດ​ໄດ້ 7 ລ້ານ​ກວ່າ​ໂດ​ລາສະຫະລັດ ໃນ​ນີ້ ປະ­ກອບມີ​ສະ­ບຽງ​ອາ­ຫານ 5 ແສນ​ກວ່າ​ໂດ​ລາ, ເຄື່ອງ­ໃຊ້​ຫ້ອງ­ການ​ກີ­ລາ ແລະ ວັດ­ທະ­ນະ­ທຳ 3 ແສນ​ກວ່າ​ໂດ​ລາ, ອຸ­ປະ­ກອນ​ເຄື່ອງກໍ່­ສ້າງ 1,9 ລ້ານ​ກວ່າ​ໂດ​ລາ, ອຸປະກອນ​ໄຟຟ້າ ແລະ ເຄື່ອງ​ໄຟ­ຟ້າ 1,2 ລ້ານ​ກວ່າ​ໂດ​ລາ ເຄື່ອງ­ນຸ່ງ​ຫົ່ມ ແລະ ເຄື່ອງ­ໃຊ້​ສອຍ​ປະ­ຈຳ​ວັນ 1,5 ລ້ານ​ໂດ​ລາ ສິນ­ຄ້າ​ຮັບ​ໃຊ້​ການ​ຜະ­ລິດກະ­ສິ­ກຳ 1 ແສນ​ກວ່າ​ໂດ​ລາ ແລະ ອາໄຫຼ່​ທຸກ​ຊະ­ນິດ 1,1 ລ້ານ​ກວ່າ​ໂດ​ລາສະຫະລັດ.

ຂະ­ນະ​ທີ່​ສິນ­ຄ້າ​ສົ່ງ​ອອກ​ພາຍ​ໃນ​ແຂວງໃນ​ສົກ​ປີ​ດຽວ​ກັນ ລວມ​ມີ 38,49 ລ້ານ​ກວ່າໂດ​ລາ​ສະ­ຫະ­ລັດ, ໃນ​ນີ້ ຜະ­ລິດ​ຕະ​ພັນ​ໄມ້​ມີມູນ​ຄ່າ 4 ພັນ​ກວ່າ​ໂດ​ລາ, ກະ­ສິ­ກຳລ້ຽງສັດ 20,77 ລ້ານ​ກວ່າ​ໂດ​ລາ, ເຄື່ອງ​ປ່າ​ຂອງດົງ 3 ແສນ​ກວ່າ​ໂດ​ລາ ແລະ ອີກ 17,33 ລ້ານ​ກວ່າ​ໂດ​ລາ​ແມ່ນ​ແຮ່​ທາດ​ຕ່າງໆ ​ທີ່​ສົ່ງອອກ​ໄປ ສປ ຈີນ, ມຽນ​ມາ, ຟີ​ລິບ​ປິນ, ໄທ ແລະ ຫວຽດ­ນາມ.

ແຫລ່ງຂໍ້ມູນ: ໜັງສືພິມເສດຖະກິດການຄ້າ, ສະບັບວັນທີ 28 ມີນາ 2014 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.