ສາລະບານ
ມາດຕາ 1. ຈຸດປະສົງ
ມາດຕາ 2. ມາດຕະຖານກະສິກໍາທີ່ດີ ກ່ຽວກັບຄຸນນະພາບຂອງຜົນຜະລິດ
ມາດຕາ 3. ອະທິບາຍຄໍາສັບ
ມາດຕາ 4. ຂອບເຂດການນໍາໃຊ້
ໝວດທີ II - ຄຸນນະພາບຂອງຜົນຜະລິດ
ມາດຕາ 5. ແຜນງານດ້ານຄຸນນະພາບ
ມາດຕາ 6. ຄຸນນະພາບຂອງແນວພັນພືດ
ມາດຕາ 7. ຄຸນນະພາບຝຸ່ນ ແລະ ທາດອາຫານບໍາລຸງດິນ
ມາດຕາ 8. ຄຸນນະພາບນໍ້າ
ມາດຕາ 9. ການນໍາໃຊ້ສານເຄມີ ເພື່ອຮັກສາຄຸນນະພາບຜົນຜະລິດ
ມາດຕາ 10. ການເກັບກ່ຽວ ແລະ ການເກັບຮັກສາຜົນຜະລິດ
ມາດຕາ 11. ການຄຸ້ມຄອງຜົນຜະລິດ
ມາດຕາ 12. ການເກັບຮັກສາ ແລະ ການຂົນສົ່ງຜົນຜະລິດ
ມາດຕາ 13. ການພິສູດຫຼັກຖານ ແລະ ການຮຽກຄືນ
ມາດຕາ 14. ການຝຶກອົບຮົມ
ມາດຕາ 15. ເອກະສານຕ່າງໆ ແລະ ບົດບັນທຶກຂໍ້ມູນ
ມາດຕາ 16. ທົບທວນຄືນກ່ຽວກັບການປະຕິບັດ
ໝວດທີ III - ການໃຊ້ກາໝາຍ ແລະ ສະຫຼາກ
ມາດຕາ 17. ການໃຊ້ກາໝາຍກະສິກໍາທີ່ດີກ່ຽວກັບ ຄຸນນະພາບຂອງຜົນຜະລິດ
ມາດຕາ 18. ການໃຊ້ສະຫຼາກກະສິກໍາທີ່ດີກ່ຽວກັບ ຄຸນນະພາບຂອງຜົນຜະລິດ
ໝວດທີ IV - ການອອກໃບຢັ້ງຢືນກະສິກໍາທີ່ດີກ່ຽວກັບຄຸນນະພາບຂອງຜົນຜະລິດ
ມາດຕາ 19. ການອອກໃບຢັ້ງຢືນກະສິກໍາທີ່ດີກ່ຽວກັບຄຸນນະພາບຂອງຜົນຜະລິດ
ໝວດທີ V - ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ
ມາດຕາ 20. ນະໂຍບາຍຕໍ່ຜູ້ທີ່ມີຜົນງານ
ມາດຕາ 21. ມາດຕະການຕໍ່ຜູ້ລະເມີດ
ມາດຕາ 22. ການຈັດຕັ້ງປະຕິບັດ
ມາດຕາ 23. ຜົນສັກສິດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ກະຊວງກະສິກໍາ ແລະ ປ່າໄມ້ ເລກທີ 0539/ກປ
ນະຄອນຫຼວງວຽງຈັນ, ວັນທີ 09/02/2011
ຂໍ້ຕົກລົງຂອງລັດຖະມົນຕີ
ວ່າດ້ວຍມາດຕະຖານກະສິກໍາທີ່ດີກ່ຽວກັບຄຸນນະພາບຂອງຜົນຜະລິດ
- ອີງຕາມ ກົດໝາຍວ່າດ້ວຍກະສິກໍາ ສະບັບເລກທີ 01/98 ສພຊ, ລົງວັນທີ 10 ຕຸລາ 1998;
- ອີງຕາມດໍາລັດຂອງ ນາຍົກລັດຖະມົນຕີ ສະບັບເລກທີ 148/ນຍ, ລົງວັນທີ 10 ພຶດສະພາ 2007 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ກະຊວງກະສິກໍາ ແລະ ປ່າໄມ້;
- ອີງຕາມໜັງສືສະເໜີ ຂອງກົມປູກຝັງ ສະບັບເລກທີ 1176/ກປຝ, ລົງວັນທີ 09 ພະຈິກ 2010.
ມາດຕາ 1. ຈຸດປະສົງ
ຂໍ້ຕົກລົງສະບັບນີ້ ວາງອອກເພື່ອເປັນເຄື່ອງມືໃນການປະຕິບັດ ມາດຕະຖານກະສິກໍາທີ່ດີກ່ຽວກັບຄຸນນະພາບ ຂອງຜົນຜະລິດເປັນຕົ້ນແມ່ນ ການປູກພືດຜັກ ແລະ ໄມ້ໃຫ້ໝາກ; ເພື່ອສ້າງອາຫານທີ່ມີຄຸນນະພາບ ເປັນທີ່ຕ້ອງການຂອງຕະຫຼາດ ທັງພາຍໃນ ແລະ ຕ່າງປະເທດ. ຂ້າງເທິງ
ມາດຕາ 2. ມາດຕະຖານກະສິກໍາທີ່ດີ ກ່ຽວກັບຄຸນນະພາບຂອງຜົນຜະລິດ
ມາດຕະຖານກະສິກໍາທີ່ດີ ກ່ຽວກັບຄຸນນະພາບຂອງຜົນຜະລິດ ແມ່ນໄດ້ພັດທະນາຂຶ້ນບົນພື້ນຖານ ມາດຕະຖານກະສິກໍາທີ່ດີ ຂອງອາຊຽນຊຶ່ງກວມເອົາຂໍ້ກໍານົດຕ່າງໆທີ່ຜູ້ຜະລິດ ແລະ ຜູ້ປະກອບການ ຕ້ອງປະຕິບັດ ເພື່ອໃຫ້ໄດ້ຜົນຜະລິດມີຄຸນນະພາບ ແລະ ເປັນທີ່ຕ້ອງການຂອງຕະຫຼາດ. ຂ້າງເທິງ
ມາດຕາ 3. ອະທິບາຍຄໍາສັບ
ຄໍາສັບຕ່າງໆທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້:
- ມາດຕະຖານໝາຍເຖິງ: ການກໍານົດຄຸນລັກສະນະສະເພາະ ຂອງຜະລິດຕະພັນ, ສິນຄ້າ, ການບໍລິການ, ຂະບວນການ, ສິ່ງແວດລ້ອມ ແລະອື່ນໆທີ່ກ່ຽວຂ້ອງກັບຄຸນນະພາບ;
- ການຜະລິດກະສິກໍາທີ່ດີ (Good Agriculture Practice ‘’GAP”) ໝາຍເຖິງ: ການນໍາໃຊ້ວິທີການເພື່ອປ້ອງກັນ ຫຼື ຫຼຸດຜ່ອນຄວາມສ່ຽງ ທີ່ເປັນອັນຕະລາຍອາດເກີດຂຶ້ນ ໃນລະຫວ່າງການຜະລິດ, ການເກັບກ່ຽວ ແລະ ຫຼັງການເກັບກ່ຽວ;
- ໂຄງສ້າງເຄຫາສະຖານໝາຍເຖິງ: ສະຖານທີ່ປຸກສ້າງ, ໂຮງເຮືອນ, ສະຖານທີ່ຜະລິດ, ເກັບມ້ຽນ, ປຸງແຕ່ງ ແລະ ຫຸ້ມຫໍ່ຜົນຜະລິດ;
- ສານເຄມີໝາຍເຖິງ: ຝຸ່ນເຄມີ, ຢາປາບສັດຕູພືດ, ຢາຂ້າຫຍ້າ, ຮໍໂມນ, ສານເຄືອບຜິວ ແລະ ແຮ່ທາດບໍາລຸງດິນ;
- ເຄມີອື່ນໆໝາຍເຖິງ: ນໍ້າມັນເຊື້ອໄຟ, ນໍ້າມັນເຄື່ອງ ແລະສິ່ງອື່ນໆ;
- ທາດອາຫານບໍາລຸງດິນ (Soil Additives) ໝາຍເຖິງ: ແຮ່ທາດຕ່າງໆ: ເຫຼັກ, ມັງການ, ບໍຣອນ (Br), ຮິວມັດ (humus);
- ເຊື້ອຈຸລິນຊີໝາຍເຖິງ: ສິ່ງທີ່ມີຊີວິດທີ່ບໍ່ສາມາດ ເບິ່ງດ້ວຍຕາເປົ່າໄດ້ເຊັ່ນ: ເຊື້ອໄວຣັດ, ແບັກເຕີລີ, ເຊື້ອຣາ;
- ເຊື້ອຊີວະວິທະຍາໝາຍເຖິງ: ເຊື້ອຈຸລິນຊີທີ່ມີຊີວິດ ທີ່ເປັນປະໂຫຍດທີ່ໄດ້ມາຈາກ ເຊື້ອໄວຣັດ, ແບັກເຕີລີ, ເຊື້ອຣາ;
- ການເຮັດອານາໄມ/ທໍາຄວາມສະອາດໝາຍເຖິງ: ການລ້າງ, ເປົ່າ, ເຊັດ, ກວາດ ແລະ ຖູເອົາດິນ, ສິ່ງເປິເປື້ອນ ແລະ ສິ່ງແປກປອມອອກຈາກຜົນຜະລິດ, ສະຖານທີ່ປຸງແຕ່ງເບື້ອງຕົ້ນ ແລະ ສະຖານທີ່ເກັບມ້ຽນຜົນຜະລິດ;
- ອົງການທີ່ມີອໍານາດໝາຍເຖິງ: ການຈັດຕັ້ງລັດ ຫຼື ເອກະຊົນທີ່ຖືກຮັບຮອງ ເປັນອົງການທີ່ມີສິດອໍານາດ ໃນການພັດທະນາ ຫຼື ກວດກາມາດຕະຖານ ແລະ ຫຼັກການຈັດຕັ້ງປະຕິບັດກົດລະບຽບ ແລະ ນະໂຍບາຍຕ່າງໆ. ຍົກຕົວຢ່າງ: ກົດລະຫັດອາຫານ (CODEX) ແມ່ນກົມອາຫານ ແລະ ຢາ, ກົມປູກຝັງ;
- ແນວພັນພືດ (Planting material) ໝາຍເຖິງ: ເມັດພັນ ຫຼື ສິ້ນສ່ວນພືດທີ່ໃຊ້ເຂົ້າໃນການປູກ;
- ວັດຖຸອົງຄະທາດ (Organic Material) ໝາຍເຖິງ: ວັດຖຸທີ່ໄດ້ມາຈາກພືດ, ສັດ ແລະ ແຮ່ທາດຕ່າງໆທີ່ບໍ່ໄດ້ຜ່ານຂະບວນການສັງເຄາະ;
- ສິ່ງແປກປອມ (Foreign Objectives) ໝາຍເຖິງ: ສິ່ງທີ່ບໍ່ຕ້ອງການປະປົນ ຢູ່ກັບຜະລິດຕະພັນ ຫຼື ບໍລິເວນອ້ອມຮອບຜະລິດຕະພັນ ຊຶ່ງອາດກໍ່ໃຫ້ເກີດຜົນກະທົບຕໍ່ ຄວາມປອດໄພ ຫຼື ຄຸນນະພາບຜົນຜະລິດ ຕົວຢ່າງ: ແກ້ວ, ໂລຫະ, ໄມ້, ກ້ອນຫີນ, ດິນ, ໃບໄມ້, ຜ້າຢາງ ຫຼື ຖົງຢາງ ແລະ ແກ່ນຫຍ້າ;
- ຊື່ຜະລິດຕະພັນໝາຍເຖິງ: ຊື່ການຄ້າຂອງຜະລິດຕະພັນ;
- ຜູ້ນໍາໃຊ້ໝາຍເຖິງ: ຜູ້ຈັດຕັ້ງປະຕິບັດຕົວຈິງ ກ່ຽວກັບການນໍາໃຊ້ຝຸ່ນ, ຢາ ແລະ ສານເຄມີ;
- ສິ່ງນໍາເຊື້ອພະຍາດໝາຍເຖິງ: ພາຫະທຸກປະເພດເປັນຕົ້ນແມ່ນຄົນ, ສັດ ແລະ ພາຫະທີ່ເປັນສາຍເຫດ ໃນການນໍາເຊື້ອພະຍາດມາສູ່ຜົນຜະລິດ. ຂ້າງເທິງ
ມາດຕາ 4. ຂອບເຂດການນໍາໃຊ້
ຂໍ້ຕົກລົງສະບັບນີ້ ມີຜົນບັງຄັບປະຕິບັດ ສໍາລັບບຸກຄົນ, ນິຕິບຸກຄົນ, ຄອບຄົວ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດທີ່ມີຈຸດປະສົງດໍາເນີນທຸລະກິດ ດ້ານການປູກພືດຕາມມາດຕະຖານ ກະສິກໍາທີ່ດີກ່ຽວກັບຄຸນນະພາບຂອງຜົນຜະລິດຢູ່ ສປປລາວ. ຂ້າງເທິງ
ມາດຕາ 5. ແຜນງານດ້ານຄຸນນະພາບ
ຕ້ອງກໍານົດແຜນງານດ້ານຄຸນນະພາບ ແຕ່ລະຂອດການຜະລິດ, ການເກັບກ່ຽວ ແລະ ການປະຕິບັດພາຍຫຼັງການເກັບກ່ຽວ. ຂ້າງເທິງ
- ຕ້ອງເລືອກຊະນິດພືດທີ່ມີຄຸນນະພາບ ແລະ ເປັນທີ່ຕ້ອງການຂອງຕະຫຼາດ;
- ໃນກໍລະນີສັ່ງຊື້ແນວພັນພືດ ຕ້ອງມີໃບຢັ້ງຢືນດ້ານສຸຂານາໄມພືດ ຫຼື ໃບຢັ້ງຢືນຄຸນນະພາບແນວພັນພືດ ຈາກແຫຼ່ງຜະລິດ. ຂ້າງເທິງ
ມາດຕາ 7. ຄຸນນະພາບຝຸ່ນ ແລະ ທາດອາຫານບໍາລຸງດິນ
- ການນໍາໃຊ້ທາດອາຫານບໍາລຸງດິນ ຕ້ອງຢູ່ບົນພື້ນຖານການແນະນໍາ ຈາກວິຊາການ ຫຼື ຂຶ້ນກັບຊະນິດດິນ, ຊະນິດພືດ ແລະ ຄວາມຕ້ອງການທາງດ້ານອາຫານຂອງພືດ;
- ຕ້ອງບໍາລຸງຮັກສາ ເຄື່ອງມື ການນໍາໃຊ້ຝຸ່ນ ແລະ ທາດອາຫານບໍາລຸງດິນ ໃຫ້ຢູ່ໃນສະພາບປົກກະຕິ ແລະ ກວດກາປະສິດທິພາບ ຂອງການນໍາໃຊ້ຢ່າງໜ້ອຍປີລະຄັ້ງ;
- ຕ້ອງກະກຽມສະຖານທີ່ ແລະ ສິ່ງອໍານວຍຄວາມສະດວກ ສໍາລັບການເຮັດຝຸ່ນບົ່ມ ເພື່ອປ້ອງກັນການປົນເປື້ອນ ຂອງເຊື້ອພະຍາດ;
- ການນໍາໃຊ້ຝຸ່ນ ແລະ ທາດອາຫານບໍາລຸງດິນ ຕ້ອງບັນທຶກລາຍລະອຽດກ່ຽວກັບຊື່, ວັນທີ, ສະຖານທີ່, ອັດຕາ, ວິທີການ ແລະ ຊື່ຜູ້ນໍາໃຊ້. ຂ້າງເທິງ
- ການສະໜອງນໍ້າ ຕ້ອງເໝາະສົມກັບຄວາມຕ້ອງການ ຂອງແຕ່ລະຊະນິດພືດ ແລະ ລະດັບຄວາມຊຸ່ມຂອງດິນ;
- ຕ້ອງເກັບຮັກສາບົດບັນທຶກ ກ່ຽວກັບການສະໜອງນໍ້າ, ລາຍລະອຽດຂອງພືດ, ວັນທີ, ສະຖານທີ່ ແລະ ບໍລິມາດຂອງການນໍາໃຊ້ນໍາ ຫຼື ໄລຍະເວລາການສະໜອງນໍ້າ. ຂ້າງເທິງ
ມາດຕາ 9. ການນໍາໃຊ້ສານເຄມີ ເພື່ອຮັກສາຄຸນນະພາບຜົນຜະລິດ
- ຜູ້ນໍາໃຊ້ແຮງງານ ແລະ ຜູ້ອອກແຮງງານ ຕ້ອງໄດ້ຮັບການຝຶກອົບຮົມ ກ່ຽວກັບການນໍາໃຊ້ສານເຄມີ ເພື່ອຮັກສາຄຸນນະພາບຜົນຜະລິດ;
- ຕ້ອງມີມາດຕະການປ້ອງກັນພືດ ຫຼື ນໍາໃຊ້ລະບົບປ້ອງກັນພືດ ແບບປະສົມປະສານ ເພື່ອຄວບຄຸມສັດຕູພືດໃນບ່ອນທີ່ມີເງື່ອນໄຂ;
- ຕ້ອງສັ່ງຊື້ສານເຄມີ ຈາກຜູ້ສະໜອງທີ່ໄດ້ຮັບການອະນຸຍາດເທົ່ານັ້ນ;
- ຕ້ອງນໍາໃຊ້ສານເຄມີທີ່ໄດ້ຮັບອະນຸຍາດ ຈາກພາກສ່ວນທີ່ກ່ຽວຂ້ອງ. ໃນກໍລະນີມີຈຸດປະສົງຜະລິດ ເພື່ອການຄ້າຕ້ອງມີເອກະສານຢັ້ງຢືນ ສານພິດຕົກຄ້າງໃນຜົນຜະລິດ;
- ການນໍາໃຊ້ສານເຄມີ ຕ້ອງປະຕິບັດຕາມຂໍ້ແນະນໍາ ວິທີການນໍາໃຊ້ ຫຼື ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ;
- ຕ້ອງມີວິທີການນໍາໃຊ້ສານເຄມີທີ່ເໝາະສົມ ເພື່ອຫຼີກລ້ຽງຄວາມຕ້ານທານຂອງພະຍາດ ແລະ ສັດຕູພືດ;
- ຕ້ອງບໍາລຸງຮັກສາ ເຄື່ອງມືທີ່ໃຊ້ກັບສານເຄມີ ໃຫ້ຢູ່ໃນສະພາບນໍາໃຊ້ໄດ້ ພ້ອມທັງກວດກາປະສິດທິພາບ ຂອງເຄື່ອງມືຢ່າງໜ້ອຍປີລະຄັ້ງ;
- ຕ້ອງບັນທຶກລາຍລະອຽດກ່ຽວກັບສານເຄມີ, ສະພາບອາກາດ ແລະ ວິທີການນໍາໃຊ້ສານເຄມີ ສໍາລັບແຕ່ລະພືດ: ເຫດຜົນ, ສະຖານທີ່, ວັນທີ, ອັດຕາ ແລະ ຊື່ຜູ້ນໍາໃຊ້. ຂ້າງເທິງ
ມາດຕາ 10. ການເກັບກ່ຽວ ແລະ ການເກັບຮັກສາຜົນຜະລິດ
- ຕ້ອງນໍາໃຊ້ຫຼັກການ ແລະ ວິທີການເກັບກ່ຽວທີ່ເໝາະສົມ ເພື່ອກໍານົດໄລຍະເວລາເກັບກ່ຽວຜົນຜະລິດ;
- ອຸປະກອນ ແລະ ເຄື່ອງມືເກັບກ່ຽວ ຕ້ອງໃຫ້ເໝາະສົມສໍາລັບການເກັບກ່ຽວ ແລະ ການທໍາຄວາມສະອາດກ່ອນການນໍາໃຊ້;
- ບໍ່ໃຫ້ບັນຈຸເກີນບໍລິມາດທີ່ກໍານົດ, ຕ້ອງນໍາໃຊ້ພາຊະນະບັນຈຸທີ່ເໝາະສົມ ສໍາລັບການເກັບກ່ຽວຜົນຜະລິດ;
- ໃນກໍລະນີພາຊະນະບັນຈຸມີພື້ນບໍ່ລຽບ ຕ້ອງນໍາໃຊ້ເຄື່ອງມືທີ່ຈໍາເປັນ ເພື່ອປົກປ້ອງຜົນຜະລິດບໍ່ໃຫ້ເສຍຫາຍ;
- ຕ້ອງປົກຫຸ້ມພາຊະນະບັນຈຸຜົນຜະລິດ ເພື່ອຫຼຸດຜ່ອນການສູນເສຍ ຄວາມຊຸ່ມຈາກແສງແດດ;
- ກ່ອນການນໍາໃຊ້ພາຊະນະບັນຈຸຜົນຜະລິດ ຕ້ອງກວດກາ ແລະ ທໍາຄວາມສະອາດທຸກຄັ້ງ. ໃນກໍລະນີພາຊະນະບັນຈຸຜົນຜະລິດ ບໍ່ສາມາດໃຊ້ງານໄດ້ໃຫ້ເອົາຖິ້ມ;
- ຕ້ອງເກັບກ່ຽວຜົນຜະລິດ ໃນເວລາທີ່ເໝາະສົມ, ຫຼີກລ້ຽງອາກາດຮ້ອນແຮງ ແລະ ຝົນຕົກ;
- ຕ້ອງຂົນສົ່ງຜົນຜະລິດ ຈາກພື້ນທີ່ການຜະລິດໃຫ້ໄວ ເທົ່າທີ່ຈະໄວໄດ້. ໃນກໍລະນີເກີດມີການແກ່ຍາວເວລາ ກ່ອນການຂົນສົ່ງ ຕ້ອງເກັບຜົນຜະລິດໄວ້ໃນຮົ່ມ;
- ຫຼີກລ້ຽງການວາງພາຊະນະບັນຈຸຜົນຜະລິດ ເຕັງກັນ ນອກຈາກວ່າພາຊະນະບັນຈຸເຫຼົ່ານັ້ນ ໄດ້ອອກແບບມາສະເພາະ ແລະ ເພື່ອຫຼຸດຜ່ອນຄວາມເສຍຫາຍຂອງຜົນຜະລິດ;
- ຕ້ອງຮັບປະກັນພາຊະນະບັນຈຸຜົນຜະລິດ ໃຫ້ມີຄວາມປອດໄພໃນເວລາຂົນສົ່ງ ເພື່ອຫຼຸດຜ່ອນຄວາມເສຍຫາຍຂອງຜົນຜະລິດ. ຂ້າງເທິງ
- ຕ້ອງນໍາໃຊ້ເຄື່ອງມືອຸປະກອນໃຫ້ເໝາະສົມ ກັບແຕ່ລະຊະນິດພືດ ເພື່ອຫຼຸດຜ່ອນຜົນກະທົບຕໍ່ຜົນຜະລິດ;
- ຕ້ອງຮັກສາຄວາມສະອາດເຄື່ອງມືອຸປະກອນ, ພາຊະນະບັນຈຸ ແລະ ວັດສະດຸໃຊ້ຮອງຜົນຜະລິດ ເພື່ອຫຼຸດຜ່ອນຄວາມເສຍຫາຍຂອງຜົນຜະລິດ;
- ຕ້ອງນໍາໃຊ້ມາດຕະການຕ່າງໆ ເພື່ອປ້ອງກັນສັດຕູພືດ ຢູ່ສະຖານທີ່ທໍາການຜະລິດ, ການຫຸ້ມຫໍ່ ແລະ ສະຖານທີ່ເກັບຮັກສາ;
- ຕ້ອງຮົມຢາຂ້າເຊື້ອພະຍາດ ເພື່ອຫຼຸດຜ່ອນການຂະຫຍາຍຕົວຂອງພະຍາດ ແລະ ການສູນເສຍຄຸນນະພາບຂອງຜົນຜະລິດ ໃນກໍລະນີທີ່ມີຄວາມຈໍາເປັນ;
- ຕ້ອງຂ້າເຊື້ອ ຫຼື ປ່ຽນນໍ້າ ທີ່ໃຊ້ລ້າງທໍາຄວາມສະອາດຜົນຜະລິດ ພາຍຫຼັງການເກັບກ່ຽວເປັນປະຈໍາ ເພື່ອຫຼຸດຜ່ອນການປົນເປື້ອນຂອງຈຸລິນຊີ;
- ຕ້ອງຫຸ້ມຫໍ່ ແລະ ເກັບຮັກສາຜົນຜະລິດໄວ້ໃນບ່ອນຮົ່ມ;
- ບໍ່ໃຫ້ວາງຜົນຜະລິດໄວ້ເທິງໜ້າດິນ ຫຼື ພື້ນຫ້ອງ ໃນສະຖານທີ່ເຮັດການຫຸ້ມຫໍ່ ຫຼື ເກັບມ້ຽນຜົນຜະລິດ;
- ຕ້ອງຄັດເລືອກ ແລະ ຫຸ້ມຫໍ່ຜົນຜະລິດ ຕາມຄວາມຕ້ອງການຂອງຜູ້ບໍລິໂພກ ຫຼື ຕະຫຼາດ;
- ຕ້ອງນໍາໃຊ້ວັດສະດຸຫຸ້ມຫໍ່ຜົນຜະລິດ ເພື່ອປ້ອງກັນ ແລະ ຮັກສາຄຸນນະພາບ ຜົນຜະລິດ ໃນກໍລະນີນໍາໃຊ້ພາຊະນະບັນຈຸທີ່ບໍ່ລຽບ;
- ຕ້ອງນໍາໃຊ້ວິທີການທີ່ເໝາະສົມ ເພື່ອຫຼຸດຜ່ອນຄວາມຮ້ອນຂອງຜົນຜະລິດທັນທີ ພາຍຫຼັງການເກັບກ່ຽວ. ຂ້າງເທິງ
ມາດຕາ 12. ການເກັບຮັກສາ ແລະ ການຂົນສົ່ງຜົນຜະລິດ
- ຕ້ອງເກັບຮັກສາຜົນຜະລິດໄວ້ໃນບ່ອນທີ່ມີອຸນຫະພູມ ແລະ ຄວາມຊຸ່ມຊື່ນທີ່ເໝາະສົມ ເພື່ອຮັກສາຄຸນນະພາບຂອງຜົນຜະລິດ ກ່ອນການຂົນສົ່ງ;
- ຕ້ອງປົກຄຸມພາຫະນະຂົນສົ່ງ ເພື່ອຮັກສາອຸນຫະພູມ ແລະ ຄວາມຊຸ່ມຊື່ນໃຫ້ເໝາະສົມກັບພືດແຕ່ລະຊະນິດ ເພື່ອຮັກສາຄຸນນະພາບຂອງຜົນຜະລິດ;
- ຕ້ອງກວດກາຄວາມສະອາດ, ສິ່ງແປກປອມ, ສິ່ງນໍາເຊື້ອພະຍາດຕິດແປດ ຂອງພາຫະນະຂົນສົ່ງ ກ່ອນການນໍາໃຊ້. ໃນກໍລະນີມີຄວາມສ່ຽງໃນການປົນເປື້ອນ ຈາກຈຸລິນຊີຕ້ອງທໍາຄວາມສະອາດ;
- ຕ້ອງແຍກຜົນຜະລິດກະສິກໍາທີ່ດີ ກັບຜົນຜະລິດອື່ນໃນເວລາຂົນສົ່ງ;
- ຕ້ອງແຍກສະຖານທີ່ເກັບຮັກສາຜົນຜະລິດ ແລະ ສະຖານທີ່ເກັບມ້ຽນອຸປະກອນຕ່າງໆ ໃນການທໍາການຜະລິດ ເພື່ອຮັບປະກັນຄວາມສ່ຽງໃນການປົນເປື້ອນ ຈາກສິ່ງນໍາເຊື້ອ. ຂ້າງເທິງ
ມາດຕາ 13. ການພິສູດຫຼັກຖານ ແລະ ການຮຽກຄືນ
- ທຸກໆພື້ນທີ່ທໍາການຜະລິດຕ້ອງໄດ້ລະບຸຊື່ ຫຼື ລະຫັດພ້ອມທັງໝາຍຊື່ ຫຼື ລະຫັດໄວ້ໃນແຜນທີ່ການຜະລິດ;
- ຕ້ອງຕິດຊື່ ຫຼື ລະຫັດຂອງພື້ນທີ່ທໍາການຜະລິດ ໃສ່ແຕ່ລະພາຊະນະບັນຈຸຜົນຜະລິດ ເພື່ອໃຫ້ຮູ້ປະຫວັດຂອງຜົນຜະລິດ ແລະ ສະຖານທີ່ທໍາການຜະລິດ;
- ຕ້ອງບັນທຶກວັນທີ, ຈໍານວນຜົນຜະລິດ ແລະ ຈຸດໝາຍປາຍທາງຂອງການສົ່ງຜົນຜະລິດແຕ່ລະຄັ້ງ. ຂ້າງເທິງ
ມາດຕາ 14. ການຝຶກອົບຮົມ
ຜູ້ນໍາໃຊ້ແຮງງານ ແລະ ຜູ້ອອກແຮງງານ ຕ້ອງໄດ້ຮັບການຝຶກອົບຮົມ ແລະ ມີຄວາມຮູ້ກ່ຽວກັບການປະຕິບັດກະສິກໍາທີ່ດີ. ຂ້າງເທິງ
ມາດຕາ 15. ເອກະສານຕ່າງໆ ແລະ ບົດບັນທຶກຂໍ້ມູນ
- ຕ້ອງເກັບຮັກສາບົດບັນທຶກ ກ່ຽວກັບການປະຕິບັດກະສິກໍາທີ່ດີ ຢ່າງໜ້ອຍ 2 ປີ ຫຼື ຕາມການກໍານົດໄວ້ ໃນກົດໝາຍປົກປ້ອງຜູ້ຊົມໃຊ້;
- ນໍາໃຊ້ແຕ່ເອກະສານທີ່ກ່ຽວຂ້ອງໃນປະຈຸບັນ. ຂ້າງເທິງ
ມາດຕາ 16. ທົບທວນຄືນກ່ຽວກັບການປະຕິບັດ
- ທົບທວນຄືນການຈັດຕັ້ງປະຕິບັດຕົວຈິງຢ່າງໜ້ອຍປີລະຄັ້ງ ເພື່ອຢັ້ງຢືນວ່າການປະຕິບັດ ແລະ ນໍາໃຊ້ ວິທີການຢ່າງຖືກຕ້ອງ;
- ເກັບຮັກສາບົດບັນທຶກ ເພື່ອສະແດງໃຫ້ເຫັນວ່າ ທຸກການຈັດຕັ້ງປະຕິບັດຕົວຈິງ ໄດ້ທົບທວນຄືນ ແລະ ວິທີການແກ້ໄຂເປັນລາຍລັກອັກສອນໄວ້;
- ເກັບຮັກສາບົດບັນທຶກທຸກບັນຫາທີ່ເກີດຂຶ້ນ ແລະ ບັນດາວິທີການແກ້ໄຂທີ່ພົວພັນ ກັບຄວາມປອດໄພຂອງອາຫານ. ຂ້າງເທິງ
ໝວດທີ III
ການໃຊ້ກາໝາຍ ແລະ ສະຫຼາກ
ມາດຕາ 17. ການໃຊ້ກາໝາຍກະສິກໍາທີ່ດີກ່ຽວກັບ ຄຸນນະພາບຂອງຜົນຜະລິດ
- ຜົນຜະລິດທີ່ຜ່ານການກວດກາ ແລະ ຮັບຮອງມາດຕະຖານກະສິກໍາທີ່ດີ ກ່ຽວກັບຄຸນນະພາບຂອງຜົນຜະລິດ ຈາກກົມປູກຝັງເທົ່ານັ້ນ ຈິ່ງມີສິດນໍາໃຊ້ກາໝາຍກະສິກໍາທີ່ດີ ກ່ຽວກັບຄຸນນະພາບຂອງຜົນຜະລິດ;
- ບໍ່ອະນຸຍາດໃຫ້ນໍາໃຊ້ກາໝາຍກະສິກໍາທີ່ດີ ກ່ຽວກັບຄຸນນະພາບຂອງຜົນຜະລິດ ເປັນຍີ່ຫໍ້ຂອງຜົນຜະລິດ, ກາໝາຍກະສິກໍາທີ່ດີ ກ່ຽວກັບຄຸນນະພາບຂອງຜົນຜະລິດ ຕ້ອງບໍ່ເດັ່ນກ່ວາຍີ່ຫໍ້ຂອງຜົນຜະລິດ ໂດຍໂຕອັກສອນບົ່ງບອກ ການຢັ້ງຢືນມາດຕະຖານ ແລະ ສັນຍາລັກມາດຕະຖານກະສິກໍາທີ່ດີ ກ່ຽວກັບຄຸນນະພາບຂອງຜົນຜະລິດ ຕ້ອງມີຂະໜາດບໍ່ເກີນ ¾ ຂອງຍີ່ຫໍ້ຜົນຜະລິດ. ຂ້າງເທິງ
ມາດຕາ 18. ການໃຊ້ສະຫຼາກກະສິກໍາທີ່ດີກ່ຽວກັບ ຄຸນນະພາບຂອງຜົນຜະລິດ
- ພາຊະນະບັນຈຸຕ້ອງມີຊື່, ທີ່ຢູ່ຜູ້ຜະລິດ ຫຼື ຜູ້ປະກອບການຜູ້ຜະລິດສຸດທ້າຍ ທີ່ຂໍການຢັ້ງຢືນ ຈາກກົມປູກຝັງ, ພ້ອມທັງລະບຸແຫຼ່ງທີ່ມາຂອງຜົນຜະລິດ;
- ກ່ອນມີການຈັດພິມສະຫຼາກ ຫຼື ວັດຖຸຫຸ້ມຫໍ່ບັນຈຸຜົນຜະລິດ ທີ່ມີກາໝາຍມາດຕະຖານກະສິກໍາທີ່ດີຕິດຢູ່, ຜູ້ຜະລິດ ຫຼື ຜູ້ປະກອບການ ຕ້ອງສົ່ງສໍາເນົາຕົ້ນສະບັບແບບສະຫຼາກ ຫຼື ວັດຖຸຫຸ້ມຫໍ່ບັນຈຸຜະລິດຕະພັນ ໃຫ້ກົມປູກຝັງກວດກາຄວາມຖືກຕ້ອງກ່ອນທຸກໆຄັ້ງ. ຂ້າງເທິງ
ໝວດທີ IV
ການອອກໃບຢັ້ງຢືນກະສິກໍາທີ່ດີກ່ຽວກັບຄຸນນະພາບຂອງຜົນຜະລິດ
ມາດຕາ 19. ການອອກໃບຢັ້ງຢືນກະສິກໍາທີ່ດີກ່ຽວກັບຄຸນນະພາບຂອງຜົນຜະລິດ
ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ຮັບຜິດຊອບໃນການປະເມີນຜົນ, ກວດກາ ແລະ ການອອກໃບຢັ້ງຢືນກະສິກໍາທີ່ດີກ່ຽວກັບຄຸນນະພາບຂອງຜົນຜະລິດ ໃນສປປລາວ. ຂ້າງເທິງ
ໝວດທີ V
ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ
ມາດຕາ 20. ນະໂຍບາຍຕໍ່ຜູ້ທີ່ມີຜົນງານ
ບຸກຄົນ ຫຼື ການຈັດຕັ້ງທີ່ມີຜົນງານດີເດັ່ນ ໃນການດໍາເນີນກິດຈະການ ດ້ານການຜະລິດກະສິກໍາທີ່ດີ ກ່ຽວກັບຄຸນນະພາບຂອງຜົນຜະລິດ ຈະໄດ້ຮັບການປະຕິບັດນະໂຍບາຍ ແລະ ການຍ້ອງຍໍຕາມຄວາມເໝາະສົມ. ຂ້າງເທິງ
ມາດຕາ 21. ມາດຕະການຕໍ່ຜູ້ລະເມີດ
ບຸກຄົນ ຫຼື ການຈັດຕັ້ງທີ່ລະເມີດຂໍ້ຕົກລົງ ວ່າດ້ວຍມາດຕະຖານກະສິກໍາທີ່ດີ ກ່ຽວກັບຄຸນນະພາບຂອງຜົນຜະລິດສະບັບນີ້ ຈະຖືກກ່າວເຕືອນ, ສຶກສາອົບຮົມ, ປັບໃໝ ຫຼື ລົງໂທດທາງອາຍາຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍວ່າດ້ວຍກະສິກໍາຂອງ ສປປລາວ. ຂ້າງເທິງ
ມາດຕາ 22. ການຈັດຕັ້ງປະຕິບັດ
ມອບໃຫ້ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ເປັນເຈົ້າການຈັດຕັ້ງຜັນຂະຫຍາຍ ແລະ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ມີປະສິດທິຜົນສູງ. ຂ້າງເທິງ
ມາດຕາ 23. ຜົນສັກສິດ
ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ
ລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້
ດຣ. ຕີ ພົມມະຈັກ
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.