ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງິນ
ກົມພາສີ              ເລກທີ 2225/ກພສ
ນະຄອນຫລວງວຽງຈັນ, ວັນທີ 25 ກໍລະກົດ 2011

ບົດແນະນຳ

ເຖິງ: ບັນດາພະແນກອ້ອມຂ້າງກົມພາສີ, ພາສີປະຈຳເຂດ, ດ່ານພາສີຊາຍແດນ, ອົງການຈັດຕັ້ງຂອງລັດ, ອົງການຈັດຕັ້ງສາກົນ, ບຸກຄົນ, ນິຕິບຸກຄົນ ແລະ ຜູ້ດຳເນີນການສົ່ງອອກ-ນຳເຂົ້າ ແລະ ຜ່ານແດນໃນທົ່ວປະເທດ.

ເລື່ອງ: ການຈັດຕັ້ງປະຕິບັດແບບພິມໃບແຈ້ງພາສີເປັນລາຍລະອຽດແບບອັດຕະໂນມັດລະບົບອາຊິກູດາ

-       ອີງຕາມ ກົດໝາຍວ່າດ້ວຍພາສີສະບັບເລກທີ 05/ສພຊ, ລົງວັນທີ 20 ພຶດສະພາ 2005
-       ອີງຕາມ: ແຈ້ງການຂອງກະຊວງການເງິນສະບັບເລກທີ 1408/ກງ, ລົງວັນທີ 13 ມີຖຸນາ 2011 ເລື່ອງການທົດລອງນຳໃຊ້ລະບົບບໍລິການແຈ້ງພາສີແບບອັດຕະໂນມັດລະບົບອາຊິກູດາຢູ່ດ່ານພາສີຂົວມິດຕະພາບ I ພາສີປະຈຳເຂດ V
-       ອີງຕາມ: ຂໍ້ຕົກລົງຂອງກົມພາສີສະບັບເລກທີ 2025/ກພສ, ລົງວັນທີ 30 ມີຖຸນາ 2011 ວ່າດ້ວຍການຮັບຮອງຮູບແບບ ແລະ ອະນຸມັດນຳໃຊ້ແບບພິມໃບແຈ້ງພາສີເປັນລາຍລະອຽດແບບອັດຕະໂນມັດລະບົບອາຊີກູດາ.

ເພື່ອຮັບປະກັນໃຫ້ແກ່ ການຈັດຕັ້ງປະຕິບັດແບບພິມພາສີ ໃບແຈ້ງພາສີເປັນລາຍລະອຽດ ໃຫ້ມີຄວາມຖືກຕ້ອງ, ເປັນເອກະພາບໃນຂອບເຂດທົ່ວປະເທດ ແລະ ໃນການຈັດຕັ້ງປະຕິບັດການແຈ້ງພາສີແບບອີເລັກໂທນິກ (ອັດຕະໂນມັດ) ໃຫ້ສອດຄ່ອງກັບລະບຽບການນຳໃຊ້ແບບພິມໃບແຈ້ງພາສີເປັນລາຍລະອຽດລະບົບເອກະພາບອາຊຽນ.

ກົມພາສີອອກບົດແນະນຳ

1.     ແບບພິມໃບແຈ້ງພາສີເປັນລະລະອຽດ ແບບອັດຕະໂນມັດ ລະບົບອາຊີກູດາ ມີຂະໜາດເຈັ້ຍ 21,4x 30,3 ຊມ ມີຄວາມໜາ 70 ແກມ ເປັນເຈັ້ຍພື້ນສີຟ້າອ່ອນພິມໂລໂກ້ພາສີ ແລະ ພາສີອັງກິດ Customs ໃສ່ກາງໃບພິມ.

2.    ການແຈ້ງຂໍ້ມູນເປັນລາຍລະອຽດລົງໃນໃບພິມ ໃບແຈ້ງພາສີເປັນລະອຽດແບບອັດຕະໂນມັດ ລະບົບອາຊີກູດາ ແລະ ແບບພິມໃບແຈ້ງພາສີເປັນລາຍລະອຽດລະບົບເອກະພ່ບອາຊຽນ ແມ່ນໃຫ້ປະຕິບັດຕາມທີ່ກຳນົດໄວ້ໃນບົດແນະນຳຂອງກົມພາສີ ສະບັບເລກທີ 1696/ກພສ, ລົງວັນທີ 17 ມີຖຸນາ 2010 ວ່າດ້ວຍການຈັດຕັ້ງປະຕິບັດນຳໃຊ້ໃບແຈ້ງພາສີເປັນລາຍລະອຽດລະບົບເອກະພາບອາຊຽນ.

3.    ຜູ້ແຈ້ງພາສີ ຫລື ຜູ້ໄດ້ຮັບມອບສິດ ຕ້ອງຢື່ນໃບແຈ້ງພາສີເປັນລະອຽດ ແລະ ເອກະສານປະກອບໃນຮູບແບບເຈັ້ຍ ຫລື   ຮູບແບບອີເລັກໂຕຣນິກຕາມຂັ້ນຕອນ ແລະ ລະບຽບການທາງພາສີ, ໃບແຈ້ງພາສີເປັນລາຍລະອຽດໃນສອງຮູບແບບມີຄຸນຄ່າເທົ່າທຽມກັນທາງດ້ານກົດໝາຍ.

4.    ຜູ້ແຈ້ງພາສີ ຫລື ຜູ້ໄດ້ຮັບມອບສິດ ຕ້ອງຮັບຜິດຊອບຕໍ່ທຸກໆຂໍ້ມູນທີ່ແຈ້ງເປັນລາຍລະອຽດລົງໃນແບບພິມໃບແຈ້ງພາສີເປັນລາຍລະອຽດທຸກຮູບແບບ ລວມທັງແຈ້ງພາສີແບບອີເລັກໂຕຣນິກ.

5.    ຜູ້ແຈ້ງພາສີ ແລະ ຜູ້ໄດ້ຮັບມອບສິດ ຕ້ອງຢັ້ງຢືນຮັບຮອງໃບແຈ້ງພາສີເປັນລາຍລະອຽດ ລວມທັງໃບແຈ້ງພາສີແບບອີເລັກໂຕຣນິກ ດ້ວຍການລົງລາຍເຊັນ ແລະ ຈໍ້າກາ, ລາຍເຊັນດີຈີຕອນໃບຮູບແບບໃດກໍຕາມເຊັ່ນ: ລະຫັດສະເພາະທີ່ຖືກຮັບຮອງ ໂດຍຂະແໜງການກ່ຽວຂ້ອງ ແລະ ເປັນທີ່ຍອມຮັບໂດຍລັດຖະການພາສີ

6.    ລາຍເຊັນດີຈີຕອນຂອງຜູ້ແຈ້ງພາສີ ຫລື ຜູ້ໄດ້ຮັບມອບສິດ ທີ່ຢັ້ງຢືນລົງໃນໃບແຈ້ງພາສີເປັນລາຍລະອຽດແບບອີເລັກໂຕຣນິກ ມີຄຸນຄ່າເທົ່າທຽມກັບລາຍເຊັນໃນໃບແຈ້ງພາສີເປັນລາຍລະອຽດແບບເຈັ້ຍ.

ດັ່ງນັ້ນ, ຈື່ງໄດ້ແຈ້ງການມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ ຈົນກວ່າຈະມີການປ່ຽນແປງ ຫລື ມີການປັບປຸງໃນແຕ່ລະໄລຍະ.

ຫົວໜ້າກົມພາສີ

(ເຊັນ ແລະ ປະທັບຕາ)


ສັນຕິພາບ ພົມວິຫານ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Instruction on implementation of the electronic Customs clearance (ASYCUDA) form, No. 2225/CD PDF
2 ບົດແນະນຳ ກ່ຽວກັບ ການຈັດຕັ້ງປະຕິບັດ ແບບພິມໃບແຈ້ງພາສີ ເປັນລາຍລະອຽດ ແບບອັດຕະໂນມັດ ລະບົບອາຊິກູດາ, ເລກທີ 2225/ກພສ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.