ກະຊວງການເງິນ ອອກ ແຈ້ງການ ເລື່ອງ ການຄຸ້ມຄອງການສົ່ງອອກຜະລິດຕະພັນໄມ້ສໍາເລັດຮູບ ແລະ ເຄິ່ງສໍາເລັດ ສະບັບເລກທີ 2572/ກພສ, ລົງວັນທີ 7 ມັງກອນ 2016 ເຖິງບັນດາດ່ານພາສີສາກົນ, ກອງກວດກາພາສີ ນະຄອນຫຼວງ ແລະ ບັນດາດ່ານ ໃນຂອບເຂດທົ່ວປະເທດ ເພື່ອຫຼຸດຜ່ອນບັນດາຂັ້ນຕອນທາງດ້ານເອກະສານຂອງພາສີໃຫ້ມີຄວາມກະທັດຮັດ ໂດຍສອດຄ່ອງກັບຄໍາສັ່ງແນະນໍາເພີ່ມເຕີມຂອງກະຊວງອຸດສາຫະກໍາ ແລະ ການຄ້າ ຄື ຂໍ້ຕົກລົງ ສະບັບເລກທີ 2156/ອຄ.ກຂອ ລົງວັນທີ 19 ຕຸລາ 2015  ວ່າດ້ວຍ ການຄຸ້ມຄອງການສົ່ງອອກຜະລິດຕະພັນໄມ້ສໍາເລັດຮູບ ແລະ ເຄິ່ງສໍາເລັດຮູບ.

ແຈ້ງການສະບັບນີ້ກວມເອົາທັງການສົ່ງອອກຜະລິດຕະພັນໄມ້ສໍາເລັດຮູບ ທີ່ຈັດຊື້ຢູ່ຕາມງານວາງສະແດງ ຫຼື ຮ້ານຈໍາໜ່າຍພາຍໃນປະເທດເພື່ອສົ່ງອອກໄປຕ່າງປະເທດ. ໂດຍໄດ້ກໍານົດໃຫ້ທຸກການສົ່ງອອກຜະລິດຕະພັນໄມ້ສໍາເລັດຮູບໄດ້ຮັບການຍົກເວັ້ນຄ່າຊັກພິເສດ. ສ່ວນໄມ້ເຄິ່ງສໍາເລັດຮູບ, ໄມ້ທ່ອນ, ໄມ້ຕີຕັບ, ຮາກໄມ້, ຕໍໄມ້ ແລະ ງ່າໄມ້ ແມ່ນຍັງໃຫ້ເສຍຄ່າຊັກພິເສດ. ສໍາລັບຂັ້ນຕອນທາງດ້ານເອກະສານສົ່ງອອກແມ່ນໄດ້ຫຼຸດຜ່ອນລົງໃຫ້ກະທັດຮັດອີງຕາມລະບຽບການທີິ່ຮັດກຸມ ເປັນຕົ້ນແມ່ນການສົ່ງອອກຜະລິດຕະພັນໄມ້ເຄິ່ງສໍາເລັດຮູບ. ກົມພາສີ ຈະຢຸດຕິການອອກໜັງສື ຫຼື ສະໂໜດນໍາສົ່ງ ແລະ ຈະມອບຄວາມຮັບຜິດຊອບໃຫ້ດ່ານພາສີສາກົນບ່ອນສົ່ງອອກ ເປັນເຈົ້າການຄຸ້ມຄອງກວດກາຜະລິດຕະພັນໄມ້ໃຫ້ສອດຄ່ອງກັບຂໍ້ຕົກລົງເລກທີ 2005/ອຄ.ກອຫ ລົງວັນທີ 28 ກັນຍາ 2015 ເລີຍ ໂດຍໄດ້ມອບໃຫ້ດ່ານພາສີຊາຍແດນ ແລະ ກອງກວດກາພາສີນະຄອນຫຼວງ ແລະ ບັນດາແຂວງທົ່ວປະເທດເອົາໃຈໃສ່ຈັດຕັ້ງປະຕິບັດ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.