ສາທາລະນະ​ລັດ ປະຊາ​ທິປະ​ໄຕ ປະຊາຊົນ​ລາວ
ສັນຕິພາບ ​ເອກະ​ລາດ ​ປະຊາທິິປະ​ໄຕ ​ເອກະ​ພາບ ວັດທະນະ​ຖາວອນ

ກ​ະຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ     ເລກ​ທີ 0848/ອຄ
ນະຄອນ​ຫຼວງ​ວຽງ​ຈັນ, ວັນ​ທີ 13 ກັນຍາ 2021

ຂໍ້ຕົກລົງ

ວ່າດ້ວຍ ລາຍການສິນຄ້າເກືອດຫ້າມການນຳເຂົ້າ ຫຼື ສົ່ງອອກ

  • ອີງຕາມ ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກຳ  ແລະ ການຄ້າ ເລກທີ 230/ນຍ, ລົງວັນທີ 24 ກໍລະກົດ 2017;
  • ອີງຕາມ ດຳລັດ ວ່າດ້ວຍການນຳເຂົ້າ ແລະ ການສົ່ງອອກສິນຄ້າ ເລກທີ 114/ລບ, ລົງວັນທີ 06 ເມສາ 2011;
  • ອີງຕາມ ໜັງສືສະເໜີຂອງ ກົມການນຳເຂົ້າ ແລະ ສົ່ງອອກ ເລກທີ 3015/ກຂອ, ລົງວັນທີ 08 ກັນ​ຍາ 2021.

ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ອອກຂໍ້ຕົກລົງ:

ມາດຕາ     1  ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ວາງອອກເພື່ອຜັນຂະຫຍາຍ ມາດຕາ 11 ຂອງ ດຳລັດວ່າດ້ວຍການນຳເຂົ້າ ແລະ ການສົ່ງອອກສິນຄ້າ ເລກທີ 114/ລບ, ລົງວັນທີ 06 ເມສາ 2011.

ມາດຕາ 2  ລາຍການສິນຄ້າເກືອດຫ້າມການນຳເຂົ້າ ຫຼື ສົ່ງອອກ

ລາຍການສິນຄ້າເກືອດຫ້າມການນຳເຂົ້າ ຫຼື ສົ່ງອອກ ແມ່ນປະເພດສິນຄ້າທີ່ຫ້າມນຳເຂົ້າ ຫຼື ສົ່ງອອກ ເພື່ອປົກປ້ອງ ຄວາມໝັ້ນຄົງຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ,​ ສິນລະທຳ, ວັດທະນະທຳ, ຊີວິດ ຫຼື ສຸຂະພາບຂອງ ຄົນ, ສັດ ຫຼື ພືດ, ເພື່ອປົກປັກຮັກສາມໍຣະດົກແຫ່ງຊາດ, ຊັບພະຍາກອນທຳມະຊາດ ຫຼື ເພື່ອປະຕິບັດຕາມສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 3  ຕາຕະລາງລາຍການສິນຄ້າເກືອດຫ້າມການນຳເຂົ້າ ຫຼື ສົ່ງອອກ

ຕາຕະລາງລາຍການສິນຄ້າເກືອດຫ້າມການນຳເຂົ້າ ຫຼື ສົ່ງອອກ ແມ່ນອີງຕາມລະຫັດສາລະບານ​ອັດ​ຕາ ພາສີ ຊຶ່ງໄດ້ຈັດແບ່ງເປັນ ສອງຕາຕະລາງ ຄື: ຕາຕະລາງລາຍການສິນຄ້າເກືອດຫ້າມການນຳເຂົ້າ ແລະ ຕາຕະ ລາງລາຍການສິນຄ້າເກືອດຫ້າມການສົ່ງອອກ ໂດຍມີລາຍລະອຽດ ດັ່ງນີ້:

  1. ຕາຕະລາງລາຍການສິນຄ້າເກືອດຫ້າມການນໍາເຂົ້າ

/

ລະຫັດພາສີ

ລາຍການສິນຄ້າ

ເຫດຜົນການຄຸ້ມຄອງ

ນິຕິກຳອ້າງອີງ

ຂະແໜງການຄຸ້ມຄອງ

01

  •  

​ເຄມີ​​ອັນຕະລາຍ​ປະເພດໜຶ່ງ ທີ່​ນອນ​ໃນ​ບັນຊີເຄມີອຸດສາ ຫະກໍາ ຂອງກະຊວງອຸດສາ ຫະກຳ ​ແລະ ການ​ຄ້າ

ເພື່ອ​ປົກ​ປ້ອງສຸຂະພາບ, ຄວາມປອດ​ໄພຂອງ​ຄົນ ແລະ ສິ່ງແວ​ດລ້ອມ

  • ສົນທິສັນຍາວ່າດ້ວຍການ​ເກືອດ​ຫ້າມອາວຸດເຄມີ (Chemical Weapons Convention);
  • ສົນ​ທິ​ສັນ​ຍາ​ຣອດ​ເຕີ​ດຳ (Rotterdam Convention);
  • ສົນທິສັນຍາສຕອກໂຮມ (Stockholm Convention);
  • ອະນຸສັນຍາມົງເຣອານ (Montreal Protocol);
  • ກົດໝາຍວ່າ​ດ້ວຍ​ການ​ຄຸ້ມ​ຄອງ ເຄມີ ​ເລກທີ 07/ສພຊ; ລົງ​ວັນ​ທີ 10 ພະຈິກ 2016;
  • ຂໍ້ຕົກລົງວ່າດ້ວຍບັນຊີເຄມີອຸດສາຫະກໍາ ເລກທີ 0220/ອຄ.ກອຫ,​ ລົງວັນ​ທີ 23 ມີນາ 2021.

ກົມ​ອຸດສາຫະກໍາ ແລະ ຫັດຖະກຳ

(ກະຊວງອຸດສາຫະກໍາ ແລະ ການຄ້າ)

02

3601.00

3602.00

3603.00

 

  • ລູກ​ປືນ-ລູກກະສູນ ແລະ ຊິ້ນສ່ວນປະກອບ
  • ອາວຸດເສິກ
  • ພາຫະນະຮັບໃຊ້ສົງຄາມ
  • ປຸ໋ຍລະເບີດ ແລະ ອຸປະ ກອນກໍ່ແຕກ
  • ດອກໄມ້ໄຟ

ເພື່ອປົກປັກຮັກສາຄວາມ​ສະຫງົບ ​ແລະ ຄວາມ​ໝັ້ນຄົງ​ຂອງ​ຊາດ

  • ປະ​ມວນກົດໝາຍ​ອາຍາ ​ເລກທີ 26/ສພຊ, ລົງ​ວັນ​ທີ 17 ພຶດ​ສະ​ພາ 2017;
  • ຂໍ້​ຕົກລົງ​ວ່າ​ດ້ວຍ​ລະບຽບ​ການ​ຄຸ້ມ​ຄອງ ແລະ ນຳ​ໃຊ້​ທາດ​ລະ​ເບີດ​ຢູ່ ສປປ ລາວ ​ເລກທີ 39/ນຍ, ​ລົງ ວັນ​ທີ 12 ກໍລະກົດ 2001.

ກົ​ມ​ອຸດ​ສາ​ຫະ​ກຳປ້ອງ​ກັນ​ຊາດ, ກົມໃຫຍ່ ເຕັກ​ນິກກອງທັບ,

(ກະ​ຊວງ​ປ້ອງ​ກັນ​ປະ​ເທດ)

03

1207.91.00.00

1211.40.00.00

1211.90.11.00

1211.90.12.00

1301.90.30.00

2939.11

2939.71.00.00

ຢາເສບຕິດ​ເກືອດ​ຫ້າມ ແລະ ອະ​ນຸ​ພັນ​ຂອງ​ຢາ​ເສບ​ຕິດ

ເພື່ອປົກປັກຮັກສາຄວາມ​ສະຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ສັງ​ຄົມ ແລະ ປົກປ້ອງຊີວິດ, ສຸຂະພາບຂອງຄົນ

  • ປະ​ມວນກົດໝາຍ​ອາຍາ ​ເລກທີ 26/ສພຊ, ​ລົງວັນ​ທີ 17 ພຶດ​ສະ​ພາ 2017;
  • ກົດໝາຍວ່າດ້ວຍຢາເສບຕິດ ເລກທີ 10/ສພຊ, ລົງວັນທີ 25 ທັນວາ 2007;
  • ດຳລັດຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຢາເສບຕິດ ເລກທີ 076/ນຍ, ລົງວັນທີ 20 ກຸມພາ 2009.

ຫ້ອງ​ການກວດ​ກາ ແລະ ຄວບ​ຄຸມ​ຢາ​ເສບ​ຕິດ, ກົມ​ໃຫຍ່​ຕຳ​ຫຼວດ (ກະຊວງປ້ອງກັນຄວາມສະຫງົບ)

04

  •  

ປື້ມ, ສິ່ງ​ພິມ​ອື່ນ​ທີ່​ລາ​ມົກ​ອາ​ນາ​ຈານ ແລະ ປື້ມ​ອື່ນໆ​ ທີ່​ແຕະ​ຕ້ອງ​ເຖິງ​ຄວາມ​ໝັ້ນ​ຄົງ​ຄວາມ​ສະ​ຫງົບ​ຂອງ​ຊາດ ແລະ ຂອງ​ສັງ​ຄົມ

ເພື່ອປົກປ້ອງວັດ​ທະ​ນະ​ທຳ​ອັນ​ດີ​ງາ​ມ​ຂອງ​ຊາດ

ກົດໝາຍວ່າດ້ວຍການພິມຈຳ​ໜ່າຍ ເລກທີ 05/ສພຊ, ລົງວັນທີ 09 ທັນວາ 2008.

ກົມວັນນະຄະດີ ແລະ ພິມຈຳໜ່າຍ (ກະຊວງຖະແຫຼງຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ)

05

  •  

 

 

 

  • ເຄື່ອງຈັກພິມເງິນ
  • ເຄື່ອງຈັກຫຼອມເງິນຫຼຽນ
  • ແທ່ນພິມທະນະບັດ
  • ເຈ້ຍພິມເງິນ
  • ນ້ຳມຶກສຳລັບພິມເງິນ
  • ເບົ້າຫຼໍ່ຫຼຽນເງິນ

​ເພື່ອ​ປ້ອງ​ກັນ​ການ​ປອມ​ແປງ ຫຼື ຮຽນ​​ແບບ​ທະ​ນະ​ບັດ ​ແລະ ເພື່ອຄວາມ ໝັ້ນຄົງທາງ​ດ້ານເສດ​ຖະ ກິດ ແລະ ຮັກສາສະຖຽນ ລະພາບຂອງ​ເງິນຕາ 

ກົດຫມາຍວ່າດ້ວຍທະນາຄານແຫ່ງ ສປປ ລາວ ສະບັບປັບປຸງ ​ເລກທີ  47/ສພຊ, ລົງວັນທີ 19 ມິຖຸນາ 2018.

ກົມນະ​ໂຍ​ບາຍເງິນຕາ

(ທະນາຄານແຫ່ງ  ສປປ ລາວ)

06

  • ­
  • ສິ່ງເສດເຫຼືອທາງອີເລັກ ໂຕຣນິກ (e-Waste)
  •  ໝໍ້​ໄຟ​ເກົ່າ

ເພື່ອ​ປົກ​ປ້ອງສຸຂະພາບ, ຄວາມປອດ​ໄພຂອງ​ຄົນ ແລະ ສິ່ງແວ​ດລ້ອມ

  • ສົນທິສັນຍາບາສເຊວ (Basel Convention);
  • ແຈ້ງ​ການກ່ຽວ​ກັບ​ຜົນ​ການ​ລົງ​ຕິດ​ຕາມກວດ​ກາ ແລະ ເກັບ​ກຳ​ຂໍ້​ມູນ ໂຮງ​ງານ​ແຍກ ແລະ ຫຼອມ​ສິ່ງ​ເສດ​ເຫຼືອ​ອີ​ເລັກ​ໂຕ​ຣ​ນິກ ແລະ ໝໍ້​ໄຟ​ເກົ່າ ໃນ​ທົ່ວ​ປະ​ເທດ ​ເລກທີ 1855/ຫສນຍ.ກລຂ, ລົງ​ວັນ​ທີ 17 ພະຈິກ 2017.

ກົມ​ອຸດສາຫະກໍາ ແລະ ຫັດຖະກຳ

(ກະຊວງອຸດສາຫະກໍາ ແລະ ການຄ້າ)

07

  •  

ທຸກຊະນິດ​ສັດ​ນໍ້າ-ສັດປ່າ ແລະ ຊິ້ນສ່ວນຂອງ​ມັນ ຕາມ​ບັນຊີຫວງ​ຫ້າມ ຂອງ ສົນທິສັນຍາ CITES

​ເພື່ອ​ປົກປ້ອງ​ທຸກ​ຊະນິດ​ພັນ​ທີ່​ຖືກ​ໄພ​ຂົ່​ມຂູ່ ​ແລະ ສ່ຽງ​ຕໍ່​ການ​ສູນພັນ

  • ສົນທິສັນຍາ​​ວ່າ​ດ້ວຍ​ການ​ຄ້າ​ຂາຍ​ຊະ​ນິດ​ພັນ​ສັດ​ປ່າ ແລະ ພືດ​ປ່າທີ່​ໃຫ້​ຈະ​ສູນ​ພັນ​ລະ​ຫວ່າງປະເທດ (CITES);
  • ກົດໝາຍ​ວ່າ​ດ້ວຍ​ສັດ​ນ້ຳ-ສັດປ່າ ​ເລກທີ 07/ສພຊ, ລົງ​​ວັນ​ທີ 24 ທັນວາ 2008;
  • ຂໍ້ຕົກລົງ​​ວ່າ​ດ້ວຍ​ການ​ຮັບຮອງ​ເອົາ​ບັນຊີ ສັດນໍ້າ ແລະ ສັດປ່າ ປະ​ເພດ​ຫວງ​ຫ້າມ ຫຼື ບັນຊີ I ແລະ ປະເພດຄຸ້ມຄອງ ຫຼື ບັນຊີ II ​ເລກ ທີ 08/ນຍ, ລົງວັນ​ທີ 25 ກຸມພາ 2021;
  • ຄຳ​ສັ່ງ​ວ່າ​ດ້ວຍ​ການ​ເພີ່ມ​ທະ​ວີ​ຄວາມ​ເຂັ້ມ​ງວດໃນ​ການ​ຄຸ້ມ​ຄອງ ແລະ ກວດ​ກາ ແລະ ສັດ​ປ່າ​ ແລະ ພືດ​ປ່າ​ປະ​ເພດ​ຫວງ​ຫ້າມ ເລກ​ທີ 05/ນຍ, ​ລົງວັນ​ທີ 08 ພຶດ​ສະ​ພາ 2018;
  • ຂໍ້ຕົກລົງວ່າດ້ວຍການສ້າງ ແລະ ຄຸ້ມຄອງສວນສັດ, ຟາມ ສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນສັດ ປ່າ ແລະ ສວນພືດປ່າ ເລກທີ 0188/ກປ, ລົງວັນທີ 03 ກຸມພາ 2019.

ກົມປ່າໄມ້ (ກະຊວງກະສິກໍາ ແລະ ປ່າໄມ້)

08

  •  

ເຄື່ອງປ່າຂອງດົງ ຕາມບັນ ຊີຫວງຫ້າມ ຂອງສົນທິສັນ

ຍາ CITES

ເພື່ອ​ປົກປ້ອງ​ທຸກ​ຊະນິດ​ພັນ​ທີ່​ຖືກ​ໄພ​ຂົ່​ມຂູ່ ​ແລະ ສ່ຽງ​ຕໍ່​ການ​ສູນພັນ

  • ສົນທິສັນຍາວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງປະເທດ (CITES);
  • ຄຳສັ່ງວ່າດ້ວຍການເພີ່ມທະວີ ຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາ ສັດປ່າ ແລະ ພືດ ປ່າປະເພດຫວງຫ້າມ ເລກທີ 05/ນຍ, ລົງວັນທີ 08 ພຶດສະພາ 2018;
  • ຂໍ້ຕົກລົງວ່າດ້ວຍການສ້າງ ແລະ ຄຸ້ມຄອງສວນສັດ, ຟາມ ສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນສັດ ປ່າ ແລະ ສວນພືດປ່າ ເລກທີ 0188/ກປ, ລົງວັນທີ 3 ກຸມພາ 2019;
  • ຂໍ້ຕົກລົງວ່າດ້ວຍການກຳນົດບັນຊີໄມ້ I, II ແລະ III ເລກທີ 0448/ກປ, ລົງວັນທີ 6 ເມສາ 2021;
  • ຂໍ້ຕົກລົງວ່າດ້ວຍການກຳນົດບັນຊີ ເຄື່ອງປ່າຂອງດົງ I, II ແລະ III ເລກທີ 0279/ກປ, ລົງວັນທີ 19 ກຸມພາ 2020.

ກົມປ່າໄມ້ (ກະຊວງກະສິກຳ ແລະ ປ່າໄມ້)

09

2612

ແຮ່​ທາດ​ກຳ​ມັນຕະ​ພາບລັງ ສີທຸກ​ຊະ​ນິດ

​ເພື່ອປົກປັກຮັກສາຄວາມ​ສະຫງົບ​ ແລະ ຄວາມ​ໝັ້ນຄົງ​ຂອງ​ຊາດ

  • ກົດໝາຍ​ວ່າ​ດ້ວຍແຮ່​ທາດ ສະບັບປັບປຸງ ເລກທີ 31/ສພຊ, ລົງວັນ ທີ 31 ທັນວາ 2017;
  • ດຳລັດ​ວ່າ​ດ້ວຍ​ການ​ສົ່ງ​ອອກ​ຜະ ລິດ​ຕະພັນ​ແຮ່​ທາດ ​ເລກທີ 90/ນຍ, ​​ລົງວັນ​ທີ 09 ມິຖຸນາ 2008.
  • ຂໍ້ຕົກລົງວ່າດ້ວຍລະບຽບການຂໍ ອະນຸຍາດນຳເຂົ້າ ແລະ ສົ່ງອອກ ແຮ່ທາດ ແລະ ຜະລິດຕະພັນແຮ່ ທາດ ເລກທີ 0352/ພບ,​ ລົງວັນ ທີ 13 ມີນາ 2012;
  • ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ການ​ຊື້-ຂາຍ ​ແຮ່​ທາດ ແລະ ຜ​ະ​ລິດ​ຕະ​ພັນ​ແຮ່​ທາດ ເລກ​ທີ 0484/ພບ, ລົງວັນ​ທີ 20 ເມ​ສາ 2012.

ກົມ​ຄຸ້ມ​ຄອງບໍ່​ແຮ່ (ກະຊວງພະລັງານ ແລະ ບໍ່ແຮ່)

10

  •  

ຢາ​ປາບ​ສັດ​ຕູ​ພືດປະ​ເພດ  ​ອັ​ນ​ຕະ​ລາຍ​ຮ້າຍ​ແຮງ ແລະ ຮ້າຍ​ແຮງ​ສູງ

ເພື່ອ​ປົກ​ປ້ອງສຸຂະພາບ, ຄວາມປອດໄພຂອງ​ຄົນ ແລະ ສິ່ງ​ແວ​ດລ້ອມ ແລະ ເພື່ອສອດຄ່ອງກັບລະ ບຽບການຂອງສົນທິສັນ ຍາ ທີ່ ສປປ ລາວ ເປັນ ພາຄີ.

  • ສົນທິສັນຍາຣອດເຕີດຳ (Rotterdam Convention);
  • ສົນທິສັນຍາສຕອກໂຮມ (Stockholm Convention);
  • ກົດໝາຍວ່າ​ດ້ວຍ​ການ​ຄຸ້ມ​ຄອງ ເຄມີ ​ເລກທີ 07/ສພຊ, ລົງວັນ​ທີ 10 ພະຈິກ 2016;
  • ດຳລັດວ່າດ້ວຍການຄຸ້ມຄອງຢາ ປາບສັບຕູພືດໃນ ສປປ ລາວ ເລກທີ 258/ລບ, ລົງວັນທີ 24 ສິງຫາ 2017;
  • ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ຢາປາບສັດຕູພືດໃນ ສປປ ລາວ ເລກທີ 2860/ກປ, ລົງວັນທີ 11 ມິຖຸນາ 2010.

ກົມປູກຝັງ (ກະຊວງກະສິກຳ ແລະ ປ່າໄມ້)

11

  •  
  • ອຸ​ປະ​ກອນ​ຕັດ​ຄື້​ນສັນ ຍານຄວາມຖີ່ (Radio Frequency Jammer)
  • ອຸປະກອນຊິມບອກສ (Simbox Equipment)
  • ໂທລະສັບດັກ​ຟັງ (ສຽງ, ຂໍ້ມູນ)(Spy Phone (Voice, Data))

​ເພື່ອ​ປົກປັກຮັກສາຄວາມ​ສະຫງົບ ​ແລະ ຄວາມ​ໝັ້ນຄົງ​ຂອງ​ຊາດ

  • ກົດໝາຍວ່າດ້ວຍໂທລະຄົມມະ ນາຄົມ ເລກທີ 09/ສພຊ, ລົງວັນ ທີ 21 ທັນວາ 2011;
  • ກົດໝາຍວ່າດ້ວຍເຕັກໂນໂລຊີ ການສື່ສານຂໍ້ມູນຂ່າວສານ ເລກ ທີ 02/ສພຊ, ລົງວັນທີ 7 ພະຈິກ 2016;
  • ກົດໝາຍວ່າດ້ວຍຄື້ນຄວາມຖີ່ວິ ທະຍຸສື່ສານ ເລກທີ17/ສພຊ​, ລົງ ວັນທີ 05 ພຶດສະພາ 2017;
  • ຂໍ້ຕົກລົງວ່າດ້ວຍການນຳເຂົ້າແລະ ຈຳໜ່າ​ຍອຸປະກອນໄອຊີທີ ເລກທີ 3201/ປທສ, ລົງວັນທີ 16 ພະ ຈິກ 2016;
  • ບັນຊີລາຍການອຸປະກອນໄອຊີທີ ເລກທີ 1504/ຫກຊ, ລົງວັນທີ 20 ມິຖຸນາ 2018.

ກະຊວງເຕັກໂນໂລຊີ ແລະ ການສື່ສານ

12

  •  

ຜະ​ລິດ​ຕະ​ພັນ​ຢາ​ສູບ​ໄຟ​ຟ້າ ແລະ ຢາ​ສູບຊີ​ຊາ

​ເພື່ອ​ປົກ​ປ້ອງ​ສຸ​ຂະ​ພາບ​​ຂອງ​ຄົນ ແລະ ປ້ອງ​ກັນ​ການ​ມົ້ວ​ສຸ​ມ​ສິ່ງ​ເສ​ບ​ຕິດ

ແຈ້ງ​ການ​ກ່ຽວ​ກັບ​ການ​ສະ​ເໜີ​ຫ້າມ​ການ​ນຳ​ເຂົ້າ, ຈຳ​ໜ່າຍ ແລະ ບໍ​ລິ​ໂພກ​ຢາ​ສູບ​ໄຟ​ຟ້າ ແລະ ຢາ​ສູ​ບ​ຊີ​ຊາ ໃນ ສ​ປ​ປ ລາວ ເລກ​ທີ 1297/ຫ​ສນຍ.ກ​ຄ​ສ, ລົງ​ວັນ​ທີ 13 ສິງຫາ 2018.

ກົມອະນາໄມ ແລະ ສົ່ງເສີມສຸຂະພາບ (ກະຊວງສາທາລະນະ ສຸກ)

 

ໝາຍເຫດ:​ ສຳລັບສິນຄ້າທີ່ກຳນົດໃນ ຕາຕະລາງລາຍການສິນຄ້າເກືອດຫ້າມການນຳເຂົ້າແລະ ຕາຕະລາງລາຍການ ສິນຄ້າເກືອດຫ້າມການສົ່ງອອກ ໃນມາດຕາ 3 ຂອງຂໍ້ຕົກລົງສະບັບນີ້ ທີ່ບໍ່ໄດ້ກຳນົດລະຫັດພາສີ ຫຼື ກຳນົດແລ້ວ ແຕ່ບໍ່ຈະແຈ້ງ ຫຼື ບໍ່ຄົບຖ້ວນ ແມ່ນຂະແໜງການກ່ຽວຂ້ອງ ຈະສົມທົບກັບລັດຖະການພາສີ ໃນການຈັດເລກລະຫັດ ພາສີຂອງສິນຄ້າຕົວຈິງ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບເນື້ອໃນລາຍລະອຽດຂອງສິນຄ້າ ຕາມທີ່ໄດ້ກຳນົດໃນສາ ລະບານອັດຕາພາສີ ຂອງ ສປປ ລາວ.

 

ມາດຕາ     4  ການ​ນໍາ​ເຂົ້າ ​ຫຼື ສົ່ງ​ອອກ ​ສິນຄ້າທີ່ນອນໃນຕາຕະລາງລາຍການສິນຄ້າເກືອດຫ້າມການນຳເຂົ້າ  ແລະ ສົ່ງອອກ

ສິນຄ້າທີ່ນອນໃນ ຕາຕະລາງລາຍການສິນຄ້າເກືອດຫ້າມການນຳເຂົ້າ ຫຼື ຕາຕະລາງລາຍການສິນຄ້າ ເກືອດຫ້າມການສົ່ງອອກ ທີ່ໄດ້ກໍານົດໃນມາດຕາ 3 ຂອງຂໍ້ຕົກລົງສະບັບນີ້ ແມ່ນບໍ່ສາມາດນໍາເຂົ້າ ຫຼື ສົ່ງ ອອກ ເພື່ອຈຸດປະສົງທາງດ້ານການຄ້າ, ​ຍົກ​ເວັ້ນ​ການ​ນຳ​ເຂົ້າ ຫຼື ສົ່ງ​ອອກ ເພື່ອຈຸດປະສົງ​ໃນການ​ຄົ້ນ​ຄວ້າ, ການ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ, ການ​ປ້ອງກ​ັນ, ການ​ສະ​ກັດ​ກັ້ນ ແລະ ການ​ລະ​ງັບ​ອັນ​ຕະ​ລາຍ​ທີ່​ອາດ​ເກີດ​ຂຶ້ນ​ຕໍ່​ສຸ​ຂະ​ພາບ, ຊີ​ວິດ, ຊັບ​ສິນ, ສິ່ງ​ແວດ​ລ້ອມ ແລະ ການ​ນຳ​ໃຊ້​ໃນ​ວຽກ​ງານ​ປ້ອງ​ກັນ​ຊາດ, ປ້ອ​ງ​ກັນ​ຄວາມ​ສະ​ຫງົບ ຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ.

ມາດຕາ     5  ການ​ນໍາ​ເຂົ້າ ​ຫຼື ສົ່ງ​ອອກ ​ສິນຄ້າທີ່ບໍ່ນອນໃນຕາຕະລາງລາຍການສິນຄ້າເກືອດຫ້າມການນຳເຂົ້າ ແລະ ສົ່ງອອກ

     ສິນຄ້າທີ່ບໍ່ນອນໃນຕາຕະລາງລາຍການສິນຄ້າເກືອດຫ້າມການນຳເຂົ້າ ຫຼື ຕາຕະລາງລາຍການສິນຄ້າ ເກືອດຫ້າມການສົ່ງອອກ ທີ່ໄດ້ກຳນົດໃນມາດຕາ 3 ຂອງຂໍ້ຕົກລົງສະບັບນີ້ ແມ່ນສາມາດນຳເຂົ້າ ເພື່ອຈຸດ ປະສົງທາງການຄ້າ ແຕ່ຕ້ອງດຳເນີນຂັ້ນຕອນການນຳເຂົ້າ ຫຼື ສົ່ງອອກ ຕາມລະບຽບການສະເພາະຂອງ ແຕ່ລະ ປະເພດສິນຄ້າ.     

ມາດຕາ 6  ການປັບປຸງຕາຕະລາງລາຍການສິນຄ້າເກືອດຫ້າມການນຳເຂົ້າ ແລະ ສົ່ງອອກ

    ການປັບປຸງຕາຕະລາງລາຍການສິນຄ້າເກືອດຫ້າມການນຳເຂົ້າ ແລະ ສົ່ງອອກ ​ແມ່ນການເພີ່ມ ຫຼື ຫຼຸດ ລາຍການສິນຄ້າທີ່ກຳນົດໃນມາດຕາ 3 ຂອງຂໍ້ຕົກລົງສະບັບນີ້.

    ການ​ປັບປຸງ​ແຕ່​ລະ​ຄັ້ງ ຕ້ອງ​ໄດ້​ຮັບ​ການ​ອະນຸມັດຈາກ ​ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຕາມ​ການ​ຄົ້ນ​ຄ້ວາ ​ແລະ ສ​ະ​ເໜີ​ຂອງ​ພາກສ່ວນ​ທີ່​ກ່ຽວຂ້ອງ.

    ພາຍຫຼັງທີ່ໄດ້ປັບປຸງຕາຕະລາງລາຍການສິນຄ້າສໍາ​ເລັດແລ້ວ ກະຊວງອຸດສາຫະກຳ ແລະ ການຄ້າ ຕ້ອງ ໄດ້ແຈ້ງໃຫ້ພາກສ່ວນທີ່ກ່ຽວຂ້ອງ ຊາບ ​ແລະ ຈັດ​ຕັ້ງ​ປະຕິບັດ.

ມາດຕາ 7  ການຈັດຕັ້ງປະຕິບັດ

    ອບໃຫ້ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ​ເປັນ​ເຈົ້າ​ການປະສານ ສົມທົບກັບພາກສ່ວນກ່ຽວຂ້ອງ ​ໃນ​ການຈັດຕັ້ງປະ​ຕິ​ບັດຂໍ້​ຕົກລົງ​ສະບັບ​ນີ້​ ໃຫ້ໄດ້ຮັບ​ປະສິດທິ​ຜົນສູງ.

ມາດຕາ     8  ຜົນສັກສິດ

     ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ພາຍຫຼັງລົງລາຍເຊັນ ແລະ ລົງຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ ເປັນຕົ້ນໄປ.

     ຂໍ້ຕົກລົງສະບັບນີ້ ປ່ຽນແທນ ແຈ້ງການ ກ່ຽວ​ກັບສິນ​ຄ້າ​ເກືອດ​ຫ້າມ​ການ​ນຳ​ເຂົ້າ ຫຼື ສົ່ງ​ອອກ ເລກທີ 0973/ອຄ.ກຂອ, ລົງວັນທີ 25 ມີນາ 2011.                       

  ລັດຖະມົນຕີິ

ປອ ຄໍາແພງ ໄຊສົມແພງ

 

# ຫົວຂໍ້ ດາວໂຫຼດ
1 The Decision to prohibit import and export products, No. 0848/MOIC, date 13 September 2021. PDF
2 ຂໍ້ຕົກລົງ ວ່າດ້ວຍ ລາຍການສິນຄ້າເກືອດຫ້າມການນຳເຂົ້າ ຫຼື ສົ່ງອອກ, ເລກທີ 0848/ອຄ, ລົງວັນທີ 13 ກັນຍາ 2021. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.