ສາລະບານ

ໝວດທີ 1:  ບົດບັນຍັດທົ່ວໄປ
ມາດຕາ 1.   ຈຸດປະສົງ
ມາດຕາ 2.   ການຂື້ນທະບຽນພິມສັດ
ມາດຕາ 3.   ການອະທິບາຍຄຳສັບ

ໝວດທີ 2:  ຫຼັກການຂຶ້ນທະບຽນພິມສັດ
ມາດຕາ 4.   ຫຼັກການຂຶ້ນທະບຽນພິມສັດ
ມາດຕາ 5.   ສັດທີ່ຕ້ອງຂຶ້ນທະບຽນ

ໝວດທີ 3: ລະຫັດ ແລະ ການໝາຍເລກປະຈຳໂຕສັດ
ມາດຕາ 6.    ລະຫັດປະຈຳໂຕສັດ
ມາດຕາ 7.    ການໝາຍເລກປະຈຳໂຕສັດ
ມາດຕາ 8.    ຂັ້ນຕອນ ແລະ ວິທີການຂຶ້ນທະບຽນພິມສັດ

ໝວດທີ 4:  ອົງການຄຸ້ມຄອງການຂຶ້ນທະບຽນພິມສັດ
ມາດຕາ 9.    ອົງການຄຸ້ມຄອງການຂຶ້ນທະບຽນພິມສັດ
ມາດຕາ 10.   ສິດ ແລະ ໜ້າທີ່ຂອງກົມລ້ຽງສັດ ແລະ ການປະມົງ
ມາດຕາ 11.   ສິດ ແລະ ໜ້າທີ່ຂອງຂະແໜງລ້ຽງສັດ ແລະ ການປະມົງປະຈຳແຂວງ, ນະຄອນ
ມາດຕາ 12 :   ສິດ ແລະ ໜ້າທີ່ ຂອງໜ່ວຍງານລ້ຽງສັດ ແລະ ການປະມົງປະຈຳເມືອງ, ເທດສະບານ
ມາດຕາ 13 :   ສິດ ແລະ ໜ້າທີ່ຂອງທີມງານວິຊາການຂຶ້ນທະບຽນພິມສັດ
ມາດຕາ 14.   ພັນທະຂອງເຈົ້າຂອງສັດລ້ຽງ

ໝວດທີ 5:  ນະໂຍບາຍຕໍ່ຜູ້ມີຜົນ ແລະ ມາດຕະການຕໍ່ຜູ້ລະເມີດ
ມາດຕາ 15.   ນະໂຍບາຍຕໍ່ຜູ້ທີ່ມີຜົນງານ
ມາດຕາ 16.   ມາດຕະການຕໍ່ຜູ້ລະເມີດ

ໝວດທີ 6:  ບັນຍັດສຸດທ້າຍ
ມາດຕາ 17.   ການຈັດຕັ້ງປະຕິບັດ
ມາດຕາ 18.   ຜົນສັກສິດ

 


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກຳ ແລະ ປ່າໄມ້    ເລກທີ 1974/ກປ
ນະຄອນຫລວງວຽງຈັນ, ວັນທີ 23 ສິງຫາ 2012

ຂໍ້ຕົກລົງ
ຂອງລັດຖະມົນຕີ
ວ່າດ້ວຍການຂື້ນທະບຽນພິມສັດ

  • ອີງຕາມ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ເລກທີ 03/ສພຊ, ລົງວັນທີ 25 ກໍລະກົດ 2008;
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ເລກທີ 262/ນຍ, ລົງວັນທີ 28 ມິຖຸນາ 2012. ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງກະສິກຳ ແລະ ປ່າໄມ້;
  • ອີງຕາມ ໜັງສືສະເໜີຂອງ ກົມລ້ຽງສັດ ແລະ ການປະມົງ ເລກທີ 0045/ກລປ, ລົງວັນທີ່ 11 ເມສາ2012.

ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ອອກຂໍ້ຕົກລົງ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1.   ຈຸດປະສົງ

     ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ໃນການຈັດຕັ້ງປະຕິບັດ ກ່ຽວກັບ ການຂຶ້ນທະບຽນພິມສັດຢູ່ ສປປ ລາວ ເພື່ອເກັບກຳສະຖິຕິສັດລ້ຽງ ໃຫ້ມີຄວາມຊັດເຈນ, ສ້າງເງື່ອນໄຂໃຫ້ແກ່ການຄຸ້ມຄອງຝູງສັດ ແລະ ການດຸ່ນດ່ຽງຝູງສັດ ແນໃສ່ປົກປ້ອງສິດຜົນປະໂຫຍດຂອງຜູ້ລ້ຽງສັດ ແລະ ອຳນວຍຄວາມສະດວກໃຫ້ແກ່ການຕິດຕາມ, ກວດກາການມອບໂອນກຳມະສິດ, ການຊື້-ຂາຍ, ແລກປ່ຽນ ຕະຫຼອດຮອດການເຄື່ອນຍ້າຍສັດພາຍໃນປະເທດ ແລະ ສົ່ງອອກໄປຕ່າງປະເທດ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ. ຂ້າງເທິງ

ມາດຕາ 2.   ການຂື້ນທະບຽນພິມສັດ

     ການຂື້ນທະບຽນພິມສັດ ຕາມທີ່ໄດ້ກຳໄວ້ໃນຂໍ້ທີ 2 ຂອງມາດຕາ 4 ຂອງກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ແມ່ນການເກັບກຳປະຫວັດ ແລະ ຂໍ້ມູນຂອງສັດລ້ຽງ ເຊັ່ນ: ປະເພດ, ຊື່, ອາຍຸ, ເພດ, ສີ, ພິມເລກລະຫັດປະຈຳຕົວສັດ, ສາຍພັນ, ຕຳໜິຮູບປະພັນ, ຈຸດພິເສດຂອງສັດ ແລະ ທັງເປັນການຢັ້ງຢືນກຳມະສິດ ຂອງເຈົ້າຂອງສັດອີກດ້ວຍ. ຂ້າງເທິງ

ມາດຕາ 3.   ການອະທິບາຍຄຳສັບ

ຄຳສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

  1. ໃບທະບຽນພິມສັດ ໝາຍເຖິງ  ເອກະສານທາງການທີ່ໃຊ້ເພຶ່ອຢັ້ງຢືນຄວາມຖືກຕ້ອງ ຂອງສັດລ້ຽງມອບໃຫ້ແກ່ເຈົ້າຂອງສັດ ເພື່ອຄຸ້ມຄອງສັດລ້ຽງ ແລະປົກປ້ອງສິດຜົນປະໂຫຍດຂອງເຈົ້າຂອງສັດໃນ ສປປ ລາວ ຊຶ່ງອອກໃຫ້ໂດຍຫ້ອງການກະສິກຳ ແລະ ປ່າໄມ້ປະຈຳເມືອງ, ເທດສະບານ;
  2. ແນວພັນສັດ ໝາຍເຖິງ ສັດທີ່ຖືກຄັດເລືອກໄວ້ເພື່ອເປັນພໍ່ແມ່ພັນ, ປັບປຸງພັນ ແລະ ຂະຫຍາຍພັນ ຊຶ່ງອົງການຄຸ້ມຄອງການຂຶ້ນທະບຽນພິມສັດຂັ້ນສູນກາງ ເປັນຜູ້ຄຸ້ມຄອງສັດດັ່ງກ່າວ;
  3. ເຄື່ອງໝາຍສັດ ໝາຍເຖິງ ເຄື່ອງໝາຍ ຫຼືກາຈ້ຳທີ່ເປັນລັກສະນະສະເພາະ ຕາມການກຳນົດຂອງກົມລ້ຽງສັດ ແລະ ການປະມົງ ຊຶ່ງປະກອບດ້ວຍກາຕິດຫູ, ການນຳໃຊ້ສີແຕ້ມທີ່ໂຕຂອງສັດ ຫຼືການໃຊ້ເຫຼັກເຜົາໄຟດາດລົງທີ່ໂຕຂອງສັດ ຫຼືວິທີການອື່ນ.
  4. ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ໝາຍເຖິງ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ເລກທີ 03/ສພຊ, ລົງວັນທີ 25 ກໍລະກົດ 2008. ຂ້າງເທິງ

ໝວດທີ 2
ຫຼັກການຂຶ້ນທະບຽນພິມສັດ

ມາດຕາ 4.   ຫຼັກການຂຶ້ນທະບຽນພິມສັດ

ການຂຶ້ນທະບຽນພິມສັດ ຕ້ອງຮັບປະກັນຫຼັກການພື້ນຖານ ດັ່ງນີ້:

  1. ສັດລ້ຽງທຸກໂຕທີ່ກຳນົດໄວ້ໃນມາດຕາ 5 ຂອງຂໍ້ຕົກລົງສະບັບນີ້ ຕ້ອງນຳໄປຂຶ້ນທະບຽນພິມສັດນຳອົງການຄຸ້ມຄອງການຂື້ນທະບຽນພິມສັດ ຢ່າງລວມສູນ ເພື່ອຮັບປະກັນການສ້າງ ແລະ ພັດທະນາຖານຂໍ້ມູນກ່ຽວກັບສັດລ້ຽງ ຢ່າງເປັນລະບົບ;
  2. ສັດລ້ຽງທຸກໂຕທີ່ນໍາມາຂຶ້ນທະບຽນ ຕ້ອງມີໃບຮັບຮອງຢັ້ງຢືນ ຈາກນາຍບ້ານ ຫຼືສັດຕະວະແພດບ້ານ ເພື່ອແຈ້ງໃຫ້ມີທີມງານວິຊາການຂື້ນທະບຽນພິມສັດ ຊາບ ແລະ ບັນທຶກເປັນຂໍ້ມູນເກັບຮັກສາໄວ້ຢູ່ຫ້ອງການກະຊິກຳ ແລະ ປ່າໄມ້ ປະຈຳເມືອງ, ເທດສະບານ ແລະ ຂະແໜງການລ້ຽງສັດ ແລະ ການປະມົງປະຈຳແຂວງ, ນະຄອນ ທີ່ສັດຢູ່;
  3. ການຂຶ້ນທະບຽນພິມສັດ ຕ້ອງລະບຸຂໍ້ມູນໃຫ້ລະອຽດ ແລະ ຈະແຈ້ງເຊັ່ນ: ເວລາ, ສະຖານທີ່ຂຶ້ນທະບຽນ, ພະນັກງານຜູ້ຮັບຜິດຊອບ ແລະຂໍ້ມູນອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 2 ຂອງຂໍ້ຕົກລົງສະບັບນີ້. ຂ້າງເທິງ

ມາດຕາ 5.   ສັດທີ່ຕ້ອງຂຶ້ນທະບຽນ

ສັດລ້ຽງທີ່ຕ້ອງຂຶ້ນທະບຽນມີດັ່ງນີ້:

  1. ງົວ, ຄວາຍ, ມ້າ, ລໍ, ລາ ທີ່ມີອາຍຸແຕ່ 1 ປີ ຂຶ້ນໄປ;
  2. ໝູ, ແກະ, ແບ້ ທີ່ມີອາຍຸແຕ່ 6 ເດືອນຂຶ້ນໄປ;
  3. ໝາ, ແມວ ແລະ ສັດປີກພໍ່ແມ່ພັນ ທີ່ມີອາຍຸແຕ່ 3 ເດືອນຂຶ້ນໄປ;
  4. ຊ້າງລ້ຽງ ແລະ ຊ້າງປ່າ ທີ່ມີຄົນນໍາມາລ້ຽງ ທີ່ມີອາຍຸແຕ່ 3 ປີຂຶ້ນໄປ.

    ສັດລ້ຽງທີ່ນໍາມາຂຶ້ນທະບຽນນັ້ນຕ້ອງ ຮູ້ຈຸດພິເສດ ແລະ ຂໍ້ມູນຕ່າງໆກ່ຽວກັບສັດ ໂດຍສະເພາະແມ່ນແນວພັນ, ຊະນິດ, ສາຍພັນ, ອາຍຸ, ສີແລະຈຸດຕຳໜິພິເສດຕ່າງໆ ທີ່ມີກັບສັດໂຕນັ້ນ. ຂ້າງເທິງ

ໝວດທີ 3
ລະຫັດ ແລະ ການໝາຍເລກປະຈຳໂຕສັດ

ມາດຕາ 6.    ລະຫັດປະຈຳໂຕສັດ

ລະຫັດປະຈໍາໂຕສັດ ຕ້ອງກໍານົດຕາມແຕ່ລະ ລະດັບ ແລະ ເຂດທ້ອງຖິ່ນດັ່ງນີ້:

  1. ລະຫັດທະບຽນພິມສັດລະດັບແຂວງ, ນະຄອນ ປະກອບມີ 2 ໂຕເລກໝາຍ ຄື: 01ນະຄອນຫຼວງວຽງຈັນ, 02 ຜົ້ງສາລີ, 03 ຫຼວງນໍ້າທາ, 04 ອຸດົມໄຊ, 05 ບໍ່ແກ້ວ, 06ຫຼວງພະບາງ, 07 ຫົວພັນ, 08 ໄຊຍະບູລີ, 09 ຊຽງຂວາງ, 10 ວຽງຈັນ, 11 ບໍລິຄໍາໄຊ, 12ຄໍາມ່ວນ, 13 ສະຫວັນນະເຂດ, 14 ສາລະວັນ, 15 ເຊກອງ, 16 ຈໍາປາສັກແລະ 17 ອັດຕະປື;
  2. ລະຫັດທະບຽນພິມສັດລະດັບເມືອງ, ເທດສະບານ ປະກອບມີ 2 ໂຕເລກໝາຍ ໂດຍໃສ່ຖັດຈາກລະຫັດທະບຽນພິມສັດຂອງແຂວງ, ນະຄອນ ດັ່ງນີ້:

1)  ນະຄອນຫຼວງວຽງຈັນ: 0101 ເມືອງຈັນທະບູລີ, 0102 ສີໂຄດຕະບອງ, 0103 ໄຊເສດຖາ, 0104 ສີສັດຕະນາກ, 0105 ນາຊາຍທອງ, 0106 ໄຊທານີ, 0107  ຫາດຊາຍຟອງ, 0108 ສັງທອງ ແລະ 0109 ເມືອງປາກງື່ມ;

2)  ແຂວງຜົ້ງສາລີ: 0201 ເມືອງຜົ້ງສາລີ, 0202 ໃໝ່, 0203 ຂົວ, 0204 ສໍາພັນ, 0205 ບູນເໜືອ, 0206 ຍອດອູ ແລະ 0207 ເມືອງບູນໃຕ້

3)  ແຂວງຫຼວງນໍ້າທາ: 0301 ເມືອງນໍ້າທາ, 0302 ສິງ, 0303 ລອງ, 0304 ວຽງພູຄາ ແລະ 0305 ເມືອງນາແລ

4)  ແຂວງອຸດົມໄຊ: 0401 ເມືອງໄຊ, 0402 ຫຼາ, 0403 ນາໝໍ້, 0404 ງາ, 0405 ແບ່ງ, 0406 ຮຸນ ແລະ 0407 ເມືອງປາກແບ່ງ;

5)  ແຂວງບໍ່ແກ້ວ: 0501 ເມືອງຫ້ວຍຊາຍ, 0502 ຕົ້ນເຜິ້ງ, 0503 ເມິງ, 0504 ຜາອຸດົມ, 0505 ປາກທາ ແລະ 0506 ເຂດພິເສດ;

6)  ແຂວງຫຼວງພະບາງ: 0601 ເມືອງຫຼວງພະບາງ, 0602 ຊຽງເງິນ, 0603 ນ່ານ, 0604 ປາກອູ, 0605 ນໍ້າບາກ, 0606 ງອຍ, 0607 ປາກແຊງ, 0608 ໂພນໄຊ, 0609 ຈອມເພັດ, 0610 ວຽງຄໍາ, 0611 ພູຄູນ ແລະ 0612 ເມືອງໂພນທອງ;

7)  ແຂວງຫົວພັນ: 0701 ເມືອງຊໍາເໜືອ, 0702 ຊຽງຄໍ້, 0603 ວຽງທອງ, 0704 ວຽງໄຊ, 0705 ຫົວເມືອງ, 0706 ຊໍາໃຕ້, 0707 ສົບເບົາ ແລະ 0708 ເມືອງແອດ;

8)  ແຂວງໄຊຍະບູລີ: 0801 ເມືອງໄຊຍະບູລີ, 0802 ຄອບ, 0803 ຫົງສາ, 0804  ເງິນ, 0805 ຊຽງຮ່ອນ, 0806 ພຽງ, 0807 ປາກລາຍ, 0808 ແກ່ນທ້າວ, 0809 ບໍ່ແຕນ, 0810 ທົ່ງມີໄຊ ແລະ 0811 ເມືອງໄຊສະຖານ;

9)  ແຂວງຊຽງຂວາງ: 0901 ເມືອງແປດ, 0902 ຄໍາ, 0903 ໜອງແຮດ, 0904 ຄູນ, 0905 ໝອກ, 0906 ພູກູດ, 0907 ຜາໄຊ ແລະ 0908 ເມືອງທ່າໂທມ;

10)    ແຂວງວຽງຈັນ: 1001 ເມືອງໂພນໂຮງ, 1002 ທຸລະຄົມ, 1003 ແກ້ວອຸດົມ, 1004 ກາສີ, 1005 ວັງວຽງ, 1006 ເຟືອງ, 1007 ຊະນະຄາມ, 1008 ແມດ, 1009ວຽງຄໍາ, 1010 ຫີນເຫີບ, 1011 ຮົ່ມ, 1012 ໄຊສົມບູນ ແລະ 1013 ເມືອງໝື່ນ;

11)    ແຂວງບໍລິຄໍາໄຊ: 1101 ເມືອງປາກຊັນ, 1102 ທ່າພະບາດ, 1103 ປາກກະດິງ, 1104 ບໍລິຄັນ, 1105 ຄໍາເກີດ, 1106 ວຽງທອງ ແລະ 1107 ເມືອງໄຊຈໍາພອນ;

12)    ແຂວງຄໍາມ່ວນ: 1201 ເມືອງທ່າແຂກ, 1202 ມະຫາໄຊ, 1203 ໜອງບົກ, 1204 ຫີນປູນ, 1205 ຍົມມະລາດ, 1206 ບົວລະພາ, 1207 ນາກາຍ, 1208 ເຊບັ້ງໄຟ ແລະ 1209 ເມືອງໄຊບົວທອງ;

13)    ແຂວງສະຫວັນນະເຂດ: 1301 ເມືອງໄກສອນພົມວິຫານ, 1302 ອຸທຸມພອນ, 1303 ອາດສະພັງທອງ, 1304 ພີນ, 1305 ເຊໂປນ, 1306 ນອງ, 1307 ທ່າປາງທອງ, 1308 ສອງຄອນ, 1309 ຈໍາພອນ, 1310ຊົນບູລີ, 1311 ໄຊບູລີ, 1312  ວິລະບູລີ, 1313 ອາດສະພອນ, 1314 ໄຊພູທອງ ແລະ ເມືອງທ່າພະລານໄຊ;

14)    ແຂວງສາລະວັນ: 1401 ເມືອງສາລະວັນ, 1402 ຕາໂອ້ຍ, 1403 ຕຸ້ມລານ, 1404 ລະຄອນເພັງ, 1405 ວາປີ, 1406 ຄົງເຊໂດນ, 1407 ເລົ່າງາມ ແລະ 1408 ເມືອງສະມ້ວຍ;

15)    ແຂວງເຊກອງ: 1501 ເມືອງລະມາມ, 1502 ກະລຶມ, 1503 ດັກຈຶງ ແລະ 1504 ເມືອງທ່າແຕງ;

16)    ແຂວງຈໍາປາສັກ: 1601 ເມືອງປາກເຊ, 1602 ຊະນະສົມບູນ, 1603 ບາຈຽງຈະເລີນສຸກ, 1604 ປາກຊ່ອງ, 1605 ປະທຸມພອນ, 1606 ໂພນທອງ, 1607 ຈໍາປາສັກ, 1608 ສຸຂຸມມາ, 1609 ມຸນລະປະໂມກ ແລະ 1610 ເມືອງໂຂງ

17)    ແຂວງອັດຕະປື: 1701 ເມືອງໄສດຖາ, 1702 ສາມັກຄີໄຊ, 1703 ສະໜາມໄຊ, 1704 ຊານໄຊ ແລະ 1705 ເມືອງພູວົງ.

  1. ລະຫັດທະບຽນພິມສັດລະດັບບ້ານ ປະກອບມີ 2 ໂຕເລກໝາຍ ໂດຍໃສ່ຖັດຈາກລະຫັດທະບຽນພິມສັດຂອງເມືອງ, ເທດສະບານຕົນ ໂດຍແມ່ນຫ້ອງການກະສິກໍາ ແລະປ່າໄມ້ປະຈຳເມືອງ, ເທດສະບານ ເປັນຜູ້ລຽງລໍາດັບບ້ານທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ.

     ການປ່ຽນແປງລະຫັດທະບຽນພິມສັດ ບໍ່ວ່າໃນກໍລະນີໃດກໍ່ຕາມ ຕ້ອງນໍາສະເໜີຂໍອະນຸມັດຈາກກົມລ້ຽງສັດ ແລະ ການປະມົງ ເພື່ອຮັບປະກັນການລວມສູນດ້ານຂໍ້ມູນສັດລ້ຽງ ໃນຂອບເຂດທົ່ວປະເທດ. ຂ້າງເທິງ

ມາດຕາ 7.    ການໝາຍເລກປະຈຳໂຕສັດ

    ການໝາຍເລກປະຈໍາໂຕສັດ ແມ່ນອີງຕາມລັກສະນະຈຸດພິເສດຂອງແຕ່ລະປະເພດສັດ ແລະເງື່ອນໄຂຄວາມສະດວກຂອງແຕ່ລະທ້ອງຖິ່ນ ແຕ່ຕ້ອງສອດຄ່ອງຕາມຫຼັກວິຊາການດັ່ງນີ້ :

  1. ໂຕເລກບົ່ງບອກທີ່ຢູ່ເດີມຂອງສັດ ໂດຍຖືເອົາເລກໝາຍລະຫັດຂອງແຂວງ ຫຼືນະຄອນ,ເມືອງ ຫຼືເທດສະບານ ແລະ ລະຫັດທະບຽນສັດຂອງບ້ານ ລວມທັງເລກໝາຍປະຈໍາໂຕສັດທີ່ທາງການກຳໜົດຂຶ້ນ;
  2. ສໍາລັບສູນ ແລະ ສະຖານີລ້ຽງສັດຂອງລັດ ຫຼືບໍລິສັດວິສາຫະກິດ, ເອກະຊົນ ແລະບຸກຄົນທີ່ລ້ຽງສັດແບບເປັນຟາມ ສາມາດນຳໃຊ້ລະຫັດ ທີ່ກຳນົດຂຶ້ນເອງ ໂດຍຜ່ານການເຫັນດີຈາກກົມລ້ຽງສັດ ແລະ ການປະມົງ ຫຼືຂະແໜງລ້ຽງສັດ ແລະ ການປະມົງປະຈຳແຂວງ,ນະຄອນ ທີ່ສັດຢູ່ ຊຶ່ງເລກໝາຍລະຫັດດັ່ງກ່າວ ບໍ່ໃຫ້ຂັດກັບເລກໝາຍລະຫັດສັດ ຂອງປະຊາຊົນທົ່ວໄປ. ຂ້າງເທິງ

ມາດຕາ 8.    ຂັ້ນຕອນ ແລະ ວິທີການຂຶ້ນທະບຽນພິມສັດ

      ມອບໃຫ້ກົມລ້ຽງສັດ ແລະ ການປະມົງ ອອກຄຳແນະນຳເຕັກນິກວິຊາການ ກ່ຽວກັບ ຂັ້ນຕອນ ແລະ ວິທີການຂຶ້ນທະບຽນພິມສັດ ແຕ່ລະປະເພດ ລວມທັງອຸປະກອນ, ເຄື່ອງມື ແລະ ວິທີການຈົດກ່າຍໃສ່ໃບທະບຽນພິມສັດ ໃຫ້ເປັນອັນລະອຽດ ເພື່ອພ້ອມກັນຈັດຕັ້ງປະຕິບັດ ໃນຂອບເຂດທົ່ວປະເທດ. ຂ້າງເທິງ

ໝວດທີ 4
ອົງການຄຸ້ມຄອງການຂຶ້ນທະບຽນພິມສັດ

ມາດຕາ 9.    ອົງການຄຸ້ມຄອງການຂຶ້ນທະບຽນພິມສັດ

      ກະຊວງກະຊິກຳ ແລະ ປ່າໄມ້ ຄຸ້ມຄອງວຽກງານການຂຶ້ນທະບຽນພິມສັດ ຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ກົມລຽງສັດ ແລະ ການປະມົງ ເປັນເຈົ້າການປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ.

ອົງການຄຸ້ມຄອງວຽກງານການຂຶ້ນທະບຽນພິມສັດ ປະກອບດ້ວຍ:

  1. ກົມລ້ຽງສັດ ແລະ ການປະມົງ;
  2. ຂະແໜງລ້ຽງສັດ ແລະ ການປະມົງປະຈຳແຂວງ, ນະຄອນ;
  3. ຫ້ອງການກະສິກຳ ແລະ ປ່າໄມ້ປະຈຳເມືອງ, ເທດສະບານ;
  4. ທີມງານວິຊາການຂຶ້ນທະບຽນພິມສັດ. ຂ້າງເທິງ

ມາດຕາ 10.   ສິດ ແລະ ໜ້າທີ່ຂອງກົມລ້ຽງສັດ ແລະ ການປະມົງ

ໃນການຄຸ້ມຄອງວຽກງານການຂຶ້ນທະບຽນພິມສັດ ກົມລ້ຽງສັດ ແລະ ການປະມົງ ມີສິດ ແລະ ໜ້າທີ່ ພື້ນຖານດັ່ງນີ້:

  1. ເປັນເສນາທິການໃຫ້ແກ່ກະຊວງກະສິກຳ ແລະ ປ່າໄມ້ ໃນການຄຸ້ມຄອງວຽກງານການຂຶ້ນທະບຽນພິມສັດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ;
  2. ສ້າງກຳນົດໝາຍມາດຕະຖານເຕັກນິກ, ສ້າງບົດແນະນຳ ແລະ ແຈ້ງການຕ່າງໆ ກ່ຽວກັບ ວຽກງານການຂຶ້ນທະບຽນພິມສັດ;
  3. ເປັນເຈົ້າການປະສານງານ ແລະ ຕອບສະໜອງອຸປະກອນ ແລະ ເຄື່ອງມືທີ່ຈຳເປັນໃນການຂຶ້ນທະບຽນພິມສັດ ໃຫ້ບັນດາແຂວງ, ນະຄອນ ບົນພື້ນຖານການສະເໜີ ຂອງແຂວງ, ນະຄອນທີ່ກ່ຽວຂ້ອງ ແລະ ຕາມຄວາມສາມາດຕົວຈິງ ທາງດ້ານງົບປະມານ;
  4. ພັດທະນາກົນໄກໃນການຂຶ້ນທະບຽນພິມສັດ ເພື່ອເປັນຖານຂໍ້ມູນສັດລ້ຽງຂັ້ນສູນກາງ;
  5. ສະຫຼຸບລາຍງານ ກ່ຽວກັບ ການຄຸ້ມຄອງການຂຶ້ນທະບຽນພິມສັດ ໃນຂອບເຂດທົ່ວປະເທດ ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ຊາບເປັນປົກກະຕິ;
  6. ປະຕິບັດສິດ ແລະ ໜ້າທີ່ອື່ນ ທີ່ກົດໝາຍກຳນົດ ແລະ ຕາມການມອບໝາຍຂອງ ກະຊວງກະສິກຳ ແລະ ປ່າໄມ້. ຂ້າງເທິງ

ມາດຕາ 11.   ສິດ ແລະ ໜ້າທີ່ຂອງຂະແໜງລ້ຽງສັດ ແລະ ການປະມົງປະຈຳແຂວງ, ນະຄອນ

ໃນການຄຸ້ມຄອງວຽກງານການຂຶ້ນທະບຽນພິມສັດ ຂະແໜງລ້ຽງສັດ ແລະ ການປະມົງປະຈຳແຂວງ,ນະຄອນ ມີສິດ ແລະ ໜ້າທີ່ດັ່ງນີ້:

  1. ເປັນເສນາທິການໃຫ້ແກ່ກົມລ້ຽງສັດ ແລະ ການປະມົງ ແລະ ພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ, ນະຄອນ ໃນການຄຸ້ມຄອງວຽກງານຂຶ້ນທະບຽນພິມສັດ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໂດຍສະເພາະການເກັບກຳສະຖິຕິ ແລະ ການສະຫຼຸບລາຍງານເປັນປົກກະຕິ;
  2. ລົງສົມທົບກັບໜ່ວຍງານລ້ຽງສັດ ແລະ ການປະມົງເມືອງ, ເທດສະບານ ເພື່ອສ້າງຕັ້ງຄະນະຮັບຜິດຊອບ ແລະ ທີມງານວິຊາການຂຶ້ນທະບຽນພິມສັດຂັ້ນເມືອງ;
  3. ຂຶ້ນແຜ່ນງົບປະມານໃຊ້ຈ່າຍປະຈຳປີ ສຳລັບການເຄື່ອນໄຫວວຽກງານຂຶ້ນທະບຽນພິມສັດ ນຳແຂວງຂອງຕົນ; ອາດຈະສ້າງເປັນກອງທຶນຂຶ້ນທະບຽນພິມສັດຂອງເມືອງ ໂດຍພາຍໃຕ້ການຊີ້ນຳຂອງຄະນະພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ, ນະຄອນ ແລະ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງປະຈຳແຂວງ, ນະຄອນ;
  4. ຄົ້ນຄ້ວາ ແລະ ພັດທະນາລະບົບກົນໄກການຂຶ້ນທະບຽນພິມສັດ ເພື່ອນຳສະເໜີກົມລ້ຽງສັດແລະ ການປະມົງ ແລະ ພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ, ນະຄອນ ພິຈາລະນາຮັບຮອງເອົາ ແລະ ສ້າງຖານຂໍ້ມູນສັດລ້ຽງ ພາຍໃນແຂວງ, ນະຄອນ ຂອງຕົນ;
  5. ປະຕິບັດສິດ ແລະ ໜ້າທີ່ອື່ນໆຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ. ຂ້າງເທິງ

ມາດຕາ 12 :   ສິດ ແລະ ໜ້າທີ່ ຂອງໜ່ວຍງານລ້ຽງສັດ ແລະ ການປະມົງປະຈຳເມືອງ, ເທດສະບານ

ໃນການຄຸ້ມຄອງວຽກງານການຂຶ້ນທະບຽນພິມສັດ ໜ່ວຍງານລ້ຽງສັດ ແລະ ການປະມົງປະຈຳເມືອງ,ເທດສະບານ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ເປັນເສນາທິການໃຫ້ແກ່ຂະແໜງງານລ້ຽງສັດ ແລະການປະມົງປະຈຳແຂວງ, ນະຄອນ ແລະຫ້ອງການກະສິກຳ ແລະ ປ່າໄມ້ປະຈຳເມືອງ, ເທດສະບານ ໃນການຄຸ້ມຄອງວຽກງານຂຶ້ນທະບຽນພິມສັດ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໂດຍສະເພາະການເກັບກຳສະຖິຕິ ແລະ ສະຫຼຸບລາຍງານເປັນປົກກະຕິ;
  2. ລົງສົມທົບກັບສັດຕະວະແພດບ້ານ ເພື່ອແຕ່ງຕັ້ງທີມງານວິຊາການຂຶ້ນທະບຽນພິມສັດ;
  3. ຂຶ້ນແຜ່ນງົບປະມານໃຊ້ຈ່າຍປະຈຳປີ ນຳຫ້ອງການກະສິກຳ ແລະ ປ່າໄມ້ປະຈຳເມືອງ,ເທດສະບານ ເພື່ອຮັບໃຊ້ວຽກງານຂຶ້ນທະບຽນພິມສັດນຳເມືອງຂອງຕົນ. ອາດຈະສ້າງເປັນກອງທຶນຂຶ້ນທະບຽນພິມສັດຂອງເມືອງ ໂດຍພາຍໃຕ້ການຊີ້ນຳຂອງຂະແໜງລ້ຽງສັດ ແລະ ການປະມົງປະຈຳແຂວງ, ນະຄອນ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ປະຈຳເມືອງ,ເທດສະບານ;
  4. ພັດທະນາກົນໄກໃນການຂຶ້ນທະບຽນພິມສັດ ແລະ ສ້າງຖານຂໍ້ມູນສັດລ້ຽງຂັ້ນເມືອງ;
  5. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການລ້ຽງສັດ ແລະ  ການສັດຕະວະແພດ ແລະ ຂໍ້ຕົກລົງສະບັບນີ້. ຂ້າງເທິງ

ມາດຕາ 13 :   ສິດ ແລະ ໜ້າທີ່ຂອງທີມງານວິຊາການຂຶ້ນທະບຽນພິມສັດ

ທີມງານວິຊາການຂຶ້ນທະບຽນວິຊາການມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ລົງສົມທົບກັບອົງການປົກຄອງບ້ານ ເພື່ອເກັບກຳສະຖິຕິສັດ ພ້ອມທັງປຸກລະດົມເຜີຍແຜ່ລະບຽບການຕ່າງໆ ກ່ຽວກັບ ການຂຶ້ນທະບຽນພິມສັດ ໃຫ້ປະຊາຊົນເຂົ້າໃຈຢ່າງເລິກເຊິ່ງ ແລະ ໃຫ້ຄວາມຮ່ວມມືເປັນຢ່າງດີ;
  2. ເລັ່ງໃສ່ຂຶ້ນທະບຽນພິມສັດ ໃນເຂດທີ່ມີການລ້ຽງສັດແບບເປັນຟາມ, ກຸ່ມລ້ຽງສັດ ແລະ ເຂດທີ່ມີເງື່ອນໄຂສະດວກກ່ອນ ຫຼັງຈາກນັ້ນຈີ່ງຊະຫຍາຍໄປເຂດອື່ນ;
  3. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມການມອບໝາຍຂອງ ອົງການຄຸ້ມຄອງວຽກງານການຂຶ້ນທະບຽນສັດ. ຂ້າງເທິງ

ມາດຕາ 14.   ພັນທະຂອງເຈົ້າຂອງສັດລ້ຽງ 

ໃນການຂຶ້ນທະບຽນພິມສັດເຈົ້າຂອງສັດລ້ຽງມີພັນທະດັ່ງນີ້:

  1. ອໍານວຍຄວາມສະດວກໃຫ້ທີມງານ ໃນການຂຶ້ນທະບຽນພິມສັດລ້ຽງຂອງຕົນ;
  2. ພາຍຫຼັງໄດ້ຂຶ້ນທະບຽນພິມສັດ ເປັນທີ່ຮຽບຮ້ອຍແລ້ວ ຕ້ອງເກັບມ້ຽນໃບທະບຽນພິມສັດຂອງຕົນໄວ້ເປັນຢ່າງດີ ບໍ່ໃຫ້ເປິເປື້ນ ຫຼື ຕົກເຮ່ຍເສຍຫາຍ. ໃນກໍລະນີຕົກເຮ່ຍເສຍຫາຍເຈົ້າຂອງສັດຕ້ອງສະເໜີນຳນາຍບ້ານ, ໜ່ວຍງານລ້ຽງສັດ ແລະ ສັດຕະວະແພດບ້ານ ເພື່ອນຳສະເໜີອົງການຮັບຜິດຊອບຂັ້ນເມືອງ ຫຼື ຂະແໜງການລ້ຽງສັດ ແລະ ການປະມົງອອກໃຫ້ໃໝ່;
  3. ເສຍພັນທະພາສີ, ອາກອນ, ຄ່າທຳນຽມ ແລະ ຄ່າບໍລິການຂຶ້ນທະບຽນພິມສັດ ຕາມທີ່ໄດ້ກຳນົດໄວ້ ໃນລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ທີ່ໄດ້ປະກາດໃຊ້ໃນແຕ່ລະໄລຍະ. ຂ້າງເທິງ

ໝວດທີ 5
ນະໂຍບາຍຕໍ່ຜູ້ມີຜົນ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 15.   ນະໂຍບາຍຕໍ່ຜູ້ທີ່ມີຜົນງານ

      ເຈົ້າຂອງສັດລ້ຽງ, ຟາມ, ກຸ່ມລ້ຽງສັດ ພ້ອມທັງພະນັກງານ ແລະ ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້, ໂດຍສະເພາະໄດ້ປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມ ແລະ  ພັດທະນາວຽກງານການຂຶ້ນທະບຽນພິມສັດ ໃຫ້ມີລະບົບທີ່ທັນສະໄໝ ແລະ ວ່ອງໄວ ຈະໄດ້ຮັບການຍ້ອງຍໍ  ແລະ ປະຕິບັດນະໂຍບາຍຕາມຄວາມເໝາະສົມ. ຂ້າງເທິງ

ມາດຕາ 16.   ມາດຕະການຕໍ່ຜູ້ລະເມີດ

      ເຈົ້າຂອງສັດລ້ຽງ, ຟາມ ແລະກຸ່ມລ້ຽງສັດ ທີ່ໄດ້ລະເມີດ ຂໍ້ຕົກລົງສະບັບນີ້ ຕ້ອງຖືກຕັກເຕືອນ, ສຶກສາອົບຮົມ, ປັບໃໝ ຫຼືດຳເນີນຄະດີ ຕາມແຕ່ລະກໍລະນີເບົາ ຫຼື ໜັກ ທີ່ໄດ້ກຳນົດໄວ້ໃນ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ.

      ສຳລັບພະນັກງານ ທີ່ໄດ້ລະເມີດຂໍ້ຕົກລົງສະບັບນີ້ ນອກຈາກຕ້ອງຖືກປະຕິບັດຕາມມາດຕະການຕ່າງໆ ທີ່ໄດ້ກຳນົດໄວ້ໃນວັກທີໜຶ່ງຂອງມາດຕານີ້ແລ້ວ ຍັງຕ້ອງໄດ້ປະຕິບັດວິໄນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບລັດຖະກອນ ຕື່ມອີກ. ຂ້າງເທິງ

ໝວດທີ 6
ບັນຍັດສຸດທ້າຍ

ມາດຕາ 17.   ການຈັດຕັ້ງປະຕິບັດ

      ມອບໃຫ້ກົມລ້ຽງສັດ ແລະ ການປະມົງ ເປັນເຈົ້າການປະສານສົມທົບ ກັບ ພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ, ນະຄອນ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 18.   ຜົນສັກສິດ

      ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ. ທຸກຂໍ້ກຳນົດ ແລະ ກົດລະບຽບທີ່ຂັດກັບຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກຍົກເລີກ. ຂ້າງເທິງ

ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້

( ເຊັນ ແລະ ປະທັບກາ )
ວິໄລວັນ ພົມເຂ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Decision of Minister on Livestock Registration No. 1974/MAF PDF
2 ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍ ການຂຶ້ນທະບຽນ ພິມສັດ ເລກທີ 1974/ກປ PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ຂື້ນທະບຽນພິມສັດລ້ຽງທີ່ສົ່ງອອກ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ກະສິກຳ ແລະ ປ່າໄມ້ ສັດລ້ຽງທຸກໂຕທີ່ກຳນົດໄວ້ໃນມາດຕາ 5 ຂອງຂໍ້ຕົກລົງສະບັບນີ້ ຕ້ອງນຳໄປຂຶ້ນທະບຽນພິມສັດນຳອົງການຄຸ້ມຄອງການຂື້ນທະບຽນພິມສັດ ຢ່າງລວມສູນ ເພື່ອຮັບປະກັນການສ້າງ ແລະ ພັດທະນາຖານຂໍ້ມູນກ່ຽວກັບສັດລ້ຽງ ຢ່າງເປັນລະບົບ. ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍ ການຂຶ້ນທະບຽນ ພິມສັດ ເລກທີ 1974/ກປ 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.