ກົດໝາຍ ວ່າດ້ວຍ ການແຂ່ງຂັນທາງທຸລະກິດ ສະບັບ ເລກທີ 60/ສພຊ, ລົງວັນທີ 14 ກໍລະກົດ 2015 ​ໄດ້​ກໍານົດ ກ່ຽວກັບ​ ຫຼັກການ, ລະບຽບການ ແລະ ມາດຕະການ ການຄຸ້ມຄອງ, ການຕິດຕາມກວດກາ ການເຄື່ອນໄຫວວຽກງານແຂ່ງຂັນທາງທຸລະກິດ ເພື່ອໃຫ້ວຽກງານດັ່ງກ່າວຖືກຕ້ອງ, ເປັນທຳ, ໂປ່ງໃສ ມີຄວາມຄ່ອງຕົວ ແລະ ມີຄວາມສະເໝີພາບຕໍ່ໜ້າກົດໝາຍ ແນໃສ່ ຕ້ານ ແລະ ສະກັດກັ້ນການແຂ່ງຂັນທີ່ບໍ່ເປັນທຳ ແລະ ການຈຳກັດການແຂ່ງຂັນທາງທຸລະກິດ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ຜູ່ດຳເນີນທຸລະກິດ ແລະ ຜູ່ຊົມໃຊ້, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ຂະຫຍາຍຕົວ ແລະ ໝັ້ນຄົງ. ໂດຍໄດ້ກໍານົດຫຼັກການກ່ຽວກັບວຽກງານແຂ່ງຂັນທາງທຸລະກິດ ໃຫ້ປະຕິບັດຕາມຫຼັກການຕົ້ນຕໍ ດັ່ງນີ້:

1.       ຮັບປະກັນຄວາມສອດຄ່ອງກັບນະໂຍບາຍ, ກົດໝາຍ ແລະ ລະບຽບການ;
2.       ຮັບປະກັນສິດ ແລະ ຜົນປະໂຫຍດ ຂອງລັດ,  ຜູ່ດຳເນີນທຸລະກິດ ແລະ ຜູ່ຊົມໃຊ້;
3.       ຮັບປະກັນຄວາມສະເໝີພາບ, ຄວາມໂປ່ງໃສ ແລະ ຄວາມຍຸຕິທຳໃນການແຂ່ງຂັນທາງທຸລະກິດ;   
4.       ຮັບປະກັນການຜະລິດ, ການຈຳໜ່າຍສິນຄ້າ ແລະ ການບໍລິການທີ່ດີ, ມີຄຸນນະພາບ, ໄດ້ມາດຕະຖານ ແລະ ລາຄາທີ່ເປັນທຳ;

5.       ເຄົາລົບ ແລະ ປະຕິບັດຕາມ ສັນຍາສາກົນ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.

ກົດໝາຍສະບັບດັ່ງກ່າວນີ້ ໄດ້ເອົາລົງໃນຈົດໝາຍເຫດທາງລັດຖະການ ວັນທີ 24 ພະຈິກ 2015 ແລະ ມີຜົນບົງຄັບໃຊ້ເລີ່ມແຕ່ວັນທີ 9 ທັນວາ 2015  ເປັນຕົ້ນໄປ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.