ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ
ກົມພາສີ                       ເລກທີ:06410/ກພສ
ນະຄອນຫຼວງວຽງຈັນ, ວັນທີ: 0 ກັບຍາ 2014

ແຈ້ງການແນະນຳເພີ້ມເຕີມ

ເຖິງ  : ຫົວໜ້າດ່ານພາສີສາກົນໃນທົ່ວປະເທດ.
ເລື່ອງ : ໃຫ້ເອົາໃຈໃສ່ໃນການຄຸ້ມຄອງ, ຕິດຕາມການນຳເອົາສິນຄ້າເຄື່ອງຂອງໃນລະບອບຄ້ຳປະກັນ ແລະ ງົດເກັບພາສີ.

ອີງຕາມ ກົດໝາຍພາສີ ສະບັບເລກທີ: 04/ສພຊ, ລົງວັນທີ: 20 ທັນວາ 2011.
- ອີງຕາມ ແຈ້ງການແນະນຳຂອງກົມພາສີ ສະບັບເລກທີ 06068/ກພສ, ລົງວັນທີ 27 ສິງຫາ 2014.

ເພື່ອຮັບປະກັນໃນການສະສາງເອກະສານ ທີ່ນຳເຂົ້າໃນລະບອບຄ້ຳປະກັນ ແລະ ງົດເກັບພາສີ ໃຫ້ຖືກຕ້ອງຕາມກຳນົດເວລາ ທີ່ກົດໝາຍພາສີ ກຳນົດໄວ້ຕາມ ມາດຕາ 27 ຂອງກົດໝາຍພາສີ ສະບັບເລກທີ: 04/ສພຊ, ລົງວັນທີ: 20 ທັນວາ 2011.

ກົມພາສີ ອອກແຈ້ງການແນະນຳເພີ້ມເຕີມດັ່ງນີ້:

1.) ການນຳເຂົ້າສິນຄ້າ, ເຄື່ອງຂອງ ດ້ວຍລະບອບຄ້ຳປະກັນ (IM 8) ປະເພດທີ່ຕ້ອງໄດ້ເສຍພາສີ-ພັນທະອື່ນ ໃນສົກປີ 2013-2014 ໃຫ້ຮີບຮ້ອນກວດກາ ແລະ ເລັ່ງທວງບຸກຄົນ, ນິຕິບຸກຄົນ ມາສະສາງເອກະສານ ໃຫ້ສຳເລັດບໍ່ໃຫ້ກາຍວັນທີ 25 ກັນຍາ 2014, ຖ້າບໍ່ມາສະສາງ ຕາມວັນເວລາດັ່ງກ່າວ ມອບໃຫ້ດ່ານພາສີ ລາຍງານກົມພາສີ ເພື່ອສັ່ງມອບເງິນຄ້ຳປະກັນ ເຂົ້າງົບປະມານ ຕາມລະບຽບກົດໝາຍ.

2.) ການນຳເຂົ້າສິນຄ້າ, ເຄື່ອງຂອງດ້ວຍລະບອບຄ້ຳປະກັນ (IM 8) ທີ່ນຳເຂົ້າຂອງໂຄງການລົງທຶນຕ່າງໆ ໃຫ້ດ່ານອອກແຈ້ງການເຖິງບຸກຄົນ, ນິຕິບຸກຄົນ ທີ່ເຮັດສັນຍາຄ້ຳປະກັນກັບດ່ານມາສະສາງເອກະສານ ບໍ່ໃຫ້ເກີນວັນທີ: 25 ຂອງເດືອນກັນຍາ 2014 ຖ້າກາຍກຳນົດບໍ່ມາສະສາງ ໃຫ້ລາຍງານກົມພາສີດ່ວນ ເພື່ອສັ່ງມອບເງິນຄ້ຳປະກັນເຂົ້າງົບປະມານ ຕາມລະບຽບກົດໝາຍກຳນົດ.

3.) ການນນຳເຂົ້າວັດຖຸດິບ, ສິ້ນສ່ວນອາໄຫຼ່, ຜະລິດຕະພັນເຄິ່ງສຳເລັດຮູບ ເພື່ອມາປຸງແຕ່ງ, ດັດແປງ ແລະ ປະກອບຜະລິດຕະພັນສຳເລັດຮູບສົ່ງອອກຄືນ ທີ່ນຳເຂົ້າມາໃນລະບອບງົດເກັບພາສີ (ບ50 ແລະ 52) ໃນເຂດເສດຖະກິດພິເສດ ແລະ ເຂດອຸດສະຫະກຳ ມອບໃຫ້ດ່ານພາສີສາກົນ ຫຼື ໜ່ວຍງານທີ່ກ່ຽວຂ້ອງລົງຕິດຕາມແຜນຜະລິດປະຈຳປີ ກວດກາບັນຊີປະຈຳງວດງວດ 03 ເດືອນ ແລະ 06 ເດືອນ, ຖ້າບໍ່ສົ່ງອອກໃຫ້ເຮັດສັນຍາຄ້ຳປະກັນດ້ວຍນິຕິບຸກຄົນຕື່ມອີກ 03 ເດືອນ ແຕ່ບໍ່ໃຫ້ເກີນ 01 ປີ ຖ້າບໍ່ມີການສົ່ງອອກພາຍໃນ 01 ປີ ໃຫ້ກວດກາຄືນເຫດຜົນທີ່ບໍ່ສາມາດສົ່ງອອກໄດ້, ຫາກມີຈຸດປະສົງຂໍຕໍ່ອີກ ຕ້ອງໄດ້ວາງເງິນຄ້ຳປະກັນ 120% ຫຼື ໃຫ້ສະຖາບັນການເງິນຄ້ຳປະກັນໃຫ້ກໍໄດ້ ແຕ່ສູງສຸດບໍ່ໃຫ້ກາຍ 03 ເດືອນ ຫາກໝົດກຳ ນົດສັນຍາຄ້ຳປະກັນບໍ່ສົ່ງອອກໃຫ້ເຊີນບໍລິສັດມາປຶກສາຫາລື. ເພື່ອຫາວິທີແກ້ໄຂຮ່ວມກັນ, ຫາກບໍ່ສາມາດສົ່ງອອກໄດ້ແມ່ນໃຫ້ເສຍພາສີພັນທະອື່ນ ເພື່ອຈຳໜ່າຍພາຍໃນປະເທດ ຕາມລະບຽບກົດໝາຍ. ໃນກໍລະນີວັດຖຸດິບ, ອຸປະກອນ, ອາໄຫຼ່ອື່ນໆ ຫາກບໍ່ຄົບຖ້ວນ ຫຼື ຂາດຫາຍຕາມໃບແຈ້ງພາສີນຳເຂົ້າໃນເບື່ອງຕົ້ນ ແມ່ນມອບໃຫ້ເຈົ້າໜ້າທີ່ພາສີຄິດໄລ່ຄ່າພາສີ ແລະ ພັນທະອື່ນໃຫ້ຄົບຖ້ວນ ໃນກໍລະນີບໍລິສັດບໍ່ໃຫ້ຄວາມຮ່ວມມື ແມ່ນໃຫ້ດຳເນີນການຕາມລະບຽບກົດໝາຍກຳນົດ. ເທິງ

4.) ການນຳເຂົ້າວັດຖຸດິບ, ສິ້ນສ່ວນອາໄຫຼ່, ຜະລິດຕະພັນເຄິ່ງສຳເລັດຮູບ, ແຜ່ນແພ ແລະ ອຸປະກອນເຄື່ອງຕັດຫຍິບທີ່ນຳເຂົ້າມາໃນລະບອບງົດເກັບພາສີ (ບ50  ແລະ 52) ທີ່ບໍ່ຢູ່ໃນເຂດເສດຖະກິດພິເສດ ແລະ ເຂດອຸດສະຫະກຳ ມອບໃຫ້ດ່ານພາສີສາກົນ ຫຼື ໜ່ວຍງານທີ່ກ່ຽວຂ້ອງ ລົງຕິດຕາມແຜນຜະລິດ ເພື່ອສົ່ງອອກຖ້າກາຍ 06 ເດືອນ ບໍ່ສົ່ງອອກໃຫ້ເຮັດສັນຍາຄ້ຳປະກັນດ້ວຍນິຕິບຸກຄົນຕື່ມອີກ 03 ເດືອນ ແຕ່ບໍ່ໃຫ້ເກີນ 01 ປີ ຖ້າບໍ່ສົ່ງອອກພາຍໃນກຳນົດ 01 ປີ ໃຫ້ກວດກາຄືນ ເຫດຜົນທີ່ບໍ່ສາມາດສົ່ງອອກໄດ້, ຫາກມີຈຸດປະສົງຂໍຕໍ່ອີກ ຕ້ອງໄດ້ວາງເງິນຄ້ຳປະກັນ 120% ຫຼື ໃຫ້ສະຖາບັນການເງິນຄ້ຳປະກັນ ຕາມລະບຽບກົດໝາຍກຳນົດ ແຕ່ສູງສຸດບໍ່ໃຫ້ເກີນອີກ 03 ເດືອນ. ໃນກໍລະນີວັດຖຸດິບ, ຊີ້ນສ່ວນອາໄຫລ່ ແລະ ຜະ ລິດຕະພັນເຄິ່ງສຳເລັດຮູບຂາດຫາຍ ຫຼື ບໍ່ຄົບຖ້ວນຕາມໃບແຈ້ງພາສີນຳເຂົ້າ ໃນເບື່ອງຕົ້ນ ແມ່ນມອບໃຫ້ເຈົ້າໜ້າທີ່ພາສີຄິດໄລ່ຄ່າພາສີ ແລະ ພັນທະອື່ນໃຫ້ຄົບຖ້ວນ ກໍລະນີບໍລິສັດ ບໍ່ໃຫ້ຄວາມຮ່ວມມື ແມ່ນໃຫ້ດຳເນີນການຕາມລະບຽບກົດໝາຍກຳນົດ.

5.) ການນຳເຂົ້າຄືນຜະລິດຕະພັນສຳເລັດຮູບທີ່ສົ່ງອອກໄປຕ່າງປະເທດແລ້ວ ແຕ່ບໍ່ຖືກມາດຖານ ແລະ ບໍ່ທັນ ກຳນົດຕາມສັນຍາກັບລູກຄ້າ ເພື່ອນຳມາປັບປຸງແລ້ວຈະສົ່ງອອກຄືນໃໝ່ ມອບໃຫ້ດ່ານພາສີສາກົນເຮັດສັນ ຍາ ວາງເງິນຄ້ຳປະກັນ 120% ຫຼື ສະຖາບັນການເງິນຄ້ຳປະກັນໃຫ້ ຕາມມາດຕາ 27 ຂອງກົດໝາຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ສູງສຸດບໍ່ໃຫ້ເກີນ 03 ເດືອນ, ຖ້າບໍ່ສາມາດສົ່ງອອກໄດ້ ເຊີນບໍລິສັດ ມາປຶກສາຫາລື ເພື່ອຫາວິທີແກ້ໄຂ ຫາກບໍ່ສາມາດສົ່ງອອກໄດ້ ແມ່ນໃຫ້ເສຍພາສີ-ພັນທະອື່ນ ເພື່ອຈຳໜ່າຍພາຍໃນ ຕາມລະບຽບກົດໝາຍ.

          ແຈ້ງການສະບັບນີ້ ເປັນການອະທິບາຍເພີ່ມເຕີມໃສ່ແຈ້ງການ ສະບັບເລກທີ 06068/ກພສ, ລົງວັນທີ 27 ສິງຫາ 2014. ໃນການປະຕິບັດຕົວຈິງ ຖ້າມີຄວາມຫຍຸ້ງຍາກ ໃຫ້ລາຍງານຂໍຄຳເຫັນກົມພາສີ ເພື່ອຂໍທິດຊີ້ນຳ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງດ່ານ ເພື່ອຮັບຊາບ. ເທິງ

ຫົວໜ້າກົມພາສີ

# ຫົວຂໍ້ ດາວໂຫຼດ
1 Notification on paying close attention on controlling, and monitoring the import of guarantee goods and duty fee exemption No. 06410/CD , dated 10 Sep 2014 PDF
2 ແຈ້ງການແນະນຳເພີ້ມເຕີມ ກ່ຽວກັບ ໃຫ້ເອົາໃຈໃສ່ໃນການຄຸ້ມຄອງ, ຕິດຕາມການນຳເອົາສິນຄ້າ ເຄື່ອງຂອງໃນລະບອບຄ້ຳປະກັນ ແລະ ງົດເກັບພາສີ ສະບັບເລກທີ: 06410/ກພສ, ລົງວັນທີ 10 ກັບຍາ 2014 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.