ກົມການຄ້າຕ່າງປະເທດ, ກະຊວງພານິດ ແຫ່ງ ລາດຊະອານາຈັກໄທ ອອກປະກາດ ກ່ຽວກັບ ເງື່ອນໄຂການນຳເຂົ້າມັນຕົ້ນ ແລະ ຜະລິດຕະພັນມັນຕົ້ນ, ແລະ ເງື່ອນໄຂການນຳຜ່ານມັນຕົ້ນ ແລະ ຜະລິດຕະພັນມັນຕົ້ນໃນລາດຊະອານາຈັກໄທ ໂດຍໄດ້ແຈ້ງເງື່ອນໄຂການນຳເຂົ້າ ແລະ ນຳຜ່ານດັ່ງກ່າວຜ່ານສະຖານເອກອັກຄະລັດຖະທູດແຫ່ງລາດຊະອານາຈັກໄທ ປະຈຳ ສປປ ລາວ.

ໂດຍອີງຕາມ ປະກາດກະຊວງພານິດ ເລື່ອງ ກຳນົດໃຫ້ມັນຕົ້ນ ແລະ ຜະລິດຕະພັນມັນຕົ້ນເປັນສິນຄ້າທີ່ຕ້ອງມີໜັງສືຮັບຮອງ  ແລະ ຕ້ອງປະຕິບັດຕາມມາດຕະການຈັດລະບຽບໃນການນຳເຂົ້າມາໃນລາດຊະອານາຈັກ ພ.ສ 2555 ໄດ້ກຳນົດໃຫ້ຜູ້ປະກອບການທີ່ສາມາດນຳເຂົ້າມັນຕົ້ນ ແລະ ຜະລິດຕະພັນມັນຕົ້ນ ຜ່ານລາດຊະອານາຈັກໄທໄດ້ ຕ້ອງມີເງື່ອນໄຂດັ່ງນີ້:

(1)  ຕ້ອງຂື້ນທະບຽນເປັນຜູ້ນຳເຂົ້າ;
(2)  ຕ້ອງມີໜັງສືປະກອບການນຳເຂົ້າ ເຊັ່ນ: ໜັງສືຢັ້ງຢືນສຸຂະອະນາໄມພືດ, ຖິ່ນກຳເນີດສິນຄ້າ ແລະ ມາດຕະຖານສິນຄ້າ;
(3)  ຕ້ອງລາຍງານການນຳເຂົ້າ, ການຄອບຄອງ ການສົ່ງອອກ, ສະຖານທີ່ເກັບຮັກສາ, ການຈຳໜ່າຍຈ່າຍໂອນ ແລະ ຜະລິດຕະພັນມັນຕົ້ນເປັນປະຈຳທຸກເດືອນ;
(4)  ຕ້ອງນຳເຂົ້າມາໃນລາດຊະອານາຈັກທາງດ່ານພາສີ ທີ່ມີດ່ານກວດກາພືດ ຫຼື ຢູ່ໃນເຂດອຳນາດຂອງດ່ານກວດກາພືດ.
ລະບຽບການນຳເຂົ້ານີ້ ມີຜົນບັງຄັບໃຊ້ນັບແຕ່ວັນທີ 27 ທັນວາ 2012 ເປັນຕົ້ນມາ.

ສຳລັບການນຳຜ່ານ ມັນຕົ້ນ ແລະ ຜະລິດຕະພັນມັນຕົ້ນ ແມ່ນຕ້ອງປະຕິບັດຕາມ ປະກາດກະຊວງພານິດ ເລື່ອງກຳນົດໃຫ້ມັນຕົ້ນ ເປັນສິນຄ້າທີ່ຕ້ອງປະຕິບັດຕາມມາດຕະການນຳຜ່ານລາດຊະອານາຈັກ ພ.ສ 2559 ເຊິ່ງໄດ້ກຳນົດໃຫ້ມັນຕົ້ນ ແລະ ຜະລິດຕະພັນມັນຕົ້ນ ເປັນສິນຄ້າທີ່ຕ້ອງປະຕິບັດຕາມມາດຕະການດັ່ງນີ້:

(1)  ນຳຜ່ານດ່ານກວດກາພືດຕາມທີ່ກະຊວງກະເສດ ແລະ ສະຫະກອນ ກຳນົດ;
(2)  ຕ້ອງມີໜັງສືຮັບຮອງສຸຂະນາໄມພືດ ແລະ ໜັງສືຮັບຮອງຖີ່ນກຳເນີດສິນຄ້າຕາມທີ່ກຳນົດແຈ້ງຕໍ່ກົມສຸລະກາກອນ ປະກອບການນຳຜ່ານລາດຊະອານາຈັກ.
ລະບຽບການນຳຜ່ານນີ້ ມີຜົນບັງຄັບໃຊ້ນັບແຕ່ວັນທີ 22 ມີນາ 2016 ເປັນຕົ້ນມາ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.