ຂົວ​ມິດຕະພາບ​ລາວ-​ມຽນມາ ຕັ້ງຢູ່​ບ້ານ​ຫ້ວຍ​ກຸ່ມ ຫ່າງ​ຈາກ​ບ້ານ​ຊຽງກົກ​ໄປ​ທາງ​ທິ​ດ​ເໜືອປະມານ 13 ກິ​ໂລ​ແມັດ ຂຶ້ນກັບ​ເມືອງ​ລອງ ​ແຂວງຫຼວງນ້ຳທາ ສປປ ລາວ ​ແລະ ປະມານ 500 ​​ແມັດ ທາງ​ໃຕ້​ຂອງ​ບ້ານ​ຊຽງລາບ ​ເມືອງ​ທ່າ​ຂີ້​ເຫຼັກ ລັດ​ສານ ສສ ມຽນມາ, ​ເປັນ​ການ​ເຊື່ອມທາງຫຼວງ​ເລກທີ 17 ຂອງ​ລາວ ກັບ ທາງຫຼວງ​ເລກທີ 4 ຂອງ​ມຽນມາ.

ຂົວ​ແຫ່ງ​ນີ້ ​ໄດ້​ລົງມື​ກໍ່ສ້າງ​ໃນ​ວັນ​ທີ 16 ກຸມພາ 2013 ລວມ​ໄລ​ຍະ​ເວລາ​ກໍ່ສ້າງ​ຕາມ​ສັນຍາ 30 ​ເດືອນ ​ແຕ່​ການກໍ່ສ້າງ​ສຳ​ເລັດ​ກ່ອນ​ແຜນການ 5 ​ເດືອນ, ມີ​ຄວາມ​ຍາວ 691,6 ​ແມັດ ກວ້າງ 10,9 ​ແມັດ, ມີ​ທາງ​ລົດ​ແລ່ນ 2 ຊ່ອງຈາລະ​ຈອນ ກວ້າງ 8,5 ​ແມັດ ​ແລະ ທາງ​ຍ່າງ​ສອງ​​ເບຶ້ອງໆ ລະ 1,2 ​ແມັດ, ​ເປັນ​ຂົວ​ທີ່​ມີ​ຂາງປະສົມ​ເຊິ່ງມີ​ຂາງ​ເຫຼັກຍາວ 360 ​ແມັດ ສູງ 12 ​ແມັດ​ຢູ່​ທາງ​ກາງ ​ແລະ ຂາ​ງ​ເບ​ຕົງ​ຍາວ 331,6 ​ແມັດ​ຢູ່​ສອງ​ຝັ່ງ. ທາງ​ເຂົ້າ​ແຕ່​ດ່ານ​ຫາ​ຂວາ​ເບື້ອງລາວ​ຍາວ 758 ​ແມັດ ​ແລະ ​ແຕ່​ດ່ານ​ຫາ​ຂົວ​ເບື້ອງມຽນມາ​ຍາວ 610 ​ແມັດ. ຕົວ​ຂົວ​ມີ​ມູນ​ຄ່າ​ການກໍ່ສ້າງ 26 ລ້ານ​ໂດ​ລາ​ສະຫະລັດ ​ເມື່ອ​ລວມກັບ​ດ່ານ​ມີ​ມູນ​ຄ່າ​ທັງໝົດ 32 ລ້ານ​ໂດ​ລາ​ສະຫະລັດ ​ເຊິ່ງ​ໃຊ້​ງົບປະມານ​ພາຍ​ໃນ​ຂອງ​ລັດຖະບານ​ລາວ ​ແລະ ມຽນມາ. ຂົວ​ແຫ່ງ​ນີ້ອອກ​ແບບ​ໃຫ້​ຮັບ​ນ້ຳໜັກລົດ​ບັນທຸ​ກ 10 ລໍ້​ໄດ້ 75 ​ໂຕນ, ຮັບ​ແຮງ​ສັ່ນ​ຂອງ​ແຜ່ນດິນ​ໄຫວ​ໃນ​ລະດັບ 7,0 ຣິກ​ເຕີ ​ແລະ ກຳ​ປັ່ນ​ລະດັບ 500 ​ໂຕນ​ສາມາດ​ແລ່ນ​ຜ່ານ​ໄດ້.

ທ່ານ ດຣ. ທອງລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນ​ຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ກ່າວ​ວ່າ: ການກໍ່ສ້າງ​ຂົວ​ມິດຕະພາບ​ລະຫວ່າງ​ລາວ-ມຽນມາ​ແຫ່ງ​ທຳ​ອິດ ​ໄດ້​ເປັນ​ການ​ຕອບ​ສະໜອງຄວາມ​ມຸ່ງ​ມາດ​ປາດ​ຖະໜາອັນ​ແຮງ​ກ້າ​ຂອງ​ລັດຖະບານ ກໍ່ຄື​ປະຊາຊົນ​ສອງ​ຊາດ​ລາວ-​ມຽນມາ ທັງ​ສອດຄ່ອງ​ກັບ​ທ່າ​ແຮງ​ແຫ່ງ​ການ​ຮ່ວມ​ມື​ເພື່ອ​ພັດທະນາ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ພາກພື້ນ ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ບັນ​ດາ​ປະ​ເທດ​ໃນ​ອະນຸ​ພາກພື້ນອ່າງ​ແມ່ນ້ຳຂອງ ຕາມ​ແລວ​ເສດ​ຖະກິດ​ຕາ​ເວັນ​ອອກ-​ຕາ​ເວັນ​ຕົກ, ທັງ​ເປັນ​ການ​ກະກຽມ​ເຂົ້າ​ເປັນ​ປະຊາ​ຄົມ​ເສດຖະກິດ​ອາຊຽນ ຫຼື ​ເອອີ​ຊີ ​ໃນ​ປີ 2015.

ສປປ ລາວ ຈະ​ຮ່ວມ​ກັບ​ຝ່າຍ​ມຽນມາ ນໍາ​ໃຊ້​ຂົວ​ແຫ່ງ​ນີ້ ​ເພື່ອ​ນຳ​ເອົາ​ຜົນ​ປະ​ໂຫຍ​ດສູງ​ສຸດ​ມາສູ່​ປະຊາຊົນ​ລາວ ​ແລະ ມຽນມາ ກໍ່ຄື​ໃນ​​ເສີມ​ຂະຫຍາຍ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ຄ້າ, ການ​ລົງທຶນ ​ແລະ ການທ່ອງທ່ຽວຂອງ​ສ​ອງປະ​ເທດ​ລາວ-​ມຽນມາ ​ແລະ ຂອງ​ອະນຸ​ພາກພື້ນຂອງ​ເຮົາ​ອີກ​ດ້ວຍ.

ແຫຼ່ງທີ່​ມາ: ໜັງສື​ພິມ ​ເສດຖະກິດ​ການຄ້າ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.