ໂດຍອີງຕາມ ການຕົກລົງເຫັນດີໃນກອງປະຊຸມອະນຸກໍາມະການວ່າດ້ວຍ ລະບຽບແຫຼ່ງກໍາເນີດສິນຄ້າພາຍໃຕ້ຂອບສັນຍາການຄ້າເສລີ AANZ (ASEAN-Australia-New Zealand Sub-Committee on Rules of Origin: AANZSC-ROO), ກະຊວງອຸດສາຫະກໍາ ແລະ ການຄ້າ ອອກ ແຈ້ງການ ກ່ຽວກັບ ການນໍາໃຊ້ໃບຢັ້ງຢຶນແຫຼ່ງກຳເນີດສິນຄ້າ ຟອມ AANZ ສະບັບປັບປຸງໃໝ່, ສະບັບເລກທີ 0075/ຫອຄ.ກຂອ.ຄຄ02, ລົງວັນທີ 13 ມັງກອນ 2016 ເຖິງພາກສ່ວນຄຸ້ມຄອງແຫຼ່ງກຳເນີດສິນຄ້າ ໂດຍສະເພາະພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ ນະຄອນຫຼວງ, ສະພາບໍລິຫານເຂດເສດຖະກິດພິເສດ ແລະ ສະເພາະ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າແຂວງ, ແລະ ຫົວໜ່ວຍທຸລະກິດທີ່ນຳໃຊ້ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ກ່ຽວກັບ ການນຳໃຊ້ແບບຟອມໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ AANZ ສະບັບປັບປຸງໃໝ່.

ແບບຟອມໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ AANZ ສະບັບປັບປຸງໃໝ່ນີ້ ໄດ້ມີການປັບປຸງເນື້ອໃນຫ້ອງທີ 7, ຫ້ອງທີ 9 ແລະ ປັບປຸງບາງເນື້ອໃນຂໍ້ທີ 5,7 ແລະ 9 ທາງດ້ານຫຼັງຂອງແບບຟອມ ເພື່ອເຮັດໃຫ້ຂໍ້ມູນແຫຼ່ງທີ່ມາ, ຂໍ້ມູນກ່ຽວກັບປາຍທາງຂອງສິນຄ້າມີຄວາມລະອຽດຊັດເຈນ, ສອດຄ່ອງກັບລະບຽບການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ແລະ ເຮັດໃຫ້ການກວດສອບຂອງເຈົ້າໜ້າທີ່ມີຄວາມງ່າຍດາຍຂື້ນ. ສຳລັບຂໍ້ຄວາມຢູ່ພາກສ່ວນອື່ນໆຂອງແບບຟອມແມ່ນຍັງຄືເກົ່າ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.