ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສະພາແຫ່ງຊາດ      ເລກທີ 05 /ສພຊ
ນະຄອນຫຼວງວຽງຈັນ, ວັນທີ 9 ທັນວາ 2008

ກົດໝາຍ
ວ່າດ້ວຍການພິມຈຳໜ່າຍ

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ

ກົດໝາຍວ່າດ້ວຍການພິມຈຳໜ່າຍ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ, ການກວດກາ, ການພັດທະນາການພິມຈຳໜ່າຍໃຫ້ກ້າວໜ້າຂະຫຍາຍຕົວ ແນໃສ່ສົ່ງເສີມການປະດິດຄິດແຕ່ງ, ການອ່ານ, ການເຜີຍແຜ່ແນວທາງ, ນະໂຍບາຍ, ລະບຽບກົດໝາຍ, ຜົນງານທາງດ້ານຊັບສິນທາງປັນຍາ, ສະໜອງສາລະຄວາມຮູ້ດ້ານຕ່າງໆ, ສາລະບັນເທີງ ແລະ ອື່ນໆ ທີ່ເປັນປະໂຫຍດ ໃຫ້ແກ່ສັງຄົມ, ສ້າງວິໄສທັດ, ຄຸນສົມບັດ, ແບບແຜນດຳລົງຊີວິດທີ່ປອດໃສໃຫ້ແກ່ຜູ້ອ່ານ, ຕ້ານທຸກແນວຄິດ ແລະ ການກະທຳທີ່ຫຍໍ້ທໍ້, ປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດ, ການປົກປັກຮັກສາ ແລະ ສ້າງສາປະເທດຊາດ.

ມາດຕາ 2.  ການພິມຈຳໜ່າຍ

ການພິມຈຳໜ່າຍ ແມ່ນການຈັດພິມ, ການພິມ ແລະ ການຈຳໜ່າຍ ຊຶ່ງນຳເອົາຜົນງານການຄົ້ນຄວ້າ, ປະດິດຄິດແຕ່ງ, ແປ ແລະ ຮູບແຕ້ມ ຫຼື ຮູບຖ່າຍ ມາກວດແກ້, ຮຽບຮຽງ ແລ້ວຈັດເປັນຕົ້ນສະບັບສົມບູນ ເພື່ອສົ່ງເຂົ້າພິມເປັນຫຼາຍສະບັບໃນຮູບແບບປຶ້ມ, ສິ່ງພິມເອເລັກໂຕຣນິກ ຫຼື ສິ່ງພິມອື່ນ ເພື່ອຈຳໜ່າຍໃນຮູບແບບການຕ່າງໆ.

ມາດຕາ 3.  ການອະທິບາຍຄຳສັບ

ຄຳສັບຕ່າງໆ ທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:

1.  ເຈົ້າຂອງສຳນັກພິມ ໝາຍເຖິງ ການຈັດຕັ້ງ ຫຼື ບຸກຄົນທີ່ໄດ້ຮັບອະນຸຍາດ ສ້າງຕັ້ງສຳນັກພິມ;

2.  ສຳນັກພິມ ໝາຍເຖິງ ອົງການຈັດຕັ້ງວິຊາການດ້ານການຈັດພິມ  ທີ່ມີໃບອະນຸຍາດ ສ້າງຕັ້ງ ຢ່າງຖືກຕ້ອງ;

3.  ບັນນາທິການ ໝາຍເຖິງ ຜູ້ກວດແກ້, ກວດຜ່ານ, ຮຽບຮຽງຕົ້ນສະບັບ ໃຫ້ຖືກຕ້ອງ ແລະ ສົມບູນ;

4.  ການພິມ ໝາຍເຖິງ ການນຳເອົາຕົ້ນສະບັບສົມບູນມາຜະລິດເປັນປຶ້ມ, ສິ່ງພິມເອເລັກໂຕຣນິກ ຫຼື ສິ່ງພິມອື່ນ;

5.  ຜະລິດຕະພັນພິມຈຳໜ່າຍ ໝາຍເຖິງປຶ້ມ, ສິ່ງພິມເອເລັກໂຕຣນິກ ຫຼື ສິ່ງພິມອື່ນເພື່ອຈຳໜ່າຍ;

6.  ສິ່ງພິມເອເລັກໂຕຣນິກ ໝາຍເຖິງກະແຊັດ, ຊີດີ, ວີຊີດີ, ຊີດີຣອມ ແລະ ເມໂມຣີປະເພດຕ່າງໆ;

7.  ກະແຊັດ, ຊີດີ, ວີຊີດີ, ຊີດີຣອມ ແລະ ເມໂມຣີປະເພດຕ່າງໆ ໝາຍເຖິງ ອຸປະກອນທີ່ບັນທຶກ ຂໍ້ຄວາມ, ສຽງ, ສີ, ຮູບພາບຕ່າງໆ;

8.  ສິ່ງພິມອື່ນ ໝາຍເຖິງ ສິ່ງພິມທີ່ບໍ່ເປັນປຶ້ມ ເຊົ່ນ: ສິ່ງພິມເອເລັກໂຕຣນິກ, ສື່ສິ່ງພິມ, ປ້າຍໂຄສະນາ, ແຜ່ນພັບ, ໄປສະນີຍະບັດ, ປະຕິທິນ, ບັດອວຍພອນ, ໜັງສືຜູກໃບລານ;

9.  ການຈຳໜ່າຍ ໝາຍເຖງິ ການນຳເອົາຜະລິດຕະພັນພິມຈຳໜ່າຍອອກຂາຍ, ໃຫ້ເຊົ່າ, ໃຫ້ຢືມ, ແຈກຍາຍ, ວາງສະແດງ ຫຼື ສົ່ງອອກ, ນຳເຂົ້າປຶ້ມ, ສິ່ງພິມອື່ນ;

10.  ກິດຈະການພິມຈຳໜ່າຍ ໝາຍເຖິງ ວຽກງານກ່ຽວກັບການຈັດພິມ, ການພິມ ແລະ ການຈຳໜ່າຍ;

11.  ການຈັດຕັ້ງພິມຈຳໜ່າຍ ໝາຍເຖິງ ສຳນັກພິມ, ໂຮງພິມ, ຮ້ານພິມ, ຮ້ານອອກແບບພິມ, ບໍລິສັດ ແລະ ຮ້ານຈຳໜ່າຍ;

12.  ໂຮງພິມ ໝາຍເຖິງ ບ່ອນພິມມປຶ້ມ, ສິ່ງພິມອື່ນດ້ວຍການໃຊ້ຈັກຕີໂປ, ອັອບແຊັດ, ຈັກຂີດເສັ້ນ ແລະ ຈັກດີຈີຕອນ;

13.  ຮ້ານພິມ ໝາຍເຖິງ ບ່ອນພິມຂະໜາດນ້ອຍທີ່ໃຊ້ເຕັກນິກການພິມງ່າຍດາຍ ເຊັ່ນ: ຮ້ານອັດເອກະສານ, ຮ້ານພິມຜ້າກັ້ງໄໝ ແລະ ອື່ນໆ;

14.  ຮ້ານອອກແບບພິມ ໝາຍເຖິງ ບ່ອນຈັດແບບຕົ້ນສະບັບ, ແຍກສີການພິມ ແລະ ອື່ນໆ;

15.  ການຈຳໜ່າຍຜ່ານລະບົບອິນເຕີເນັດ ໝາຍເຖິງ ການນຳເອົາປຶ້ມ, ສິ່ງພິມອື່ນເຂົ້າໃນອິນເຕີເນັດ;

16.  ລິຂະສິດ ໝາຍເຖິງ ສິດເປັນເຈົ້າຂອງຜົນງານທີ່ໄດ້ມາຈາກສະຕິປັນຍາຂອງງຕົນໃນການປະດິດຄິດແຕ່ງດ້ານ ສິລະປະ, ວັນນະກຳ ແລະ ວິທະຍາສາດ ໂດຍຜູ້ອື່ນບໍ່ມີສິດລະເມີດໄດ້.

ມາດຕາ 4.  ນະໂຍບາຍຂອງລັດກ່ຽວກັບການພິມຈຳໜ່າຍ

ລັດສົ່ງເສີມ ແລະ ພັດທະນາການພິມຈຳໜ່າຍໃຫ້ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ, ຊຸກຍູ້ ການປະດິດຄິດແຕ່ງ, ການອ່ານ, ການຊອກຮູ້ຮ່ຳຮຽນ ຢ່າງກວ້າງຂວາງ, ທົ່ວເຖິງ ດ້ວຍນະໂຍບາຍຕ່າງໆ ເຊັ່ນ: ການສ້າງ ແລະ ປະກອບບຸກຄະລາກອນ, ສະໜອງງົບປະມານ, ສິນເຊື່ອ, ພາຫະນະ, ວັດຖຸອຸປະກອນເຕັກນິກ, ເຕັກໂນໂລຊີທີ່ທັນສະໄໝ, ການໃຫ້ນາມມະຍົດ ແລະ ຄ່າແຮງງານຂອງຜູ້ປະດິດຄິດແຕ່ງ, ນະໂຍບາຍຍົກເວັ້ນ ຫຼື ຫຼຸດຜ່ອນພາສີອາກອນຕາມລະບຽບກົດໝາຍ.

ລັດສົ່ງເສີມ ແລະ ຊຸກຍູ້ໃຫ້ມີການຈັດຕັ້ງ, ບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ປະກອບສ່ວນດ້ວຍການສະໜອງພາຫະນະ, ວັດຖຸອຸປະກອນ, ທຶນຮອນເຂົ້າໃນການພັດທະນາການພິມຈຳໜ່າຍລວມທັງດຳເນີນການພິມຈຳໜ່າຍ ທີ່ບໍ່ຂັດກັບລະບຽບກົດໝາຍ.

ມາດຕາ 5  ຫຼັກການຂອງການພິມຈຳໜ່າຍ

ຫຼັກການຂອງການພິມຈຳໜ່າຍ ມີດັ່ງນີ້:

1.  ການພິມຈຳໜ່າຍ ຕ້ອງເປັນປະໂຫຍດໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສະໜອງສາລະຄວາມຮູ້, ສາລະບັນເທີງໃຫ້ແກ່ສັງຄົມ ໂດຍຖືກຕ້ອງຕາມແນວທາງ, ນະໂຍບາຍ, ລະບຽບກົດໝາຍ ແລະ ວັດທະນະທຳອັນດີງາມຂອງຊາດທັງສອດຄ່ອງ ກັບ ກົນໄກເສດຖະກິດຕະຫຼາດ;

2.  ການພິມຈຳໜ່າຍ ຕ້ອງໄດ້ຜ່ານການບັນນາທິການຂອງສຳນັກພິມ ແລະ ໄດ້ຮັບອະນຸຍາດ ຈາກອົງການຄຸ້ມຄອງການພິມຈຳໜ່າຍທີ່ກ່ຽວຂ້ອງ;

3.  ຜະລິດຕະພັນພິມຈຳໜ່າຍ ທີ່ໄດ້ຈົດທະບຽນການພິມຈຳໜ່າຍແລ້ວ ກໍສາມາດຈົດທະບຽນລິຂະສິດ ນຳອົງການທີ່ກ່ຽວຂ້ອງ; ການຈັດຕັ້ງ ຫຼື ບຸກຄົນອື່ນ ທີ່ມີຈຸດປະສົງອັດສຳເນົາ ເພື່ອຈຳໜ່າຍຜະລິດຕະພັນດັ່ງກ່າວ ຕ້ອງໄດ້ຮັບອະນຸຍາດຈາກເຈົ້າຂອງລິຂະສິດ ແລະ ອົງການຄຸ້ມຄອງການພິມຈຳໜ່າຍ.

ມາດຕາ 6.  ຂອບເຂດການນຳໃຊ້ກົດໝາຍ

ກົດໝາຍສະບັບນີ້ ນຳໃຊ້ສຳລັບບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນກັບການພິມຈຳໜ່າຍ ພາຍໃຕ້ກົດໝາຍສະບັບນີ້ ເວັ້ນເສຍແຕ່ການພິມທີ່ມີລັກສະນະພິເສດ ເຊັ່ນ: ທະນະບັດ, ກົດລັບ.

ມາດຕາ 7.  ການຮ່ວມມືສາກົນ

ລັດສົ່ງເສີມການພົວພັນ, ຮ່ວມມືດ້ານການພິມຈຳໜ່າຍກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ດ້ວຍການຊຸກຍູ້ການເຄື່ອນໄຫວດ້ານວິຊາການ, ການແລກປ່ຽນບົດຮຽນ, ຜົນງານການຄົ້ນຄວ້າ ແລະ ປະດິດຄິດແຕ່ງທີ່ດີເດັ່ນ, ຍົກລະດັບຄວາມສາມາດຂອງພະນັກງານ, ຍາດແຍ່ງທຶນຮອນ, ເຕັກໂນໂລຊີ ແລະ ອື່ນໆ ເພື່ອເຮັດໃຫ້ການພິມຈຳໜ່າຍ ມີຄວາມກ້າວໜ້າ, ທັນສະໄໝບົນພື້ນຖານຫຼັກການເຄົາລົບເອກະລາດ, ອະທິປະໄຕ, ສະເໜີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ໂດຍສອດຄ່ອງກັບສັນຍາ ແລະ ສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ.

ພາກທີ II
ກິດຈະການພິມຈຳໜ່າຍ

ໝວດທີ 1
ການຈັດພິມ

ມາດຕາ 8. ການຈັດພິມ

ການຈັດພິມ ແມ່ນການທ້ອນໂຮມເອົາຜົນງານໃນການຄົ້ນຄວ້າ, ປະດິດຄິດແຕ່ງ, ການແປ, ຮູບແຕ້ມ ຫຼື ຮູບຖ່າຍ ມາກວດແກ້, ຮຽບຮຽງ ແລ້ວຈັດເປັນຕົ້ນສະບັບສົມບູນ ແລະ ຂໍອະນຸຍາດພິມ.

ມາດຕາ 9. ການຈັດຕົ້ນສະບັບສົມບູນ

ສຳນັກພິມ ແລະ ເຈົ້າຂອງຕົ້ນສະບັບ ມີໜ້າທີ່ຮ່ວມກັນກວດແກ້ ແລະ ຮຽບຮຽງ ຕົ້ນສະບັບໃຫ້ກາຍເປັນຕົ້ນສະບັບສົມບູນ ເພື່ອຂໍອະນຸຍາດພິມ.

ການຮ່ວມກັນຈັດຕົ້ນສະບັບສົມບູນນັ້ນ ດຳເນີນໄປຕາມສັນຍາ ດ້ວຍຮູບການຕ່າງໆ ເຊັ່ນ: ແບ່ງຜົນຜົນປະໂຫຍດນພກັນ ຫຼື ເຈົ້າຂອງຕົ້ນສະບັບ ອາດຈະຂາຍຕົ້ນສະບັບໃຫ້ສຳນັກພິມຢ່າງຂາດຕົວ ຫຼື ມີກຳນົດເວລາກໍໄດ້.

ມາດຕາ 10.  ປື້ມ, ສິ່ງພິມອື່ນ ທີ່ຈະພິມຄືນ

ປຶ້ມ, ສິ່ງພິມອື່ນ ທີ່ຈະພິມຄືນໃນແຕ່ລະຄັ້ງ ຕ້ອງໄດ້ຮັບການເຫັນດີຈາກເຈົ້າຂອງລິຂະສິດ ແລະ ໄດ້ຜ່ານການກວດແກ້ ລວມທັງປຶ້ມ, ສິ່ງພິມອື່ນ ທີ່ພິມອື່ນ ທີ່ພິມຢູ່ຕ່າງປະເທດເປັນຕົ້ນສະບັບ ຫຼື ໄດ້ນຳມາຈຳໜ່າຍຢູ່ລາວແລ້ວ.

ມາດຕາ 11.  ການຂໍອະນຸຍາດພິມ

ສຳນັກພິມ ຕ້ອງນຳເອົາຕົ້ນສະບັບສົມບູນຂອງປຶ້ມທຸກປະເພດ, ທຸກຫົວເລື່ອງ ໄປຂໍອະນຸຍາດພິມ ນຳກະຊວງ ຖະແຫຼງຂ່າວ ແລະ ວັດທະນະທຳ ຫຼື ພະແນກ ຖະແຫຼງຂ່າວ ແລະ ວັດທະນະທຳແຂວງ, ນະຄອນ ທີ່ກ່ຽວຂ້ອງຕາມລະບຽບການ.

ອົງການຄຸ້ມຄອງການພິມຈຳໜ່າຍດັ່ງກ່າວ ຕ້ອງພິຈາລະນາອະນຸຍາດພິມ ໂດຍອອກໃບທະບຽນພິມຈຳໜ່າຍໃຫ້ພາຍໃນກຳນົດເວລາ 15 ວັນ ລັດຖະການ ນັບແຕ່ວັນຮັບຄຳຮ້ອງຂໍ ເປັນຕົ້ນໄປ.

ໃນກໍລະນີທີ່ບໍ່ສາມາດອະນຸຍາດພິມໃຫ້ນັ້ນ ກໍຕ້ອງຕອບສຳນັກພິມດັ່ງກ່າວ ຢ່າງເປັນລາຍລັກອັກສອນ.

ມາດຕາ 12.  ລິຂະສິດກ່ຽວກັບປຶ້ມ, ສິ່ງພິມອື່ນ

ຕົ້ນສະບັບສົມບູນປຶ້ມ, ສິ່ງພິມອື່ນ ທີ່ໄດ້ຈົດທະບຽນພິມຈຳໜ່າຍແລ້ວ ກໍສາມາດນຳເອົາໄປຈົດທະບຽນລິຂະສິດ ຢູ່ຂະແໜງການວິທະຍາສາດ ແລະ ເຕັກໂນໂລຊີ ທີ່ກ່ຽວຂ້ອງຕາມລະບຽບການ.

ຕົ້ນສະບັບສົມບູນຂອງປຶ້ມ, ສິ່ງພິມອື່ນ ທີ່ໄດ້ຈົດທະບຽນລິຂະສິດແລ້ວ ແມ່ນຖືກຮັບຮູ້ສິດຂອງຜູ້ເປັນເຈົ້າຂອງ ແລະ ໄດ້ຮັບການປົກປ້ອງດ້ວຍກົດໝາຍ.

ມາດຕາ 13.  ການຈັດໜ້າປຶ້ມ

ການຈັດໜ້າປຶ້ມ ໃຫ້ປະຕິບັດ ດັ່ງນັ້ນ:

1.  ໜ້າປົກແຂງ ຕ້ອງພິມຊື່ປຶ້ມ, ຊື່ຜູ້ຂຽນ ຫຼື ຜູ້ແປ, ສຳນັກພິມ ຫຼື ສຳນັກງານ, ອົງການຈັດຕັ້ງ ທີ່ໄດ້ຮັບອະນຸຍາດໃຫ້ພິມຈຳໜ່າຍ, ປີພິມ, ຮູບທີ່ກ່ຽວຂ້ອງ (ຖ້າມີ);

2.  ໜ້າປົກອ່ອນ ຕ້ອງພິມຕາມຂໍ້ 1 ເທິງນີ້, ຄັ້ງພິມ, ກາໝາຍຂອງສຳນັກພິມ;

3.  ດ້ານຫຼັງຂອງໜ້າປົກອ່ອນ ຕ້ອງພິມ ຊື່ຜູ້ຮັບຜິດຊອບພິມຈຳໜ່າຍ, ຜູ້ກວດແກ້, ຜູ້ອອກແບບ, ເລກທະບຽນ, ບ່ອນພິມ, ຂະໜາດພິມ, ຈຳນວນພິມ, ຖ້າຫາກເປັນປຶ້ມແປ ໃຫ້ພິມຊື່ນັກຂຽນ, ຊື່ສຳນັກພິມ, ປີພິມ, ແປຈາກພາສາໃດ, ຊື່ຜູ້ແປ;

4.  ຕໍ່ຈາກໜ້າປົກອ່ອນ ຕ້ອງພິມ ຄຳນຳ ຫຼື ຄຳເຫັນ ກ່ອນພິມເນື້ອໃນ;

5.  ແຕ່ລະໜ້າຕ້ອງພິມເລກລຳດັບ;

6.  ໜ້າສຸດທ້າຍຂອງປຶ້ມ ຕ້ອງພິມເອກະສານອ້າງອີງ ແລະ ຜູ້ອຸປະຖຳປຶ້ມພິມ (ຖ້າມີ);

7.  ຫຼັງປົກອ່ອນ;

8.  ຫຼັງປົກແຂງ.

ສຳລັບສາລະບານນັ້ນ ອາດຈະພິມຫຼັງຄຳນຳ ຫຼື ຫຼັງເນື້ອໃນ.

ມາດຕາ 14.  ການໂຄສະນາໃສ່ປຶ້ມ, ສິ່ງພິມອື່ນ

ການໂຄສະນາສິນຄ້າ ແລະ ການບໍລິການ ສາມາດຈັດພິມລົງໃສ່ປຶ້ມ, ສິ່ງພິມອື່ນ ຕາມລະບຽບການ.

ປຶ້ມ, ສິ່ງພິມອື່ນກ່ຽວກັບທ່ານຜູ້ນຳ ແມ່ນບໍ່ອະນຸຍາດໃຫ້ລົງໂຄສະນາສິນຄ້າ ແລະ ການບໍລິການ.  

ໝວດທີ 2
ການພິມ

ມາດຕາ 15.  ການດຳເນີນການພິມ

ການພິມສາມາດດຳເນີນໄດ້ໃນໂຮງພິມ, ຮ້ານພິມ, ຮ້ານອອກແບບພິມທີ່ໄດ້ຮັບອະນຸຍາດຕາມລະບຽບກົດໝາຍ ໂດຍນຳໃຊ້ເຕັກນິກການພິມທີ່ເໝາະສົມ ເຊັ່ນ: ຕີໂປ, ອັອບແຊັດ, ເລເຊີ, ໂຣນຽວ, ອິງແຈັດ, ອັດ ສຳເນົາ, ຜ້າກັ້ງໄໝ ແລະ ອື່ນໆ.

ເຈົ້າຂອງໂຮງພິມ, ຮ້ານພິມ ແລະ ຮ້ານອອກແບບພິມ ຕ້ອງດຳເນີນການພິມໃຫ້ຖືກຕ້ອງຕາມເນື້ອໃນໃນຕົ້ນສະບັບສົມບູນຂອງປຶ້ມ, ສິ່ງພິມອື່ນທີ່ໄດ້ມອບ-ຮັບກັນ ແລະ ປະຕິບັດຕາມຂໍ້ຜູກພັນໃນການພິມທີ່ໄດ້ກຳນົດໄວ້ໃນ ມາດຕາ 17 ຂອງກົດໝາຍສະບັບນີ້.

ມາດຕາ 16.  ປະເພດການບໍລິການການພິມ

ການບໍລິການການພິມ ມີດັ່ງນີ້:

1.   ໂຮງພິມຂອງລັດ, ຂອງເອກະຊົນທັງ ພາຍໃນ ແລະ ຕ່າງປະເທດ;

2.   ຮ້ານພິມຂອງລັດ, ຂອງເອກະຊົນທັງ ພາຍໃນ ແລະ ຕ່າງປະເທດ;

3.   ຮ້ານອອກແບບພິມຂອງລັດ, ຂອງເອກະຊົນທັງ ພາຍໃນ ແລະ ຕ່າງປະເທດ.

ການສ້າງຕັ້ງໂຮງພິມ, ຮ້ານພິມ ແລະ ຮ້ານອອກແບບພິມດັ່ງກ່າວ ໃຫ້ປະຕິບັດຢ່າງສອດຄ່ອງກັບກົດໝາຍວ່າດ້ວຍວິສາຫະກິດ ຂອງ ສປປ ລາວ.

ມາດຕາ 17.  ຂໍ້ຜູກພັນໃນການພິມ

ພາຍຫຼັງທີ່ໄດ້ຈົດທະບຽນພິມແລ້ວ ເຈົ້າຂອງປຶ້ມ, ສິ່ງພິມອື່ນຕົ້ນຕົ້ນສະບັບສົມບູນ ແລະ ເຈົ້າຂອງ ໂຮງພິມ, ຮ້ານພິມ ຫຼື ຮ້ານອອກແບບພິມ ສ້າງຂໍ້ຜູກພັນໃນການພິມນຳກັນ ເປັນລາຍລັກອັກສອນ ຊຶ່ງກຳນົດ, ພັນທະ, ຄວາມຮັບຜິດຊອບ ຂອງແຕ່ລະຝ່າຍ ລວມທັງຄຸນນະພາບ, ກຳນົດເວລາໃນການພິມ ແລະ ການຊຳລະຄ່າພິມ.

ມາດຕາ 19.  ການກວດຄືນປຶ້ມ, ສິ່ງພິມອື່ນ

ພາຍຫຼັງໄດ້ຮັບປຶ້ມ, ສິ່ງພິມອື່ນຈາກຜູ້ເປັນເຈົ້າຂອງແລ້ວ ອົງການຄຸ້ມຄອງການພິມຈຳໜ່າຍທີ່ກ່ຽວຂ້ອງ ຕ້ອງກວດກາຄືນປຶ້ມ, ສິ່ງພິມອື່ນ ທີ່ນຳມາສຳເນົານັ້ນໃນເວລາອັນເໝາະສົມ.

ໃນກໍລະນີທີ່ພົບເຫັນປຶ້ມ, ສິ່ງພິມອື່ນ ທີ່ມີເນື້ອໃນບໍ່ຖືກຕ້ອງຕາມແນວທາງ, ນະໂຍບາຍ, ລະບຽບກົດໝາຍ ແລະ ຕົ້ນສະບັບສົມບູນແລ້ວອົງການຄຸ້ມຄອງການພິມຈຳໜ່າຍທີ່ກ່ຽວຂ້ອງ ຕ້ອງເຮັດຈົດໝາຍທາງການ ເຖິງ ເຈົ້າຂອງປຶ້ມ, ສິ່ງພິມອື່ນ ເພື່ອໃຫ້ປັບປຸງເນື້ອໃນ ຫຼື ສັ່ງໃຫ້ຢຸດເຊົາການຈຳໜ່າຍ ຫຼື ຊອກກາວິທີແກ້ໄຂ ຕາມລະບຽບກົດໝາຍ ລວມທັງການເກັບຄືນຖ້າຫາກເຫັນວ່າມີຄວາມຜິດພາດຢ່າງຮ້າຍແຮງ.

ຄ່າແຮງງານກວດຄືນປຶ້ມ, ສິ່ງພິມອື່ນ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ໝວດທີ 3
ການຈຳໜ່າຍ

ມາດຕາ 20.  ຮູບການຈຳໜ່າຍ

ການຈຳໜ່າຍປຶ້ມ, ສິ່ງພິມອື່ນມີຮູບການ ດັ່ງນີ້:

1.   ການນຳເອົາອອກຂາຍ;

2.   ການໃຫ້ເຊົ່າ, ໃຫ້ຢືມ ແລະ ແຈກຍາຍ;

3.   ການວາງສະແດງ;

4.   ການຈຳໜ່າຍຜ່ານອິນເຕີເນັດ;

5.   ການສົ່ງອອກ-ນຳເຂົ້າ.

ມາດຕາ 21.  ການນຳອອກຂາຍ

ປຶ້ມ,  ສິ່ງພິມອື່ນ ອາດຈະນຳອອກຂາຍດ້ວຍຫຼາຍວິທີ ໂດຍຜ່ານບໍລິສັດຈຳໜ່າຍ, ຮ້ານຈຳໜ່າຍ, ອິນເຕີເນັດ ແລະ ອື່ນໆ ຢ່າງສອດຄ່ອງກັບລະບຽບກົດໝາຍ.

ມາດຕາທ 22.  ການໃຫ້ເຊົ່າ, ໃຫ້ຢືມ ແລະ ແຈກຢາຍ

ປຶມ, ສິ່ງພິມອື່ນ ອາດຈະໃຫ້ເຊົ່າໃນກຳນົດເວລາທີ່ແນ່ນອນ ແລະ ອາດຈະເກັບຄ່າເຊົ່າຕາມລະບຽບການ.

ບຸກຄົນ ແລະ ການຈັດຕັ້ງ ມີສິດນຳເອົາປຶ້ມ, ສິ່ງພິມອື່ນ ຂອງຕົນໃຫ້ຜູ້ອື່ນຢືມ ຫຼື ແຈກຍາຍ ເພື່ອອ່ານ, ຄົ້ນຄວ້າ, ເກັບກຳຂໍ້ມູນຂ່າວສານໃນກຳນົດເວລາທີ່ແນ່ນອນ ຕາມລະບຽການ.

ໃນກໍລະນີທີ່ຜູ້ເຊົ່າ ຫຼື ຜູ້ຢືມ ເຮັດໃຫ້ປຶ້ມ, ສິ່ງພິມອື່ນ ຕົກເຮ່ຍ, ເສຍຫາຍ, ຈີກ, ຂາດ, ເປື້ອນຈົນບໍ່ສາມາດອ່ານໄດ້ ຜູ້ກ່ຽວ ຕ້ອງໄດ້ທົດແທນຄືນ ຕາມລະບຽບການ.

ມາດຕາ 23.  ການວາງສະແດງປຶ້ມ, ສິ່ງພິມອື່ນ

ບຸກຄົນ ແລະ ການຈັດຕັ້ງ ມີສິດວາງສະແດງປຶ້ມ, ສິ່ງພິມອື່ນ ຂອງຕົນຕາມສະຖານທີ່, ເວລາ ແລະ ລະບຽບການທີ່ໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງການພິມຈຳໜ່າຍ ແລະ ອົງການອື່ນທີ່ກ່ຽວຂ້ອງ.

ໃນກໍລະນີທີ່ມີຄວາມຈຳເປັນກໍອາດຈະຈັດງານຕະຫຼາດນັດປຶ້ມ, ສິ່ງພິມອື່ນ ຂຶ້ນກໍໄດ້ລວມທັງການຮ່ວມມືກັບຕ່າງປະເທດ.

ມາດຕາ 25.  ການສົ່ງອອກ-ນຳເຂົ້າປຶ້ມ, ສິ່ງພິມອື່ນ

ບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງສົ່ງອອກ-ນຳເຂົ້າປຶ້ມ, ສິ່ງພິມອື່ນ ຕ້ອງຂໍອະນຸຍາດ ຈາກອົງການຄຸ້ມຄອງການພິມຈຳໜ່າຍ ແລະ ອົງການອື່ນທີ່ກ່ຽວຂ້ອງ ຕາມລະບຽບກົດໝາຍ.

ພາກທີ III
ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ການພິມຈຳໜ່າຍ

ໝວດທີ I
ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ສຳນັກພິມ

ມາດຕາ 26.  ການສ້າງຕັ້ງສຳນັກພິມ

ອົງການຈັດຕັ້ງ ຂອງ ພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ສະມາຄົມວິຊາຊີບ ແລະ ບຸກຄົນ ທີ່ມີຈຸດປະສົງສ້າງຕັ້ງສຳນັກພິມ ຂອງຕົນຕ້ອງຍື່ນຄຳຮ້ອງຂໍສ້າງຕັ້ງ ຕໍ່ ກະຊວງ ຖະແຫຼງຂ່າວ ແລະ ວັດທະນະທຳ.

ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ຕ້ອງພິຈາລະນາພາຍໃນກຳນົດ ເວລາ 30 ວັນລັດຖະການ ນັບແຕ່ວັນໄດ້ຮັບຄຳຮ້ອງຂໍນັ້ນເປັນຕົ້ນໄປ. ໃນກໍລະນີຫາກບໍ່ອະນຸຍາດ ກໍຕ້ອງແຈ້ງເຫດຜົນເປັນລາຍລັກອັກສອນໃຫ້ຜູ້ຮ້ອງຂໍນັ້ນຊາບ.

ມາດຕາ 27.  ເງື່ອນໄຂການສ້າງຕັ້ງສຳນັກພິມ

ການສ້າງຕັ້ງສຳນັກພິມ ຕ້ອງມີເງື່ອນໄຂຄົບຖ້ວນ ດັ່ງນີ້:

1.   ຊື່, ຈຸດປະສົງ, ເປົ້າໝາຍຮັບໃຊ້ຂອງສຳນັກພິມ ແລະ ບົດວິພາກເສດຖະກິດ;

2.   ກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ທີ່ໄດ້ມາດຕະຖານ;

3.   ສຳນັກງານ, ພາຫະນະ, ອຸປະກອນເຕັກນິກ, ທຶນ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານຂອງຕົນ;

4.   ຜູ້ອຳນວຍການ ຫຼື ຮອງຜູ້ອຳນວຍການ, ຫົວໜ້າຄະນະບັນນາທິການ ແລະ ບັນນາທິການ ຕ້ອງມີໃບຢັ້ງຢືນການອົບຮົມການຈັດພິມ ຫຼື ປະກາສະນີຍະບັດ ກ່ຽວກັບການຈັດພິມ.

ມາດຕາ 28.  ການຈັດຕັ້ງຂອງສຳນັກພິມ

ການຈັດຕັ້ງຂອງສຳນັກພິມ ປະກອບດ້ວຍ:

  • ເຈົ້າຂອງສຳນັກພິມ;
  • ສຳນັກພິມ;
  • ສະມາຄົມສຳນັກພິມ.

ມາດຕາ 29.  ເຈົ້າຂອງສຳນັກພິມ

ເຈົ້າຂອງສຳນັກພິມ ແມ່ນອົງການການຈັດຕັ້ງຂອງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສົງຄົມ ແລະ ສະມາຄົມວິຊາຊີບ ລວມທັງບຸກຄົນທີ່ເປັນ ພົນລະເມືອງລາວ ທີ່ໄດ້ຮັບອະນຸຍາດໃຫ້ສ້າງຕັ້ງສຳນັກພິມ ແລະ ດຳເນີນກິດຈະການຈັດພິມ ຕາມລະບຽບກົດໝາຍ.

ມາດຕາ 30.  ໜ້າທີ່ ແລະ ສິດ ຈອງເຈົ້າຂອງສຳນັກພິມ

ເຈົ້າຂອງສຳນັກພິມ ມີໜ້າທີ່ ແລະ ສິດ ຕົ້ນຕໍ ດັ່ງນີ້:

1.   ກຳນົດທິດທາງ, ຈຸດປະສົງ, ເປົ້າໝາຍຮັບໃຊ້, ຂອບເຂດການຈັດພິມປຶ້ມ, ສິ່ງພິມອື່ນ;

2.   ຈັດຕັ້ງກົງຈັກຊ່ວຍວຽກ, ສ້າງບຸກຄະລາກອນ ແລະ ຊີ້ນຳ, ຄຸ້ມຄອງ, ກວດກາ ການປະຕິບັດພາລະບົດບາດ, ໜ້າທີ່, ສິດ, ທິດທາງ, ແຜນການ ແລະ ການເຄື່ອນໄຫວຂອງສຳນັກພິມຂອງຕົນ;

3.   ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານຂອງສຳນັກພິມຂອງຕົນ;

4.   ສະເໜີ ສ້າງຕັ້ງ ຫຼື ບຸບເລີກ ສຳນັກພິມຂອງຕົນ;

5.   ແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງ ຜູ້ອຳນວຍການ, ຫົວໜ້າຄະນະບັນນາທິການ, ບັນນາທິການສຳນັກພິມ ຕາມການເຫັນດີຂອງອົງການຄຸ້ມຄອງການພິມຈຳໜ່າຍທີ່ກ່ຽວຂ້ອງ;

6.   ຮັບຜິດຊອບຕໍ່ກົດໝາຍ ຕາມພາລະບົດບາດ, ໜ້າທີ່ ແລະ ສິດຂອງຕົນໃນວຽກງານຂອງສຳນັກພິມ.

ມາດຕາ 31.  ໜ້າທີ່ ແລະ ສິດຂອງສຳນັກພິມ

ສຳນັກພິມ ມີໜ້າທີ່ ແລະ ສິດ ຕົ້ນຕໍ ດັ່ງນີ້:

1.   ກຳນົດແຜນການ, ໂຄງການ ສ້າງຫົວເລື່ອງໄລຍະສັ້ນ ແລະ ໄລຍະຍາວ;

2.   ຊຸກຍູ້, ສົ່ງເສີມ ນັກປະດິດຄິດແຕ່ງເພື່ອຄົ້ນຄວ້າ ແລະ ດຳເນີນການຂຽນເນື້ອໃນຂອງຫົວເລື່ອງ;

3.   ພົວພັນປະສານສົມທົບວຽກງານຈັດພິມ ກັບ ພາກສ່ວນທີ່ກ່ຽວຂ້ອງ;

4.   ກວດແກ້ເນື້ອໃນ, ຈັດເປັນຕົ້ນສະບັບສົມບູນຂອງປຶ້ມ, ສິ່ງພິມອື່ນ;

5.   ຂໍອະນຸຍາດພິມປຶ້ມ, ສິ່ງພິມອື່ນ ຕາມລະບຽບການ;

6.   ນຳສົ່ງຕົ້ນສະບັບສົມບູນເຂົ້າໂຮງພິມ;

7.   ຈ່າຍຄ່າແຮງງານໃຫ້ນັກຂຽນ ແລະ ຜູ້ຮ່ວມງານ ຕາມລະບຽບການ.

ມາດຕາ 32.  ບຸກຄະລາກອນຂອງສຳນັກພິມ

ບຸກຄະລາກອນຂອງສຳນັກພິມ ປະກອບດ້ວຍ: ຜູ້ອຳນວຍການ, ຮອງຜູ້ອຳນວຍການ, ຫົວໜ້າຄະນະບັນນາທິການ, ບັນນາທິການ, ນັກວິຊາການສຳນັກພິມ ແລະ ຜູ້ຮ່ວມງານ ທີ່ໄດ້ຮັບການແຕ່ງຕັ້ງ ຫຼື ຮັບມອບໝາຍຈາກເຈົ້າຂອງສຳນັກພິມ.

ມາດຕາ 33.  ຜູ້ອຳນວຍການ ແລະ ຮອງຜູ້ອຳນວຍການ

ຜູ້ອຳນວຍການ ແມ່ນຜູ້ບໍລິຫານງານສູງສຸດໃນສຳນັກພິມ ແລະ ຮັບຜິດຊອບໂດຍກົງຕໍ່ເຈົ້າຂອງສຳນັກພິມ ແລະ ລະບຽບກົດໝາຍ.

ຮອງຜູ້ອຳນວຍການ ເປັນຜູ້ຊ່ວຍວຽກຂອງຜູ້ອຳນວຍການ ແລະ ຮັບຜິດຊອບວຽກງານໃດໜຶ່ງທ ແລະ ເປັນຜູ້ວ່າການແທນ ຕາມການມອບໝາຍ ໃນເວລາຜູ້ອຳນວຍການ ບໍ່ສາມາດປະຕິບັດໜ້າທີ່ໄດ້.

ການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຜູ້ອຳນວຍການ ແລະ ຮອງຜູ້ອຳນວຍການ ແມ່ນເຈົ້າຂອງສຳນັກພິມ ເປັນຜູ້ຕົກລົງຕາມການເຫັນດີຂອງອົງການຄຸ້ມຄອງການພິມຈຳໜ່າຍທີ່ກ່ຽວຂ້ອງ.

ມາດຕາ 34.  ຫົວໜ້າຄະນະບັນນາທິການ ແລະ ບັນນາທິການ

ຫົວໜ້າຄະນະບັນນາທິການ ແມ່ນຜູ້ມີສິດຕັດສິນວຽກງານດ້ານວິຊາການ ໃນສຳນັກພິມ ແລະ ຮັບຜິດຊອບໂດຍກົງຕໍ່ຜູ້ອຳນວຍການ ແລະ ລະບຽບກົດໝາຍ.

ບັນນາທິການ ແມ່ນຜູ້ກວດແກ້ ຕົ້ນສະບັບຂອງປຶ້ມ, ສິ່ງພິມອື່ນ ແລະ ຮັບຜິດຊອບຕໍ່ຫົວໜ້າຄະນະບັນນາທິການ ແລະ ລະບຽບກົດໝາຍ.

ການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຫົວໜ້າຄະນະບັນນາທິການ, ບັນນາທິການແມ່ນເຈົ້າຂອງສຳນັກພິມ ເປັນຜູ້ຕົກລົງ ໂດຍປະສານສົມທົບກັບອົງການຄຸ້ມຄອງ ການພິມຈຳໜ່າຍທີ່ກ່ຽວຂ້ອງ.

ມາດຕາ 35.  ມາດຕະຖານຂອງຜູ້ອຳນວຍການ, ຮອງຜູ້ອຳນວຍການ, ຫົວໜ້າຄະນະບັນນາທິການ ແລະ ບັນນາທິການ

ຜູ້ອຳນວຍການ, ຮອງຜູ້ອຳນວຍການ, ຫົວໜ້າຄະນະບັນນາທິການ ແລະ ບັນນາທິການ ມີມາດຕະຖານ ດັ່ງນີ້:

1.  ມີພູມລຳເນົາຖາວອນ ຢູ່ ສປປ ລາວ;

2.  ຖືສັນຊາດລາວ ແລະ ມີອາຍຸ 21 ປີ ຂຶ້ນໄປ;

3.  ມີຄວາມສາມາດໃນການຄຸ້ມຄອງບໍລິຫານທົ່ວໄປ ສຳລັບຜູ້ອຳນວຍການ, ຮອງຜູ້ອຳນວຍການ ແລະ ມີຄວາມສາມາດ ໃນການບັນນາທິການ ສຳລັບຫົວໜ້າຄະນະບັນນາທິການ, ບັນນາທິການ;

4.  ມີປະກາສະນີຍະບັດຊັ້ນສູງຂຶ້ນໄປ ແລະ ມີປະສົບການດ້ານການພິມຈຳໜ່າຍ, ສຳນລັບຮອງຜູ້ອຳນວຍການ ຫຼື ຮອງບັນນາທິການ ຕ້ອງມີປະກາສະນີຍະບັດຊັ້ໜກາງ ຂຶ້ນໄປ;

5.  ມີຄຸນສົມບັດສິນທຳປະຕິບັດ, ຄຸນທາດການເມືອງໜັກແໜ້ນ;

6.  ຮູ້ພາສາຕ່າງປະເທດໃດໜຶ່ງໃນລະດັບທີ່ແນ່ນອນ;

7.  ມີສຸຂະພາບແຂງແຮງ.

ມາດຕາ 36.  ໜ້າທີ່ ແລະ ສິດ ຂອງຜູ້ອຳນວຍການ

ຜູ້ອຳນວຍການສຳນັກພິມ ມີໜ້າທີ່ ແລະ ສິດ ດັ່ງນີ້:

1.  ຄົ້ນຄ້ວາ, ຜັນຂະຫຍາຍທິດທາງແຜນການກ່ຽວກັບການເຄື່ອນໄຫວຂອງສຳນັກພິມ ເພື່ອສະເໜີຕໍ່ເຈົ້າຂອງສຳນັກພິມພິຈາລະນາ;

2.  ສ້າງແຜນການປະຕິບັດໂຄງການຈັດພິມຂອງສຳນັກພິມ ແລະ ຮັບຜິດຊອບ ໂດຍກົງຕໍ່ເຈົ້າຂອງສຳນັກພິມ ແລະ ລະບຽບກົດໝາຍ ກ່ຽວກັບປຶ້ມ, ສິ່ງພິມອື່ນຕາມພາລະບົດບາດຂອງຕົນ;

3.  ຊີ້ນຳ, ກວດກາ, ຄຸ້ມຄອງ, ຕິດຕາມ ວຽກງານຈັດພິມຂອງບັນນາທິການ ເພື່ອຮັບປະກັນການປະຕິບັດໃຫ້ຖືກຕ້ອງຕາມຈຸດປະສົງຂອງສຳນັກພິມ;

4.  ສ້າງຕັ້ງກົງຈັກການຈັດຕັ້ງ, ບຳລຸງ, ຍົກລະດັບພະນັກງານ ແລະ ຄຸ້ມຄອງຊັບສິນ, ຜົນງານການປະດິດິຄິດແຕ່ງ ແລະ ແກ້ໄຂຊີວິດການເປັນຢູ່ພາຍໃນສຳນັກພິມ;

5.  ກຳນົດລາຄາຂາຍສົ່ງ ແລະ ຂາຍຍ່ອຍ ປຶ້ມ, ສິ່ງພິມອື່ນ ຕາມແຕ່ລະໄລຍະດ້ວຍຄວາມເຫັນດີ ຂອງເຈົ້າຂອງສຳນັກພິມ;

6.  ປະຕິບັດໜ້າທີ່ ແລະ ສິດອື່ນ ຕາມລະບຽບກົດໝາຍ ຫຼື ການມອບໝາຍຂອງເຈົ້າຂອງສຳນົກພິມ.

ມາດຕາ 37.  ໜ້າທີ່ ແລະ ສິດຂອງຫົວໜ້າຄະນະບັນນາທິການ

ຫົວໜ້າຄະນະບັນນາທິການ ມີໜ້າທີ່ ແລະ ສິດ ດັ່ງນີ້:

1.   ຈັດຕັ້ງປະຕິບັດຕາມແຜນການ, ໂຄງການຂອງສຳນັກພິມ ແລະ ລະບຽບກົດໝາຍ ກ່ຽວກັບການຈັດພິມ;

2.   ກວດແກ້ ແລະ ຕົກລົງທາງດ້ານວິຊາການກ່ຽວກັບການຈັດພິມ ດ້ວຍຄວາມເຫັນດີຂອງຜູ້ອຳນວຍການ;

3.   ປະສານສົມທົບກັບເຈົ້າຂອງປຶ້ມ, ສິ່ງພິມອື່ນ ເມື່ອມີຄວາມຈຳເປັນ;

4.   ຮັບຜິດຊອບໂດຍກົງຕໍ່ຜູ້ອຳນວຍການ ແລະ ລະບຽບກົດໝາຍ ກ່ຽວກັບເນືື້ໃນຂອງປຶ້ມ, ສິ່ງພິມອື່ນ ທີ່ຕົນໄດ້ກວດແກ້;

5.   ສະຫຼຸບ, ລາຍງານຜົນການປະຕິບັດວຽກງານຂອງຕົນກ່ຽວກັບການກວດແກ້ ແລະ ຈັດພິມຕໍ່ຜູ້ອຳນວຍການ ຢ່າງເປັນປົກກະຕິ;

6.   ປະຕິບັດໜ້າທີ່ ແລະທ ສິດອື່ນ ຕາມລະບຽບກົດໝາຍ ຫຼື ການມອບໝາຍຂອງຜູ້ອຳນວຍການ ແລະ ເຈົ້າຂອງສຳນັກພິມ.

ມາດຕາ 38.  ໜ້າທີ່ ແລະ ສິດຂອງບັນນາທິການ

ບັນນາທິການ ມີໜ້າທີ່ ແລະ ສິດ ດັ່ງນີ້:

1.  ປະຕິບັດແຜນການ, ໂຄງການຂອງສຳນັກພິມ ຕາມການມອບໝາຍ ຂອງຫົວໜ້າຄະນະບັນນາທິການ ແລະ ປະຕິບັດລະບຽບກົດໝາຍ ກ່ຽວກັບການພິມຈຳໜ່າຍ;

2.  ກວດແກ້, ກວດຜ່ານ, ຮຽບຮຽງ ເນື້ອໃນຕົ້ນສະບັບ ຕາມການມອບໝາຍຂອງຫົວໜ້າຄະນະບັນນາທິການ;

3.  ປະສານສົມທົບກັບເຈົ້າຂອງປຶ້ມ, ສິ່ງພິມອື່ນ ເມື່ອມີຄວາມຈຳເປັນ;

4.  ລາຍງານຕໍ່ຫົວໜ້າຄະນະບັນນາທິການ ເມື່ອເຫັນວ່າເນື້ອໃນຂອງປຶ້ມ, ສິ່ງພິມອື່ນບໍ່ສອດຄ່ອງກັບແນວທາງ, ນະໂຍບາຍ ແລະ ລະບຽບກົດໝາຍ;

5.  ສະຫຼຸບ, ລາຍງານ ຜົນການປະຕິບັດວຽກງານຂອງຕົນ ກ່ຽວກັບການກວດແກ້ ແລະ ຈັດພິມ ຕໍ່ຫົວໜ້າຄະນະບັນນາທິການ ຢ່າງເປັນປົກກະຕິ;

6.  ປະຕິບັດໜ້າທີ່ ແລະ ສິດອື່ນ ຕາມລະບຽບກົດໝາຍ ຫຼື ການມອບໝາຍຂອງຜູ້ອຳນວຍການ ແລະ ເຈົ້າຂອງສຳນັກພິມ.

ມາດຕາ 39.  ນັກບັນນາທິການຂອງສຳນັກພິມ

ນັກວິຊາການຂອງສຳນັກພິມ ແມ່ນບຸກຄະລາກອນຂອງສຳນັກພິມ ຊຶ່ງປະກອບດ້ວຍຜູ້ອອກແບບພິມ, ນັກແຕ້ມ, ນາຍຊ່າງເຕັກນິກ ແລະ ພະນັກງານວິຊາການອື່ນ.

ໜ້າທີ່ ແລະ ສິດ ຂອງນັກວິຊາການດັ່ງກ່າວ ໄດ້ກຳນົດໄວ້ໃນລະບຽບການສະເພາະຂອງສຳນັກພິມ.

ມາດຕາ 40.  ຜູ້ຮ່ວມງານຂອງສຳນັກພິມ

ຜູ້ຮ່ວມງານຂອງສຳນັກພິມ ແມ່ນຜູ້ທີ່ບໍ່ປະຈຳການຢູ່ສຳນັກພິມນັ້ນ ແຕ່ຫາກມີປະສົບການດ້ານບັນນາທິການ ທີ່ເຂົ້າຮ່ວມໃນການປະດິດຄິດແຕ່ງ, ກວດແກ້, ຮຽບຮຽງ ປຶ້ມ, ສິ່ງພິມອື່ນ ໂດຍໄດ້ຮັບຄ່າແຮງງານ ແລະ ນະໂຍບາຍອື່ນຈາກສຳນັກພິມ.

ໜ້າທີ່ ແລະ ສິດຂອງຜູ້ຮ່ວມງານນັ້ນ ໄດ້ກຳນົດໄວ້ໃນລະບຽບການສະເພາະຂອງສຳນັກພິມ.

ມາດຕາ 41.  ການປ່ຽນແປງຂອງສຳນັກງານ

ເມື່ອເຈົ້າຂອງສຳນັກພິມ ມີຈຸດປະສົງປ່ຽນຊື່ສຳນັກພິມ, ເປົ້າໝາຍຮັບໃຊ້ຂອງສຳນັກພິມຕ້ອງໄດ້ຂໍອະນຸຍາດຈາກອົງການຄຸ້ມຄອງການພິມຈຳໜ່າຍທີ່ກ່ຽວຂ້ອງ ຕາມການສະເໜີຂອງເຈົ້າຂອງສຳນັກພິມນັ້ນ.

ໃນກໍລະນີ ທີ່ມີການຍົກຍ້າຍສະຖານທີ່ສຳນັກພິມ ຫຼື ການຍຸບເລີກສຳນັກພິມ ກໍຕ້ອງລາຍງານເປັນລາຍລັກອັກສອນ ໃຫ້ອົງການຄຸ້ມຄອງການພິມຈຳໜ່າຍ ຢ່າງຊ້າພາຍໃນກຳນົດເວລາ 15 ວັນ ລັຖະການ ນັບແຕ່ວັນໄດ້ຍົກຍ້າຍໄປຢູ່ສະຖານທີ່ໃໝ່ ຫຼື ໄດ້ຍຸບເລີກ ເປັນຕົ້ນໄປ.

ໝວດທີ II
ການຈັດຕັ້ງ ແລະ ການເຄື່ອນໄຫວຂອງໂຮງພິມ, ຮ້ານພິມ ແລະ ຮ້ານອອກແບບພິມ

ມາດຕາ 42.  ການສ້າງຕັ້ງ ໂຮງພິມ, ຮ້ານພິມ ແລະ ຮ້ານອອກແບບພິມ

ບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງສ້າງຕັ້ງ ໂຮງພິມ, ຮ້ານພິມ ແລະ ຮ້ານອອກແບບພິມ ຕ້ອງຍື່ນຄຳຮ້ອງ ຕໍ່ອົງການຄຸ້ມຄອງການພິມຈຳໜ່າຍທີ່ກ່ຽວຂ້ອງ.

ອົງການຄຸ້ມຄອງການພິມຈຳໜ່າຍ ຕ້ອງພິຈາລະນາພາຍໃນກຳນົດເວລາ 15 ວັນ ລັດຖະການ ນັບແຕ່ວັນໄດ້ຮັບຄຳຮ້ອງັ່ງກ່າວເປັນຕົ້ນໄປ. ໃນກໍລະນີທີ່ບໍ່ສາມາດອະນຸຍາດໄດ້ກໍຕ້ອງແຈ້ງຄືນໃຫ້ຜູ້ຮ້ອງຂໍນັ້ນ ຊາບຢ່າງເປັນລາຍລັກອັກສອນ.

ການອະນຸຍາດສ້າງຕັ້ງ ໂຮງພິມ, ຮ້ານພິມ ແລະ ຮ້ານອອກແບບພິມ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 43.  ເງື່ອນໄຂການສ້າງຕັ້ງໂຮງພິມ, ຮ້ານພິມ ແລະ ຮ້ານອອກແບບພິມ ຕ້ອງມີເງື່ອນໄຂ ດັ່ງນີ້:

1.  ຊື່, ຈຸດປະສົງ, ເປົ້າໝາຍ ຮັບໃຊ້ຂອງຕົນ, ບົດວິພາກເສດຖະກິດ-ເຕັກນິກ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ;

2.  ສະຖານທີ່, ພາຫະນະ, ອຸປະກອນເຕັກນິກ ທຶນ ເພື່ຶອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານຂອງຕົນ;

3.  ບຸກຄະລາກອນທີ່ມີຄຸນສົມບັດ, ຄວາມຮູ້, ຄວາມສາມາດດ້ານການພິມ;

4.  ໄດ້ຮັບອະນຸມັດຈາກຂະແໜງການທີ່ກ່ຽວຂ້ອງ.

ມາດຕາ 44.  ໜ້າທີ່ ແລະ ສິດ ຂອງຜູ້ອຳນວຍການໂຮງພິມ, ເຈົ້າຂອງຮ້ານພິມ ແລະ ຮ້ານອອກແບບພິມ.

ຜູ້ອຳນວຍການໂຮງພິມ ມີໜ້າທີ່ ແລະ ສິດ ດັ່ງນີ້:

1.   ປະຕິບັດລະບຽບກົດໝາຍ, ຮັບປະກັນສິ່ງແວດລ້ອມ, ຄວາມປອດໄພຂອງຜູ້ອອກແຮງງານໃນໂຮງພິມ ຂອງຕົນ;

2.   ຮັບປະກັນການພິມ ໃຫ້ຖືກຕ້ອງຕາມເນື້ອໃນຂອງສັນຍາທີ່ໄດ້ຕົກລົງກັບສຳນັກພິມ ຫຼື ເຈົ້າຂອງ ປຶ້ມ, ສິ່ງພິມອື່ນ;

3.   ຊີ້ນຳ, ກວດກາ, ຄຸ້ມຄອງ ແລະ ຕິດຕາມການປະຕິບັດວຽກງານການພິມ ຂອງພະນັກງານ ແລະ ກຳມະກອນ ຂອງຕົນ;

4.   ເຜີຍແຜ່, ສຶກສາອົບຮົມ ແນວທາງ, ນະໂຍບາຍ ລະບຽບກົດໝາຍ ເປັນຕົ້ນກ່ຽວກັບການພິມ ແລະ ແຮງງານ ຢ່າງເປັນປົກກະຕິ;

5.   ຕັດສິນທຸກບັນຫາພາຍໃນໂຮງພິມຂອງຕົນ;

6.   ສ້າງຕັ້ງກົງຈັກການຈັດຕັ້ງ, ຮັບຜິຊອບບຳລຸງ, ຍົກລະດັບວິຊາສະເພາະການພິມໃຫ້ພະນັກງານ, ກຳມະກອນ ທີ່ຕົນຮັບຜິດຊອບ;

7.   ສະຫຼຸບ, ລາຍງານ ຜົນຂອງການຈັດຕັ້ງປະຕິບັດວຽກງານການພິມ ຂອງຕົນໃຫ້ອົງການຄຸ້ມຄອງການພິມຈຳໜ່າຍ ຢ່າງເປັນປົກກະຕິ.

ສຳລັບ ໜ້າທີ່ ແລະ ສິດ ຂອງເຈົ້າຂອງຮ້ານພິມ ແລະ ຮ້ານອອກແບບພິມ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 45.  ເງື່ອນໄຂການຮັບພິມ ປຶ້ມ, ສິ່ງພິມອື່ນ

ການຮັບພິມ ປຶ້ມ, ສິ່ງພິມອື່ນມີເງື່ອນໄຂ ດັ່ງນີ້:

1.  ຕ້ອງມີໃບທະບຽນພິມຈຳໜ່າຍ ຈາກອົງການຄຸ້ມຄອງການພິມຈຳໜ່າຍ;

2.  ຕ້ອງມີສັນຍາລະຫວ່າງ ໂຮງພິມ ກັບ ສຳນັກພິມ.

ມາດຕາ 46.  ການພິມ ປຶ້ມ, ສິ່ງພິມອື່ນ ຢູ່ຕ່າງປະເທດ

ບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງພິມປຶ້ມ, ສິ່ງພິມອື່ນ ຢູ່ຕ່າງປະເທດ ຕ້ອງຍື່ນຄຳຮ້ອງຕໍ່ສຳນັກພິມທີ່ກ່ຽວຂ້ອງ ພ້ອມດ້ວຍຕົ້ນສະບັບຂອງປຶ້ມ, ສິ່ງພິມອື່ນ 2 ຊຸດ.

ສຳນັກພິມັ່ງກ່າວ ຕ້ອງພິຈາລະນາ ກວດແກ້, ຮຽບຮຽງ ເປັນຕົ້ນສະບັບສົມບູນແລ້ວ ຈຶ່ງຂໍອະນຸຍາດພິມຈາກອົງການຄຸ້ມຄອງການພິມຈຳໜ່າຍທີ່ກ່ຽວຂ້ອງ. ອົງການດັ່ງກ່າວຕ້ອງພິຈາລະນາ ພາຍໃນກຳນົດເວລາ 15 ວັນລັດຖະການ ນັບແຕ່ວັນໄດ້ຮັບຄຳສະເໜີນັ້ນເປັນຕົ້ນໄປ.

ໃນກໍລະນີ ຫາກບໍ່ອະນຸຍາດ ກໍຕ້ອງແຈ້ງເຫດຜົນຢ່າງເປັນລາຍລັກອັກສອນໃຫ້ຜູ້ຮ້ອງຂໍນັ້ນ ຊາບ.

ມາດຕາ 47.  ການປ່ຽແປງຂອງໂຮງພິມ

ເມື່ອມີຈຸປະສົງປ່ຽນ ຊື່, ເປົ້າໝາຍຮັບໃຊ້, ຍົກຍ້າຍ ຫຼື ຍຸບເລີກ ໂຮງພິມ, ຮ້ານພິມ ແລະ ຮ້ານອອກແບບພິມ ໃຫ້ປະຕິບັດຕາມ ມາດຕາ 41 ຂອງກົດໝາຍສະບັບນີ້.

ມາດຕາ 48.  ການປະມູນພິມ ປຶ້ມ, ສິ່ງພິມອື່ນ

ການປະມູນພິມ ປຶ້ມ, ສິງພິມອື່ນ ຕ້ອງປະຕິບັດ ດັ່ງນີ້:

1.   ຜູ້ເຂົ້າຮ່ວມການປະມູນ ຕ້ອງມີເງື່ອນໄຂຄົບຖ້ວນ ຕາມການກຳນົດຂອງຄະນະຮັບຜິດຊອບການປະມູນ;

2.   ການປະມູນແຕ່ລະຄັ້ງ ຕ້ອງໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງການພິມຈຳໜ່າຍທີ່ກ່ຽວຂ້ອງ;

3.   ການເປີດຊອງປະມູນແຕ່ລະຄັ້ງ ຕ້ອງໃຫ້ມີຜູ້ຕາງໜ້າຂອງອົງການຄຸ້ມຄອງການພິມຈຳໜ່າຍ;

4.   ການປະມູນທີ່ມີລັກສະນະສາກົນ ຕ້ອງໃຫ້ບູລິມະສິດແກ່ໂຮງພິມລາວ.

 

ໝວດທີ 3
ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ບໍລິສັດ ແລະ ຮ້ານຈຳໜ່າຍ

ມາດຕາ 49.  ການສ້າງຕັ້ງ ບໍລິສັດ ແລະ ຮ້ານຈຳໜ່າຍ

ບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງສ້າງຕັ້ງບໍລິສັດ ແລະ ຮ້ານຈຳໜ່າຍປຶ້ມ, ສິ່ງພິມອື່ນ ຕ້ອງຍື່ນຄຳຮ້ອງ ຕໍ່ຍື່ນຄຳຮ້ອງ ຕໍ່ຂະແໜງການທີ່ກ່ຽວຂ້ອງຕາມລະບຽບກົດໝາຍ.

ຂະແໜງການດັ່ງກ່າວ ຕ້ອງພິຈາລະນາພາຍໃນກຳນົດເວລາຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍວິສາຫະກິດ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ. ໃນກໍລະນີທີ່ບໍ່ອະນຸຍາດ ກໍຕ້ອງແຈ້ງເຫດຜົນເປັນລາຍລັກອັກສອນໃຫ້ຜູ້ຮ້ອງຂໍນັ້ນ ຊາບ.

ມາດຕາ 50.  ເງື່ອນໄຂການສ້າງຕັ້ງ ບໍລິສັດ ແລະ ຮ້ານຈຳໜ່າຍ

ການສ້າງຕັ້ງບໍລິສັດ ຕ້ອງມີເງື່ອນໄຂ ດັ່ງນີ້:

1.   ຊື່, ຈຸດປະສົງ, ເປົ້າໝາຍຮັບໃຊ້ຂອງຕົນ ແລະ ບົດວິພາກເສຖະກິດ;

2.   ສະຖານທີ່, ພາຫະນະ, ອຸປະກອນເຕັກນິກ, ທຶນ ເພື່ຶອຮັບປະກັນ ໃຫ້ແກ່ການເຄື່ອນໄຫວວຽກງານຂອງຕົນ;

3.   ບຸກຄະລາກອນທີ່ມີຄຸນສົມບັດ, ຄວາມຮູ້, ຄວາມສາມາດດ້ານການຕະຫຼາດ;

4.   ໄດ້ຮັບອະນຸມັດຈາກຂະແໜງການທີ່ກ່ຽວຂ້ອງ.

ເງື່ອນໄຂການສ້າງຕັ້ງຮ້ານຈຳໜ່າຍ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕະການ 51. ໜ້າທີ່ ແລະ ສິດ ຂອງຫົວໜ້າບໍລິສັດ ຫຼື ເຈົ້າຂອງຮ້ານຈຳໜ່າຍ

ຫົວໜ້າບໍລິສັດ ມີໜ້າທີ່ ແລະ ສິດ ດັ່ງນີ້:

1.   ຈຳໜ່າຍຢ່າງກ້ວາງຂວາງ ແລະ ຖືກຕ້ອງຕາມລະບຽບກົດໝາຍ ເພື່ອໃຫ້ສັງຄົມໄດ້ຮັບຄວາມຮູ້, ຂໍ້ມູນຂ່າວສານ;

2.   ເຜີຍແຜ່, ສຶກສາອົມຮົມແນວທາງ, ນະໂຍບາຍ, ລະບຽບກົດໝາຍ ເປັນຕົ້ນກ່ຽວກັບການຈຳໜ່າຍ ແລະ ແຮງງານ ຢ່າງເປັນປົກກະຕິ;

3.   ຊີ້ນຳ, ກວດກາ, ຄຸ້ມຄອງ ແລະ ຕິດຕາມການຈຳໜ່າຍ ຂອງພະນັກງານ ແລະ ກຳມະການ ຂອງຕົນ;

4.   ຕັດສິນທຸກບັນຫາພາຍໃນບໍລິສັດຂອງຕົນ;

5.   ຮັບຜິດຊອບບຳລຸງ, ຍົກລະດັບດ້ານວິຊາສະເພາະການຈຳໜ່າຍ ໃຫ້ພະນັກງານ, ກຳມະກອນ ທີ່ຕົນຮັບຜິຊອບ;

6.   ຮ່ວມມືກັບ ສຳນັກພິມ ຫຼື ບໍລິສັດອື່ນ, ຮ້ານຈຳໜ່າຍ ປຶ້ມ, ສິ່ງພິມອື່ນ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຕາມລະບຽບກົດໝາຍ;

7.   ຂະຫຍາຍກິດຈະການ ຂອງຕົນ ຢູ່ພາຍໃນ ຫຼື ຕ່າງປະເທດ ຕາມລະບຽບກົດໝາຍ;

8.   ສະຫຼຸບ, ລາຍງານ ຜົນຂອງການຈັດຕັ້ງປະຕິບັດວຽກງານການຈຳໜ່າຍ ຂອງຕົນໃຫ້ອົງການຄຸ້ມຄອງການພິມຈຳໜ່າຍ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ຢ່າງເປັນປົກກະຕິ.

ສຳລັບໜ້າທີ່ ແລະ ສິດ ຂອງຮ້ານຈຳໜ່າຍ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ພາກທີ IV
ຂໍ້ຫ້າມ

ມາດຕາ 52.  ຂໍ້ຫ້າມສຳລັບການຈັດພິມ

ຫ້າມສຳນັກພິມ ຈັດພິມປື້ມ, ສິ່ງພິມອື່ນ ດັ່ງນີ້:

1.   ທີ່ເປັນການແຕະຕ້ອງ ເຖິງຄວາມໝັ້ນຄົງ, ຄວາມສະຫງົບຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຄວາມລັບຂອງລັດ ແລະ ທາງລັດຖະການ, ວັດທະນະທຳອັນດີງາມ ຂອງຊາດ ຫຼື ຄວາມສາມັກຄີ ຂອງປະຊາຊົນບັນດາເຜົ່າ;

2.   ທີ່ມີເນື້ອໃນລາມົກອະນາຈານ, ສົ່ງເສີມສິ່ງເສບຕິດ, ການຫຼິ້ນການພະນັນ, ການເປັນນັກເລງອັນຕະພານ, ການເຊື່ອຖືງົມງວາຍ;

3.   ທີ່ມີເນື້ອໃນບິດເບືອນຄວາມຈິງ, ແຕະຕ້ອງເຖິງກຽດສັກສີຂອງການຈັດຕັ້ງ ແລະ ບຸກຄົນອື່ນ;

4.   ທີ່ມີເນື້ອໃນສົ່ງເສີມການກະທຳ ທີ່ເປັນການສ້າງຄວາມເສື່ອມເສຍ ໃຫ້ແກ່ຜົນປະໂຫຍດຂອງຊາດ ແລະ ປະຊາຊົນ.

ມາດຕາ 53.  ຂໍ້ຫ້າມສຳລັບການພິມ

ຫ້າມໂຮງພິມ, ຮ້ານພິມ ແລະ ຮ້ານອອກແບບພິມ ມີການກະທຳ ດັ່ງນີ້:

1.   ພິມເກີນ, ພິມ ຫຼື ອອກແບບພິມ ບໍ່ຖືກຕ້ອງຕາມສັນຍາ ທີ່ໄດ້ຕົກລົງກັບສຳນັກພິມ ຫຼື ເກັບຮັກສາໄວ້ ຫຼື ນຳເອົາໄປຈຳໜ່າຍໂດຍບໍ່ໄດ້ຮັບອະນຸຍາດ;

2.   ນຳເອົາປຶ້ມ, ສິ່ງພິມອື່ນ ມາພິມໂດຍບໍ່ຮັບອະນຸຍາດຈາກອົງການຄຸ້ມຄອງການພິມຈຳໜ່າຍ;

3.   ພິມປຶ້ມ, ສິ່ງພິມອື່ນ ທີ່ຖືກສັ່ງໃຫ້ ຢຸດພິມ, ເກັບກູ້, ຢືດ, ຫ້າມຈຳໜ່າຍ ແລະ ທຳລາຍຖິ້ມ;

4.   ນຳເຂົ້າ, ນຳໃຊ້ພາຫະນະ, ວັດຖຸອຸປະກອນ, ເຄື່ອງພິມ ຫຼື ເຄື່ອງອອກແບບພິມ ທີ່ບໍ່ມາດຕະຖານ;

5.   ນຳອອກປຶ້ມ, ສິ່ງພິມອື່ນ ທີ່ອະນຸຍາດໃຫ້ພິມຢູ່ພາຍໃນໄປພິມຢູ່ຕ່າງປະເທດ;

6.   ອອກແບບພິມທີ່ສອດຄ່ອງ ແລະ ແຕະຕ້ອງເຖິງກຽດສັກສີ ຂອງຊາດ, ຂອງຜູ້ນຳ, ບັນພະບູລຸດ, ຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ ແລະ ອື່ນໆ.

ມາດຕາ 54.  ຂໍ້ຫ້າມສຳລັບການຈຳໜ່າຍ

ຫ້າມບໍລິສັດ ຫຼື ຮ້ານຈຳໜ່າຍ ມີການທຳ ດັ່ງນີ້:

1.   ຈຳໜ່າຍປຶ້ມ, ສິ່ງພິມອື່ນ ທີ່ບໍ່ໄດ້ຮັບອະນຸຍາດ ຫຼື ທີ່ຖືກເກືອດຫ້າມຈາກອົງການຄຸ້ມຄອງການພິມຈຳໜ່າຍ;

2.   ຈໍລະຈອນ, ຈຳໜ່າຍປຶ້ມ, ສິ່ງພິມອື່ນ ທີ່ຖືກສັ່ງໃຫ້ຢຸດພິມ, ເກັບກູ້, ຢຶດ, ຫ້າມຈຳໜ່າຍ ແລະ ທຳລາຍຖິ້ມ;

3.   ນຳເຂົ້າປຶ້ມ, ສິ່ງພິມອື່ນ ທີ່ບໍ່ມີໃນລາຍການອະນຸຍາດນຳເຂົ້າ ຫຼື ປະຕິບັດບໍ່ຖືກຕາມລາຍການທີ່ໄດ້ຮັບອະນຸຍາດນຳເຂົ້າ;

4.   ນຳອອກໜັງສືຜູກໃບລານ ແລະ ພັບສາຕົ້ນສະບັບ ໂດຍບໍ່ໄດ້ຮັບອະນຸຍາດ ຈາກອົງການຄຸ້ມຄອງການພິມຈຳໜ່າຍ.

ພາກທີ V
ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 55.  ຂໍ້ຂັດແຍ່ງທີ່ມີລັກສະນະທົ່ວໄປ

ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະທົ່ວໄປ ກ່ຽວກັບການສ້າງຕັ້ງ ແລະ ເຄື່ອນໄຫວ ຫຼື ດຳເນີນທຸລະກິດ ການພິມຈຳໜ່າຍປຶ້ມ, ສິ່ງພິມອື່ນ ແມ່ນໃຫ້ຄູ່ກໍລະນີແກ້ໄຂກັນດ້ວຍວິທີການປະນີປະນອມ. ຖ້າຫາກບໍ່ສາມາດຕົກລົງກັນໄດ້ ແມ່ນໃຫ້ສະເໜີຕໍ່ ອົງການຄຸ້ມຄອງການພິມຈຳໜ່າຍບ່ອນທີ່ຕົນໄດ້ອະນຸຍາດນັ້ນເປັນຜູ້ແກ້ໄຂ.

ໃນກໍລະນີທີ່ອົງການຄຸ້ມຄອງການພິມຈຳໜ່າຍ ບໍ່ສາມາດແກ້ໄຂໄດ້ນັ້ນ ກໍໃຫ້ສະເໜີຕໍ່ຄະນະກຳມະການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດທີ່ກ່ຽວຂ້ອງ ເປັນຜູ້ໄກ່ເກ່ຍ ແລະ ແກ້ໄຂຕາມລະບຽບກົດໝາຍ.

ໃນກໍລະນີທີ່ບໍ່ສາມາດທຳການໄກ່ເກ່ຍ ແລະ ແກ້ໄຂໄດ້ນັ້ນ ຄູ່ກໍລະນີມີສິດຍື່ນຄຳຮ້ອງຟ້ອງຕໍ່ສານປະຊາຊົນ ເພື່ອພິຈາລະນາຕັດສິນ ຕາມລະບຽບກົດໝາຍ.

ມາດຕາ 56.  ຂໍ້ຂັດແຍ່ງທີ່ມີລັກສະນະສາກົນ

ການແກ້ໄຂຂໍ້ຂັແຍ່ງທີ່ມີລັກສະນະສາກົນກ່ຽວກັບການພິມຈຳໜ່າຍປຶ້ມ, ສິ່ງພິມອື່ນ ແມ່ນໃຫ້ປະຕິບັດຕາມສັນຍາ, ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ພາກທີ XI
ການຄຸ້ມຄອງ ແລະ ການກວດກາ

ໝວດທີ 1
ການຄຸ້ມຄອງການພິມຈຳໜ່າຍ

ມາດຕາ 57.  ອົງການຄຸ້ມຄອງການພິມຈຳໜ່າຍ

ລັດຖະບານ ຄຸ້ມຄອງການພິມຈຳໜ່າຍ ຢ່າງລວມສູນ ແລະ ເປັນເອກະພາບໃນທົ່ວປະເທດ ໂດຍ ມອບໃຫ້ກະຊວງ ຖະແຫຼງຂ່າວ ແລະ ວັດທະນະທຳ ເປັນໃຈກາງໃນການຄຸ້ມຄອງດ້ວຍການປະສານສົມທົບກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ.

ອົງການຄຸ້ມຄອງການພິມຈຳໜ່າຍ ປະກອບດ້ວຍ:

  • ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ;
  • ພະແນກຖະແຫຼງຂ່າວ ແລະ ວັດທະນະທຳ ແຂວງ, ນະຄອນ;
  • ຫ້ອງການຖະແຫຼງຂ່າວ ແລະ ວັດທະນະທຳ ເມືອງ, ເທດສະບານ.

ມາດຕາ 58.  ໜ້າທີ່ ແລະ ສິດ ຂອງກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ

ໃນວຽກງານການຄຸ້ມຄອງການພິມຈຳໜ່າຍ ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ມີໜ້າທີ່ ແລະ ສິດ ດັ່ງນີ້:

1.  ຄົ້ນຄ້ວາ, ຮ່າງນະໂຍບາຍ, ແຜນຍຸດທະສາດ, ແຜນງານ, ແຜນພັດທະນາ, ນິຕິກຳກ່ຽວກັບການພິມຈຳໜ່າຍ ເພື່ອສະເໜີລັດຖະບານຕົກລົງແລ້ວຈັດຕັ້ງປະຕິບັດ;

2.  ໂຄສະນາ, ເຜີຍແຜ່, ສຶກສາອົບຮົມ ແນວທາງນະໂຍບາຍ, ລະບຽບກົດໝາຍ ກ່ຽວກັບການພິມຈຳໜ່າຍ;

3.  ຊີ້ນຳ, ຊຸກຍູ້ ຕິດຕາມ ການເຄື່ອນໄຫວຂອງພະແນກຖະແຫຼງຂ່າວ ແລະ ວັດທະນະທຳ ແຂວງ, ນະຄອນ ໃນການຈັດຕັ້ງປະຕິບັດລະບຽບກົດໝາຍ, ແຜນການ, ໂຄງການກ່ຽວກັບການພິມຈຳໜ່າຍ;

4.  ກໍ່ສ້າງ, ບຳລຸງ, ຍົກລະດັບ ບຸກຄະກອນການພິມຈຳໜ່າຍ ທາງດ້ານການເມືອງ ແລະ ວິຊາສະເພາະ ມີຄຳເຫັນຕໍ່ການສະເໜີແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງຜູ້ອຳນວຍການ, ຮອງຜູ້ອຳນວຍການ, ຫົວໜ້າຄະນະບັນນາທິການ ແລະ ບັນນາທິການ;

5.  ອອກ, ຖອນ ແລະ ລົບລ້າງ ໃບອະນຸຍາດກ່ຽວກັບການພິມຈຳໜ່າຍ, ເກັບກູ້, ທຳລາຍຖິ້ມ ປຶ້ມ, ສິ່ງພິມອື່ນ ທີ່ບໍ່ຖືກຕ້ອງ ຊຶ່ງຢູ່ໃນຄວາມຮັບຜິດຊອບຂອງຕົນ;

6.  ແກ້ໄຂຄຳສະເໜີ ແລະ ສະກັດກັ້ນການເຄື່ອນໄຫວຂອງການພິມຈຳໜ່າຍ ທີ່ຂັດກັບລະບຽບກົດໝາຍ ຕາມພາລະບົດບາດຂອງຕົນ;

7.  ເປັນໃຈກາງປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ການພິມຈຳໜ່າຍ;

8.  ພົວພັນ, ຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ກ່ຽວກັບການພິມຈຳໜ່າຍ;

9.  ສະຫຼຸບ, ລາຍງານ ແລະ ປະເມີນຜົນ ໃນການຈັດຕັ້ງປະຕິບັດການພິມຈຳໜ່າຍ ໃຫ້ລັດຖະບານ;

10.  ປະຕິບັດ ໜ້າທີ່ ແລະ ສິດອື່ນ ຕາມທີ່ໄດ້ກຳນົດໄວ້ ໃນລະບຽບກົດໝາຍ.

ມາດຕາ 59.  ໜ້າທີ່ ແລະ ສິດ ຂອງພະແນກຖະແຫຼງຂ່າວ ແລະ ວັດທະນະທຳແຂວງ, ນະຄອນ

ໃນວຽກງານການຄຸ້ມຄອງການພິມຈຳໜ່າຍ ພະແນກຖະແຫຼງຂ່າວ ແລະ ວັດທະນະທຳແຂວງ, ນະຄອນ ມີໜ້າທີ່ ແລະ ສິດ ດັ່ງນີ້:

1.   ຜັນຂະຫຍາຍລະບຽບກົດໝາຍ, ແຜນການ, ໂຄງການຂອງຖະແຫຼງຂ່າວ ແລະ ວັດທະນະທຳ ມາເປັນລະບຽບການ, ແຜນການ, ໂຄງການຂອງຕົນ ແລະ ຈັດຕັ້ງປະຕິບັດ;

2.   ສຳຫຼວດ ແລະ ເກັບກຳຂໍ້ມູນກ່ຽວກັບການພິມຈຳໜ່າຍ ໃນຂອບເຂດຄວາມຮັບຜິດຊອບ ຂອງຕົນ;

3.   ໂຄສະນາ, ເຜີຍແຜ່, ສຶກສາອົບຮົມ ແນວທາງນະໂຍບາຍ, ລະບຽບກົດໝາຍ ກ່ຽວກັບການພິມຈຳໜ່າຍ;

4.   ອອກ, ຖອນ ແລະ ລົບລ້າງ ໃບອະນຸຍາດກ່ຽວກັບການພິມຈຳໜ່າຍ, ເກັບກູ້, ທຳລາຍ ຖິ້ມ ປຶ້ມ, ສິ່ງພິມອື່ນ ທີ່ບໍ່ຖືກຕ້ອງ ຊຶ່ງຢູ່ໃນຄວາມຮັບຜິຊອບຂອງຕົນ;

5.   ຊີ້ນຳ, ຊຸກຍູ້ ຫ້ອງການຖະແຫຼງຂ່າວ ແລະ ວັດທະນະທຳ ເມືອງ, ເທດສະບານ ໃນການຈັດຕັ້ງປະຕິບັດວຽກງານການພິມຈຳໜ່າຍ;

6.   ແກ້ໄຂຄຳສະເໜີ ແລະ ສະກັດກັ້ນ ການເຄື່ອນໄຫວຂອງການພິມຈຳໜ່າຍທີ່ຂັດກັບລະບຽບກົດໝາຍ ຕາມພາລະບົດບາດຂອງຕົນ;

7.   ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດການພິມຈຳໜ່າຍ;

8.   ພົວພັນ ແລະ ຮ່ວມມືດ້ານການພິມຈຳໜ່າຍກັບຕ່າງປະເທດ ຕາມການມອບໝາຍຂອງ ອົງການທີ່ມີສິດກ່ຽວຂ້ອງ;

9.   ສະຫຼຸບ, ລາຍງານ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດການພິມຈຳໜ່າຍ ແລ້ວລາຍງານໃຫ້ຂັ້ນເທິງ ຂອງຕົນ;

10. ປະຕິບັດ ໜ້າທີ່ ແລະ ສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ ຫຼື ຕາມການມອບໝາຍຂອງກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ.

ມາດຕາ 60.  ໜ້າທີ່ ແລະ ສິດ ຂອງຫ້ອງການຖະແຫຼງຂ່າວ ແລະ ວັດທະນະທຳ ເມືອງ, ເທດສະບານ

ໃນວຽກງານການຄຸ້ມຄອງການພິມຈຳໜ່າຍ ຫ້ອງການຖະແຫຼງຂ່າວ ແລະ ວັດທະນະທຳ ເມືອງ, ເທດສະບານ ມີໜ້າທີ່ ແລະ ສິດ ດັ່ງນີ້:

1.  ຈັດຕັ້ງປະຕິບັດລະບຽບກົດໝາຍ, ແຜນການ, ໂຄງການ ກ່ຽວກັບການພິມຈຳໜ່າຍ;

2.  ສຳຫຼວດ ແລະ ເກັບກຳຂໍ້ມູນກ່ຽວກັບການພິມຈຳໜ່າຍ ໃນຂອບເຂດຄວາມຮັບຜິດຊອບ ຂອງຕົນ;

3.  ເຜີຍແຜ່, ສຶກສາອົບຮົມ ແນວທາງນະໂຍບາຍ ແລະ ລະບຽບກົດໝາຍ ກ່ຽວກັບການພິມຈຳໜ່າຍ;

4.  ອອກ, ຖອນ ແລະ ລົບລ້າງ ໃບອະນຸຍາດກ່ຽວກັບການພິມຈຳໜ່າຍ, ເກັບກູ້, ທຳລາຍ ຖິ້ມ ປຶ້ມ, ສິ່ງພິມອື່ນ ທີ່ບໍ່ຖືກຕ້ອງ ຊຶ່ງຢູ່ໃນຄວາມຮັບຜິຊອບຂອງຕົນ;

5.  ປະສານສົມທົບ ກັບ ພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຍກງານການພິມຈຳໜ່າຍ;

6.  ສະຫຼຸບ, ລາຍງານ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດວຽກງານການພິມຈຳໜ່າຍ ແລ້ວ ລາຍງານໃຫ້ຂັ້ນເທິງຖັດຕົນ;

7.  ປະຕິບັດ ໜ້າທີ່ ແລະ ສິດອື່ນ ຕາມທີ່ໄດ້ກຳນົດໄວ້ ໃນລະບຽບກົດໝາຍ.

ມາດຕາ 61.  ໜ້າທີ່ ແລະ ສິດ ຂອງອົງການອື່ນ

ອົງການອື່ນທີ່ກ່ຽວຂ້ອງກັບການພິມຈຳໜ່າຍ ມີໜ້າທີ່ ແລະ ສິດ ປະສານສົມທົບກັບຂະແໜງການ ຖະແຫຼງຂ່າວ ແລະ ວັດທະນະທຳ ທີ່ກ່ຽວຂ້ອງ ຕາມພາລະບົດບາດ ແລະ ຄວາມຮັບຜິຊອບຂອງຕົນ.

ມາດຕາ 62.  ສະມາຄົມການພິມຈຳໜ່າຍ

ສະມາຄົມການພິມຈຳໜ່າຍ ແມ່ນ ການຈັດຕັ້ງສັງຄົມວິຊາຊີບຂອງການຈັດພິມ, ການພິມ, ການຈຳໜ່າຍ ຊຶ່ງໄດ້ຮັບການອະນຸມັດສ້າງຕັ້ງ ໂດຍກະຊວງ ຖະແຫຼງຂ່າວ ແລະ ວັດທະນະທຳ, ມີບົດບາດສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີ ແລະ ມີໜ້າທີ່ ປົກປ້ອງສິດຜົນປະໂຫຍດ ອັນຊອບທຳ ຂອງ ສະມາຊິກຕົນ ທັງເຂົ້າຮ່ວມໃນການປະຕິບັດແນວທາງ, ນະໂຍບາຍ ແລະ ລະບຽບກົດໝາຍກ່ຽວກັບການພິມຈຳໜ່າຍ.

ໜ້າທີ່ ແລະ ສິດ ຂອງສະມາຄົມການພິມຈຳໜ່າຍ ໄດ້ກຳນົດໄວ້ໃນກົດລະບຽບສະເພາະ.

ໝວທີ 2
ການກວດກາການພິມຈຳໜ່າຍ

ມາດຕາ 63.  ອົງການກວດກາການພິມຈຳໜ່າຍ

ອົງການກວດກາການພິມຈຳໜ່າຍ ປະກອບດ້ວຍ:

  • ອົງການກວດກາພາຍໃນ ຊຶ່ງແມ່ນອົງການດຽວກັນກັບອົງການຄຸ້ມຄອງການພິມຈຳໜ່າຍ ທີ່ໄດ້ກຳນົດໄວ້ໃນ ມາດຕາ 57 ຂອງກົດໝາຍສະບັບນີ້;
  • ອົງການກວດກາພາຍນອກ ຊຶ່ງແມ່ນເຈົ້າຂອງສຳນັກພິມ, ຄະນະສະເພາະກິດ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ.

ມາດຕາ 64.  ໜ້າທີ່ ແລະ ສິດ ຂອງອົງການກວດກາ

ອົງການກວດກາ ມີໜ້າທີ່ ແລະ ສິດ ດັ່ງນີ້:

1.   ກວດກາການຈັດຕັ້ງປະຕິບັດແຜນການ, ໂຄງການ, ລະບຽບກົດໝາຍກ່ຽວກັບການພິມຈຳໜ່າຍ ລວມທັງສັນຍາ ແລະ ສົນທິສັນຍາສາກົນທີ່ ສປປ ລາວ ໄດ້ ເຊັນ ຫຼື ເປັນພາຄີ;

2.   ກວດກາການແກ້ໄຂຄຳສະເໜີຂອງ ບຸກຄົນ ຫລື ການຈັດຕັ້ງກ່ຽວກັບການພິມຈຳໜ່າຍ;

3.   ປະຕິບັດ ໜ້າທີ່ ແລະ ສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 65.  ເນື້ອໃນການກວດກາ

ການກວດກາການພິມຈຳໜ່າຍ ມີເນື້ອໃນຕົ້ນຕໍ ດັ່ງນີ້:

1.   ກວດກາການສ້າງ ແລະ ປະຕິບັດແຜນການ, ໂຄງການຂອງການພິມຈຳໜ່າຍແຕ່ລະໄລຍະ;

2.   ກວດກາ ການສ້າງ, ບຳລຸງ, ນຳໃຊ້ ແລະ ປະຕິບັດນະໂຍບາຍຕໍ່ບຸກຄະລາກອນຂອງການພິມຈຳໜ່າຍ;

3.   ກວດ ການສ້າງ, ບຳລຸງ, ນຳໃຊ້ ແລະ ປະຕິບັດນະໂຍບາຍຕໍ່ບຸກຄະລາກອນຂອງການພິມຈຳໜ່າຍ;

4.   ກວດກາ ການປະກອບ ແລະ ນຳໃຊ້ພື້ນຖານວັດຖຸ, ພາຫະນະ, ອຸປະກອນ ແລະ ງົບປະມານ ຂອງການພິມຈຳໜ່າຍ;

5.   ກວດກາການປະຕິບັດລະບຽບກົດໝາຍ ກ່ຽວກັບການພິມຈຳໜ່າຍ.

ມາດຕາ 66.  ຮູບການກວດກາ

ການກວດກາການພິມຈຳໜ່າຍ ມີ 3 ຮູບການ ຄື:

1.   ການກວດຕາມລະບົບປົກກະຕິ;

2.   ການກວດກາ ໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ;

3.   ການກວດກາແບບກະທັນຫັນ.

ການກວດກາຕາມລະບົບປົກກະຕິ ແມ່ນການກວດກາທີ່ດຳເນີນໄປຕາມແຜນການຢ່າງເປັນປະຈຳ ແລະ ມີການກຳນົດເວລາອັນແນ່ນອນ.

ການກວດກາ ໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນການກວດການນອກແຜນການ ເມື່ອເຫັນວ່າມີຄວາມຈຳເປັນ ຕ້ອງແຈ້ງໃຫ້ຜູ້ທີ່ຈະຖືກກວດກາ ຊາບລ່ວງໜ້າ.

ການກວດກາແບບກະທັນຫັນ ແມ່ນການກວດກາໂດຍຮີບດ່ວນ ທີ່ບໍ່ໄດ້ແຈ້ງໃຫ້ຜູ້ທີ່ຈະຖືກກວດກາຊາບລາວງໜ້າ.

ໃນການດຳເນີນການກວດກາວຽກງານການພິມຈຳໜ່າຍ ອົງການກວດກາຕ້ອງປະຕິບັດໜ້າທີ່ໃຫ້ຖືກຕ້ອງ ຕາມລະບຽບກົດໝາຍ ຢ່າງເຂັ້ມງວດ.

ພາກທີ VII
ວັນ, ເຄື່ອງໝາຍ ແລະ ຕາປະທັບ ຂອງການພິມຈຳໜ່າຍ

ມາດຕາ 67.  ວັນຂອງການພິມຈຳໜ່າຍ

ວັນຂອງການພິມຈຳໜ່າຍ ແມ່ນ ວັນທີ 13 ສິງຫາ ຊຶ່ງແຕ່ລະປີຈະໄດ້ມີການສະເຫຼີມສະຫຼອງ ແລະ ຫວນຄືນເຖິງມູນເຊື້ອມູນເຊື້ອ, ຜົນງານ, ບົດຮຽນເພື່ອປັບປຸງ ແລະ ພັດທະນາ ວຽກງານການພິມຈຳໜ່າຍໃຫ້ດີຂຶ້ນ.

ມາດຕາ 68.  ເຄື່ອງໝາຍ ແລະ ຕາປະທັບຂອງການພິມຈຳໜ່າຍ

ການພິມຈຳໜ່າຍ ມີເຄື່ອງໝາຍ ແລະ ຕາປະທັບເປັນຂອງຕົນເອງ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານທາງລັດຖະການ ຊຶ່ງກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ເປັນຜູ້ວາງອອກ.

ພາກທີ VIII
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 69. ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການປະຕິບັດກົດໝາຍສະບັບນີ້ ເປັນຕົ້ນການປະດິດຄິດແຕ່ງ, ການຈັດພິມ, ການພິມ, ການຈຳໜ່າຍ ຫຼື ໄດ້ປະກອບສ່ວນເຂົ້າໃນການຄຸ້ມຄອງ ວຽກງານການພິມຈຳໜ່າຍ ຈະໄດ້ຮັບການຍ້ອງຍໍ ເຊັ່ນ: ຫຼຽນໄຊ, ຫຼຽນກາ, ໃບຍ້ອງຍໍ, ນາມມະຍົດ ແລະ ນະໂຍບາຍອື່ນ ຕາມລະບຽບການ.

ມາດຕາ 70.  ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບການພິມຈຳໜ່າຍ, ຂໍ້ຫ້າມທີ່ໄດ້ກຳນົດໄວ້ໃນມາດຕາ 52, 53 ແລະ 54 ຂອງກົດໝາຍສະບັບນີ້ ລວມທັງການຈັດຕັ້ງການພິມຈຳໜ່າຍ ທີ່ໄດ້ຮັບອະນຸຍາດສ້າງຕັ້ງແລ້ວ ແຕ່ຫາກບໍ່ຳເນີນກິດຈະການພາຍໃນກຳນົດເວລາໜຶ່ງປີ ຈະຖືກປະຕິບັດມາດຕະການຕາມກໍລະນີ ເບົາ ຫຼື ໜັກ ຄື: ການສຶກສາອົບຮົມ, ກ່າວເຕືອນ, ປະຕິບັດວິໄນ, ປັບໃໝ, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ຖືລລົງໂທດທາງອາຍາຕາມ ລະບຽບກົດໝາຍ, ໂຈະການເຄື່ອນໄຫວຊົ່ວຄາວ, ຖອນໃບອະນຸຍາດດຳເນີນກິດຈະການພິມຈຳໜ່າຍ.

ພາກທີ IX
ບົດບັນຍັດສຸດທ້າຍ

ມາດຕາ 71.  ການຈັດຕັ້ງປະຕິບັດ

ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ 72. ຜົນສັກສິດ

ກົດໝາຍສະບັບນີ້ ມີຜົນສັກສິດ ພາຍຫຼັງຫົກສິບວັນ ນັບແຕ່ວັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະກາດໃຊ້ ເປັນຕົ້ນໄປ.

ຂໍ້ກຳນົດ, ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແລ້ວແຕ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ

(ເຊັນ ແລະ ປະທັບຕາ)
ທອງສິງ ທຳມະວົງ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 ກົດໝາຍ ວ່າດ້ວຍ ການພິມຈຳໜ່າຍ ເລກທີ 05/ສພຊ, ລົງວັນທີ 09 ທັນວາ 2008 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ຂໍອະນຸຍາດນຳເຂົ້າ: ຜະລິດຕະພັນສິ່ງພິມ ຕ້ອງມີໃບອະນຸຍາດ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຜະລິດຕະພັນສິ່ງພິມ ຕ້ອງໄດ້ຮັບອະນຸຍາດນຳເຂົ້າຈາກກົມວັນນະຄະດີ ແລະ ພິມຈຳໜ່າຍ, ກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ
  1. ຂໍ້ຕົກລົງ ວ່າດ້ວຍ ລະບຽບການຂໍອະນຸຍາດ ນໍາເຂົ້າ ແລະ ຈໍາໜ່າຍ ຜະລິດຕະພັນສິ່ງພິມ ເລກທີ 518/ຖວທ
  2. ກົດໝາຍ ວ່າດ້ວຍ ການພິມຈຳໜ່າຍ ເລກທີ 05/ສພຊ, ລົງວັນທີ 09 ທັນວາ 2008
9999-12-31 ALL
2 ຫ້າມນໍາເຂົ້າ - ສື່ລາມົກອະນາຈານ ສິນຄ້າເກືອດຫ້າມ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສື່ລາມົກອະນາຈານທຸກປະເພດ ແມ່ນຫ້າມນໍາເຂົ້າ ກົດໝາຍ ວ່າດ້ວຍ ການພິມຈຳໜ່າຍ ເລກທີ 05/ສພຊ, ລົງວັນທີ 09 ທັນວາ 2008 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.