ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ     ເລກທີ 0896/ອຄ.ພນ
ນະຄອນຫລວງວຽງຈັນ.11 ພຶດສະພາ 2015

ຄຳສັ່ງ
ຂອງລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ
ກ່ຽວກັບການຄວບຄຸມລາຄາການຜະລິດຕະພັນຢາສູບ ດ້ວຍການກຳນົດລາຄາຂາຍຍ່ອຍຕໍ່າສຸດ.

ເຖິງ: ທ່ານຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງວຽງຈັນ.

  • ອີງຕາມດຳລັດເລກທີ 522/ນຍ,ລົງວັນທີ 23/12/2011, ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກະຊວງອຸດສາຫະກຳ ແລະ ການຄ້າ.
  • ອີງຕາມດຳລັດເລກທີ 474/ນຍ, ລົງວັນທີ 18/11/2010, ວ່າດ້ວຍການຄຸມຄອງລາຄາສິນຄ້າ ແລະ ຄ່າບໍລິການ.
  • ອີງຕາມແຈ້ງການຂອງຫ້ອງວ່າການລັດຖະບານເລກທີ 346/ຫລບ.ກສສ, ລົງວັນທີ 26/02/2015 ກ່ຽວກັບການຄວບຄຸມລາຄາຢາສູບດ້ວຍມາດຕະການກຳນົດລາຄາຂາຍຍ່ອຍຕໍ່າສຸດ.

ເພື່ອເປັນການປົກປັກຮັກສາສຸຂະພາບຂອງພົນລະເມືອງ ທີ່ໄດ້ຮັບຜົນກະທົບຈາກການຊົມໃຊ້ຜະ ລິດຕະພັນຢາສູບ ແລະ ການຮັບຄວັນຢາສູບ, ແນໃສ່ຫຼຸດຜ່ອນການເຂົ້າເຖິງຢາສູບຂອງຊາວໜຸ່ມເຍົາ ວະຊົນ, ຫຼຸດຜ່ອນການຄ້າຂາຍຢາສູບນອກລະບົບ,ຮັກສາສະເຖຍລະພາບທາງດ້ານລາຄາ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ່ດຳເນີນທຸລະກິດທີ່ຖືກຕ້ອງ, ຜູ່ຊົມໃຊ້ ແລະ ຜົນປະໂຫຍດຂອງລັດ.

ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ອອກຄຳສັ່ງ:

1.  ໃຫ້ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫລວງຊີ້ນຳຫ້ອງການອຸດ ສາຫະກຳ ແລະ ການຄ້າເມືອງ ເຜີຍແຜ່ ແລະ ແນະນຳຄຳສັ່ງສະບັບນີ້ໃຫ້ບັນດາໂຮງງານຜະລິດຢາສູບ, ຕະຫຼາດ ແລະ ຫ້າງຮ້າງທັງຫລາຍ ພາຍໃນຂອບເຂດເມືອງຕົນດັ່ງນີ້:

  • ໃຫ້ຄຸ້ມຄອງລາຄາຂາຍຍ່ອຍຜະລິດຕະພັນຢາສູບທຸກຍີ່ຫໍ້, ຊຶ່ງນຳເຂົ້າຈາກຕ່າງປະເທດ ແລະ ຜະລິດຢູພາຍໃນທີ່ວາງຂາຍຢູ່ທ້ອງຕະຫຼາດ ແລະ ຫ້າງຮ້ານຕ່າງໆ ໂດຍແນະນຳໃຫ້ເຂົາເຈົ້າຂາຍໃນລາຄາຕໍ່າສຸດບໍ່ໃຫ້ຫຼຸດ ສາມພັນກີບ (3.000 ກີບ) ຕໍ່ຊອງ.
  • ຢາສູບທີ່ວາງຂາຍໃນຕະຫລາດ ແລະ ຫ້າງຮ້ານຕ່າງໆ ຕ້ອງຕິດສະແຕມອາກອນໃສ່ແຕ່ລະຊອງ ແລະ ແຕ່ລະຕຸດ.
  • ຢາສູບຕ້ອງຮັບປະກັນຄຸນນະພາບ, ບໍ່ເຊື່ອມຄຸນ, ເສຍຄຸນ ຫຼື ໝົດອາຍຸ.
  • ສຳລັບຢາສູບທີ່ນຳເຂົ້າຈາກຕ່າງປະເທດ ຕ້ອງມີເອກະສານຢັ້ງຢືນການນຳເຂົ້າຢ່າງຖືກຕ້ອງ.

ການເຜີຍແຜ່ ແລະ ແນະນຳ ໃຫ້ບັນດາໂຮງງານຜະລິຢາສູບ, ຕະຫຼາດ ແລະ ຫ້າງຮ້ານທັງ ຫຼາຍພາຍໃນຂອບເຂດເມືອງຕົນກ່ຽວກັບເນື້ອໃນຄຳສັ່ງສະບັບນີ້ໃຫ້ເຮັດສຳເລັດພາຍໃນ 30 ວັນ ນັບແຕ່ຄຳສັ່ງສະບັບນີ້ມີຜົນສັກສິດເປັນຕົ້ນໄປ.

2.  ພາຍຫຼັງທີ່ເຜີຍແຜ່ ແລະ ແນະນຳແລ້ວ ໃຫ້ກົມການຄ້າພາຍໃນ ແລະ ພະແນກ ອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງ ແຕ່ງຕັ້ງໃຫ້ເຈົ້າໜ້າທີ່ກວດກາການຄ້າລົງຕິດ ຕາມກວດກາຢູ່ຕະຫຼາດ ແລະ ຫ້າງຮ້ານຕ່າງໆ ຖ້າພົບເຫັນການລະເມີດໃດໜຶ່ງ ດັ່ງທີ່ລະບຸໄວ້ໃນຂໍ້ 1 ຂອງຄຳສັ່ງສະບັບນີ້ ໃຫ້ດຳເນີນມາດຕະການຕໍ່ຜູ່ລະເມີດຕາມທີ່ກຳນົດໄວ້ໃນຂໍ້ 3 ຂອງຄຳສັ່ງສະບັບນີ້ ແລະ ຕາມທີ່ໄດ້ກຳນົດໄວ້ໃນດຳລັດ ສະບັບເລກທີ 474/ນຍ, ລົງວັນທີ 18/11/2010 ວ່າດ້ວຍການຄຸມຄອງລາຄາສິນຄ້າ ແລະ ຄ່າບໍລິການ ແລະ ລະບຽບກົດໝາຍທີ່ກ່ຽວຂ້ອງ.

3.  ການປະຕິບັດມາດຕະການຕໍ່ຜູ່ທີ່ລະເມີດ ໃຫ້ປະຕິບັດດັ່ງນີ້:

1).  ລະເມີດຄັ້ງທີໜຶ່ງໃຫ້ຕັກເຕື່ອນ ແລະ ເຮັດບົດບັນທຶກເຊັນຮັບຮູ້ການລະເມີດ;

2). ຖ້າມີການລະເມີດຄັ້ງທີສອງໃຫ້ດໍາເນີນການປັບໄໝແຕ່ຫ້າແສນກີບໜຶ່ງລ້ານກີບຫາໜຶ່ງລ້ານກີບ ( 500.000 ກີບ- 1.000.000 ກີບ);

3). ຖ້າມີການລະເມີດຄັ້ງທີ່ສາມໃຫ້ດຳເນີນການປັບໃໝແຕ່ໜຶ່ງລ້ານຫາສອງລ້ານກີບ (1.000.000ກີບ-2.000.000ກີບ)ແລະອາຍັດຜະລິດຕະພັນຢາສູບທີ່ບໍ່ຖືກຕ້ອງທັງໝົດ.

4.  ການປະຕິບັດມາດຕະການຕໍ່ຜູ່ລະເມີດ ແມ່ນໃຫ້ເລີ່ມປະຕິບັດ  ພາຍຫຼັງ 45 ວັນ ນັບແຕ່ຄຳສັ່ງສະບັບນີ້ມີຜົນສັກສິດເປັນຕົ້ນໄປ.

5.  ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫລວງ ລາຍງານຜົນການຈັດຕັ້ງປະຕິບັດທຸກໆ 03 ເດືອນ, ຖ້າຫາກພົບຂໍ້ຫຍຸ້ງຍາກ ໃນເວລາຈັດຕັ້ງປະຕິບັດ ໃຫ້ລາຍງານດ່ວນຕໍ່ ກະຊວງອຸດສາຫະກຳ ແລະ ການຄ້າ ( ກົມການຄ້າພາຍໃນ ) ເພື່ອຄົ້ນຄ້ວາ ແລະ ໃຫ້ທິດຊີ້ນຳວິທີການແກ້ໄຂ.

6.  ມອບໃຫ້ກົມການຄ້າພາຍໃນ ຕິດຕາມ ແລະ ໃຫ້ຄຳແນະນໍາ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ,ນະຄອນຫລວງ ໃນການຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ຢ່າງມີປະສິດທິ ພາບສູງ;

7.  ມອບໃຫ້ພະແນກອຸດສະຫະກໍາ ແລະ ການຄ້າ ແຂວງ, ນະຄອນຫລວງ, ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ຈົ່ງພ້ອມກັນຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ຢ່າງເຂັ້ມງວດ.

8.  ຄຳສັ່ງສະບັບນີ້ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

 

ລັດຖະມົນຕີວ່າການ
ກະຊວງອຸດສາຫະກໍາ ແລະ ການຄ້າ

(ເຊັນ ແລະ ປະທັບຕາ)
ນ. ເຂັມມະນີ ພົນເສນາ

ສຳເນົາສົ່ງ:

1.   ຫ້ອງການລັດຖະບານ “ຕາງລາຍງານ”
2.   ຄະນະນຳກະຊວງ 04 ທ່ານ “ເພື່ອຊາບ”
3.   ບັນດາກົມ, ຫ້ອງການ, ສະຖາບັນ ອ້ອມຂ້າງກະຊວງ “ເພື່ອຊາບ ແລະ ຕິດຕາມ”
4.   ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ “ເພື່ອຊີ້ນຳການຈັດຕັ້ງປະຕິບັດຂອງພາກທຸລະກິດ”
5.   ກະຊວງການເງິນ “ເພື່ອລາຍງານ”
6.   ກະຊວງສາທາລະນະສຸກ “ເພື່ອລາຍງານ”

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Order of the Minister of Industry and Commerce on Controlling Tobacco Production Price by indicating Retailing Minimum Price, No. 0896/MoIC.IC, dated 11th May 2015 PDF
2 ຄຳສັ່ງ ຂອງລັດຖະມົນຕີວ່າການ ກະຊວງ ອຄ ກ່ຽວກັບການຄວບຄຸມລາຄາຜະລິດຕະພັນຢາສູບ ດ້ວຍການກຳນົດລາຄາຂາ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.