ສປປ ລາວ ແລະ ສປ ຈີນ ​ໄດ້​ຮ່ວມ​ລົງ​ນາມໃນຂໍ້ກໍານົດ ເງື່ອນໄຂດ້ານສຸຂານາໄມ ແລະ ສຸຂານາໄມພືດ (SPS)  ຂອງ​ສິນຄ້າ​ກະສິກໍາຈໍານວນໜຶ່ງ ​ເລີ່ມ​ແຕ່​ປີ 2012 ​ເປັນຕົ້ນມາ​ ຊຶ່ງລວມມີ: ​ບົດບັນທຶກ ກ່ຽວກັບ ຂໍ້ກໍານົດເງື່ອນໄຂ ການກວດກາສັດຕູພືດສາລີ ກ່ອນການນໍາເຂົ້າ ສປ ຈີນ ລົງນາມ ໃນວັນທີ 10 ມັງກອນ 2012; ຂໍ້​ກໍານົດ ​ເງື່ອນ​ໄຂ​ດ້ານ​ສຸ​ຂາ​ນາ​ໄມ ກ່ຽວກັບ ການ​ສົ່ງ​ອອກໝາກ​ໂມ, ໝາກກ້ວຍ, ມັນຕົ້ນ​ແຫ້ງ ຂອງ ສປປ ລາວ ໄປຍັງ ສປ ຈິີນ ລົງນາມໃນວັນທີ 26 ກັນຍາ 2013; ​ແລະ ຂໍ້ກໍານົດ ເງື່ອນໄຂດ້ານສຸຂານາໄມ ກ່ຽວກັບ ການສົ່ງອອກ ເຂົ້າ ຂອງ ສປປ ລາວ ໄປຍັງ ສປ ຈິີນ ລົງນາມໃນວັນທີ 5 ມັງກອນ 2015. ໝາຍຄວາມວ່າ ກ່ອນທີ່ຜູ້ສົ່ງອອກຂອງສປປ ລາວ ຈະສາມາດສົ່ງອອກສິນຄ້າກະສິກໍາດັ່ງກ່າວມານັ້ນ ໄປ ສປ ຈີນ ແມ່ນຕ້ອງປະຕິບັດຕາມບັນດາເງື່ອນໄຂທີ່ລະບຸ​ໃນ​ຂໍ້​ກໍານົດ​ດັ່ງ​ກ່າວ​ມານັ້ນຢ່າງເຄັ່ງຄັດ.

​ສຳລັບ ເຂົ້າກີນ ແຕ່ລະປີ ສປ ຈີ​ນ ​ໄດ້ກຳນົດໂກຕານໍາເຂົ້າລວມ ໃຫ້ແກ່ບັນດາປະເທດສະມາຊິກອົງການການຄ້າໂລກໃນຈຳນວນ 2,660,000 ​ໂຕນ ຊຶ່ງການພິຈາລະນາແມ່ນອີງຕາມຜູ້ໃດຍື່ນຂໍກ່ອນ ກໍຈະໄດ້ຮັບການພິຈາລະນາກ່ອນ ຫລື First come first serve. ​ ໃນປີ 2015, ​ໃນຂອບການຮ່ວມມືສອງຝ່າຍ ສປ ຈີນ ໄດ້ແບ່ງ ໂກຕານຳເຂົ້າ​ໃຫ້ແກ່ ສປປ ລາວ​ໂດຍສະເພາະ ເປັນຈໍານວນ 8,000 ​ໂຕນ​​.

ສໍາລັບ​ ຢາງພາລາ ​ແມ່ນ​ນອນໃນ​ບັນຊີ​ສິນຄ້າ​ອ່ອນ​ໄຫວຂອງ ສປ ຈີນ, ມີອັດຕາ​ພາສີນໍາເຂົ້າ 20%. ເພື່ອເປັນການອຳນວຍຄວາມສະດວກໃຫ້ແກ່ການສົ່ງອອກສິນຄ້າດັ່ງກ່າວຈາກ ສປປ ລາວ ໄປ ສປ ຈີນ, ສປປ ລາວ ​ມີ​ແຜນ​ ຈະ​ສະເໜີຂໍ້ເຈລະຈາ​ກ່ຽວກັບມາດຕະຖານ ສຸຂານາໄມ ແລະ ສຸຂານາໄມພືດ (SPS) ຂອງ​ຢາງພາລາ ກັບ ສປ ຈີນ. ປະຈຸ​ບັນ, ສປ ຈີນ​ກໍາລັງ​ລົງ​ມາກ​ວດຂັ້ນຕອນ​ການ​ຜະລິດ​ຢາງພາລາຢູ່ ສປ ລາວ. ທາງ​ຝ່າຍ​ລາວ​ແມ່ນກົມ​ປູກຝັງ, ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້ ກໍ​າລັງ​ຮ່າງ​ສັນຍາ​ສອງຝ່າ​ຍກັບ ສປ ​ຈີນ​ຢູ່ ​​ຖ້າສໍາ​ເລັດ ຢາງພາລາ​ກໍ​ຈະ​ສາມາດ​ສົ່ງ​ອອກ​ໄປ ສປ ​ຈີນ​ໄດ້ຢ່າງ​ເປັນ​ທາງ​ການ.

ສຳລັບ ໃບຢາ​ສູບ ​ ​ແມ່ນ​ນອນໃນ​ບັນຊີ​ສິນຄ້າ​ອອ່ນ​ໄຫວຂອງ ສປ ຈີນ ເຊັ່ນກັນ ​ ມີ​ອັດຕາ​ພາສີນໍາ​ເຂົ້າ 10%. ປະ​ຈຸ​ບັນ ສປປ ລາວ ຍັງ​ບໍ່​ມີ​ແຜນທີ່​ຈະສະເໜີຂໍ້​ເຈ​ລະຈາເງື່ອນໄຂດ້ານສຸຂານາໄມ ແລະ ສຸຂານາໄມພືດ (SPS) ກັບ ສປ ຈີນ ​ເທື່ອ.

ແຫລ່ງຂໍ້ມູນ: ພະແນກການຄ້າດ້ານສິນຄ້າ, ກົມນະໂຍບາຍການຄ້າຕ່າງປະເທດ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.