ເພື່ອເຮັດໃຫ້ການນຳໃຊ້ແບບຟອມໃບອະນຸຍາດ​ນຳ​ເຂົ້າ ​​​ແລະ ​ໃບ​ອະນຸຍາດ​ສົ່ງ​ອອກ​ສິນຄ້າ ມີ​ຄວາມ​ເປັນ​ເອກະ​ພາບ​ໃນ​ການຈັດ​ຕັ້ງ​ປະຕິບັດ, ​ສະດວກງ່າຍ​ດາຍ, ຫຼຸດ​ຜ່ອນ​ເວລາ ແລະ ຂັ້ນ​ຕອນ​ໃນ​ການ​ດຳ​ເນີນ​ເອກະສານ ​​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ​ໃນ​ປະຈຸ​ບັນ, ກະຊວງອຸດສາຫະກຳ ແລະ ການຄ້າ ອອກ ແຈ້ງການ ກ່ຽວກັບການນຳໃຊ້ແບບຟອມໃບອະນຸຍາດນຳເຂົ້າ, ໃບອະນຸຍາດສົ່ງອອກສິນຄ້າ ສະບັບປັບປຸງໃໝ່ ເລກທິ 0472/ອຄ. ກຂອ , ລົງວັນທີ 10 ມີນາ 2016 ເຖິງບັນດາພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ ເພື່ອນຳໃຊ້ແບບຟອມໃບອະນຸຍາດນຳເຂົ້າ ແລະ ໃບອະນຸຍາດສົ່ງອອກສິນຄ້າ ສະບັບປັບປຸງໃໝ່ ໃນຂອບເຂດທົ່ວປະເທດ.

ໃນ​ໄລຍະ​ຂ້າມ​ຜ່ານ ​ເພື່ອ​ຫັນ​ໄປ​ສູ່​ການ​ອອກ​ອະນຸຍາດ​ແບບ​ທັນ​ສະ​ໄໝ (Electronic-License), ການ​ນຳ​ໃຊ້​ແບບ​ຟອມໃບອະນຸຍາດ ​ແມ່ນ​ສາມາດ​ເລືອກ​ນຳ​ໃຊ້​ໄດ້​ທັງ​ສອງ​ລະບົບໄປ​ພ້ອມໆ​ກັນ​ ຈົນ​ກວ່າ​ທຸກ​ພາກສ່ວນ​ຈະ​ມີ​ຄວາມ​ພ້ອມ​ຄື: (1) ລະບົບ​ເກົ່າ (ຊື້​ແບບ​ຟອມນຳ​ຂະ​ແໜງ​ອຸດສາຫະກຳ ​ແລະ ການ​ຄ້າ ​ເພື່ອ​ໄປ​ປະກອບ) ແລະ (2) ລະບົບ​ໃໝ່ (ດາວ​ໂຫຼ​ດ​ຜ່ານສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ (LTP). ພາຍຫຼັງ​ປະ​ກອບແບບຟອມຖືກຕ້ອງຄົບຖ້ວນ​ແລ້ວ ແມ່ນມາ​ຍື່ນ​ຂໍ​ອະນຸມັດ ແລະ ຊໍາລະຄ່າທຳນຽມຕາມພາຍຫຼັງ ນຳຂະແໜງອຸດສາຫະກຳ ແລະ ການຄ້າ)​.

ແບບຟອມໃບອະນຸຍາດນຳເຂົ້າ ແລະ ໃບອະນຸຍາດສົ່ງອອກ ສະບັບປັບປຸງໃໝ່ ແມ່ນເລີ່ມນໍາໃຊ້ຕັ້ງແຕ່ວັນທີ 1 ເມສາ 2016 ເປັນຕົ້ນໄປ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.