ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ສົ່ງອອກ ແລະ ຜູ້ດຳເນີນທຸລະກິດສຸຂານາໄມພືດ ຫຼີກເວັ້ນຜົນກະທົບ ຕໍ່ຜະລິດຕະພັນກະສິກຳ ແລະ ປ່າໄມ້ ຂອງ ສປປ ລາວ ໄປຍັງ ສສ ຫວຽດນາມ ພ້ອມທັງຮັບປະກັນການປະຕິບັດຕາມມາດຕະຖານສາກົນ ດ້ານມາດຕະການສຸຂານາໄມພືດ ຂອງສົນທິສັນຍາປ້ອງກັນພືດສາກົນ (ISPMs, IPPC) ແລະ ລະບຽບການນໍາເຂົ້າດ້ານສຸຂານາໄມພືດ ຂອງ ສສ ຫວຽດນາມ. ທ່ານ​ລັດຖະມົນ​ຕີ ກະຊວງ ກະສິກຳ ແລະ ປ່າໄມ້ ໄດ້ອອກ ຄໍາສັ່ງ ກ່ຽວກັບ ການເພິ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາຢັ້ງຢຶນສຸຂານາໄມພືດ ສໍາລັບພືດ ແລະ ຜະລິດຕະພັນພືດ ສົ່ງອອກໄປຍັງ ສສ ຫວຽດນາມ ສະບັບເລກທີ 3300/ ກປ, ນະຄອນຫຼວງວຽງຈັນ, ລົງວັນທີ 30 ຕຸລາ 2014.

​ໂດຍ​ອິງ​ຕາມ ບົດ​ບັນທຶກ​ການ​ຮ່ວມ​ມື​ລະຫວ່າງ​ກົມ​ປູກ​ຝັງ (ສປປ ລາວ) ​ແລະ ກົມ​ປ້ອງ​ກັນ​ພືດ (ສສ ຫວຽດນາມ) ກ່ຽວກັບ ການ​ກັກ​ກັນ​ພືດ ​ແລະ ການ​ກວດກາ​ປະຕູ​ດຽວ ຄັ້ງດຽ​ວ ຄັ້ງວັນ​ທີ 3/10/2014 ທີ່​ແຂວງ​ກວາງ​ຈິ ສສ ຫວຽດນາມ ​ແລະ ​ແຈ້ງ​ການ​ຂອງ​ກົມປ້ອງ​ກັນ​ພືດ ສສ ຫວຽດນາມ ກ່ຽວກັບການຢັ້ງຢືນ ສຸຂາ​ນາ​ໄມ​ພືດ ສຳລັບ​ພືດ ​ແລະ ຜະລິດ​ຕະພັນ​ພືດ ສົ່ງ​ອອກ​ໄປ ສສ ຫວຽດນາມ, ລົງ​ວັນ​ທີ 14/10/2014 ​ເພື່ອ​​ເປັນ​ການ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ພາກ​ລັດ ກໍ​ຄື​ທຸລະ​ກິດ ​ໃນ​ການ​ແຈ້ງ ​ແລະ ກວດກາ​ຢູ່​ຈຸດ​ດຽວ ຊຶ່ງ​ເປັນ​ການ​ຊ່ວຍ​ປະ​ຫຍັດ​ທັງ​ເວລາ ​ແລະ ຄ່າ​ໃຊ້​ຈ່າຍ.

# ຫົວຂໍ້ ດາວໂຫຼດ
1 Order to Increase Strictness on Administration and Inspection of Phytosanitary Certification for Plants and Plant Products to Socialist Republic of Vietnam PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.