ທີມບໍລິຫານສູນຂໍ້ມູນຂ່າວສານທາງດ້ານການຄ້າ (LTP) ກໍຄື ຫ້ອງການປະຈຳກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ (ກຂອຄ), ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ຈັດກອງປະຊຸມສະຫຼຸບຄືນ ການຈັດຕັ້ງປະຕິບັດວຽກປະສານງານສະໜອງຂໍ້ມູນຂ່າວສານໃນປີ 2015 ແລະ ແຜນການ ປີ 2016 ຂອງ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ (LTP) ໃນວັນທີ 2-3 ມີນາ 2016, ທີ່ໂຮງແຮມ ເມີກຽວ, ນະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານໂດຍ ທ່ານ ນາງ ບານສະຕິ ເທບພະວົງ, ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ. ໂດຍມີຜູ້ເຂົ້າຮ່ວມຈາກບັນດາຈຸດປະສານງານຂອງສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ຈາກ 28 ພາກສ່ວນເຂົ້າຮ່ວມ ລວມທັງໝົດ 65 ທ່ານ.

ກອງປະຊຸມສະຫຼຸບຄືນ ການຈັດຕັ້ງປະຕິບັດວຽກງານປະສານງານສະໜອງຂໍ້ມູນຂ່າວສານໃນປີ 2015 ແລະ ແຜນການ ປີ 2016 ຂອງສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ແມ່ນມີຈຸດປະສົງເພື່ອສະຫຼຸບຄືນ ຜົນການຈັດຕັ້ງປະຕິບັດວຽກງານປະສານງານສະໜອງຂໍ້ມູນ ໃຫ້ແກ່ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ໃນປີ 2015 ແລະ ແຜນການ ປີ 2016. ພ້ອມດຽວກັນນັ້ນ, ກໍ່ໄດ້ຝຶກອົບຮົມວິທີນຳໃຊ້ ອີເມລ໌ ຂອງ LTP ( ອີເມລ໌: [email protected]) ແລະ ກະດານສົນທະນາ LTP (LTP forum) ຂອງ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ເພື່ອສືບຕໍ່ພັດທະນາເວັບໄຊ້ LTP ໃຫ້ມີຄວາມຍືນຍົງ, ມີຂໍ້ມູນທີ່ຫຼາກຫຼາຍ, ແລະ ທັນກັບສະພາບການຢູ່ສະເໝີ.

ທ່ານ ນາງ ບານສະຕິ ເທບພະວົງ ກ່າວວ່າ “ຜົນຂອງການປະສານກັບຈຸດປະສານງານ ໃນໄລຍະຜ່ານມາ ໄດ້ຊີ້ໃຫ້ເຫັນເຖິງຜົນສຳເລັດ ທີ່ພວກເຮົາຍາດມາໄດ້ໃນຫຼາຍໆວຽກ ໂດຍສະເພາະແມ່ນການປະສານງານ ສະໜອງຂໍ້ມູນຂ່າວສານດ້ານການຄ້າ ທີ່ດີຂຶ້ນ ເຮັດໃຫ້ການເຜີຍແຜ່ລະບຽບກົດໝາຍ ຫຼື ລະບຽບການດ້ານການຄ້າ ໂດຍຜ່ານສູນຂໍ້ມູນຂ່າວສານທາງດ້ານການຄ້າ ແມ່ນມີຫຼາຍຂຶ້ນ, ວ່ອງໄວຂຶ້ນ ແລະ ທັນກັບສະພາບ. ອັນນີ້ແມ່ນປັດໄຈທີ່ສຳຄັນຂອງການສ້າງຄວາມໂປ່ງໃສໃຫ້ເກີດມີໃນການດຳເນີນທຸລະກິດການຄ້າ ຢູ່ ສປປ ລາວ. ສິ່ງສຳຄັນແມ່ນເພື່ອອຳນວຍຄວາມສະດວກໃຫ້ແກ່ພາກທຸລະກິດ ສາມາດເຂົ້າເຖິງຂໍ້ມູນຂ່າວສານດ້ານນິຕິກຳ ແລະ ລະບຽບການດ້ານການຄ້າ ຢ່າງສະດວກ ແລະ ງ່າຍດາຍ ແລະ ທັນກັບສະພາບ”.

ສຳລັບຜົນຂອງການປະສານງານໃນໄລຍະ 1 ປີ ຜ່ານມາ ແມ່ນສາມາດເຫັນໄດ້ຜົນສຳເລັດຄື ການຮ່ວມມືກັບບັນດາຈຸດປະສານງານ LTP ແມ່ນໄດ້ຮັບຄວາມມືເປັນຢ່າງດີເວົ້າລວມ, ເວົ້າສະເພາະແມ່ນການປະສານງານດ້ານຂໍ້ມູນ ແລະ ເອກະສານແມ່ນມີຄວາມສະດວກ ແລະ ວ່ອງໄວຂຶ້ນ. ສິ່ງດັ່ງກ່າວສົ່ງຜົນໃຫ້ເວັບໄຊ້ LTP ສາມາດກະຈາຍຂໍ້ມູນທາງດ້ານການຄ້າໄດ້ເປັນຈຳນວນຫຼາຍຂຶ້ນ ແລະ ວ່ອງໄວຂຶື້ນ. ການຕອບຄຳຖາມທີ່ຖືກຖາມເຂົ້າມາຜ່ານ [email protected] ແລະ [email protected] ແມ່ນມີປະສິດຕິພາບສູງຂື້ນ . ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກໍຍັງມີບາງສິ່ງທ້າທາຍໃນການການຈັດຕັ້ງປະຕິບັດວຽກງານປະສານງານສະໜອງຂໍ້ມູນຂ່າວສານ ເຊັ່ນ: ການແຕ່ງຕັ້ງຈຸດປະສານງານ LTP ຈາກບາງຂະແໜງການແມ່ນຍັງບໍ່ຖືກເປົ້າໝາຍກັບວຽກງານການປະສານງານ; ການຈັດສົ່ງເອກະສານ, ການແຈ້ງຂ່າວ ຫຼື ອັບເດດຂໍ້ມູນ ແລະ ການນຳໃຊ້ກະດານສົນທະນາ (LTP Forum) ຍັງບໍ່ເປັນປົກກະຕິ; ແລະ ຂັ້ນຂອດການປະສານງານແມ່ນຍັງຮຽກຮ້ອງໃຫ້ມີໜັງສືຢ່າງເປັນທາງການໃນການຂໍ ແລະ ເພື່ອສະໜອງຂໍ້ມູນ.

ສຳລັບແຜນການຕໍ່ໜ້າ, ກຂອຄ ມີແຜນໃນການຈັດກອງປະຊຸມທົບທວນ ວຽກງານປະສານງານ ແລະ ສະໜອງຂໍ້ມູນຂ່າວສານ ໃຫ້ໄດ້ຢ່າງໜ້ອຍ 1 ຄັ້ງ/ປີ; ຈັດກອງປະຊຸມ ແບບປະຈຳ 2 ຫຼື 3 ເດືອນ/ຄັ້ງ; ຈັດຝຶກອົບຮົມໃຫ້ແກ່ນັກສຳມະນາກອນ ກ່ຽວກັບວິທີການນຳໃຊ້ເວັບໄຊ້ LTP ເພື່ອເປັນຄູຝຶກ ແລ້ວນຳໄປເຜິຍແຜ່ໃຫ້ແກ່ຂະແໜງຂອງຕົນ; ສ້າງກຸ່ມສົນທະນາແລກປ່ຽນຂໍ້ມູນຂອງຈຸດປະສານງານ LTP ຜ່ານລະບົບອີເມວ ແລະ ແອັບພຼິເຄຊັ່ນສົນທະນາຜ່ານໂທລະສັບມືຖື;  ແລະ ການອັບເດດຂັ້ນຕອນການນຳເຂົ້າ-ສົ່ງອອກສິນຄ້າ ແລະ ເອກະສານອື່ນໆ ເພື່ອສ້າງໃຫ້ LTP ມີຂໍ້ມູນທີ່ຫຼາກຫຼາຍ ແລະ ​ສອດຄ່ອງກັບສະພາບການໃນປະຈຸບັນຫຼາຍຂື້ນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.