ການຝຶກອົບຮົມ ກ່ຽວກັບ “ວິທີການນຳໃຊ້ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ” ຄັ້ງນີ້ ເປັນຄັ້ງທຳອິດ ທີ່ ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ຈັດສະເພາະໃຫ້ແກ່ພາກທຸລະກິດ ໂດຍຈຸດປະສົງ ເພື່ອສ້າງຄວາມເຂົ້າໃຈ ແລະ ເຜີຍແຜ່ວິທີການນຳໃຊ້ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ (Lao PDR Trade Portal ຫຼື LTP) ໃຫ້ພາກທຸລະກິດ ໄດ້ຮຽນຮູ້ເປັນຕົ້ນແມ່ນ ວິທີການເຂົ້າຫາຂໍ້ມູນ, ຄົ້ນຫາຂໍ້ມຸນ, ຄົ້ນຫາສິນຄ້າ, ອັດຕາພາສີ  ແລະ ການຕິດຕາມຂໍ້ມູນທີ່ຕິດພັນກັບ ການນຳເຂົ້າ ແລະ ສົ່ງອອກສິນຄ້າ ໂດຍຜ່ານເວັບໄຊທ໌ສູນຂໍ້ມູນຂ່າວສານທາງດ້ານການຄ້າ www.laotradeportal.gov.lawww.laotradeportal.org  ຫລື www.laotradeportal.com.

ໃນການຝຶກອົບຮົມດັ່ງກ່າວ ໄດ້ມີການນໍາສະເໜີເນື້ອໃນ ກ່ຽວກັບ ສູນຂໍ້ມູນຂ່າວສານນີ້ ແລະ ເນື້ອໃນທີ່ສໍາຄັນອື່ນໆ ເຊັ່ນ: ເຜີຍແຜ່ແນວຄວາມຄິດ ແລະ ວິທີການນຳໃຊ້ສູນຂໍ້ມູນຂ່າວສານທາງດ້ານການຄ້າ, ຄວາມເປັນມາໃນການສ້າງສູນຂໍ້ມູນຂ່າວສານທາງດ້ານການຄ້າ, ຈຸດປະສົງ ແລະ ຄວາມຈຳເປັນ ໃນການສ້າງສູນຂໍ້ມູນຂ່າວສານດ້ານການຄ້າ ແລະ ສາທິດການເຂົ້າເຖິງຂໍ້ມູນທີ່ຫຼາກຫຼາຍ ແລະ ງ່າຍດາຍ (ເຊັ່ນ: ກົດໝາຍ, ລະບຽບການ, ຂັ້ນຕອນການນຳເຂົ້າ-ສົ່ງອອກ, ອັດຕາພາສີ ແລະ ຂໍ້ມູນການຄ້າອື່ນໆ). ນອກນີ້, ກໍ່ຍັງໃຫ້ຮູ້ວ່າມີ ຂໍ້ມູນການເຂົ້າສູ່ຕະຫຼາດ, ສິດທິພິເສດດ້ານການຄ້າ, ສັນຍາ CBTA,ຈຸດສອບຖາມ SPS & TBT ແລະ ຂໍ້ມູນດ້ານການຄ້າອື່ນໆ. ນອກນຈາກນີ້, ຜູ້ຊົມໃຊ້ຍັງ ສາມາດສົ່ງຄໍາຖາມທີ່ຕິດພັນກັບວຽກງານການຄ້າ ໂດຍສະເພາະແມ່ນຄໍາຖາມທີ່ ກ່ຽວກັບ ການນຳເຂົ້າ-ສົ່ງອອກ ໂດຍຜ່ານທາງອີເມລ໌ ພາຍໃນ ແລະ ໜ້າເວັບໄຊ໌ຂອງ ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ.

ນອກຈາກບົດຮຽນ ກ່ຽວກັບ ການເຂົ້າຫາຂໍ້ມູນຂ່າວສານໃນໜ້າເວັບໄຊ໌ແລ້ວ, ຍັງໄດ້ນຳສະເໜີເຄື່ອງມືທີ່ເປັນປະໂຫຍດ ສຳລັບຜູ້ຊົມໃຊ້ ໃນການຕິດຕາມຂໍ້ມູນຂ່າວສານທີ່ມີການອັບເດດໃນເວັບໃຊ້ໃຫ້ທັນກັບສະພາບການ ກໍ່ຄືການສະໝັກ ເຂົ້າເປັນສະມາຊິກຂອງສູນຂໍ້ມູນຂ່າວສານທາງດ້ານການຄ້າ ແບບບໍ່ເສຍຄ່າໃດໆ. ເຊິ່ງຜູ້ທີ່ເປັນສະມາຊິກ ຈະໄດ້ຮັບສິດນໍາໃຊ້ບໍລິການເຊັ່ນ: ການຮັບຂ່າວ, ປະກາດ, ແຈ້ງການສຳລັບເຫດການຕ່າງໆ ແລະ ລະບຽບກົດໝາຍໃໝ່ໆ ຈາກທາງເວັບໄຊທ໌ LTP ເຊິ່ງລະບົບຈະມີບໍລິການແຈ້ງຂ່າວໃຫ້ ທາງອີເມວສ່ວນຕົວຂອງສະມາຊິກ ເມື່ອມີຂ່າວ ຫຼື ແຈ້ງການໃຫ່ມທີ່ເພີ່ມເຂົ້າມາໃນສູນຂໍ້ມູນຂ່າວສານທາງດ້ານການຄ້າ. ປະຈຸບັນສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ມີສະມາຊິກທັງໝົດ 990 ຄົນ.

ການຝຶກອົບຮົມໃນຄັ້ງນີ້ ນັກສຳມະນາກອນໄດ້ໃຫ້ຄວາມສົນໃຈ ແລະ ຮຽນຮູ້ເອົາບົດຮຽນ ການນໍາໃຊ້ສູນຂໍ້ມູນຂ່າວສານຢ່າງຕັ້ງໜ້າ ເຊິ່ງໄດ້ສະແດງອອກໃນການສົນທະນາ​ແລ​ກປ່ຽນ​ບົດຮຽນຢ່າງກົງໄປກົງມາ ແລະ ​ເປັນ​ຂະ​ບວນຟົດ​ຟື້ນ ເຮັດໃຫ້ການຝຶກອົບຮົມ ໄດ້ຮັບໝາກຜົນຕາມລະດັບຄາດໝາຍທີ່ວາງໄວ້.

ການຈັດຝຶກອົບຮົມລັກສະນະດັ່ງກ່າວນີ້, ຍັງຈະສືບຕໍ່ມີຄັ້ງຕໍ່ໆໄປ ເພື່ອເປັນການເຜີຍແຜ່ຄວາມຮູ້ຢ່າງກກວ້າງຂວາງ ແລະ ທັງເປັນການສ້າງຄວາມເຂັ້ມແຂງໃຫ້ບັນດາພາກທຸລະກິດ ທີ່ດຳເນີນການນຳເຂົ້າ ແລະ ສົ່ງອອກ ໃນຂອບເຂດທົ່ວປະເທດ ເຊິ່ງຈະເຮັດໃຫ້ພາກທຸລະກິດໄດ້ຮັບຮູ້ຂໍ້ມູນຂ່າວສານທ່ວງທັນຕໍ່ສະພາບການ ໂດຍການນໍາໃຊ້ເຄື່ອງມືທີ່ທັນສະໄໝ ຫຼື ICT ເພື່ອເຂົ້າເຖິງຂໍ້ມູນຂ່າວສານທາງດ້ານການຄ້າໄດ້ຢ່າງສະດວກ ແລະ ງ່າຍດາຍຂຶ້ນກວ່າເກົ່າ ທັງນີ້ກໍ່ເພື່ອ ຫຼຸດຜ່ອນຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ ໃນການດຳເນີນທຸລະກິດອີກດ້ວຍ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.