ເພື່ອຮັບປະກັນຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນໄມ້ ແລະ ອີງໃສ່ ຄວາມສາມາດຕົວຈິງໃນການຜະລິດຂອງບັນດາໂຮງງານປຸງແຕ່ງໄມ້ພາຍໃນປະເທດ. ກະຊວງ ອຄ ອອກ ຄໍາສັ່ງແນະນໍາເພີ່ມເຕີມ ກ່ຽວກັບ ຜະລິດຕະພັນໄມ້ເຄິ່ງສໍາເລັດຮູບທີ່ສາມາດສົ່ງອອກໄປຕ່າງປະເທດໄດ້ ສະບັບເລກທີ 2156/ອຄ.ກຂອ, ລົງວັນທີ 19 ຕຸລາ 2015 ​ເຊິ່ງ​ໄດ້​ກໍານົດ​ໃຫ້​ພະ​ແນ​ກອຸດສາຫະກໍາ ​ແລະ ການ​ຄ້າ​ແຂວງ, ນະຄອນຫຼວງວຽງຈັນ ​ເປັນ​ຜູ່​ພິຈາລະນາອະນຸຍາດ​ການສົ່ງ​ອອກ​ຜະລິດ​ຕະພັນ​ໄມ້​ເຄິ່ງສໍາ​ເລັດ​ຮູບ ທີ່​ໄດ້​ລະບຸ​ໄວ້​ໃນ​ຕາຕະລາງ​ຊ້ອນ​ທ້າ​ຍ 2 ຂອງ​ຂໍ້ຕົກລົງວ່າ​ດ້ວຍ​ຜະລິດ​ຕະພັນ​ໄມ້, ​ສະບັບ​ເລກທີ 2005/ອຄ. ກອຫ, ລົງ​ວັນ​ທີ 28 ກັນຍາ 2015. ຍົກ​ເວັ້ນ​ໄມ້​ເສົາ​ໂຊ ​ແມ່ນໃຫ້​ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ສົມທົບ​ກັບ​ຂະ​ແໜງການ​ກ່ຽວຂ້ອງ ກວດກາ​ແຫຼ່ງທີ່​ມາ​ຂອງ​ໄມ້ ​ແລ້ວ​ລາຍ​ງານ​ໃຫ້ ກົມ​ການ​ນໍາ​ເຂົ້າ ​ແລະ ສົ່ງ​ອອກ,​ ກະຊວງ ອຸດສາຫະກໍາ ​ແລະ ການ​ຄ້າ ​ເປັນ​ຜູ່​ພິຈາລະນາ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.