ສາລະບານ

ໝວດທີ I - ຫຼັກການທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ເປົ້າໝາຍ
ມາດຕາ 3. ການອະທິບາຍຄໍາສັບ
ມາດຕາ 4. ຂອບເຂດການນໍາໃຊ້

ໝວດທີ II - ການດໍາເນີນທຸລະກິດຢາປາບສັດຕູພືດ

ມາດຕາ 5. ການດໍາເນີນທຸລະກິດຢາປາບສັດຕູພືດ
ມາດຕາ 6. ໃບອະນຸຍາດນໍາເຂົ້າ, ສົ່ງອອກ ແລະ ຂາຍຢາປາບສັດຕູພືດ
ມາດຕາ 7. ການບັນທຶກ
ມາດຕາ 8. ພັນທະຂອງຜູ້ປະກອບການດ້ານຢາປາບສັດຕູພືດ

ໝວດທີ III - ການຈົດທະບຽນຢາປາບສັດຕູພືດ

ມາດຕາ 9. ການຈົດທະບຽນຢາປາບສັດຕູພືດ
ມາດຕາ 10. ຢາປາບສັດຕູພືດທີ່ຍົກເວັ້ນການຈົດທະບຽນ
ມາດຕາ 11. ເງື່ອນໄຂຂອງການຂໍຈັດທະບຽນ
ມາດຕາ 12. ຄໍາຮ້ອງຂໍຈົດທະບຽນ
ມາດຕາ 13. ການພິຈາລະນາຈົດທະບຽນ
ມາດຕາ 14. ໃບທະບຽນຢາປາບສັດຕູພືດ
ມາດຕາ 15. ການຖອນໃບທະບຽນຢາປາບສັດຕູພືດ
ມາດຕາ 16. ໜ່ວຍງານທະບຽນຢາປາບສັດຕູພືດ

ໝວດທີ IV - ການຄຸ້ມຄອງການຜະລິດ, ນໍາເຂົ້າ, ສົ່ງອອກ, ຈໍາໜ່າຍ, ຂົນສົ່ງ, ເກັບຮັກສາ ແລະ ສົ່ງຜ່ານຢາປາບສັດຕູພືດ

ມາດຕາ 17. ການຜະລິດ
ມາດຕາ 18. ການນໍາເຂົ້າ ແລະ ສົ່ງອອກ
ມາດຕາ 19. ການຈໍາໜ່າຍ ຫຼື ຂາຍຢາປາບສັດຕູພືດ
ມາດຕາ 20. ການຂົນສົ່ງ
ມາດຕາ 21. ການເກັບຮັກສາ
ມາດຕາ 22. ການສົ່ງຜ່ານ

ໝວດທີ V - ການນໍາໃຊ້ ແລະ ການທໍາລາຍຖິ້ມຢາປາບສັດຕູພືດ

ມາດຕາ 23. ການນໍາໃຊ້ຢາປາບສັດຕູພືດ
ມາດຕາ 24. ການທໍາລາຍ ແລະ ຖິ້ມຢາປາບສັດຕູພືດ

ໝວດທີ VI - ການຫຸ້ມຫໍ່, ການຕິດສະຫຼາກ ແລະ ການໂຄສະນາ

ມາດຕາ 25. ການຫຸ້ມຫໍ່
ມາດຕາ 26. ການຕິດສະຫຼາກ
ມາດຕາ 27. ການໂຄສະນາ

ໝວດທີ VII - ການຄຸ້ມຄອງ ແລະ ການກວດກາ

ມາດຕາ 28. ການຄຸ້ມຄອງ ແລະ ກວດກາຢາປາບສັດຕູພືດ
ມາດຕາ 29. ການກວດກາຢາປາບສັດຕູພືດ
ມາດຕາ 30. ຮູບການກວດກາຢາປາບສັດຕູພືດ
ມາດຕາ 31. ສິດ ແລະ ໜ້າທີ່ຂອງກົມປູກຝັງ
ມາດຕາ 32. ສິດ ແລະ ໜ້າທີ່ຂອງພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ນະຄອນ
ມາດຕາ 33. ສິດ ແລະ ໜ້າທີ່ຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ແລະ ເທດສະບານ
ມາດຕາ 34. ສິດ ແລະ ໜ້າທີ່ຂອງໜ່ວຍງານກວດກາຢາປາບສັດຕູພືດ

ໝວດທີ VIII - ຄ່າທໍານຽມ ແລະ ຄ່າບໍລິການ

ມາດຕາ 35. ຄ່າທໍານຽມ ແລະ ຄ່າບໍລິການ

ໝວດທີ IX - ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 36. ນະໂຍບາຍຕໍ່ຜູ້ມີຜົນງານ
ມາດຕາ 37. ນະໂຍບາຍຕໍ່ພະນັກງານ ສັງກັດຫ້ອງວິໄຈຢາປາບສັດຕູພືດ
ມາດຕາ 38. ມາດຕະການຕໍ່ຜູ້ລະເມີດ

ໝວດທີ X - ບົດບັນຍັດສຸດທ້າຍ

ມາດຕາ 39. ການຈັດຕັ້ງປະຕິບັດ
ມາດຕາ 40. ຜົນສັກສິດ

ເອກະສານຄັດຕິດ 1 - ບັນຊີຢາປາບສັດຕູພືດທີ່ຍົກເລີກນໍາໃຊ້ໃນ ສປປລາວ, ມິຖຸນາ 2010
ເອກະສານຄັດຕິດ 2 - ການຈັດປະເພດຢາປາບສັດຕູພືດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກໍາ ແລະ ປ່າໄມ້  ເລກທີ 2860/ກປ
ນະຄອນຫລວງວຽງຈັນ, ວັນທີ 11 ມິຖຸນາ 2010

ຂໍ້ຕົກລົງຂອງລັດຖະມົນຕີ
ວ່າດ້ວຍການຄຸ້ມຄອງຢາປາບສັດຕູພືດໃນ ສປປລາວ

  • ອີງຕາມ ກົດໝາຍວ່າດ້ວຍກະສິກໍາ ສະບັບເລກທີ 01/98. ສພຊ, ລົງວັນທີ 10 ຕຸລາ 1998;
  • ອີງຕາມ ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ສະບັບເລກທີ 02/99/ສພຊ, ລົງວັນທີ 3 ເມສາ 1999;
  • ອີງຕາມ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບເລກທີ 03/ສພຊ, ລົງວັນທີ 21 ຕຸລາ 2003;
  • ອີງຕາມ ກົດໝາຍວ່າດ້ວຍອາຫານ ສະບັບເລກທີ 04/ສພຊ, ລົງວັນທີ 15 ພຶດສະພາ 2004;
  • ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 148/ນຍ, ລົງວັນທີ 10 ພຶດສະພາ 2007.

ລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້ອອກຂໍ້ຕົກລົງ:

ໝວດທີ I
ຫຼັກການທົ່ວໄປ

ມາດຕາ 1. ຈຸດປະສົງ
   ເພື່ອກໍານົດຫຼັກການ, ລະບຽບການ, ມາດຕະຖານ ແລະ ມາດຕະການຕ່າງໆ ໃນການຄຸ້ມຄອງບັນດາກິດຈະກໍາທີ່ກ່ຽວຂ້ອງ ກັບຢາປາບສັດຕູພືດໃນ ສປປລາວ ເພື່ອປົກປ້ອງສຸຂະພາບຂອງຄົນ, ສັດ, ພືດ ແລະ ປົກປັກຮັກສາສິ່ງແວດລ້ອມໃຫ້ສອດຄ່ອງກັບການປະຕິບັດ ພັນທະການຮ່ວມມືລະຫວ່າງປະເທດ ແລະ ລະບຽບການສາກົນທີ່ ສປປລາວ ເປັນພາຄີ. ຂ້າງເທິງ

ມາດຕາ 2. ເປົ້າໝາຍ
   ຂໍ້ຕົກລົງສະບັບນີ້ ໃຊ້ເປັນເຄື່ອງມືໃນການຄຸ້ມຄອງ, ຕິດຕາມ, ກວດກາການຜະລິດ, ນໍາເຂົ້າ-ສົ່ງອອກ, ຈໍາໜ່າຍ, ຂົນສົ່ງ, ເກັບຮັກສາ, ນໍາໃຊ້, ທໍາລາຍ, ຖິ້ມຢາປາບສັດຕູພືດໃຫ້ຖືກຕ້ອງຕາມຫຼັກວິຊາການ ໃຫ້ມີຄວາມປອດໄພຕໍ່ສຸຂະພາບຂອງຄົນ, ສັດ, ພືດ ແລະ ປົກປັກຮັກສາສິ່ງແວດລ້ອມ, ແນໃສ່ເຮັດໃຫ້ການນໍາໃຊ້, ການເຄື່ອນໄຫວຂອງຫົວໜ່ວຍທຸລະກິດ ແລະ ກິດຈະການດ້ານຢາປາບສັດຕູພືດ ໄດ້ດໍາເນີນໄປຕາມຫຼັກການ, ລະບຽບ ແລະ ມາດຕະການໃນຂໍ້ຕົກລົງສະບັບນີ້. ຂ້າງເທິງ

ມາດຕາ 3. ການອະທິບາຍຄໍາສັບ
   ຄໍາສັບຕ່າງໆທີ່ນໍາໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້:

   ຢາປາບສັດຕູພືດ ໝາຍເຖິງສານພິດໃດໜຶ່ງ ຫຼື ສ່ວນປະະສົມຂອງສານພິດຕ່າງໆ ທີ່ມີເປົ້າໝາຍເພື່ອການປ້ອງກັນ, ກໍາຈັດ ຫຼື ຄວບຄຸມສັດຕູພືດໃດໜຶ່ງ, ຊຶ່ງລວມທັງພາຫະນໍາເຊື້ອພະຍາດຂອງຄົນ ຫຼື ພະຍາດສັດ, ພືດທີ່ບໍ່ຕ້ອງການ ຫຼື ບັນດາສັດທີ່ເປັນສາເຫດ ເຮັດໃຫ້ເກີດຄວາມອັນຕະລາຍ ຫຼື ລົບກວນໃນໄລຍະເວລາຂອງການຜະລິດ, ການປຸງແຕ່ງ, ການເກັບຮັກສາ, ການຂົນສົ່ງ ຫຼື ການຄ້າຂາຍອາຫານ, ຜະລິດຕະພັນກະສິກໍາ, ໄມ້ ແລະ ຜະລິດຕະພັນໄມ້ ຫຼື ອາຫານສັດ, ຫຼື ບັນດາສານພິດທີ່ກໍາຈັດເຫັບ, ໝັດ ຫຼື ສັດຕູພືດອື່ນໆທີ່ມາລົບກວນສັດລ້ຽງ. ຢາປາບສັດຕູພືດ ຍັງລວມທັງບັນດາສານພິດທີ່ມີເປົ້າໝາຍ ເພື່ອນໍາໃຊ້ເຂົ້າໃນການຄວບຄຸມ ການຈະເລີນເຕີບໂຕຂອງພືດເຊັ່ນ: ເຮັດໃຫ້ໃບພືດຫຼົ່ນ, ໃບພືດແຫ້ງ ຫຼື ເຮັດໃຫ້ໝາກໄມ້ນ້ອຍ ຫຼື ປ້ອງກັນໝາກໄມ້ຫຼົ່ນກ່ອນສຸກ, ນອກນີ້, ຍັງລວມມີບັນດາສານເຄມີທີ່ນໍາໃຊ້ກັບພືດ ກ່ອນ ຫຼື ຫຼັງເກັບກ່ຽວ ເພື່ອປ້ອງກັນຜົນຜະລິດຈາກ ການເສື່ອມຄຸນນະພາບລົງໃນໄລຍະ ເກັບຮັກສາ ແລະ ຂົນສົ່ງ;
   ຢາປາບສັດຕູພືດທີ່ຍົກເລີກນໍາໃຊ້ ໝາຍເຖິງຢາປາບສັດຕູພືດ ຊຶ່ງຖືກຫ້າມ ສໍາລັບທຸກການນໍາໃຊ້ໂດຍລະບຽບການ, ເພື່ອປົກປ້ອງສຸຂະພາບຂອງຄົນ, ສັດ ແລະ ປົກປັກຮັກສາສິ່ງແວດລ້ອມ. ໃນນີ້ ຍັງລວມທັງຢາປາບສັດຕູພືດ ຊຶ່ງຖືກປະຕິເສດຈາກ ການຮັບຮອງໃຫ້ນໍາໃຊ້, ຫຼື ຍົກເລີກການຈໍາໜ່າຍໂດຍຜູ້ຜະລິດ ຫຼື ຈາກອົງກອນທີ່ກ່ຽວຂ້ອງ ທີ່ມີຫຼັກຖານທີ່ແຈ່ມແຈ້ງ;
   ພືດທີ່ບໍ່ຕ້ອງການ ໝາຍເຖິງພືດທີ່ບໍ່ແມ່ນພືດເປົ້າໝາຍ ໃນການປູກ;
   ຜູ້ປະກອບການດ້ານຢາປາບສັດຕູພືດ ໝາຍເຖິງບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ດໍາເນີນທຸລະກິດ, ຜະລິດ, ປະສົມ ຫຼື ເຮັດການຕະຫຼາດກ່ຽວກັບຢາປາບສັດຕູພືດ;
   ຜູ້ຄ້າຂາຍ ໝາຍເຖິງບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ດໍາເນີນທຸລະກິດເຮັດການຄ້າຂາຍ ຊຶ່ງລວມທັງການສົ່ງອອກ, ນໍາເຂົ້າ ແລະ ຈໍາໜ່າຍຢູ່ພາຍໃນປະເທດ;
   ສູດປະສົມ ໝາຍເຖິງການປະສົມຈາກສານພິດຫຼາຍຊະນິດ ເພື່ອເຮັດໃຫ້ຜະລິດຕະພັນມີ ປະສິດທິຜົນສໍາລັບເປົ້າໝາຍຂອງຜູ້ນໍາໃຊ້;
   ສານອອກລິດ ໝາຍເຖິງພາກສ່ວນທີ່ມີປະຕິກິລິຍາ ທາງຊີວະວິທະຍາ ຂອງຢາປາບສັດຕູພືດ;
   ການຈົດທະບຽນ ໝາຍເຖິງຂະບວນການໃນຄວາມຮັບຜິດຊອບຂອງ ລັດຖະບານລະດັບຊາດ ຫຼື ອໍານາດລະດັບພາກພື້ນ ອະນຸຍາດໃຫ້ຂາຍ ແລະ ນໍາໃຊ້ຢາປາບສັດຕູພືດ ຊຶ່ງຕິດຕາມດ້ວຍການປະເມີນຜົນທາງກວ້າງ ກ່ຽວກັບຂໍ້ມູນຂ່າວສານທາງດ້ານວິທະຍາສາດ ເພື່ອສະແດງໃຫ້ເຫັນວ່າ ຜະລິດຕະພັນນັ້ນມີປະສິດທິພາບ ເພື່ອບັນລຸຕາມເປົ້າໝາຍ ແລະ ບໍ່ເຮັດໃຫ້ເກີດຄວາມສ່ຽງຕໍ່ສຸຂະພາບຂອງຄົນ, ສັດ ຫຼື ສິ່ງແວດລ້ອມ.
   ສະຫຼາກ ໝາຍເຖິງສິ່ງຂຽນ, ສິ່ງພິມ ຫຼື ຮູບແຕ້ມທີ່ຕິດ, ຫຼື ຫ້ອຍມາພ້ອມກັບຢາປາບສັດຕູພືດ ໂດຍກົງ ແລະ ກໍເຊັ່ນດຽວກັນກັບການຕິດຂ້າງນອກ ພາຊະນະບັນຈຸ ຫຼື ສິ່ງຫຸ້ມຫໍ່ພາຊະນະບັນຈຸ ຢາປາບສັດຕູພືດ ເພື່ອຂາຍຍ່ອຍ;
   ສັດຕູຂອງສັດຕູພືດໃນທໍາມະຊາດ ໝາຍເຖິງເຊື້ອພະຍາດ ແລະ ແມງໄມ້ເປັນປະໂຫຍດທີ່ຄວບຄຸມສັດຕູພືດ ໂດຍທໍາມະຊາດເຊັ່ນ: ແມງໄມ້, ແມງກາຝາກ ແລະ ເຊື້ອພະຍາດຕ່າງໆ. ຂ້າງເທິງ

ມາດຕາ 4. ຂອບເຂດການນໍາໃຊ້
   ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບບຸກຄົນ, ນິຕິບຸກຄົນ ແລະ ທຸກການຈັດຕັ້ງທີ່ກ່ຽວຂ້ອງກັບການຜະລິດ, ນໍາເຂົ້າ, ສົ່ງອອກ, ຈໍາໜ່າຍ, ນໍາໃຊ້, ຂົນສົ່ງ, ເກັບຮັກສາ, ທໍາລາຍຖິ້ມຢາປາບສັດຕູພືດຢູ່ ສປປລາວ. ຂ້າງເທິງ

ໝວດທີ II
ການດໍາເນີນທຸລະກິດຢາປາບສັດຕູພືດ

ມາດຕາ 5. ການດໍາເນີນທຸລະກິດຢາປາບສັດຕູພືດ
   ບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຈຸດປະສົງຢາກດໍາເນີນທຸລະກິດ ກ່ຽວກັບຢາປາບສັດຕູພືດ ຕ້ອງຍື່ນຄໍາຮ້ອງຜ່ານຂະແໜງການກະສິກໍາ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອຂໍອະນຸຍາດດໍາເນີນທຸລະກິດ ແລະ ຂໍຈົດທະບຽນວິສາຫະກິດນໍາ ຂະແໜງການອຸດສາຫະກໍາ ແລະ ການຄ້າຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍວິສາຫະກິດ. ຂ້າງເທິງ

ມາດຕາ 6. ໃບອະນຸຍາດນໍາເຂົ້າ, ສົ່ງອອກ ແລະ ຂາຍຢາປາບສັດຕູພືດ
   ບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຈຸດປະສົງຢາກໄດ້ ໃບອະນຸຍາດນໍາເຂົ້າ ຫຼື ສົ່ງອອກຢາປາບສັດຕູພືດ ຕ້ອງຍື່ນຄໍາຮ້ອງຫາຂະແໜງການປູກຝັງ ກ່ອນການນໍາເຂົ້າ ຫຼື ສົ່ງອອກ 3 ວັນລັດຖະການ, ສໍາລັບຂາຍຕ້ອງກ່ອນ 20 ວັນ. ຂ້າງເທິງ

ມາດຕາ 7. ການບັນທຶກ
   ບຸກຄົນ ຫຼື ນິຕິບຸກຄົນ ທີ່ນໍາເຂົ້າ, ສົ່ງອອກ, ຜະລິດ, ເກັບຮັກສາຢາປາບສັດຕູພືດ ຕ້ອງບັນທຶກກ່ຽວກັບປະລິມານ ຂອງຢາປາບສັດຕູພືດທັງໝົດ ແລະ ຂໍ້ມູນອື່ນໆທີ່ກ່ຽວຂ້ອງ ເພື່ອນໍາໃຊ້ເປັນຂໍ້ມູນດ້ານສະຖິຕິ ສະໜອງໃຫ້ແກ່ວຽກງານການຄຸ້ມຄອງ ຢາປາບສັດຕູພືດ. ຂ້າງເທິງ

ມາດຕາ 8. ພັນທະຂອງຜູ້ປະກອບການດ້ານຢາປາບສັດຕູພືດ
   ຜູ້ປະກອບການດ້ານຢາປາບສັດຕູພືດ ຕ້ອງຮັບປະກັນຄວາມປອດໄພ ເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ. ໃນກໍລະນີທີ່ຢາປາບສັດຕູພືດ ສ້າງຄວາມເສຍຫາຍແກ່ຄົນ, ພືດ, ສັດ ແລະ ສິ່ງແວດລ້ອມ ຜູ້ດໍາເນີນທຸລະກິດຕ້ອງຮັບຜິດຊອບ ຕໍ່ກົດໝາຍ.
   ຜູ້ດໍາເນີນທຸລະກິດຢາປາບສັດຕູພືດ ຕ້ອງໃຫ້ການຮ່ວມມືກັບພະນັກງານ ວິຊາການຂອງໜ່ວຍງານຄຸ້ມຄອງ ແລະ ກວດກາຢາປາບສັດຕູພືດ, ສະໜອງບັນດາເອກະສານ ແລະ ບົດບັນທຶກຕາມການຮ້ອງຂໍ ແລະ ອໍານວຍຄວາມສະດວກໃຫ້ແກ່ ການປະຕິບັດງານຂອງໜ່ວຍງານດັ່ງກ່າວ. ຂ້າງເທິງ

ໝວດທີ III
ການຈົດທະບຽນຢາປາບສັດຕູພືດ

ມາດຕາ 9. ການຈົດທະບຽນຢາປາບສັດຕູພືດ
   ຢາປາບສັດຕູພືດທີ່ຜະລິດ, ນໍາເຂົ້າ-ສົ່ງອອກ, ຈໍາໜ່າຍ ແລະ ນໍາໃຊ້ໃນ ສປປລາວ ຕ້ອງໄດ້ຈົດທະບຽນນໍາກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້. ຂ້າງເທິງ

ມາດຕາ 10. ຢາປາບສັດຕູພືດທີ່ຍົກເວັ້ນການຈົດທະບຽນ
   ຢາປາບສັດຕູພືດ ທີ່ບໍ່ຈໍາເປັນຕ້ອງຈົດທະບຽນມີດັ່ງນີ້:

  1. ຢາປາບສັດຕູພືດ ທີ່ສະກັດຈາກພືດ ຊຶ່ງບໍ່ມີການບັນຈຸສະເພາະ ເພື່ອຈໍາໜ່າຍ;
  2. ຢາປາບສັດຕູພືດ ນໍາໃຊ້ເຂົ້າໃນການຄົ້ນຄວ້າ, ທົດລອງ, ວາງສະແດງ, ຊ່ວຍເຫຼືອ ແລະ ຮັບໃຊ້ພາຍໃນໂຄງການໃດໜຶ່ງ ຂອງລັດຖະບານ, ແຕ່ຢາປາບສັດຕູພືດດັ່ງກ່າວ ຕ້ອງໄດ້ຈົດທະບຽນ ແລະ ອະນຸຍາດຈໍາໜ່າຍຈາກ ອົງການຄຸ້ມຄອງຂອງປະເທດຜູ້ຜະລິດ ຫຼື ສົ່ງອອກ ແລະ ຕ້ອງຜ່ານການກວດກາຈາກ ກະຊວງກະສິກໍາ ແລະ ປ່າໄມ້. ຂ້າງເທິງ

ມາດຕາ 11. ເງື່ອນໄຂຂອງການຂໍຈັດທະບຽນ
   ບຸກຄົນ ຫຼື ນິຕິບຸກຄົນ ທີ່ຈະຂໍຈົດທະບຽນຢາປາບສັດຕູພືດ ຕ້ອງມີເງື່ອນໄຂດັ່ງນີ້:

  1. ຜູ້ທີ່ໄດ້ຮັບໃບອະນຸຍາດ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 19 ຂອງຂໍ້ຕົກລົງສະບັບນີ້;
  2. ຢາປາບສັດຕູພືດທີ່ຈະນໍາເຂົ້າ ຕ້ອງໄດ້ຈົດທະບຽນຈາກປະເທດສົ່ງອອກ. ຂ້າງເທິງ

ມາດຕາ 12. ຄໍາຮ້ອງຂໍຈົດທະບຽນ
   ຄໍາຮ້ອງຂໍຈົດທະບຽນຢາປາບສັດຕູພືດ ປະກອບດ້ວຍບັນດາເອກະສານດັ່ງນີ້:

  1. ສໍາເນົາໃບທະບຽນວິສາຫະກິດ;
  2. ສໍາເນົາໃບທະບຽນຢາປາບສັດຕູພືດ ຈາກປະເທດສົ່ງອອກ ຫຼື/ແລະ ປະເທດຕົ້ນກໍາເນີດ;
  3. ໃບມອບສິດໃຫ້ຈົດທະບຽນຈາກ ບໍລິສັດຜະລິດ ຫຼື ປະເທດສົ່ງອອກ;
  4. ຄູ່ມືການນໍາໃຊ້ຢາປາບສັດຕູພືດ;
  5. ຕົວຢ່າງຢາປາບສັດຕູພືດ. ຂ້າງເທິງ

ມາດຕາ 13. ການພິຈາລະນາຈົດທະບຽນ
   ກົມປູກຝັງ ຕ້ອງພິຈາລະນາຈົດທະບຽນ ຫຼື ປະຕິເສດການຈົດທະບຽນ ພາຍໃນກໍານົດເວລາ 30 ວັນລັດຖະການ ນັບແຕ່ວັນໄດ້ຮັບຄໍາຮ້ອງເປັນຕົ້ນໄປ, ໃນກໍລະນີປະຕິເສດກົມປູກຝັງ ຕ້ອງແຈ້ງເຫດຜົນເປັນລາຍລັກອັກສອນ ໃຫ້ຜູ້ຮ້ອງຂໍຊາບ. ຂ້າງເທິງ

ມາດຕາ 14. ໃບທະບຽນຢາປາບສັດຕູພືດ
   ໃບທະບຽນຢາປາບສັດຕູພືດ ແມ່ນເອກະສານທາງການຊຶ່ງອອກໃຫ້ໂດຍ ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ຊຶ່ງມີອາຍຸການນໍາໃຊ້ 2 ປີ. ຖ້າມີຈຸດປະສົງຢາກສືບຕໍ່, ເຈົ້າຂອງທະບຽນ ຕ້ອງຍື່ນຄໍາຮ້ອງຂໍຈົດທະບຽນນໍາ ກົມປູກຝັງກ່ອນໝົດອາຍຸ 2 ເດືອນ. ຄໍາຮ້ອງ ແລະ ການພິຈາລະນາຕໍ່ທະບຽນ ຢາປາບສັດຕູພືດໃຫ້ປະຕິບັດຕາມມາດຕາ 12 ແລະ 13 ຂອງຂໍ້ຕົກລົງສະບັບນີ້. ຂ້າງເທິງ

ມາດຕາ 15. ການຖອນໃບທະບຽນຢາປາບສັດຕູພືດ
   ໃບທະບຽນຢາປາບສັດຕູພືດ ສາມາດຖອນໄດ້ກ່ອນໝົດອາຍຸນໍາໃຊ້ ໂດຍຫົວໜ້າກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ໃນກໍລະນີໃດໜຶ່ງດັ່ງນີ້:

  • ມີການລະເມີດຂໍ້ຕົກລົງສະບັບນີ້ ຫຼື ລະບຽບກົດໝາຍທີ່ກ່ຽວຂ້ອງຢ່າງຮ້າຍແຮງ ໂດຍຜູ້ຖືໃບທະບຽນ ຫຼື ຕົວແທນທີ່ຖືກມອບໝາຍຂອງຜູ້ກ່ຽວ;
  • ຢາປາບສັດຕູພືດບໍ່ມີປະສິດທິພາບ ຫຼື ບໍ່ຖືກຕ້ອງຕາມທີ່ໄດ້ກໍານົດໄວ້ ໃນໃບທະບຽນ;
  • ຢາປາບສັດຕູພືດຖືກສັ່ງຖອນອອກຈາກຕະຫຼາດ;
  • ໃນກໍລະນີລົບລ້າງໃບທະບຽນ, ກົມປູກຝັງຕ້ອງກໍານົດ ໄລຍະເວລາໃຫ້ເໝາະສົມ ເພື່ອການຈໍາໜ່າຍ ແລະ ນໍາໃຊ້ຜະລິດຕະພັນດັ່ງກ່າວ ໃຫ້ໝົດໄປ.

   ການຖອນໃບທະບຽນ ຕ້ອງໄດ້ແຈ້ງໃຫ້ພາກສ່ວນທີ່ກ່ຽວຂ້ອງຊາບ. ຂ້າງເທິງ

ມາດຕາ 16. ໜ່ວຍງານທະບຽນຢາປາບສັດຕູພືດ
   ໜ່ວຍງານທະບຽນຢາປາບສັດຕູພືດ ເປັນໜ່ວຍງານໜຶ່ງຢູ່ພາຍໃຕ້ການຄຸ້ມຄອງຂອງ ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້, ຊຶ່ງມີສິດ ແລະ ໜ້າທີ່ຕົ້ນຕໍດັ່ງນີ້:

  1. ທົບທວນຄືນຄໍາຮ້ອງຂໍຈົດທະບຽນ ແລະ ພິຈາລະນາຈົດທະບຽນຢາປາບສັດຕູພືດ;
  2. ທົບທວນຄືນບັນຊີການຈົດທະບຽນ ຢາປາບສັດຕູພືດຢ່າງເປັນປົກກະຕິ ເພື່ອໃຫ້ຮູ້ວ່າຢາປາບສັດຕູພືດ ເຫຼົ່ານັ້ນຍັງຢູ່ໃນເງື່ອນໄຂທີ່ໄດ້ກໍານົດໄວ້ ບົນພື້ນຖານຂໍ້ມູນທາງດ້ານວິທະຍາສາດ ສະບັບລ້າສຸດ;
  3. ຮຽບຮຽງ ແລະ ຮັບຮອງເອົາສະຫຼາກຢາປາບສັດຕູພືດ;
  4. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ໝວດທີ IV
ການຄຸ້ມຄອງການຜະລິດ, ນໍາເຂົ້າ, ສົ່ງອອກ, ຈໍາໜ່າຍ, ຂົນສົ່ງ, ເກັບຮັກສາ ແລະ ສົ່ງຜ່ານຢາປາບສັດຕູພືດ

ມາດຕາ 17. ການຜະລິດ
   ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງຜະລິດຢາປາບສັດຕູພືດ ຕ້ອງໄດ້ເຮັດຄໍາຮ້ອງພ້ອມທັງບົດວິພາກເສດຖະກິດ ແລະ ເຕັກນິກການຜະລິດຕໍ່ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 18. ການນໍາເຂົ້າ ແລະ ສົ່ງອອກ
   ຢາປາບສັດຕູພືດທີ່ໄດ້ຈົດທະບຽນແລ້ວເທົ່ານັ້ນ ຈຶ່ງສາມາດນໍາເຂົ້າ ຫຼື ສົ່ງອອກ. ໃຫ້ຍື່ນຄໍາຮ້ອງຂໍຈົດທະບຽນນໍາກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ຕ້ອງປະຕິບັດຕາມລະບຽບກົດໝາຍ ທີ່ກ່ຽວຂ້ອງ, ຍົກເວັ້ນຢາປາບສັດຕູພືດທີ່ໄດ້ກໍານົດໄວ້ ໃນມາດຕາ 10 ຂອງຂໍ້ຕົກລົງສະບັບນີ້. ຂ້າງເທິງ

ມາດຕາ 19. ການຈໍາໜ່າຍ ຫຼື ຂາຍຢາປາບສັດຕູພືດ
   ຜູ້ຈໍາໜ່າຍ ຫຼື ຂາຍຢາປາບສັດຕູພືດ ຕ້ອງມີເງື່ອນໄຂດັ່ງນີ້:

  1. ຕ້ອງໄດ້ຮັບການຝຶກອົບຮົມ ແລະ ມີໃບຢັ້ງຢືນກ່ຽວກັບຢາປາບສັດຕູພືດ;
  2. ຕ້ອງມີຄູ່ມືຄວາມປອດໄພ, ວິທີການນໍາໃຊ້ຢາປາບສັດຕູພືດ ເພື່ອແນະນໍາຜູ້ນໍາໃຊ້ ໄດ້ຢ່າງຖືກຕ້ອງຮັບປະກັນບໍ່ໃຫ້ ເປັນອັນຕະລາຍຕໍ່ຜູ້ໃກ້ຄຽງ ຫຼື ສິ່ງແວດລ້ອມ;
  3. ຕ້ອງມີວັດຖຸອຸປະກອນປ້ອງກັນຮ່າງກາຍ ເພື່ອຈໍາໜ່າຍໃຫ້ແກ່ຜູ້ຊື້ຢາປາບສັດຕູພືດ;
  4. ການເກັບຮັກສາຕ້ອງປະຕິບັດຕາມ ມາດຕາ 21 ຂອງຂໍ້ຕົກລົງສະບັບນີ້ຢ່າງເຄັ່ງຄັດ;
  5. ຜູ້ຈໍາໜ່າຍ ຕ້ອງມີການບັນທຶກການສັ່ງຊື້ ແລະ ການຈໍາໜ່າຍ.

   ຂໍ້ຫ້າມສໍາລັບຜູ້ຈໍາໜ່າຍ ຫຼື ຂາຍຢາປາບສັດຕູພືດມີດັ່ງນີ້:

  1. ຈໍາໜ່າຍຢາປາບສັດຕູພືດ ໂດຍບໍ່ມີໃບອະນຸຍາດຈາກພາກສ່ວນ ທີ່ກ່ຽວຂ້ອງ;
  2. ຂາຍຢາປາບສັດຕູພືດຊຶ່ງ:
  • ຢາປາບສັດຕູພືດທີ່ບໍ່ໄດ້ຈົດທະບຽນໃນ ສປປລາວ;
  • ກາຍເຂດອາຍຸການນໍາໃຊ້ ຫຼື ເຫັນວ່າຜິດປົກກະຕິເຊັ່ນ: ຕິດກັນ, ເປັນກ້ອນໃສ, ເປັນວຸ້ນ, ປ່ຽນສີ ແລະອື່ນໆ ຫຼື ພາຊະນະບັນຈຸແຕກ ຫຼື ຮົ່ວ;
  • ບໍ່ມີເຄື່ອງໝາຍ ຫຼື ເຄື່ອງໝາຍຖືກທໍາລາຍ ທີ່ບໍ່ສາມາດອ່ານອອກໄດ້;
  • ມີການປ່ຽນຖ່າຍ ຫຼື ແບ່ງຂາຍ. ຂ້າງເທິງ

ມາດຕາ 20. ການຂົນສົ່ງ
   ຜູ້ຂົນສົ່ງຢາປາບສັດຕູພືດ ຄວນປະຕິບັດດັ່ງນີ້:

  1. ການຂົນສົ່ງຢາປາບສັດຕູພືດ ຊະນິດດຽວ ຫຼື ຫຼາຍຊະນິດລວມກັນເກີນກວ່າ 1.000 ລິດ (ຂອງເຫຼວ) ຫຼື 1.000 ກິໂລກຣາມ (ຂອງແຫ້ງ) ຕ້ອງມີເອກະສານນໍາສົ່ງ ມອບໃຫ້ຜູ້ຂັບລົດຮັກສາໄວ້ ເພື່ອສະດວກໃນການກວດກາຂອງພະນັກງານ ທີ່ກ່ຽວຂ້ອງ, ເອກະສານດັ່ງກ່າວຕ້ອງມີເນື້ອໃນລາຍລະອຽດ ດັ່ງນີ້:
    ກ. ຊື່, ທີ່ຢູ່ ແລະ ເບີໂທລະສັບຂອງຜູ້ຈ້າງຂົນສົ່ງ ແລະ ຜູ້ຂົນສົ່ງ;
    ຂ. ຊື່ສາມັນ ຫຼື ຊື່ທາງເຄມີຂອງຢາປາບສັດຕູພືດ ທີ່ຂົນສົ່ງ;
    ຄ. ປະເພດພາຊະນະທີ່ໃຊ້ບັນຈຸ ຢາປາບສັດຕູພືດ ແລະ ອັດຕາສ່ວນຄວາມເຂັ້ມຂຸ້ນ;
    ງ. ປະລິມານຢາປາບສັດຕູພືດ;
    ຈ. ວິທີປະຕິບັດກໍລະນີມີເຫດສຸກເສີນເຊັ່ນ: ແຕກ, ຮົ່ວ, ຊຶມ, ຕົກເຮ່ຍ;
    ສ. ໃນກໍລະນີຢາປາບສັດຕູພືດທີ່ຂົນສົ່ງເກີນ 1.000ລິດ ຫຼື 1.000 ກິໂລກຣາມ ຕ້ອງມີເອກະສານສະແດງຂໍ້ມູນ ຄວາມປອດໄພ ຂອງຢາປາບສັດຕູພືດ ທີ່ຂົນສົ່ງ (Material Safety Data Sheet);
  2. ການຂົນສົ່ງຢາປາບສັດຕູພືດ ຊຶ່ງມີຄວາມເປັນພິດໃນລະດັບ Ia ຫຼື Ib ເກີນກວ່າ 1.000 ລິດ ຫຼື 1.000 ກິໂລກຣາມ ຕ້ອງໃຫ້ມີຄໍາເຕືອນເປັນອັກສອນສີແດງ ຄໍາວ່າ “ວັດຖຸເປັນພິດ” ແລະ ມີເຄື່ອງໝາຍຫົວກະໂຫຼກ ກັບກະດູກໄຂ່ວສີແດງຂະໜາດໃຫຍ່, ເຫັນໄດ້ງ່າຍຕິດດ້ານຫຼັງ ແລະ ດ້ານຂ້າງ ທັງສອງດ້ານຂອງຍານພາຫະນະທີ່ໃຊ້ຂົນສົ່ງ;
  3. ຕ້ອງລະບຸຈຸດໝາຍປາຍທາງ ຂອງການຂົນສົ່ງຢາປາບສັດຕູພືດ;
  4. ໃຫ້ຄັດເລືອກຜູ້ຂັບຂີ່ຍານພາຫະນະຂົນສົ່ງ ທີ່ມີຄວາມສາມາດຄວບຄຸມ ຍານພາຫະນະທີ່ຂົນສົ່ງຢາປາບສັດຕູພືດ ໄດ້ຢ່າງປອດໄພ;
  5. ບໍ່ຄວນຂົນສົ່ງຢາປາບສັດຕູພືດ ປົນກັບສິ່ງທີ່ມີຊີວິດ ແລະ ວັດຖຸສິ່ງຂອງອື່ນໆ. ຂ້າງເທິງ

ມາດຕາ 21. ການເກັບຮັກສາ
   ຖ້າເກັບຮັກສາຢາປາບສັດຕູພືດ ຫຼາຍກວ່າ 10 ລິດ ຫຼື 10 ກິໂລກຣາມ ສະຖານທີ່ເກັບຮັກສາຢາປາບສັດຕູພືດ ຕ້ອງ:

  1. ຕັ້ງຢູ່ໃນພື້ນທີ່ນໍ້າບໍ່ຖວ້ມ, ຫ່າງຈາກແຫຼ່ງນໍ້າ, ທີ່ຢູ່ອາໄສຂອງຄົນ ແລະ ຄອກສັດລ້ຽງຢ່າງໜ້ອຍ 100 ແມັດ;
  2. ເກັບຮັກສາໄວ້ບ່ອນທີ່ມີ ໂຄງສ້າງແໜ້ນໜາ, ອັດແຈບ ແລະ ໃສ່ກຸນແຈ ພ້ອມທັງຕິດປ້າຍເຕືອນ;
  3. ເກັບຮັກສາຢາປາບສັດຕູພືດ ໄກຈາກແຫຼ່ງຄວາມຮ້ອນ ຫຼື ກາງແດດໂດຍກົງ;
  4. ເກັບຮັກສາຢາປາບສັດຕູພືດ ໂດຍແຍກອອກຈາກສິນຄ້າອື່ນໆ;
  5. ຈັດວາງຢາປາບສັດຕູພືດ ຕາມປະເພດ ແລະ ລະດັບຄວາມອັນຕະລາຍ;
  6. ເກັບຮັກສາຢູ່ໃນພາຊະນະເດີມ ຂອງບໍລິສັດຜູ້ຜະລິດພ້ອມຕິດສະຫຼາກ;
  7. ມີວັດຖຸທີ່ມີຄຸນສົມບັດ ດູດຊັບຂອງເຫຼວເຊັ່ນ: ຖ່ານດໍາ, ຂີ້ເລື່ອຍ, ດິນຊາຍ;
  8. ຮັກສາພື້ນຫ້ອງໃຫ້ສະອາດ ແລະ ແຫ້ງ, ເຮັດຄວາມສະອາດທຸກໆຄັ້ງ ເມື່ອມີຢາປາບສັດຕູພືດຕົກເຮ່ຍ, ຮົ່ວ ຫຼື ຊຶມຈາກພາຊະນະບັນຈຸ;
  9. ມີສະບູ ແລະ ນໍ້າ ເພື່ອທໍາຄວາມສະອາດ ເມື່ອສໍາພັດກັບຢາປາບສັດຕູພືດ;
  10. ນໍາໃຊ້ຖາດ ຫຼື ປາແລັດ ເພື່ອເປັນບ່ອນວາງຢາປາບສັດຕູພືດ ແລະ ບໍ່ຄວນເກັບຮັກສາຢາປາບສັດຕູພືດ ໄວ້ພື້ນຫ້ອງ;
  11. ເກັບຮັກສາພາຊະນະບັນຈຸເປົ່າ ໃນບ່ອນທີ່ປອດໄພຈົນກວ່າຈະນໍາໄປທໍາລາຍຖິ້ມ. ຂ້າງເທິງ

ມາດຕາ 22. ການສົ່ງຜ່ານ
   ຢາປາບສັດຕູພືດທຸກຊະນິດທີ່ສົ່ງຜ່ານ ສປປລາວ ໃຫ້ປະຕິບັດຕາມສັນຍາສອງຝ່າຍ ຫຼື ຫຼາຍຝ່າຍທີ່ ສປປລາວ ເປັນພາຄີ. ຂ້າງເທິງ

ໝວດທີ V
ການນໍາໃຊ້ ແລະ ການທໍາລາຍຖິ້ມຢາປາບສັດຕູພືດ

ມາດຕາ 23. ການນໍາໃຊ້ຢາປາບສັດຕູພືດ
   ບຸກຄົນ ທີ່ຕ້ອງການນໍາໃຊ້ຢາປາບສັດຕູພືດ ຕ້ອງມີຄວາມຮູ້ກ່ຽວກັບຄຸນລັກສະນະຂອງ ຢາປາບສັດຕູພືດ ແລະ ຕ້ອງໄດ້ເອົາໃຈໃສ່ຕໍ່ບັນດາວິທີການດັ່ງນີ້:

  1. ນໍາໃຊ້ວິທີການປ້ອງກັນພືດແບບປະສົມປະສານ ໂດຍເນັ້ນໃສ່ການນໍາໃຊ້ສັດຕູທໍາມະຊາດ ຂອງສັດຕູພືດເພື່ອຄວບຄຸມ ແລະ ກໍາຈັດສັດຕູພືດ;
  2. ນໍາໃຊ້ຢາປາບສັດຕູພືດ ໃຫ້ຖືກຕ້ອງຕາມເປົ້າໝາຍການນໍາໃຊ້ ແລະ ປະຕິບັດໃຫ້ຖືກຕ້ອງຕາມວິທີກໍານົດ ໄວ້ໃນສະຫຼາກ;
  3. ໃສ່ອຸປະກອນປ້ອງກັນຕົວທຸກຄັ້ງ ໃນເວລານໍາໃຊ້, ຜູ້ໃຊ້ແຮງງານຕ້ອງສະໜອງອຸປະກອນ ປ້ອງກັນຕົວທີ່ເໝາະສົມ ລວມທັງຈັດການຝຶກອົບຮົມວິທີນໍາໃຊ້ ໃຫ້ແກ່ຜູ້ອອກແຮງງານ ທີ່ຈະນໍາໃຊ້ຢາປາບສັດຕູພືດ;
  4. ຮັບປະກັນບໍ່ໃຫ້ເກີດມີຜົນກະທົບ ທີ່ເປັນອັນຕະລາຍຕໍ່ຄົນ, ສັດ ແລະ ສິ່ງແວດລ້ອມ;
  5. ລາຍງານສະພາບການກ່ຽວກັບ ອຸປະຕິເຫດ ຫຼື ເຫດການໃດໜຶ່ງທີ່ອາດເປັນອັນຕະລາຍ ເນື່ອງຈາກການນໍາໃຊ້ຢາປາບສັດຕູພືດ ໃຫ້ຂະແໜງການທີ່ກ່ຽວຂ້ອງຊາບທັນທີ. ຂ້າງເທິງ

ມາດຕາ 24. ການທໍາລາຍ ແລະ ຖິ້ມຢາປາບສັດຕູພືດ
   ຜະລິດຕະພັນຢາປາບສັດຕູພືດ ທີ່ບໍ່ໄດ້ມາດຕະຖານ, ປອມ, ໝົດອາຍຸການນໍາໃຊ້, ສິ່ງເສດເຫຼືອຂອງຢາປາບສັດຕູພືດ ຊຶ່ງລວມທັງພາຊະນະ ບັນຈຸເປົ່າ ຕ້ອງທໍາລາຍ ຫຼື ຝັງດິນໃນຂອບເຂດພື້ນທີ່ໆໄດ້ຮັບອະນຸຍາດ ໂດຍບໍ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມ, ເປັນພື້ນທີ່ຮາບພຽງ, ບໍ່ຢູ່ເໜືອແຫຼ່ງນໍ້າ ແລະ ຫ່າງໄກຈາກນໍ້າສ້າງ ຫຼື ນໍ້າບາດານ ແລະ ປະຕິບັດຕາມຫຼັກວິຊາການທີ່ ອົງການຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມໄດ້ກໍານົດໄວ້. ຂ້າງເທິງ

ໝວດທີ VI
ການຫຸ້ມຫໍ່, ການຕິດສະຫຼາກ ແລະ ການໂຄສະນາ

ມາດຕາ 25. ການຫຸ້ມຫໍ່
   ຢາປາບສັດຕູພືດ ຕ້ອງຢູ່ໃນພາຊະນະບັນຈຸເດີມ ຊຶ່ງມີຄວາມປອດໄພໃນເວລານໍາເຂົ້າ, ຂົນສົ່ງ, ເກັບຮັກສາ ຫຼື ຈໍາໜ່າຍ ແລະ ຮັບປະກັນໃຫ້ມີຄວາມປອດໄພ ໃນເວລານໍາໃຊ້ ເພື່ອປ້ອງກັນຄວາມອັນຕະລາຍຕໍ່ ສຸຂະພາບຂອງຄົນ, ສັດ ແລະ ປົກປັກຮັກສາສິ່ງແວດລ້ອມ. ຂ້າງເທິງ

ມາດຕາ 26. ການຕິດສະຫຼາກ

  1. ທຸກຜະລິດຕະພັນຢາປາບສັດຕູພືດ ທີ່ນໍາເຂົ້າ ຫຼື ສົ່ງອອກ ແລະ ຈໍາໜ່າຍໃນ ສປປລາວ ຕ້ອງຖືກບັນຈຸໃນພາຊະນະຕິດດ້ວຍສະຫຼາກ ຊຶ່ງມີເຄື່ອງໝາຍ ແລະ ຂໍ້ຄວາມເປັນພາສາລາວ ຫຼື/ແລະ ພາສາອັງກິດດັ່ງນີ້:
    1.1. ຊື່ທາງການຄ້າຂອງຜະລິດຕະພັນ;
    1.2. ຊື່ເຄມີ (ຊື່ສາມັນ), ສູດປະສົມ ແລະ ຄວາມເຂັ້ມຂຸ້ນຂອງສານເຄມີທີ່ອອກລິດ;
    1.3. ເປົ້າໝາຍຂອງການໃຊ້ເຊັ່ນ: ຊະນິດພືດ ແລະ ສັດຕູພືດ;
    1.4. ອັດຕາການນໍາໃຊ້ ແລະ ວິທີການນໍາໃຊ້;
    1.5. ເຄື່ອງໝາຍ ແລະ ຂໍ້ຄວາມດັ່ງໃນຂໍ້ 2 ຂອງມາດຕານີ້;
    1.6. ປະໂຫຍດ, ວິທີໃຊ້, ວິທີເກັບຮັກສາ, ວິທີປະຕິບັດກ່ຽວກັບ ພາຊະນະບັນຈຸ ແລະ ການປ້ອງກັນການເປັນອັນຕະລາຍ ຫຼື ຄວາມເສຍຫາຍ;
    1.7. ໄລຍະຢຸດເຊົານໍາໃຊ້ ກ່ອນການເກັບກ່ຽວ;
    1.8. ຄໍາເຕືອນ;
    1.9. ອາການໄດ້ຮັບພິດ, ການແກ້ພິດເບື້ອງຕົ້ນ, ຄໍາແນະນໍາ ສໍາລັບແພດ;
    1.10. ລະດັບຄວາມອັນຕະລາຍຂອງຢາປາບສັດຕູພືດ;
    1.11. ຊື່ຜູ້ຜະລິດ;
    1.12. ຂະໜາດບັນຈຸ;
    1.13. ວັນ ເດືອນ ປີ ທີ່ຜະລິດ ຫຼື ໝົດອາຍຸການນໍາໃຊ້;
    1.14. ເລກທະບຽນຢາປາບສັດຕູພືດ.
  2. 2. ສະຫຼາກຢາປາບສັດຕູພືດ ຕ້ອງມີເຄື່ອງໝາຍ ແລະ ຂໍ້ຄວາມດັ່ງນີ້:
    2.1. ຢາປາບສັດຕູພືດ ທີ່ມີຄວາມເປັນພິດຢູ່ໃນລະດັບ Ia ໃຫ້ໃຊ້ເຄື່ອງໝາຍຫົວກະໂຫຼກກັບ ກະດູກໄຂ່ວ ພ້ອມດ້ວຍຂໍ້ຄວາມວ່າ “ພິດຮ້າຍແຮງສູງ” ແລະ ຕ້ອງມີພາບສະແດງຄໍາເຕືອນຕ່າງໆ ຕາມຂໍ້ 3 ຢູ່ໃນແຖບສີແດງ.
    2.2. ຢາປາບສັດຕູພືດ ທີ່ມີຄວາມເປັນພິດຢູ່ໃນລະດັບ Ib ໃຫ້ໃຊ້ເຄື່ອງໝາຍ ຫົວກະດູກກັບ ກະດູກໄຂ່ວ ພ້ອມດ້ວຍຂໍ້ຄວາມວ່າ “ພິດຮ້າຍແຮງ” ແລະ ຕ້ອງມີພາບສະແດງຄໍາເຕືອນຕ່າງໆ ຕາມຂໍ້ 3 ຢູ່ໃນແຖບສີແດງ.
    2.3. ຢາປາບສັດຕູພືດ ທີ່ມີຄວາມເປັນພິດຢູ່ໃນລະດັບ II ໃຫ້ໃຊ້ເຄື່ອງໝາຍ ຫົວກະດູກກັບ ກະດູກໄຂ່ວ ພ້ອມດ້ວຍຂໍ້ຄວາມວ່າ “ອັນຕະລາຍ” ແລະ ຕ້ອງມີພາບສະແດງຄໍາເຕືອນຕ່າງໆ ຕາມຂໍ້ 3 ຢູ່ໃນແຖບສີເຫຼືອງ.
    2.4. ຢາປາບສັດຕູພືດ ທີ່ມີຄວາມເປັນພິດ ຢູ່ໃນລະດັບ III ໃຫ້ໃຊ້ເຄື່ອງໝາຍ ຫົວກະດູກກັບ ກະດູກໄຂ່ວ ພ້ອມດ້ວຍຂໍ້ຄວາມວ່າ “ລະວັງ” ແລະ ຕ້ອງມີພາບສະແດງຄໍາເຕືອນຕ່າງໆ ຕາມຂໍ້ 3 ຢູ່ໃນແຖບສີຟ້າແກ່.
  3. ໃຫ້ໃຊ້ພາບດັ່ງຕໍ່ໄປນີ້ ເພື່ອເປັນການສະແດງຄໍາເຕືອນ ໃນການໃຊ້ ແລະ ລະມັດລະວັງອັນຕະລາຍຈາກ ຢາປາບສັດຕູພືດ:
    3.1  ໝາຍຄວາມວ່າ ໃຫ້ເກັບຮັກສາ ໄກຈາກເດັກນ້ອຍ

    3.2  ໝາຍຄວາມວ່າ ໃຫ້ທໍາຄວາມສະອາດ ຫລັງຈາກການໃຊ້.

    3.3  ໝາຍຄວາມວ່າ ເປັນອັນຕະລາຍຕໍ່ສັດລ້ຽງ.

    3.4  ໝາຍຄວາມວ່າ ເປັນອັນຕະລາຍຕໍ່ປາ ແລະ ສັດນ້ໍາ  ຫ້າມຖອກ ລົງນ້ໍາ.

    3.5 ໃຫ້ໃຊ້ພາບຕ່າງໆດັ່ງຕໍ່ໄປນີ້ ຕາມລັກສະນະ ຂອງຜະລິດຕະພັນ ຢູ່ໃນກອບ ຊື່ງມີ ຂໍ້ຄວາມວ່າ "ການປະສົມ" ຫລື "ການນໍາໃຊ້" ແລ້ວແຕ່ກໍລະນີດັ່ງນີ້: 

    3.5.1  ໝາຍຄວາມວ່າ ໃສ່ອຸປະກອນ ປ້ອງກັນຕາ.

    3.5.2  ໝາຍຄວາມວ່າ ໃສ່ອຸປະກອນ ປ້ອງກັນດັງ ແລະ ປາກ.

    3.5.3  ໝາຍຄວາມວ່າ ໃສ່ໜ້າກາກ ປ້ອງກັນອາຍພິດ.

    3.5.4  ໝາຍຄວາມວ່າໃສ່ ຖົງມື ປ້ອງກັນ ການສໍາພັດ

    3.5.5  ໝາຍຄວາມວ່າ ໃສ່ຊຸດປ້ອງກັນ ຢາປາບສັດຕຕູພືດ ໃນເວລາສິດຢາ ຫຼື ໃຊ້ຢາ.

    3.5.6  ໝາຍຄວາມວ່າ ໃສ່ເກີບໂບກ ປ້ອງກັນຕີນ. ຂ້າງເທິງ
     

ມາດຕາ 27. ການໂຄສະນາ
   ບຸກຄົນ ຫຼື ນິຕິບຸກຄົນສາມາດໂຄສະນາໃນ ສປປລາວ ໄດ້ສະເພາະແຕ່ຢາປາບສັດຕູພືດ ທີ່ໄດ້ຈົດທະບຽນແລ້ວເທົ່ານັ້ນ.
   ຫ້າມແນະນໍາໃຫ້ນໍາໃຊ້ສູງກວ່າອັດຕາທີ່ກໍານົດໄວ້ ໃນສະຫຼາກ ແລະ ຫ້າມໂຄສະນາເກີນຄວາມຈິງ ຫຼື ບໍ່ຖືກຕ້ອງຕາມຄຸນລັກສະນະຂອງ ຢາປາບສັດຕູພືດຊຶ່ງເຮັດໃຫ້ຜູ້ຊື້ ຫຼື ຜູ້ນໍາໃຊ້ເຂົ້າໃຈຜິດ. ຂ້າງເທິງ

ໝວດທີ VII
ການຄຸ້ມຄອງ ແລະ ການກວດກາ

ມາດຕາ 28. ການຄຸ້ມຄອງ ແລະ ກວດກາຢາປາບສັດຕູພືດ
   ອົງການຄຸ້ມຄອງ ແລະ ກວດກາແມ່ນຂະແໜງການກະສິກໍາ ປະກອບດ້ວຍ:

  • ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້;
  • ພະແນກກະສິກໍາ ແລະ ປ່າໄມ້ແຂວງ ຫຼື ນະຄອນ;
  • ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຫຼື ເທດສະບານ;

   ຂະແໜງການຄຸ້ມຄອງ ແລະ ການກວດກາຢາປາບສັດຕູພືດ ສາມາດແຕ່ງຕັ້ງໜ່ວຍງານກວດກາ ຊຶ່ງປະກອບດ້ວຍພະນັກງານວິຊາການ ທີ່ໄດ້ຮັບການຝຶກອົບຮົມ ຈາກກົມປູກຝັງ. ຂ້າງເທິງ

ມາດຕາ 29. ການກວດກາຢາປາບສັດຕູພືດ
   ການກວດກາຢາປາບສັດຕູພືດ ແມ່ນການຕິດຕາມກວດກາການເຄື່ອນໄຫວ ກ່ຽວກັບການຜະລິດ, ນໍາເຂົ້າ, ສົ່ງອອກ, ຈໍາໜ່າຍ, ໂຄສະນາ, ເກັບຮັກສາ, ນໍາໃຊ້ ແລະ ທໍາລາຍຢາປາບສັດຕູພືດທີ່ເສຍຄຸນ ຫຼື ສິ່ງເສດເຫຼືອຂອງຢາປາບສັດຕູພືດ ລວມທັງພາຊະນະບັນຈຸ ທີ່ໄດ້ນໍາໃຊ້ຢາປາບສັດຕູພືດໝົດແລ້ວ ໃນຟາມປູກພືດຂອງບຸກຄົນ, ໂຄງການປູກພືດຕາມສັນຍາ, ໃນພື້ນທີ່ສໍາປະທານເພື່ອການກະສິກໍາ ແລະ ປ່າໄມ້, ສໍານັກງານຂອງອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ເພື່ອໃຫ້ຖືກຕ້ອງຕາມລະບຽບກົດໝາຍໃນ ສປປລາວ. ຂ້າງເທິງ

ມາດຕາ 30. ຮູບການກວດກາຢາປາບສັດຕູພືດ
   ການກວດກາຢາປາບສັດຕູພືດມີສາມຮູບການດັ່ງນີ້:

  1. ການກວດກາຕາມລະບົບປົກກະຕິ;
  2. ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ;
  3. ການກວດກາແບບກະທັນຫັນ.

   ການກວດກາຕາມລະບົບປົກກະຕິ ແມ່ນການກວດກາທີ່ດໍາເນີນໄປຕາມແຜນການ ຢ່າງເປັນປະຈໍາ ແລະ ມີກໍານົດເວລາອັນແນ່ນອນຊຶ່ງຕ້ອງປະຕິບັດ ຢ່າງໜ້ອຍໜຶ່ງເທື່ອຕໍ່ປີ.
   ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນການກວດການອກແຜນການ ເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງຕ້ອງແຈ້ງໃຫ້ຜູ້ທີ່ຈະຖືກກວດກາ ຊາບລ່ວງໜ້າ.
   ການກວດກາແບບກະທັນຫັນ ແມ່ນການກວດກາໂດຍຮີບດ່ວນຊຶ່ງບໍ່ໄດ້ແຈ້ງ ໃຫ້ຜູ້ທີ່ຈະຖືກກວດກາຊາບລ່ວງໜ້າ.
   ໃນການດໍາເນີນການກວດກາຢາປາບສັດຕູພືດ ເຈົ້າໜ້າທີ່ກວດກາຕ້ອງສະແດງໃບຢັ້ງຢືນການແຕ່ງຕັ້ງ ແລະ ບັດປະຈໍາຕົວຂອງຕົນໃຫ້ຜູ້ທີ່ຖືກກວດກາຊາບ ແລະ ໃຫ້ຖືກຕ້ອງຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍເທົ່ານັ້ນ. ຂ້າງເທິງ

ມາດຕາ 31. ສິດ ແລະ ໜ້າທີ່ຂອງກົມປູກຝັງ
   ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ແລະ ກວດກາຢາປາບສັດຕູພືດ ກົມປູກຝັງມີສິດ ແລະ ໜ້າທີ່ດັ່ງນີ້:

  1. ຄົ້ນຄວ້າ ແລະ ຜັນຂະຫຍາຍນະໂຍບາຍ, ລະບຽບກົດໝາຍກ່ຽວກັບວຽກງານຄຸ້ມຄອງ ແລະ ກວດກາຢາປາບສັດຕູພືດ ແລ້ວສະເໜີຕໍ່ກະຊວງກະສິກໍາ ແລະ ປ່າໄມ້ ເພື່ອພິຈາລະນາຮັບຮອງ;
  2. ໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມລະບຽບກົດໝາຍ ກ່ຽວກັບການຄຸ້ມຄອງ ແລະ ກວດກາຢາປາບສັດຕູພືດ;
  3. ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນໃນການຄຸ້ມຄອງ ແລະ ກວດກາຢາປາບສັດຕູພືດ;
  4. ຈົດທະບຽນຢາປາບສັດຕູພືດ ຕາມທີ່ກໍານົດໄວ້ໃນພາກທີ III ແລະ ທົບທວນຄືນບັນຊີ ການຈົດທະບຽນຢາປາບສັດຕູພືດ ແລະ ບັນຊີຢາປາບສັດຕູພືດທີ່ຍົກເລີກນໍາໃຊ້ ຢ່າງເປັນປົກກະຕິ;
  5. ຕິດຕາມກວດກາການອະນຸຍາດນໍາເຂົ້າ ແລະ ສົ່ງອອກຢາປາບສັດຕູພືດ;
  6. ກໍ່ສ້າງ, ຍົກລະດັບບຸກຄະລາກອນທີ່ຮັບຜິດຊອບ ວຽກງານຄຸ້ມຄອງ ແລະ ກວດກາຢາປາບສັດຕູພືດທາງດ້ານ ການເມືອງແນວຄິດ, ຄຸນສົມບັດ, ຈັນຍາທໍາ ແລະ ວິຊາສະເພາະ;
  7. ກໍານົດມາດຖານ ແລະ ເຄື່ອງໝາຍຂອງພະນັກງານກວດກາ ຢາປາບສັດຕູພືດ;
  8. ສະໜອງການຝຶກອົບຮົມໃຫ້ແກ່ຜູ້ຄ້າຂາຍ ເພື່ອໃຫ້ມີຄວາມຮູ້ພື້ນຖານ ກ່ຽວກັບຢາປາບສັດຕູພືດ ແລະ ຄວາມອັນຕະລາຍຂອງມັນ;
  9. ພົວພັນຮ່ວມມືກັບຕ່າງປະເທດ ກ່ຽວກັບການຄຸ້ມຄອງ ແລະ ກວດກາຢາປາບສັດຕູພືດ;
  10. ລາຍງານສະພາບການກ່ຽວກັບການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງ ແລະ ກວດກາຢາປາບສັດຕູພືດ ໃນຂອບເຂດທົ່ວປະເທດໃຫ້ກະຊວງ ກະສິກໍາ ແລະ ປ່າໄມ້ຊາບຢ່າງເປັນປົກກະຕິ;
  11. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ມາດຕາ 32. ສິດ ແລະ ໜ້າທີ່ຂອງພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ນະຄອນ
   ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ແລະ ກວດກາຢາປາບສັດຕູພືດ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ນະຄອນມີສິດ ແລະ ໜ້າທີ່ດັ່ງນີ້:

  1. ຊີ້ນໍາການຈັດຕັ້ງປະຕິບັດລະບຽບກົດໝາຍ ກ່ຽວກັບການຄຸ້ມຄອງ ແລະ ກວດກາຢາປາບສັດຕູພືດ ພາຍໃນແຂວງຂອງຕົນ;
  2. ອອກໃບອະນຸຍາດນໍາເຂົ້າຢາປາບສັດຕູພືດ ໃຫ້ແກ່ບຸກຄົນ ຫຼື ນິຕິບຸກຄົນ ທີ່ໄດ້ຈົດທະບຽນຢາປາບສັດຕູພືດ ຫຼື ໃຫ້ບຸກຄົນ, ນິຕິບຸກຄົນທີ່ຕ້ອງການ ເປັນຕົວແທນຈໍາໜ່າຍຢາປາບສັດຕູພືດ ທີ່ໄດ້ຈົດທະບຽນແລ້ວ ແລະ ຕ້ອງບົນພື້ນຖານຄວາມຕ້ອງການ ຂອງການນໍາໃຊພາຍໃນແຂວງຂອງຕົນ ເພື່ອຫຼີກເວັ້ນການສະໜອງຢາປາບສັດຕູພືດ ເກີນຄວາມຈໍາເປັນ, ຊຶ່ງຈະນໍາໄປສູ່ບັນຫາຢາປາບສັດຕູພືດ ທີ່ໝົດອາຍຸການນໍາໃຊ້;
  3. ອອກໃບອະນຸຍາດຂາຍ ແລະ/ຫຼື ນໍາເຂົ້າຢາປາບສັດຕູພືດໃຫ້ແກ່ບຸກຄົນ ຫຼື ນິຕິບຸກຄົນ ເມື່ອຖືກຕ້ອງຕາມເງື່ອນໄຂດ້ານທຸລະກິດ;
  4. ດໍາເນີນການກວດກາ ຮ້ານຂາຍຢາປາບສັດຕູພືດ ໃນແຂວງຂອງຕົນ ໃຫ້ປະຕິບັດຕາມມາດຕາ 30 ຂອງຂໍ້ຕົກລົງສະບັບນີ້;
  5. ສ້າງພະນັກງານວິຊາການກວດກາ ຢາປາບສັດຕູພືດເພື່ອເຄື່ອນໄຫວຈັດຕັ້ງ ປະຕິບັດວຽກງານໃຫ້ສໍາເລັດ ຕາມຂໍ້ຕົກລົງສະບັບນີ້;
  6. ສະເໜີຕໍ່ລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້ ເພື່ອແຕ່ງຕັ້ງເຈົ້າໜ້າທີ່ກວດກາ ຢາປາບສັດຕູພືດໃນເຂດພື້ນທີ່ໆ ຕົນຮັບຜິດຊອບ;
  7. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ກວດກາຢາປາບສັດຕູພືດ;
  8. ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຄຸ້ມຄອງ ແລະ ກວດກາຢາປາບສັດຕູພືດ ໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ຊາບຢ່າງເປັນປົກກະຕິ;
  9. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມກໍານົດໄວ້ໃນລະບຽບການກົດໝາຍ. ຂ້າງເທິງ

ມາດຕາ 33. ສິດ ແລະ ໜ້າທີ່ຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ແລະ ເທດສະບານ
   ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງມີສິດ ແລະ ໜ້າທີ່ດັ່ງນີ້:

  1. ຈັດຕັ້ງປະຕິບັດລະບຽບກົດໝາຍ ກ່ຽວກັບການຄຸ້ມຄອງ ແລະ ກວດກາຢາປາບສັດຕູພືດ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
  2. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ກວດກາຢາປາບສັດຕູພືດ;
  3. ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຄຸ້ມຄອງ ແລະ ກວດກາຢາປາບສັດຕູພືດ ໃຫ້ພະແນກກະສິກໍາ ແລະ ປ່າໄມ້ຊາບຢ່າງເປັນປົກກະຕິ;
  4. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມກໍານົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ມາດຕາ 34. ສິດ ແລະ ໜ້າທີ່ຂອງໜ່ວຍງານກວດກາຢາປາບສັດຕູພືດ
   ໜ່ວຍງານກວດກາມີສິດ ແລະ ໜ້າທີ່ດັ່ງນີ້:

  1. ແຈ້ງໃຫ້ຜູ້ຄ້າຂາຍຊາບ ກ່ຽວກັບເນື້ອໃນຂອງຂໍ້ຕົກລົງສະບັບນີ້;
  2. ໃນການກວດກາຢາປາບສັດຕູພືດ ພະນັກງານກວດກາຕ້ອງສະແດງ ໃບແຕ່ງຕັ້ງຕໍ່ຜູ້ຂາຍຢາປາບສັດຕູພືດ ແລະ ຕ້ອງປະຕິບັດຢ່າງເໝາະສົມ ແລະ ເຄັ່ງຄັດຕາມລະບຽບກົດໝາຍ;
  3. ກວດກາເປັນແຕ່ລະໄລຍະ ຕາມຄວາມເໝາະສົມ ສໍາລັບທຸກພາກສ່ວນທີ່ກ່ຽວຂ້ອງກັບການນໍາເຂົ້າ, ສົ່ງອອກ, ປຸງແຕ່ງ, ຫຸ້ມຫໍ່, ຫຸ້ມຫໍ່ຄືນ, ຕິດສະຫຼາກ, ເກັບຮັກສາ, ຈໍາໜ່າຍ, ໂຄສະນາ ແລະ ນໍາໃຊ້ ເພື່ອໃຫ້ຖືກຕ້ອງຕາມລະບຽບກົດໝາຍໃນ ສປປລາວ;
  4. ກວດກາໃບຢັ້ງຢືນຕ່າງໆ ກ່ຽວກັບຜະລິດຕະພັນ, ໃບອະນຸຍາດ, ໃບທະບຽນຢາປາບສັດຕູພືດ, ທະບຽນວິສາຫະກິດ, ບົດບັນທຶກ ຫຼື ເອກະສານອື່ນໆ ຫຼື ໃບອະນຸມັດຈາກທາງການ ຫຼື ຄໍາສັ່ງພາຍໃຕ້ຂໍ້ຕົກລົງສະບັບນີ້;
  5. ສຸ່ມເກັບຕົວຢ່າງຢາປາບສັດຕູພືດ ຫຼື ວັດຖຸໃດໜຶ່ງທີ່ພົວພັນກັບຢາປາບສັດຕູພືດ ເພື່ອວິໄຈຄຸນນະພາບ;
  6. ຍຶດວັດຖຸອຸປະກອນ, ຢາປາບສັດຕູພືດ, ເອກະສານ, ບົດບັນທຶກ ຫຼື ເອກະສານອື່ນໆທີ່ບໍ່ຖືກຕ້ອງ, ມີການລະເມີດລະບຽບການຕາມທີ່ກໍານົດໄວ້ ໃນຂໍ້ຕົກລົງສະບັບນີ້, ຊຶ່ງເຈົ້າໜ້າທີ່ກວດກາຕ້ອງ:
  • ມອບບົດບັນທຶກລາຍການສິນຄ້າທີ່ຖືກຍຶດ ໃຫ້ເຈົ້າຂອງສິນຄ້າ;
  • ສົ່ງຂອງກາງຄືນໃຫ້ເຈົ້າຂອງ ເມື່ອກວດສອບສໍາເລັດ, ຍົກເວັ້ນຢາປາບສັດຕູພືດທີ່ຜິດກົດໝາຍ ໂດຍມີຄໍາສັ່ງ ຫຼື ຄໍາຊີ້ຂາດຂອງສານນັ້ນ, ຕ້ອງນໍາໄປທໍາລາຍຖິ້ມ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 24 ຂອງຂໍ້ຕົກລົງສະບັບນີ້;
  1. ປະຕິບັດຕົນເອງໃຫ້ເໝາະສົມ ດ້ວຍຄວາມຮັບຜິດຊອບເພື່ອຕິດຕາມຜູ້ລະເມີດ;
  2. ລາຍງານຜົນການກວດສອບໃຫ້ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແລະ ຫົວໜ້າກົມປູກຝັງຊາບ. ຂ້າງເທິງ

ໝວດທີ VIII
ຄ່າທໍານຽມ ແລະ ຄ່າບໍລິການ

ມາດຕາ 35. ຄ່າທໍານຽມ ແລະ ຄ່າບໍລິການ
   ຄ່າທໍານຽມ ແລະ ຄ່າບໍລິການ ສໍາລັບໃບທະບຽນ ຫຼື ໃບອະນຸຍາດຕ່າງໆກ່ຽວກັບຢາປາບສັດຕູພືດ ໃຫ້ປະຕິບັດຕາມລັດຖະບັນຍັດຂອງ ປະທານປະເທດກ່ຽວກັບຄ່າທໍານຽມ ແລະ ຄ່າບໍລິການທີ່ປະກາດໃຊ້ໃນແຕ່ລະໄລຍະ. ຂ້າງເທິງ

ໝວດທີ IX
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 36. ນະໂຍບາຍຕໍ່ຜູ້ມີຜົນງານ
   ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຈະໄດ້ຮັບການຍ້ອງຍໍ ແລະ ປະຕິບັດນະໂຍບາຍຕາມຄວາມເໝາະສົມ ຕາມການກໍານົດຂອງກະຊວງ ກະສິກໍາ ແລະ ປ່າໄມ້. ຂ້າງເທິງ

ມາດຕາ 37. ນະໂຍບາຍຕໍ່ພະນັກງານ ສັງກັດຫ້ອງວິໄຈຢາປາບສັດຕູພືດ
   ພະນັກງານສັງກັດລັດຖະບານ ທີ່ເຮັດວຽກກັບຢາປາບສັດຕູພືດຕໍ່ເນື່ອງກັນ ຫ້າປີຂຶ້ນໄປ ຕ້ອງໄດ້ຮັບລະບອບເບ້ຍບໍານານ ຕາມທີ່ກໍານົດໄວ້ໃນມາດຕາ 59 ຂອງກົດໝາຍແຮງງານ. ຂ້າງເທິງ

ມາດຕາ 38. ມາດຕະການຕໍ່ຜູ້ລະເມີດ
   ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງ ຫາກລະເມີດຂໍ້ຕົກລົງສະບັບນີ້ ຈະຖືກສຶກສາອົບຮົມ, ກ່າວເຕືອນ, ປັບໄໝ ແລະ ລົງໂທດຕາມກໍລະນີໜັກ ຫຼື ເບົາດັ່ງລຸ່ມນີ້:

ຜູ້ລະເມີດຄັ້ງທີ 1: ຍຶດສິນຄ້າ, ສຶກສາອົບຮົມ ແລະ ບັນທຶກໄວ້ໃນປຶ້ມຕິດຕາມ;
ຜູ້ລະເມີດຄັ້ງທີ 2: ຍຶດສິນຄ້າ ແລະ ປັບໃໝ 50% ຂອງມູນຄ່າສິນຄ້າຕາມທ້ອງຕະຫຼາດ ແລະ ບັນທຶກໄວ້ໃນປຶ້ມຕິດຕາມ;
ຜູ້ລະເມີດຄັ້ງທີ 3: ຍຶດສິນຄ້າ ແລະ ປັບໃໝສອງເທົ່າຂອງມູນຄ່າສິນຄ້າຕາມທ້ອງຕະຫຼາດ, ບັນທຶກໄວ້ໃນປຶ້ມຕິດຕາມ, ສົມທົບ ແລະ ສະເໜີຂະແໜງການທີ່ກ່ຽວຂ້ອງສັ່ງຢຸດເຊົາຊົ່ວຄາວ ຫຼື ປິດກິດຈະການຕາມແຕ່ລະກໍລະນີ.

   ການລະເມີດບໍ່ວ່າຈະເປັນຄັ້ງທີ 1, 2 ຫຼື 3 ກໍຕາມ ຖ້າຫາກສົ່ງຜົນກະທົບອັນຮ້າຍແຮງ ຕໍ່ສຸຂະພາບ ແລະ ຊີວິດຂອງຄົນ, ສັດ, ພືດ ຫຼື ສິ່ງແວດລ້ອມ ຕ້ອງຖືກດໍາເນີນຄະດີຕາມລະບຽບກົດໝາຍ.
   ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງ ທີ່ໄດ້ຮັບຜົນເສຍຫາຍຈາກການນໍາເຂົ້າ, ສົ່ງອອກ, ຜະລິດ, ຫຸ້ມຫໍ່ ຫຼື ເກັບຮັກສາຢາປາບສັດຕູພືດ ທີ່ບໍ່ເໝາະສົມ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ ຫຼື ໄດ້ຮັບຄວາມອັນຕະລາຍຈາກ ການນໍາໃຊ້ຂອງຄົນອື່ນຊຶ່ງບໍ່ໄດ້ຮັບອະນຸຍາດ ຈາກທາງການຕ້ອງໄດ້ຮັບການທົດແທນຄືນ ໂດຍການຕັດສິນຂອງສານ.
   ໃນກໍລະນີມີຄ່າໃຊ້ຈ່າຍໃນການທໍາລາຍ ຫຼື ສົ່ງກັບຄືນປະເທດສົ່ງອອກ ຜູ້ລະເມີດຕ້ອງຮັບຜິດຊອບທັງໝົດ. ຂ້າງເທິງ

ໝວດທີ X
ບົດບັນຍັດສຸດທ້າຍ

ມາດຕາ 39. ການຈັດຕັ້ງປະຕິບັດ
   ມອບໃຫ້ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ເປັນເຈົ້າການ ຜັນຂະຫຍາຍ ແລະ ປະສານສົມທົບກັບພາກສ່ວນ ທີ່ກ່ຽວຂ້ອງຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ໃຫ້ມີ ປະສິດທິຜົນ. ຂ້າງເທິງ

ມາດຕາ 40. ຜົນສັກສິດ
   ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ແລະ ໃຊ້ໄດ້ນັບແຕ່ວັນທີລົງລາຍເຊັນເປັນຕົ້ນໄປ.
   ຂໍ້ກໍານົດ, ບົດບັນຍັດໃດທີ່ຂັດກັບ ຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກຍົກເລີກ. ຂ້າງເທິງ

ລັດຖະມົນຕີວ່າການກະຊວງ ກະສິກໍາ ແລະ ປ່າໄມ້
ສີຕາເຮັ່ງ ຣາຊະພົນ


ເອກະສານຄັດຕິດ 1 - ບັນຊີຢາປາບສັດຕູພືດທີ່ຍົກເລີກນໍາໃຊ້ໃນ ສປປລາວ, ມິຖຸນາ 2010

ຢາຂ້າແມງໄມ້ ແລະ ຂ້າໄຮ

  1. ອອນດຣິນ (Aldrin)
  2. ບີ ເຮັດ ຊີ (BHC)
  3. ຄລໍດານ (Chlordane)
  4. ຄລໍດີມີຟອມ (Chlordimeform)
  5. ຄລໍເຟນວິນໂຟດ (Chlorfenvinphos)
  6. ຄລໍທິໂອຟົສ (Chlorthiophos)
  7. ໄຊເຮັກຊາທິນ (Cyhexatine)
  8. ດີ ດີ ທີ (DDT)
  9. ດີແອນດຣິນ (Dieldrin)
  10. ດີມີຟົກ (Dimefox)
  11. ດີນີໂຕຣຄຣີໂຊນ (Dinitrocresol)
  12. ດີມີໂທນ (Demeton)
  13. ແອນດຣິນ (Endrin)
  14. ແອນໂດຊຸນຟານ (Endosulfan)
  15. ເອທິນພາຣາໄທອອນ (Ethyl Parathyon)
  16. ອີພີເອັນ (EPN)
  17. ເຮັບຕາຄລໍ (Heptachlor)
  18. ເຮັກຊາຄລໍໂຣ ໄຊໂຄລເຮັກຊານ (Hexachloro cyclohexane)
  19. ເລບໂຕໂຟດ (Leptophos)
  20. ລິນດານ (Lindane)
  21. ເມທາມີໂດຟົສ (Methamidophos)
  22. ເມໂທມິນ (Methomyl)
  23. ເມທິນພາຣາໄທອອນ (Methyl parathion)
  24. ໂມໂນໂຄຣໂຕໂຟດ (Monocrotophos)
  25. ໂປລີຄລໍໂຣຄາມເຟນ (Polychlorocamphene)
  26. ໂຟແຣດ (Phorate)
  27. ສະຣາດານ (Schradan)
  28. ທີອີພີພີ (TEPP)
  29. ທອກຊາເຟນ (Toxaphene)

ຢາຂ້າເຊື້ອລາ

  1. ບີນາພາຄຣີນ (Binapacryl)
  2. ແຄບຕາໂຟນ (Captafol)
  3. ໄຊໂຄລຮິກຊີມາຍ (Cycloheximide)
  4. ແມກກູຣີ ແລະ ແມກກູຣີຄອມພາວ (Mercury and mercury compounds)
  5. ເອັມ ອີ ເອັມ ຊີ (MEMC)
  6. ພີ ເອັມ ເອ (PMA)
  7. ຊີລີນຽມ ຄອມພາວ (Selenium compound)

ຢາຂ້າໜູ

  1. ຄລໍໂຣເບນຊີເລດ (Chlorobenzilate)
  2. ໂຊດຽມ ຟລູອໍໂຣອາເຊເຕດ (Sodium fluoroacetate)

ຢາຂ້າຫຍ້າ

  1. 2, 4, 5 ທີ (2, 4, 5 –T)
  2. ໄດໂນເຊບ (Dinoseb)
  3. ໄດໂນເທິບ ອາເຊເຕດ (Dinoterb acetate)
  4. ພາຣາຄວັດ (Paraquat)
  5. ໂຊດຽມ ຄລໍເຣດ (Sodium chlorate)

ຢາຮົມຂ້າເຊື້ອເຊື້ອພະຍາດ ແລະ ແມງໄມ້

  1. ອີດີບີ (EDB)
  2. ເອທິແລນອົກຊາຍ (Ethylene oxide)
  3. ເມທິນ ໂບຣມາຍ(Methyl bromide)

ອື່ນໆ

  1. ອາເຊນິກ ຄອມພາວ (Arsenic compound)
  2. ການຊຽມ ອາຊີເນດ (Calcium arsenate)– ສ່ວນປະສົມຂອງຢາຂ້າຫຍ້າ ແລະ ແມງໄມ້
  3. ດີ ບີ ຊີ ພີ (DBCP) – ຢາຂ້າຂີ້ກະເດືອນຝອຍ
  4. ດາມີໂນໄຊ (Daminozide) – ຢາຄວບຄຸມການຈະເລີນເຕີບໂຕຂອງພືດ
  5. ຟລູອໍໂຣອາຊີຕາໄມ (Fluoroacetamide) – ຂ້າແມງໄມ້, ຂ້າໜູ
  6. ອົກຊາມິນ (Oxamyl) – ຂ້າແມງໄມ້, ຂ້າໄຮ, ຂ້າປວກ
  7. ຟົສຟາມີດອນ (Phosphamidon) – ຂ້າແມງໄມ້ ແລະ ຢາຂ້າຂີ້ກະເດືອນຝອຍ
  8. ໂຊດຽມ ອາກຊີໄນ (Sodium Arsenite) – ຂ້າແມງໄມ້, ຂ້າພະຍາດ, ຂ້າຫຍ້າ, ຂ້າໜູ
  9. ທານລຽມ ຊຸນເຝດ (Thallium (i) sulfate) – ຂ້າໜູ, ຂ້າແມງໄມ້
    ຂ້າງເທິງ

ເອກະສານຄັດຕິດ 2 - ການຈັດປະເພດຢາປາບສັດຕູພືດ

I. ການຈັດປະເພດຢາປາບສັດຕູພືດ
ຕາມເປົ້າໝາຍຂອງການປ້ອງກັນ ແລະ ກໍາຈັດລວມມີ:

  1. ຢາຂ້າເທົາ (Algicides)
  2. ຢາປ້ອງກັນ ຫຼື ກໍາຈັດໄຄ (Antifouling agents)
  3. ຢາຂ້າເຊື້ອຈຸລິນຊີ (Antimicrobials and biocides)
  4. ຢາລໍ້ແມງໄມ້ (Attractants)
  5. ເຊື້ອຊີວະວິທະຍາ ປາບສັດຕູພືດ (Biopesticides)
  6. ຢາຂ້າເຊື້ອພະຍາດ ແລະ ນໍ້າຢາອະນາໄມ (Disinfectants and sanitizers)
  7. ຢາຂ້າເຊື້ອເຫັດລາ (Fungicides)
  8. ຢາຮົມຂ້າເຊື້ອພະຍາດ ແລະ ແມງໄມ້ (Fumigants)
  9. ຢາຂ້າຫຍ້າ (Herbicides)
  10. ຢາຂ້າແມງໄມ້ (Insecticides)
  11. ຢາຂ້າໄຮ (Miticides (also called acaricides)
  12. ເຊື້ອຈຸລິນຊີປາບສັດຕູພືດ (Microbial pesticides)
  13. ຢາຂ້າຫອຍ (Molluscicides)
  14. ຢາຂ້າຂີ້ກະເດືອນຝອຍ (Nematicides)
  15. ຢາກໍາຈັດໄຂ່ແມງໄມ້ (Ovicides)
  16. ຢາກະຕຸ້ນພຶດຕິກໍາຂອງແມງໄມ້ (Pheromones)
  17. ຢາໄລ່ແມງໄມ້ (Repellents)
  18. ຢາຂ້າໜູ (Rodenticides)

ຢາປາບສັດຕູພືດຍັງລວມມີ:

  1. ຢາເຮັດໃຫ້ໃບພືດຫຼົ່ນ (Defoliants)
  2. ຢາເຮັດໃຫ້ໃບພືດແຫ້ງ (Desiccants)
  3. ຢາຄວບຄຸມການຈະເລີນເຕີບໂຕຂອງແມງໄມ້ (Insect growth regulators)
  4. ຢາຄວບຄຸມການຈະເລີນເຕີບໂຕຂອງພືດ (Plant growth regulators)

II. ການຈັດກຸ່ມຢາປາບສັດຕູພືດ ຕາມລະດັບຄວາມອັນຕະລາຍ

1. ລະດັບຄວາມອັນຕະລາຍຂອງ ຢາປາບສັດຕູພືດແບ່ງເປັນ 4 ລະດັບ:

ລະດັບ Ia ຄວາມອັນຕະລາຍຮ້າຍແຮງສູງ
ລະດັບ Ib ຄວາມອັນຕະລາຍຮ້າຍແຮງ
ລະດັບ II ຄວາມອັນຕະລາຍປານກາງ
ລະດັບ III ຄວາມອັນຕະລາຍໜ້ອຍ
ລະດັບ U ບໍ່ປະກົດມີພິດກະທັນຫັນ

2. ການຈັດກຸ່ມຢາປາບສັດຕູພືດ ຕາມລະດັບຄວາມອັນຕະລາຍຂອງ ຢາປາບສັດຕູພືດ:

2.1. ສານເຄມີ ຫຼື ຢາປາບສັດຕູພືດທີ່ມີການຈັດກຸ່ມແລ້ວ ດັ່ງໃນເອກະສານ The WHO Recommended Classification of Pesticides by Hazard and Guideline to Classification ຂອງອົງການອາຫານໂລກ ໃຫ້ຖືເອົາຕາມເອກະສານດັ່ງກ່າວ ເປັນຫຼັກການ.
2.2. ຜະລິດຕະພັນທີ່ບໍ່ຢູ່ໃນ (ຂໍ້ 2.1) ໃຫ້ປະຕິບັດຕາມລະບຽບກົດໝາຍທີ່ກ່ຽວຂ້ອງ.

3. ການຈັດລະດັບຄວາມອັນຕະລາຍຂອງ ຢາປາບສັດຕູພືດທີ່ກໍານົດໄວ້ໃນ (ຂໍ້ 2.1) ແລະ ທີ່ເປັນຜະລິດຕະພັນສໍາເລັດຮູບ (Formulated Product or Finished Product) ໃຫ້ຈໍາແນກຕາມຄ່າອອກລິດ (LD50) ໃນຕາຕະລາງດັ່ງຕໍ່ໄປນີ້:

ການຈັດລະດັບຄວາມອັນຕະລາຍຂອງ WHO

LD50 ສໍາລັບໜູ (mg/kg ນໍ້າໜັກຮ່າງກາຍ)

 

 

ເຂົ້າທາງປາກ

ເຂົ້າທາງຜິວໜັງ

Ia

ຄວາມອັນຕະລາຍຮ້າຍແຮງສູງ

- < 5

< 50

Ib

ຄວາມອັນຕະລາຍຮ້າຍແຮງ

5 - 50

50 - 200

II

ຄວາມອັນຕະລາຍປານກາງ

50 - 2000

200 - 2000

III

ຄວາມອັນຕະລາຍໜ້ອຍ

> 2000

> 2000

U

ບໍ່ປະກົດມີພິດກະທັນຫັນ

5000 ຫຼື ສູງກວ່າ

 

ໝາຍເຫດ:
LD50 (Lethal Dose) ແມ່ນອັດຕາຂອງທາດເບື່ອທີ່ ສາມາດເຮັດໃຫ້ສັດທີ່ມີຊີວິດ ຊຶ່ງນໍາມາເຮັດການທົດລອງນັ້ນ ຕາຍເຖິງ 50%; ຄ່າຂອງ LD50 ໜ້ອຍເທົ່າໃດຍິ່ງມີພິດສູງເທົ່ານັ້ນ.

Mg - ມວນສານຂອງທາດເບື່ອ

Kg - ຫົວໜ່ວຍຂອງນໍ້າໜັກສັດທີ່ມີຊີວິດ

ຂ້າງເທິງ
 

# ຫົວຂໍ້ ດາວໂຫຼດ
1 Regulation on Control of Pesticides in Lao PDR No. 2860/MAF PDF
2 ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງ ຢາປາບສັດຕູພືດ ໃນ ສປປ ລາວ ເລກທີ 2860/ກປ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.