ກອງ​ປະຊຸມ​ດັ່ງກ່າວ​ໄດ້​ດຳ​ເນີນ​ໄ​ປຕາມ​ວາລະ, ພາຍຫຼັງທີ່​ທ່ານ​ລັດຖະມົນຕີ​ວ່າການ ກະຊວງ​ສາທາລະນະ​ສຸກ ​ໄດ້​ກ່າວ​ຕ້ອນຮັບ ​ແລະ ມີ​ຄຳ​ເຫັນ​ໃ​ນກອງ​ປະຊຸມ​ຢ່າງ​ເປັນ​ທາງ​ການ ຊຶ່ງ​ໄດ້​ເນັ້ນໜັກ ​ແລະ ​ໃຫ້​ຄວາມ​ສຳຄັນ​ຂອງ​ຊັບ​ພະຍາກອນ​ທຳ​ມະ​ຊາດ​ທີ່​ເປັນ​ຢາ ​ເພື່ອ​ເຮັດ​ໃຫ້ນຳ​ໃຊ້​ຢ່າງ​ຖືກຕ້ອງ, ຖືກ​ວິທີ ​ແລະ ມີ​ຄຸນ​ນະພາ​ບ. ນອກ​ນີ້ ຍັງ​ໄດ້​ເນັ້ນໜັກວຽກງານ​ການ​ອອກ​ອະນຸຍາດ​ຂຸດ​ຄົ້ນ, ການ​ປະສານ​ງານ​ຄຸ້ມ​ຄອງ​ລະຫວ່າງ ຂະ​ແໜງການ​ທີ່​ກ່ຽວຂ້ອງ​ດ້ານ​ຊັບ​ພະຍາກອນ​ທຳ​ມະ​ຊາດ​ທີ່​ເປັນ​ຢາ, ​ເພື່ອ​ເຮັດ​ໃຫ້ການຂຸ​ດຄົ້ນ​ໃຫ້​ຖືກ​ວິທີ, ຮັກສາ​ຄວາມ​ຍືນ​ຍົງ​ທາງ​ທຳ​ມະ​ຊາດ ​ໂດຍ​ຮຽກຮ້ອງ​ໃຫ້​ມີ​ຄວາມ​ຮັບຜິດຊອບ​ຮ່ວມ​ກັນ​ທຸກໆພາກສ່ວນ​ກັບ​ຂະ​ແໜງການ​ທີ່​ກ່ຽວຂ້ອງ. ກອງ​ປະຊຸມ​ຄັ້ງນີ້ ​ແມ່ນ​ກອງ​ປະຊຸມ​ສືບຕໍ່ຈາກ 2 ກອງ​ປະຊຸມ ທີ່​ກະຊວງ​ສາທາລະນະ​ສຸກ ​ໄດ້​ຈັດ​ຂື້ນ ຄື: ກອງ​ປະຊຸມ​ຢາພື້ນ​ເມືອງ​ທົ່ວ​ປະ​ເທດ​ຄັ້ງທີ 3, ​ແລະ ກອງ​ປະຊຸມ​ສື​ບຕໍ່ທົບ​ທວນຄືນ​ກາງ​ສະ​ໄໝຂອງ​ການຈັດຕັ້ງປະຕິບັດ​ແຜນການ​ພັດທະນາ​ຢາພື້ນ​ເມືອງ ຈັດ​ຂື້ນ​ເມື່ອ​ເດືອນ​ກັນຍາ 2014 ​ເຊິ່ງຜົນ​ກອງ​ປະຊຸມ ​ໄດ້​ຍົກ​ໃຫ້​ເຫັນ​ສະພາບ​ຫຍຸ້ງຍາກ ​ໃນ​ການຈັດຕັ້ງປະຕິບັດ​ຄຸ້ມ​ຄອງ​ຊັບພະຍາກອນ​ທຳ​ມະ​ຊາດ​ທີ່​ເປັນ​ຢາ​ຢູ່​ຂັ້ນທ້ອງ​ຖິ່ນ ​ແມ່ນ​ຍັງ​ບໍ່ທັນ​ມິ​ລະບົບ​ການ​ຄຸ້ມ​ຄອງ​ທີ່​ເປັນ​ເອກະ​ພາບ ​ເຮັດ​ໃຫ້​ມີ​ການ​ຂຸດ​ຄົ້ນ​ແບບ​ຊະຊາຍ, ບໍ່​ຖືກຫຼັກວິຊາ​ການ ​ແລະ ກໍ​ຍັງ​ມີ​ຊ່ອງ​ວ່າງຫຼາຍ ​ເຮັດ​ໃຫ້​ຜົນ​ຕອບ​ແທນ​ດ້ານ​ເສດຖະກິດ ບໍ່ຄຸ້ມ​ຄ່າ​ເທົ່າ​ທີ່​ຄວນ. ນອກ​ນີ້, ການ​ປະສານ​ງານ​ລະຫວ່າງ​ຂະ​ແໜງການ​ກ່ຽວຂ້ອງ​ກໍ​ຍັງ​ເຮັດບໍ່​ໄດ້​ດີ.

​​ທ່ານ ຫົວໜ້າກົມ​ອາຫານ ​ແລະ ຢາ ​ໄດ້​ຂຶ້ນລາຍ​ງານ​ການຈັດຕັ້ງປະຕິບັດ​ການ​ເຜີຍ​ແຜ່ບັນດາ​ກົດໝາຍ, ດຳລັດ, ​ແຈ້ງ​ການ​ຕ່າງໆ ​ໂດຍ​ເນັ້ນ​​ໃສ່ໃຫ້ຜູ້​ເຂົ້າຮ່ວມ​ເຂົ້າ​ໃຈ ດຳລັດ 155/ນຍ ກ່ຽວກັບ ຊັບພະຍາກອນ​ທີ່​ເປັນ​ຢາ ຊຶ່ງ​ຜ່ານ​ມາ​ໃນ​ປີ 2007 ມີ​ບັນຊີ​ຊັບພະຍາກອນ​ທຳ​ມະ​ຊາດ​ທີ່​ເປັນ​ຢາ 30 ລາຍການ ​ແລະ ປີ 2013 ​ໄດ້​ມີ​ເພິ່ມອີກ 20 ລາຍການ ລວມ​ເປັນ 50 ລາຍການ. ນອກ​ນີ້, ທ່ານ ຍັງ​ໄດ້​ລາຍ​ງານ​ຕຶ່ມກ່ຽວກັບ​ການຈັດຕັ້ງປະຕິບັດ​ແຈ້ງ​ການ. ການ​ອອກ​ອະ​ນຸຍາດ​ຕ່າງໆ ທີ່​ເປັນໜັງສື​ລັດຖະການ ​ເພື່ອ​ໃຫ້​ບໍລິສັດ​ດຳ​ເນີນ​ກິດ​ຈະ​ການສະກັດ, ປຸງ​ແຕ່ງ​ຊັບພະຍາກອນ​ທຳ​ມະ​ຊາດ​ທີ່​ເປັນ​ຢາ ​ໂດຍ​ສະ​ເພາະ ​ໂຮງ​ງານ​ສະກັດ​ຝຸ່ນ​ເຄືອ​ແຮມ ທີ່​ບໍ່​ໄດ້​ມາດຕະຖານ ທີ່​ໄດ້​ສ້າງຕັ້ງຂຶ້ນຢູ່​ບາງ​ແຂວ​ງ ​ແມ່ນ​ໄດ້​ສະ​ເໜີ​ໃຫ້​ຍຸດຕິ​ການ​ອະນຸມັດ ຫຼື ອອກ​ອະນຸຍາດ. ພ້ອມ​ນີ້, ທາງ​ລັດຖະບານ​ເອງ ກໍ​ໄດ້​ອອກໜັງມື​ແຈ້ງ​ການ ​ເພື່ອ​ໃຫ້​ຂະ​ແໜງການ​ທີ່​ກ່ຽວຂ້ອງ​ເອົາ​​ໃຈ​ໃສ່, ກຳນົດ​ລະອຽດມາດ​ຕະການ, ​ເງື່ອນ​ໄຂ​ຂອງ​ບັນດາ​ໂຮງງານ​ສະກັດ​ຝຸ່ນ​ຈາກ​ຊັບ​ພະຍາກອນ​ທຳ​ມະ​ຊາດ.

ຜົນ​ຂອງກອງ​ປະຊຸມ​ໃນ​ຄັ້ງນີ້ ​ແມ່ນ​ສາມາດ​ສະຫຼຸບ​ໄດ້​ວ່າ: ຈະ​ສືບຕໍ່​ເຜີຍ​ແຜ່ ​ແລະ ຈັດຕັ້ງປະຕິບັດ ​ດຳລັດ​ວ່າ​ດ້ວຍ​ຊັບພະຍາກອນ​ທຳ​ມະ​ຊາດ​ທີ່​ເປັນ​ຢາ ສະບັບ​ເລກທີ 155/ນຍ, ລົງ​ວັນ​ທີ 30 ມີນາ 2003; ສືບຕໍ່​ເພີ່ມ​ທະວີ​ຂອດ​ການ​ປະສານ​ງານ​ຮ່ວມ​ມື​ລະຫວ່າງ​ຂະ​ແໜງການ​ທີ່​ກ່ຽວຂ້ອງ ​ເຊັ່ນ: ຂັ້ນສູນ​ກາງ, ຂັ້ນ​ແຂວງ ​ແລະ ​ເມືອງ ຮອດ​ກຸ່ມ​ບ້ານ ​ເພື່ອກຳນົດ​ການ​ແບ່ງ​ຄວາມ​ຮັບຜິດຊອບ​ແບບ​ຈະ​ແຈ້ງ; ສືບ​ຕໍ່ສ້າງ​ກຳນົດມາດ​ຕະການ, ມາດຖານ​ຂອງ​ໂຮງງານ ​ໂດຍ​ຮ່ວມ​ມື​ກັບ​ກົມ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ, ກົມ​ອຸດ​ສະຫະ​ກຳ ​ແລະ ຫັດຖະກຳ, ກົມ​ອາຫານ ​ແລະ ຢາ ​ເພື່ອ​ກຳ​ນົດ​ແຜນການ​ຄຸ້ມ​ຄອງ​ກວດກາ, ການ​ຂຸດ​ຄົ້ນ ລວມ​ເຖິງ​ການ​ອອກໜັງສື​ອະນຸມັດ​ນຳ​ເຂົ້າ-ສົ່ງອອກ ​ເພື່ອ​ຮັບປະກັນ​ທາງ​ດ້ານຫຼັກການ; ສືບຕໍ່​ເຜີຍ​ແຜ່​ຂໍ້​ມູນ​ຜ່ານ​ສື່​ຕ່າງໆ ​​ເຊັ່ນ: ​ໂທລະພາບ, ວິທະຍຸ, ​ແຜ່ນ​ພັບ ​ແລະ ​ໂປ​ສ​ເຕີ້​ເພື່ອຄວາມ​ເຂົ້າ​ໃຈ​ໃຫ້​ປະຊາຊົນ ​ແລະ ພາກ​ທຸລະ​ກິດ​ຮັບ​ຊາບ; ສືບຕໍ່​ປັບປຸງ​ຂັ້ນຕອນ​ການ​ອອກ​ອະນຸຍາດ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ສິນຄ້າ​ປະ​ເພດ​ຢາ ​ໃຫ້​ມີ​ຄວາມ​ກະທັດ​ຮັດ, ວ່ອງ​ໄວ​ຂື້ນ ​ເນື່ອງ​ຈາກ​ວ່າ​ໄລຍະ​ຜ່ານ​ມາ​ໃຊ້​ເວລາ​ພິຈາລະນາ​ດົນ​ເກີນ​ໄປ; ສະ​ເໜີ​ໃຫ້ ກະຊວງ​ອຸດ​ສະຫະ​ກຳ ​ແລະ ການ​ຄ້າ ຊ່ວຍ​ເປັນ​ຜູ້​ປະສານ​ງານ​ຂະ​ແໜງການ​ທີ່​ກ່ຽວຂ້ອງ ​ເຊັ່ນ: ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ກະຊວງ​ສາທາລະນະ​ສຸກ ​ໃນ​ການກໍານົດສິນຄ້າ​ຄຸ້ມ​ຄອງ​​ຢ່າງ​ຈະ​ແຈ້ງ ​ແລະ ​ໃຫ້ການ​ຊ່ວຍ​ເຫຼືອ​ເຜີຍ​ແຜ່​ຂໍ້​ມູນຂ່າວສານ​ໃຫ້​ທັນ​ສະພາບ​ການ. ​ເພື່ອ​ຮັບ​ປະກັນ​ການ​ມີ​ສ່ວນ​ຮ່ວມ​ຂອງ​ສັງຄົມ, ຫຼີກລ້ຽງຜົນ​ກະທົບ​ຕໍ່ສິ່ງ​ແວດ​ລ້ອມ ​ແລະ ຊັບພະຍາກອນ​ທຳ​ມະ​ຊາດ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.