ກະຊວງອຸດສາຫະກໍາ ແລະ ການຄ້າ ອອກ ຂໍ້ຕົກລົງ ກ່ຽວກັບ ການນຳເຂົ້າ ແລະ ສົ່ງອອກ ເພັດຫຍາບ ສະບັບເລກທີ 0224/ອຄ.ກຂອ, ລົງວັນທີ 8 ກຸມພາ 2016 ໂດຍໄດ້ກຳນົດຂັ້ນຕອນ ແລະ ເອກະສານປະກອບເພື່ອຂໍອະນຸຍາດນຳເຂົ້າ ແລະ ສົ່ງອອກເພັດຫຍາບ ຄື:

1.)  ສຳລັບການຂໍອະນຸຍາດນຳເຂົ້າເພັດຫຍາບ ຜູ່ນໍາເຂົ້າ ຕ້ອງປະກອບເອກະສານສະເໜີເຖິງ ອົງການ​ຄຸ້ມ​ຄອງ​ການ​ນຳ​ເຂົ້າ ​ແລະ ການສົ່ງ​ອອກເພັດຫຍາບ ດັ່ງນີ້:

                             -        ໃບຄຳ​ຮ້ອງຂໍອະນຸຍາດນໍາເຂົ້າ​ເພັດຫຍາບ;
                             -        ສຳ​ເນົາ​ໃບທະບຽນວິສາຫະກິດ ແລະ ໃບຢັ້ງຢືນການມອບພັນທະອາກອນປະຈຳປີ;
                             -        ໃບ KPC ຈາກ​ປະ​ເທດ​ຕົ້ນ​ທາງ;
                             -        ໃບກຳ​ກັບ​ການ​ສົ່ງ​ສິນຄ້າ (Shipping Note).

ພາຍຫຼັງໄດ້ຮັບຄຳຮ້ອງຂໍອະນຸຍາດນຳເຂົ້າ ເພັດຫຍາບ ພ້ອມດ້ວຍເອກະສານປະກອບ, ອົງການ​ຄຸ້ມ​ຄອງ​ການ​ນຳ​ເຂົ້າ ​ແລະ ການສົ່ງ​ອອກ ຈະພິຈາລະນາອອກໃບອະນຸຍາດນຳເຂົ້າໂດຍທັນທີ ຫຼື ຢ່າງຊ້າບໍ່ໃຫ້ເກີນ 10 ວັນລັດຖະການ ນັບແຕ່ມື້ທີ່ໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ. ໃບອະນຸຍາດນຳເຂົ້າເພັດຫຍາບ ມີກຳນົດການນໍາໃຊ້ 60 ວັນ ນັບແຕ່ມື້ອອກອະນຸຍາດເປັນຕົ້ນໄປ.​

2.) ການຂໍອະນຸຍາດສົ່ງອອກ ​ເພັດຫຍາບ ຜູ່ສົ່ງອອກ ຕ້ອງປະກອບເອກະສານສະເໜີເຖິງ ອົງການ​ຄຸ້ມ​ຄອງ​ການ​ນຳ​ເຂົ້າ ​ແລະ ການສົ່ງ​ອອກເພັດຫຍາບ ດັ່ງນີ້:

                             -        ຄຳ​ຮ້ອງຂໍອະນຸຍາດສົ່ງອອກເພັດຫຍາບ;
                             -        ຄຳ​ຮ້ອງຂໍໃບ KPC;
                             -        ສຳເນົາໃບອະນຸຍາດນໍາເຂົ້າໃນຄັ້ງກ່ອນ;
                             -        ສຳ​ເນົາ​ໃບທະບຽນວິສາຫະກິດ ແລະ ໃບຢັ້ງຢືນການມອບພັນທະອາກອນປະຈຳປີ;
                             -        ໃບ​ແຈ້ງລາຄາ (Invoice) ແລະ ໃບຫຸ້ມຫໍ່ (Packing List).

ພາຍຫຼັງໄດ້ຮັບຄຳຮ້ອງຂໍອະນຸຍາດສົ່ງອອກ ເພັດຫຍາບ, ຄໍາຮ້ອງຂໍໃບ KPC ພ້ອມດ້ວຍເອກະສານປະກອບ, ອົງການ​ຄຸ້ມ​ຄອງ​ການ​ນຳ​ເຂົ້າ ​ແລະ ການສົ່ງ​ອອກ ຈະພິຈາລະນາອອກໃບອະນຸຍາດສົ່ງອອກ ພ້ອມດ້ວຍໃບ KPC ໂດຍທັນທີ ຫຼື ຢ່າງຊ້າບໍ່ເກີນ 10 ວັນລັດຖະການ ນັບແຕ່ມື້ທີ່ໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ. ໃບອະນຸຍາດສົ່ງອອກເພັດຫຍາບ ແລະ ໃບ KPC ມີກໍານົດການນໍາໃຊ້ 60 ວັນ ນັບແຕ່ມື້ອອກອະນຸຍາດເປັນຕົ້ນໄປ.​

ຂໍ້ຕົກລົງສະບັບນີ້​ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນ ແລະ ພາຍຫຼັງ 15 ວັນ ນັບແຕ່ວັນພິມລົງໃນຈົດໝາຍເຫດທາງລັດຖະການ ເປັນຕົ້ນໄປ ຫຼື ວັນທີ 27 ກຸມພາ 2016. ຂໍ້ຕົກລົງສະບັບນີ້ ແມ່ນ​ນຳໃຊ້ປ່ຽນ​ແທນ​ແຈ້ງການຂອງລັດຖະມົນຕີວ່າການກະຊວງການຄ້າ ກ່ຽວກັບການນຳເຂົ້າ ແລະ ສົ່ງອອກເພັດທີ່ຍັງບໍ່ທັນເຈຍລະໄນ (ເພັດຫຍາບ) ສະບັບ​ເລກທີ 0558/ກຄ.ກປທ, ລົງ​ວັນ​ທີ 03 ມີຖຸນາ 2003.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.