ສາລະບານ

ພາກທີ I - ຫລັກການທົ່ວໄປ

ມາດຕາ 1. ຈຸດປະສົງ ແລະ ລະດັບຄາດໝາຍ
ມາດຕາ 2. ຄວາມຫມາຍຄໍາສັບ
ມາດຕາ 3. ຂອບເຂດ ແລະ ຜົນຂອງການນໍາໃຊ້

ພາກທີ II - ການຜະລິດອາຫານທີ່ປອດໄພ

ມາດຕາ 4. ການປຸງແຕ່ງ ແລະ ຜະລິດອາຫານທີ່ປອດໄພ
ມາດຕາ 5. ການປະສົມທາດເພີ້ມໃສອາຫານ
ມາດຕາ 6. ພາຊະນະ ແລະ ອຸປະກອນໃນການປຸງແຕ່ງ
ມາດຕາ 7. ພາຊະນະໃນການບັນຈຸຫຸ້ມຫໍ່
ມາດຕາ 8. ການເກັບຮັກສາຜະລິດຕະພັນອາຫານ
ມາດຕາ 9. ວັດຖຸດິບ ແລະ ການເກັບຮັກສາວັດຖຸດິບ
ມາດຕາ 10. ສະຖານທີ່ປຸງແຕ່ງ, ຜະລິດ ແລະ ເກັບຮັບສາ

ມາດຕາ 11. ການອະນາໄມ ແລະ ຂ້າເຊື້ອ
ມາດຕາ 12. ການອະນາໄມສ່ວນບຸກຄົນ

ພາກທີ III - ການຂຶ້ນທະບຽນ ແລະ ການນໍາເຂົ້າ-ສົ່ງອອກອາຫານ

ມາດຕາ 13. ການຂຶ້ນທະບຽນຜະລິດຕະພັນອາຫານ
ມາດຕາ 14. ການພິຈາລະນາການຂຶ້ນທະບຽນ
ມາດຕາ 15. ອາຍຸການນໍາໃຊ້ ແລະ ການຕໍ່ທະບຽນ
ມາດຕາ 16. ການລົບລ້າງໃບທະບຽນຜະລິດຕະພັນອາຫານ

ມາດຕາ 17. ການນໍາເຂົ້າສິນຄ້າ
ມາດຕາ 18. ການຢັ້ງຢືນຄຸນນະພາບອາຫານນໍາເຂົ້າເພື່ອການມັດຫໍ່ ຫຼື ບັນຈຸຄືນໃຫມ່
ມາດຕາ 19. ການສົ່ງອອກສິນຄ້າ
ມາດຕາ 20. ການສົ່ງຜ່ານສິນຄ້າ

ພາກທີ IV - ການຄຸ້ມຄອງ ແລະ ກວດກາ

ມາດຕາ 21. ພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການຄຸ້ມຄອງ ແລະ ກວດກາອາຫານ

ມາດຕາ 22. ທີ່ຕັ້ງ ແລະ ພາລະບົດບາດຂອງເຈົ້າໜ້າທີ່ກວດກາອາຫານ ແລະ ຢາ
ມາດຕາ 23. ສິດ ແລະ ໜ້າທີ່

ພາກທີ V - ຂໍ້ຫ້າມ, ນະໂຍບາຍ ແລະ ມາດຕະການ

ມາດຕາ 24. ຂໍ້ຫ້າມໃນການຜະລິດ, ປຸງແຕ່ງ ແລະ ໂຄສະນາ
ມາດຕາ 25. ຂໍ້ຫ້າມໃນການບັນຈຸຫຸ້ມຫໍ່
ມາດຕາ 26. ຂໍ້ຫ້າມໃນການນໍາເຂົ້າ ແລະ ຈໍາໜ່າຍ

ມາດຕາ 27. ນະໂຍບາຍຕໍ່ຜູ້ທີ່ມີຜົນງານ
ມາດຕາ 28. ມາດຕະການຕໍ່ຜູ້ລະເມີດ

ພາກທີ VI - ບົດບັນຍັດສຸດທ້າຍ

ມາດຕາ 29. ການຈັດຕັ້ງປະຕິບັດ
ມາດຕາ 30. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງສາທາລະນະສຸກ        ເລກທີ 856/ກຊສ
ນະຄອນຫຼວງວຽງຈັນ, ລົງວັນທີ 12 ພຶດສະພາ 2006

ຂໍ້ຕົກລົງ
ວ່າດ້ວຍການຄຸ້ມຄອງການຜະລິດ
, ສົ່ງອອກ-ນໍາເຂົ້າອາຫານທີ່ປອດໄພ

  • ອີງຕາມ ກົດໝາຍວ່າດ້ວຍອາຫານ ສະບັບເລກທີ.04/ສພຊ, ລົງວັນທີ15 ພຶດສະພາ 2004.
  • ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 020/ນຍ, ລົງວັນທີ 19 ມີນາ 1999 ວ່າດວ້ຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສາທາ ລະນະສຸກ.
  • ອີງຕາມ ການສະເຫນີຂອງກົມອາຫານ ແລະ ຢາ ຄັ້ງວັນທີ 26/12/2005.

ລັດຖະມົນຕີວ່າການກະຊວງສາທາລະນະສຸກອອກຂໍ້ຕົກລົງ:

ພາກທີ I
ຫລັກການທົ່ວໄປ

ມາດຕາ 1. ຈຸດປະສົງ ແລະ ລະດັບຄາດໝາຍ

1. ຈຸດປະສົງ
   ເພື່ອກໍານົດບັນດາລະບຽບຫຼັກການ, ມາດຕະການຂອງການຜະລິດ, ປຸງແຕ່ງ, ນໍາເຂົ້າ, ສົ່ງອອກຈໍາໜ່າຍອາຫານຢູ່ ສປປລາວ. ເພື່ອຄຸ້ມຄອງ, ກວດກາ, ຊຸກຍູ້ ແລະ ສົ່ງເສີມບັນດາຫົວໜ່ວຍທຸລະກິດດ້ານອາຫານໃຫ້ມີການຂະຫຍາຍຕົວ;

2. ລະດັບຄາດໝາຍ
   ເປັນເຄື່ອງມືໃນການຕິດຕາມ, ກວດກາ, ການປຸງແຕ່ງ, ຜະລິດ, ຈໍາໜ່າຍ, ນໍາເຂົ້າ-ສົ່ງອອກ; ແນໃສ່ຮັບປະກັນໃຫ້ອາຫານບັນລຸຕາມມາດຕະຖານທີ່ຖືກຕ້ອງ ແລະ ມີຄວາມປອດໄພຕໍ່ຜູ້ບໍລິໂພກ; ເຮັດໃຫ້ການເຄື່ອນໄຫວຂອງບັນດາຫົວໜ່ວຍທຸລະກິດ ແລະ ກິດຈະການດ້ານອາຫານໄດ້ດໍາເນີນໄປຕາມລະບຽບຫຼັກການທີ່ວາງອອກ. ຂ້າງເທິງ

ມາດຕາ 2. ຄວາມຫມາຍຄຳສັບ
  
ການຂື້ນທະບຽນອາຫານ: ແມ່ນການແຈ້ງສູດຕໍາລາເປັນລາຍລັກອັກສອນ ຊຶ່ງໝາຍເຖິງການສະແດງລາຍການຂອງວັດຖຸທີ່ໃຊ້ເປັນສ່ວນປະກອບອາຫານຊຶ່ງໃນນັ້ນ, ໄດ້ບັນລຸນໍ້າຫນັກ ຫຼື ປະລິມານຂອງແຕ່ລະລາຍການຢ່າງຈະແຈ້ງ.
   ທາດເພີ່ມໃສ່ອາຫານ: ໝາຍເຖິງບັນດາສານທີ່ຕື່ມເຂົ້າໃສ່ອາຫານເພື່ອຈຸດປະສົງການຜະລິດ, ການປຸງແຕ່ງ, ການບໍາບັດ, ການບັນຈຸມັດຫໍ່, ການຂົນສົ່ງ ຫລື ການເກັບມ້ຽນຮັກສາ. ທາດເພີ້ມດັ່ງກ່າວບໍ່ກວມເອົາສານທີ່ມີຄຸນນະພາບທາງດ້ານໂພຊະນາການ ແລະ ການປົນເປື້ອນອື່ນໆ.
   ຂະບວນການຜະລິດອາຫານ: ໝາຍເຖິງຂະບວນການຜະລິດອາຫານ, ການປຸງແຕ່ງ, ການບໍາບັດ, ການບັນຈຸມັດຫໍ່, ການຂົນສົ່ງ ແລະ ການເກັບຮັກສາ. ຂ້າງເທິງ

ມາດຕາ 3. ຂອບເຂດ ແລະ ຜົນຂອງການນໍາໃຊ້
  
ຂໍ້ຕົກລົງສະບັບນີ້ມີຂອບເຂດນໍາໃຊ້ກັບຫົວໜ່ວຍທຸລະກິດດ້ານການປຸງແຕ່ງ, ຜະລິດ, ນໍາເຂົ້າ-ສົ່ງອອກຈໍາຫນ່າຍອາຫານຢູ່ ສປປລາວ;
   ຂໍ້ຕົກລົງສະບັບນີ້ກໍານົດແຕ່ບັນດາລະບຽບຫຼັກການມາດຕະການພື້ນຖານຕ່າງໆ; ສ່ວນມາດຕະຖານ, ປະລິມານ ແລະ ເງື່ອນໄຂຕ່າງໆເຊັ່ນ: ພັດສະດຸ, ລະບົບລະ ບາຍອາກາດ ແລະ ແສງສະຫວ່າງ; ລະບົບປ່ອຍ ແລະ ບຳບັດນໍ້າເສຍຂອງອາຄານ ຫຼື ຫ້ອງຜະລິດ; ພາຊະນະຮັບໃຊ້, ບັນຈຸ, ຫຸ້ມຫໍ່; ປະລິມານທາດເພີ້ມທີ່ໃຊ້ ປະສົມໃສ່ອາຫານ ເພື່ອຜະລິດ, ປຸງແຕ່ງແມ່ນຈະໄດ້ກໍານົດຕ່າງຫາກ. ຂ້າງເທິງ

ພາກທີ II
ການຜະລິດອາຫານທີ່ປອດໄພ

ຫມວດທີ 1
ຂະບວນການຜະລິດອາຫານທີ່ປອດໄພ

ມາດຕາ 4. ການປຸງແຕ່ງ ແລະ ຜະລິດອາຫານທີ່ປອດໄພ
  
ຂະບວນການຜະລິດອາຫານທີ່ປອດໄພຕ້ອງເລີ່ມຈາກການຄັດເລືອກວັດຖຸດິບ, ການຄວບຄຸມທຸກຂັ້ນຕອນຂອງການປຸງແຕ່ງ, ການຜະລິດ, ການວິໄຈ, ການບັນຈຸ ມັດຫໍ່, ການຕິດສະຫຼາກ, ການເກັບຮັກສາ, ການຂົນສົ່ງ, ການຈໍາໜ່າຍເພື່ອບັນລຸໄດ້ຄຸນນະພາບ ແລະ ຄວາມປອດໄພຂອງຜະລິດຕະພັນຕາມຫຼັກການຜະລິດທີ່ດີ.
   ສໍາລັບອາຫານໝັກດອງຕ້ອງໄດ້ຜະລິດ ໃນເງື່ອນໄຂທີ່ສາມາດປ້ອງກັນການຂະຫຍາຍຕົວຂອງເຊື້ອພະຍາດ ແລະ ຕ້ອງຮັບປະກັນການເພີ່ມຂື້ນຂອງຄວາມເປັນກົດ ຫຼື ການຫຼຸດລົງຂອງ (pH) ຢ່າງໄວ.
   ການຕາກອາຫານ ຫຼື ວັດຖຸດິບຕ້ອງດໍາເນີນການເຮັດໃຫ້ສະອາດກ່ອນ ແລະ ຕາກຢູ່ບ່ອນທີ່ສະອາດປັດສະຈາກເຊື້ອພະຍາດ, ສານເຄມີ ແລະ ຝຸ່ນລະອອງທີ່ ເປັນພິດ; ມີພາຊະນະປ້ອງກັນແມງວັນ, ແມງໄມ້ ຫຼື ອື່ນໆທີ່ເປັນພາຫະນະນໍາເຊື້ອພະຍາດ ແລະ ສານທີ່ເປັນພິດຕ່າງໆ. ຂ້າງເທິງ

ມາດຕາ 5. ການປະສົມທາດເພີ້ມໃສອາຫານ
  
ການປະສົມທາດເພີ້ມໃສ່ອາຫານຕ້ອງຢູ່ໃນປະລິມານມາດຕະຖານທົ່ວໄປ ຂອງກົດລະຫັດອາຫານ ສໍາລັບທາດເພີ້ມ (ມາດຕະຖານກົດລະຫັດອາຫານວ່າດ້ວຍ ທາດເພີ້ມໃນອາຫານ CODEX STAN 192-1995); ປະລິມານມາດຕະຖານສ່ວນປະສົມຂອງທາດເພີ້ມໃນອາຫານຈະມີບັນຊີລະອຽດຮັບຮອງສະເພາະ.
   ທາດເພີ້ມ ແລະ ສ່ວນປະສົມອາຫານລຸ່ມນີ້ແມ່ນຫ້າມນໍາໃຊ້ໃນ ສປປລາວ:

  • Borax (ລວມທັງ Sodium biborate, Sodium tetraborate ແລະ Sodium pyroborate)
  • Diethylene glygol (ລວມທັງ Diethylene glycol, monoethyl ether)
  • Formaldehyde; - Chloramphenicol; - Nitrofurans ຫລື Nitrofurazole. ຂ້າງເທິງ

ມາດຕາ 6. ພາຊະນະ ແລະ ອຸປະກອນໃນການປຸງແຕ່ງ
  
ພາຊະນະ, ອຸປະກອນ, ສິ່ງອໍານວຍຄວາມສະດວກຕ່າງໆທີ່ສໍາພັດໂດຍກົງກັບອາຫານເຊັ່ນ: ເຄື່ອງຈັກ, ໂຕະ, ຂຽງ, ພ້າ, ມີດ, ຊາມ, ພາຖາດ, ຖ້ວຍ, ຈານ ແລະອື່ນໆ ຕ້ອງເຮັດຈາກວັດຖຸທີ່ມີພື້ນຜິວລຽບພຽງ, ບໍ່ດູດຊຶມນໍ້າ, ບໍ່ເປັນໝ້ຽງ, ບໍ່ເປັນພິດ, ບໍ່ປ່ອຍເຄມີ, ທົນທານຕໍ່ການກັດເຊາະ, ສາມາດບໍາລຸງສ້ອມແປງ, ອະນາໄມ ແລະ ຂ້າເຊື້ອໄດ້ງ່າຍຖືກຕາມຫຼັກການ ແລະ ຄຸນລັກສະນະຂອງກິດຈະການນັ້ນ.
   ພາຊະນະທີ່ເປັນຢາງ, ໂລຫະ ຫຼື ອື່ນໆທີ່ໃຊ້ໃນການຕາກ, ອົບ, ຕົ້ມ, ໜຶ້ງ, ຫຸງອາຫານ ຫຼື ວັດຖຸດິບຕ້ອງແມ່ນພາຊະນະທີ່ທົນຕໍ່ຄວາມຮ້ອນສະເພາະຕາມຄຸນ ລັກສະນະ; ຮັບປະກັນບໍ່ໃຫ້ມີການປ່ຽນສັງເຄາະທາດສູ່ອາຫານ ຫຼື ວັດຖຸດິບທີ່ຈະເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ບໍລິໂພກ. ຂ້າງເທິງ

ມາດຕາ 7. ພາຊະນະໃນການບັນຈຸຫຸ້ມຫໍ່
  
ພາຊະນະທີ່ສໍາພັດໂດຍກົງກັບອາຫານຕ້ອງສະອາດ, ປາສະຈາກສິ່ງແປກປົນ, ສານເຄມີທີ່ເປັນພິດ ແລະ ສາມາດເກັບຮັກສາຄຸນນະພາບຂອງອາຫານທີ່ຈະເກັບ ໄວ້ໃນແຕ່ລະເງື່ອນໄຂຕາມຄຸນລັກສະນະຂອງອາຫານ. ຂ້າງເທິງ

ມາດຕາ 8. ການເກັບຮັກສາຜະລິດຕະພັນອາຫານ
  
ຜະລິດຕະພັນອາຫານທີ່ໄດ້ຜ່ານຂັ້ນຕອນການປຸງແຕ່ງ, ຜະລິດ, ສໍາເລັດຮູບ, ເຄິ່ງສໍາເລັດຮູບຕ້ອງແຍກຈາກວັດຖຸດິບ ແລະ ຮັກສາໃນອຸນະພູມທີ່ຖືກຕ້ອງ ໃນສະຖານທີ່ສະເພາະ ບໍ່ປົນກັບວັດຖຸເຄມີອື່ນຕາມເງື່ອນໄຂຂອງແຕ່ລະປະເພດຜະລິດຕະພັນອາຫານ. ຂ້າງເທິງ

ມາດຕາ 9. ວັດຖຸດິບ ແລະ ການເກັບຮັກສາວັດຖຸດິບ
  
ວັດຖຸດິບທີ່ຈະນໍາມາປຸງແຕ່ງ, ຜະລິດອາຫານຕ້ອງໄດ້ມາຈາກແຫລ່ງທີ່ປັດສະຈາກເຊື້ອພະຍາດ ແລະ ສານເຄມີທີ່ເປັນພິດຕໍ່ຜູ້ບໍລິໂພກ; ການເກັບຮັກສາ, ພາຊະ ນະບັນຈຸ, ການບັນຈຸ, ການຂົນສົ່ງຕ້ອງຮັບປະກັນເຖິງອຸນນະພູມ, ມາດຕະຖານ ແລະ ຄຸນນະພາບຂອງແຕ່ລະຊະນິດວັດຖຸດິບຕາມແຕ່ລະປະເພດ ແລະ ຄຸນລັກສະນະ ຂອງອາຫານທີ່ຈະປຸງແຕ່ງ ຫຼື ຜະລິດ.

ມາດຕາ 10. ສະຖານທີ່ປຸງແຕ່ງ, ຜະລິດ ແລະ ເກັບຮັບສາ
  
ເພື່ອຮັບປະກັນໃຫ້ອາຫານປອດໄພ ນອກຈາກຈະປະຕິບັດຕາມລະບຽບການຂອງຂະແໜງການອື່ນໆກ່ຽວຂ້ອງແລ້ວ.
   ສະຖານທີ່ປຸງແຕ່ງ, ຜະລິດ, ເກັບຮັກສາອາຫານຈະເປັນທັງໝົດຂອງຕົວອາຄານ ຫຼື ຫ້ອງສະເພາະຕ້ອງແຍກຈາກຫ້ອງນໍ້າ ແລະ ຕັ້ງຢູ່ບ່ອນທີ່ບໍ່ມີການສະສົມ ຂີ້ເຫຍື້ອສິ່ງເສດເຫຼືອ, ນໍ້າຂັງເປິເປື້ອນ; ຮັບປະກັນບໍ່ໃຫ້ໄດ້ຮັບຜົນກະທົບຈາກໂຮງງານຜະລິດເຄມີ, ຢາປາບສັດຕູພືດ, ຊີມັງ, ບໍ່ຢູ່ບ່ອນຊຸມຊົນໜາແໜ້ນ ແລະ ຖະໜົນ ທີ່ມີຂີ້ຝຸ່ນ;
   ສະຖານທີ່ປຸງແຕ່ງ, ຜະລິດ ແລະ ເກັບຮັບສາຕ້ອງມີລະບົບລະບາຍອາກາດຢ່າງຖືກຕ້ອງ ແລະ ເໝາະສົມ; ພື້ນ, ຝາ, ເພດານ, ຂອບປ່ອງຢ້ຽມ ແລະ ປະຕູ ຕ້ອງແຂງແກ່ນ, ລຽບພຽງ, ບໍ່ດູດຊຶມນໍ້າ, ບໍ່ເປັນບ່ອນສະສົມຂີ້ຝຸ່ນ, ເຮັດອະນາໄມ ແລະ ບໍາລຸງຮັກສາໄດ້ງ່າຍ; ຮັບປະກັນບໍ່ໃຫ້ເຊື້ອລາ, ເຊື້ອເຫັດທີ່ເປັນພິດ ແລະ ເຊື້ອຈຸລິນຊີອື່ນໆມີການຂະຫຍາຍຕົວ; ຕ້ອງມີລະບົບບໍາບັດ, ລະບາຍນໍ້າເປື້ອນ ແລະ ສິ່ງເສດເຫຼືອທີ່ຖືກຕ້ອງກັບມາດຕະຖານ ແລະ ຫຼັກການຂອງການກໍາຈັດສິ່ງເສດ ເຫຼືອຕາມລະບຽບການ. ຂ້າງເທິງ

ຫມວດທີ 2
ການອະນາໄມ

ມາດຕາ 11. ການອະນາໄມ ແລະ ຂ້າເຊື້ອ
  
ສະຖານທີ່ປຸງແຕ່ງ, ຜະລິດ ແລະ ເກັບຮັກສາອາຫານຕ້ອງຮັກສາຄວາມສະອາດເປັນປະຈໍາ ເພື່ອບໍ່ໃຫ້ມີການປົນເປື້ອນໃສ່ອາຫານ.
   ກ່ອນ ແລະ ຫຼັງການປຸງແຕ່ງ, ຜະລິດອາຫານທຸກຄັ້ງຕ້ອງເຮັດອະນາໄມ ແລະ ຂ້າເຊື້ອພາຊະນະ, ອຸປະກອນ, ເຄື່ອງຈັກ ແລະ ອື່ນໆ ທີ່ພົວພັນເຖິງການປຸງແຕ່ງ ແລະ ຜະລິດ.
   ເພື່ອຮັບປະກັນການອະນາໄມ ແລະ ຂ້າເຊື້ອສະຖານທີ່ຜະລິດອາຫານຕ້ອງມີເຄື່ອງມື ແລະ ອຸປະກອນທໍາຄວາມສະອາດ ແລະ ຂ້າເຊື້ອພະຍາດຢ່າງພຽງພໍ, ເຫມາະ ສົມ ແລະ ມີປະສິດທິຜົນຕາມຫຼັກການອະນາໄມ. ຂ້າງເທິງ

ມາດຕາ 12. ການອະນາໄມສ່ວນບຸກຄົນ
  
ຜູ້ປຸງແຕ່ງ, ຜະລິດອາຫານຕ້ອງເປັນຄົນສຸຂະພາບດີໄດ້ຮັບການກວດ ແລະ ຢັ້ງຢືນດ້ານສຸຂະພາບຈາກຂະແໜງສາທາລະນະສຸກຢ່າງຕໍ່າ 02 ຄັ້ງຕໍ່ປີ.
   ກ່ອນສໍາພັດກັບອາຫານ, ຜູ້ປຸງແຕ່ງຜະລິດອາຫານຕ້ອງລ້າງມືທຸກຄັ້ງໃຫ້ສະອາດ; ຕາມຫຼັກການອະນາໄມທີ່ໄດ້ກໍານົດ. ຂ້າງເທິງ

ພາກທີ III
ການຂຶ້ນທະບຽນ ແລະ ການນໍາເຂົ້າ-ສົ່ງອອກອາຫານ

ໝວດທີ 1
ການຂຶ້ນທະບຽນ ແລະ ອາຍຸທະບຽນອາຫານ

ມາດຕາ 13. ການຂຶ້ນທະບຽນຜະລິດຕະພັນອາຫານ
  
ທຸກຫົວຫນ່ວຍທຸລະກິດທີ່ໄດ້ຮັບອະນຸຍາດໃຫ້ດໍາເນີນທຸລະກິດຜະລິດອາຫານ ຕ້ອງໄດ້ນໍາເອົາທຸກລາຍການຜະລິດຕະພັນອາຫານພ້ອມດ້ວຍວິທີການຜະລິດ, ສູດ ຕໍາລາທີ່ຕົນຜະລິດມາຂຶ້ນທະບຽນນໍາກົມອາຫານ ແລະ ຢາ ເພື່ອພິຈາລະນາໃນການອອກທະບຽນຜະລິດຕະພັນ;
   ສໍາລັບການນໍາເຂົ້າ, ການຂື້ນທະບຽນຈະໄດ້ດໍາເນີນການສະເພາະແຕ່ອາຫານສ່ຽງເທົ່ານັ້ນ. 
   ສ່ວນອາຫານສ່ຽງຈະໄດ້ກໍານົດອອກເປັນບັນຊີຕ່າງຫາກ. ຂ້າງເທິງ

ມາດຕາ 14. ການພິຈາລະນາການຂຶ້ນທະບຽນ
  
ຜູ້ດໍາເນີນທຸລະກິດດ້ານອາຫານທີ່ມີຈຸດປະສົງຂໍຂຶ້ນທະບຽນຜະລິດຕະພັນອາຫານ ຕ້ອງປະກອບເອກະສານຕາມແບບຟອມຂອງກົມອາຫານ ແລະ ຢາ ແລະ ພິຈາ ລະນາໂດຍກົມອາຫານ ແລະ ຢາເຊັ່ນ: ການກວດສອບຄວາມຖືກຕ້ອງເອກະສານ, ລົງກວດກາສະຖານທີ່, ກໍາມະວິທີການຜະລິດອາຫານ ແລະ ເກັບຕົວຢ່າງສົ່ງ ໄປວິໄຈເພື່ອຢັ້ງຢືນຄຸນນະພາບ ໄລຍະເວລາໃນການພິຈາລະນາອອກທະບຽນພາຍໃນ 4 ເດືອນ. ຂ້າງເທິງ

ມາດຕາ 15. ອາຍຸການນໍາໃຊ້ ແລະ ການຕໍ່ທະບຽນ
  
ໃບທະບຽນຜະລິດຕະພັນອາຫານມີອາຍຸການນໍາໃຊ້ 2 ປີ, ກ່ອນຈະຫມົດອາຍຸການນໍາໃຊ້ 3 ເດືອນ, ຜູ້ດໍາເນີນທຸລະກິດດ້ານອາຫານຕ້ອງໄດ້ປະກອບເອກະສານ ເພື່ອຂໍຕໍ່ທະບຽນຄືນໃຫມ່ພ້ອມດ້ວຍສໍາເນົາໃບທະບຽນຜະລິດຕະພັນ ແລະ ເອກະສານເພີ້ມເຕີມຖ້າມີການປ່ຽນແປງ. ຂ້າງເທິງ

ມາດຕາ 16. ການລົບລ້າງໃບທະບຽນຜະລິດຕະພັນອາຫານ
  
ໃບທະບຽນຈະຖືກລົບລ້າງໃນກໍລະນີ:

  • ທຸລະກິດຖືກລົ້ມລະລາຍ ຫຼື ຢຸດຕິການຜະລິດ;
  • ຜູ້ດໍາເນີນທຸລະກິດບໍ່ມາຕໍ່ອາຍຸໃບທະບຽນພາຍຫລັງໝົດອາຍຸ ຫຼື ບໍ່ປະຕິບັດຕາມການແນະນໍາຕັກເຕືອນ;
  • ຜົນຂອງການວິໄຈທີ່ສະແດງວ່າຜະລິດຕະພັນບໍ່ບັນລຸມາດຕະຖານ ຫຼື ບໍ່ປະຕິບັດຕາມການແນະນໍາຕັກເຕືອນເປັນລາຍລັກອັກສອນຂອງເຈົ້າຫນ້າທີ່ກວດກາອາຫານ;
  • ມີການຢັ້ງຢືນຢ່າງເປັນທາງການວ່າໄດ້ແຈກຢາຍ ຫຼື ຈໍາໜ່າຍອາຫານທີ່ບໍ່ມີຄວາມປອດໄພຕໍ່ສຸຂະພາບຂອງຜູ້ບໍລິໂພກ. ຂ້າງເທິງ

ໝວດທີ II
ການນໍາເຂົ້າ-ສົ່ງອອກ ແລະ ສົ່ງຜ່ານສິນຄ້າ

ມາດຕາ 17. ການນໍາເຂົ້າສິນຄ້າ
  
ຜູ້ດໍາເນີນທຸລະກິດດ້ານອາຫານທີ່ມີຈຸດປະສົງຈະນໍາເຂົ້າອາຫານ ຕ້ອງປະກອບເອກະສານຕາມແບບຟອມຍື່ນຕໍ່ຂະແໜງການອາຫານ ແລະ ຢາ ແລະ ອົງການ ອື່ນທີ່ກ່ຽວຂ້ອງຕາມລະບຽບການນໍາເຂົ້າ ເພື່ອຂໍການຢັ້ງຢືນ ແລະ ຂໍອະນຸຍາດນໍາເຂົ້າ;
   ຫຼັງຈາກໄດ້ຮັບການຢັ້ງຢືນ ແລະ ອະນຸຍາດຕາມລະບຽບການແລ້ວ ເມື່ອດໍາເນີນການນໍາເຂົ້າຕ້ອງແຈ້ງຊຸດເອກະສານທີ່ໄດ້ຮັບຢັ້ງຢືນ ແລະ ອະນຸຍາດຕໍ່ເຈົ້າຫນ້າ ທີ່ກວດກາອາຫານ ແລະ ຢາ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງທີ່ປະຈໍາຢູ່ດ່ານນໍາເຂົ້າ. ຂ້າງເທິງ

ມາດຕາ 18. ການຢັ້ງຢືນຄຸນນະພາບອາຫານນໍາເຂົ້າເພື່ອການມັດຫໍ່ ຫຼື ບັນຈຸຄືນໃຫມ່
  
ຜູ້ດໍາເນີນທຸລະກິດນໍາເຂົ້າອາຫານທີ່ມີຈຸດປະສົງນໍາເຂົ້າອາຫານເພື່ອມັດຫໍ່ ຫຼື ແບ່ງບັນຈຸຄືນໃໝ່, ຕ້ອງໄດ້ປະກອບເອກະສານພ້ອມທັງແຈ້ງລາຍລະອຽດກ່ຽວກັບ ຫົວໜ່ວຍມັດຫໍ່ເດີມ ແລະ ຫົວໜ່ວຍທີ່ຕ້ອງການມັດຫໍ່ຄືນໃໝ່ ແລະ ຕ້ອງມີໃບມອບສິດທາງການຈາກບໍລິສັດຜູ້ສົ່ງອອກຍື່ນຕໍ່ອົງການຄຸ້ມຄອງ ແລະ ກວດກາອາຫານ ແລະ ຢາ.
   ຖ້າເອກະສານ ແລະ ຄຸນນະພາບຂອງອາຫານບໍ່ຖືກຕ້ອງຕາມມາດຕະຖານຈະບໍ່ອະນຸຍາດນໍາເຂົ້າເດັດຂາດ. ຂ້າງເທິງ

ມາດຕາ 19. ການສົ່ງອອກສິນຄ້າ
  
ຜູ້ດໍາເນີນທຸລະກິດສົ່ງອອກທີ່ມີຈຸດປະສົງເພື່ອສົ່ງອອກອາຫານຈາກ ສປປລາວ, ນອກຈາກຈະປະຕິບັດຕາມຫຼັກການການສົ່ງອອກສິນຄ້າແລ້ວຕ້ອງໄດ້ປະກອບ ເອກະສານຍື່ນຕໍ່ອົງການຄຸ້ມຄອງ ແລະ ກວດກາອາຫານ ແລະ ຢາ ເພື່ອພິຈາລະນາອອກໃບຢັ້ງຢືນຄຸນນະພາບ. ຂ້າງເທິງ

ມາດຕາ 20. ການສົ່ງຜ່ານສິນຄ້າ
  
ຜູ້ດໍາເນີນທຸລະກິດດ້ານອາຫານທີ່ມີຈຸດປະສົງສົ່ງສິນຄ້າຜ່ານ ສປປລາວ ຕ້ອງໄດ້ແຈ້ງເອກະສານການສົ່ງອອກຂອງປະເທດຕົ້ນທາງ ແລະ ເອກະສານນໍາເຂົ້າ ຂອງປະເທດປາຍທາງຕໍ່ອົງການຄຸ້ມຄອງ ແລະ ກວດກາອາຫານ ແລະ ຢາ ແລະ ຂະແຫນງການທີ່ກ່ຽວຂ້ອງຕາມລະບຽບການຂອງ ສປປລາວ. ຂ້າງເທິງ

ພາກທີ IV
ການຄຸ້ມຄອງ ແລະ ກວດກາ

ໝວດທີ 1
ອົງການຄຸ້ມຄອງ ແລະ ກວດກາ

ມາດຕາ 21. ພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການຄຸ້ມຄອງ ແລະ ກວດກາອາຫານ
  
ທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການຄຸ້ມຄອງກວດກາອາຫານແມ່ນປະຕິບັດຕາມ ພາກທີ 6 ຂອງກົດໝາຍວ່າດ້ວຍອາຫານ. ຂ້າງເທິງ

ໝວດທີ 2
ພາລະບົດບາດ
, ສິດ ແລະ ໜ້າທີ່ ຂອງເຈົ້າໜ້າທີ່ກວດກາສິນຄ້າປະຈໍາດ່ານ

ມາດຕາ 22. ທີ່ຕັ້ງ ແລະ ພາລະບົດບາດຂອງເຈົ້າໜ້າທີ່ກວດກາອາຫານ ແລະ ຢາ
  
ເຈົ້າຫນ້າທີ່ກວດກາອາຫານ ແລະ ຢາທີ່ປະຈໍາຢູ່ດ່ານນໍາເຂົ້າ ແມ່ນເປັນພະນັກງານຂອງລັດຂຶ້ນກັບອົງການຄຸ້ມຄອງກວດກາອາຫານ ແລະ ຢາ, ມີພາລະບົດ ບາດເປັນເສນາທິການໂດຍກົງຕໍ່ອົງການຄຸ້ມຄອງກວດກາອາຫານ ແລະ ຢາຂັ້ນຕ່າງໆ ໃນການຕິດຕາມ ແລະ ກວດກາດ້ານເອກະສານ, ວັດຖຸດິບ ແລະ ອາຫານ ໃນການນໍາເຂົ້າສົ່ງອອກສິນຄ້າອາຫານໃນ ສປປລາວ. ຂ້າງເທິງ

ມາດຕາ 23. ສິດ ແລະ ໜ້າທີ່
  
ເຈົ້າຫນ້າທີ່ກວດກາອາຫານ ແລະ ຢາປະຈຳດ່ານນໍາເຂົ້າມີສິດ ແລະ ໜ້າທີ່ຄື:

  1. ສົມທຽບເອກະສານກັບສິນຄ້າຕົວຈິງ ແລະ ອະນຸຍາດໃຫ້ນໍາເຂົ້າໂດຍສົມທົບກັບຂະແໜງການກ່ຽວຂ້ອງ;
  2. ປະຕິເສດການນໍາເຂົ້າ ຫຼື ກັກສິນຄ້າໃນກໍລະນີທີ່ເອກະສານບໍ່ຄົບຖ້ວນ, ບໍ່ຖືກຕ້ອງ; ສິນຄ້າບໍ່ໄດ້ຕາມມາດຕະຖານຕາມທີ່ໄດ້ແຈ້ງໄວ້ໃນເອກະສານ; ສິນຄ້າບໍ່ໄດ້ ຮັບຢັ້ງຢືນ ແລະ ອະນຸຍາດຈາກອົງການຄຸ້ມຄອງອາຫານ ແລະ ຢາ;
  3. ເກັບຕົວຢ່າງຂອງສິນຄ້າຕາມອັດຕາສ່ວນທີ່ທາງການໄດ້ກໍານົດ (ສິນຄ້າທີ່ບໍ່ຖືກຕາມເອກະສານ ແລະ ສິນຄ້າທີ່ບໍ່ໄດ້ຫຸ້ມຫໍ່, ເກັບຮັກສາ ແລະ ອື່ນໆຕາມຫຼັກ ການ);
  4. ລາຍງານລາຍລະອຽດຜົນຂອງການປະຕິເສດການນໍາເຂົ້າ-ສົ່ງອອກ ຫຼື ກັກສິນຄ້າຕໍ່ອົງການຄຸ້ມຄອງ ແລະ ກວດກາອາຫານ ແລະ ຢາທີ່ຕົນຂຶ້ນກັບຢ່າງຮີບ ດ່ວນ;
  5. ລາຍງານຜົນຂອງການເຄື່ອນໄຫວກວດກາຕໍ່ອົງການຄຸ້ມຄອງ ແລະ ກວດກາອາຫານທີ່ຕົນຂຶ້ນກັບຢ່າງປົກກະຕິ;
  6. ປະຕິບັດສິດ ແລະ ໜ້າທີ່ອື່ນຕາມການມອບໝາຍຂອງຂັ້ນເທິງຕົນ. ຂ້າງເທິງ

ພາກທີ V
ຂໍ້ຫ້າມ, ນະໂຍບາຍ ແລະ ມາດຕະການ

ໝວດທີ 1
ຂໍ້ຫ້າມ

ມາດຕາ 24. ຂໍ້ຫ້າມໃນການຜະລິດ, ປຸງແຕ່ງ ແລະ ໂຄສະນາ
  
ທຸກໆຜະລິດຕະພັນອາຫານທີ່ຈໍລະຈອນຢູ່ ສປປລາວ ຕ້ອງບັນລຸຄຸນນະພາບ ແລະ ຄວາມປອດໄພປະຕິບັດຕາມຫລັກການລຸ່ມນີ້:

  1. ຫ້າມປະສົມສານເຄມີທີ່ເປັນພິດ, ວັດຖຸອອກລິດຕໍ່ຈິດປະສາດ;
  2. ຫ້າມປະສົມສີຍ້ອມຜ້າ ແລະ ສີອື່ນທີ່ບໍ່ໄດ້ຮັບການຮັບຮອງໃຫ້ເປັນສີປະສົມອາຫານ;
  3. ຫ້າມປະສົມສານເຄມີອື່ນທີ່ບໍ່ໄດ້ຮັບຮອງເປັນສານປະສົມອາຫານ;
  4. ຫ້າມປະສົມທາດເພີ້ມໃສ່ໃນອາຫານເກີນປະລິມານທີ່ທາງການໄດ້ກໍານົດໄວ້;
  5. ຫ້າມປອມແປງສູດຕໍາລາ, ສະຫຼາກຕາມການແຈ້ງໃນການຂຶ້ນທະບຽນ;
  6. ຫ້າມໂຄສະນາຄຸນປະໂຫຍດຂອງອາຫານເກີນຄວາມເປັນຈິງ; ຂ້າງເທິງ

ມາດຕາ 25. ຂໍ້ຫ້າມໃນການບັນຈຸຫຸ້ມຫໍ່
  
ອາຫານທີ່ປະຕິບັດຕາມທຸກເງື່ອນໄຂຂອງການຜະລິດທີ່ດີແລ້ວ ແຕ່ການບັນຈຸຫຸ້ມຫໍ່ຕ້ອງປະຕິບັດຕາມຫຼັກການລຸ່ມນີ້:

  1. ຫ້າມນໍາໃຊ້ພາຊະນະບັນຈຸຫຸ້ມຫໍ່ອາຫານທີ່ບໍ່ໄດ້ມາດຕະຖານ ແລະ ບໍ່ໄດ້ຮັບອະນຸຍາດ;
  2. ຫ້າມນໍາໃຊ້ຖົງປຸຍ, ຖົງຊີມັງ, ຖົງຫົວອາຫານ ແລະ ອື່ນໆທີ່ໃຊ້ແລ້ວ (ຍົກເວັ້ນພາຊະນະສະເພາະ);
  3. ຫ້າມໃຊ້ເຈັ້ຍທີ່ໃຊ້ ຫຼື ພິມແລ້ວ; ຫ້າມໃຊ້ວັດຖຸດີບ ຫຼື ອາຫານທີ່ບໍ່ແມ່ນປະເພດແຫ້ງ (ຍົກເວັ້ນເຈັ້ຍສະເພາະ); ຂ້າງເທິງ

ມາດຕາ 26. ຂໍ້ຫ້າມໃນການນໍາເຂົ້າ ແລະ ຈໍາໜ່າຍ

  1. ຫ້າມນໍາເຂົ້າ ແລະ ຈໍາຫນ່າຍອາຫານທີ່ບໍ່ບັນລຸຄຸນນະພາບ ແລະ ບໍ່ມີຄວາມປອດໄພຕາມທີ່ທາງການກໍານົດ
  2. ຫ້າມນໍາເຂົ້າ ແລະ ຈຳຫນ່າຍວັດຖຸດິບ ຫຼື ອາຫານທີ່ບໍ່ໄດ້ຮັບການກວດກາ ແລະ ຢັ້ງຢືນຈາກອົງການທີ່ມີສິດອໍານາດຂອງປະເທດສົ່ງອອກ; ຂ້າງເທິງ

ໝວດທີ 2
ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 27. ນະໂຍບາຍຕໍ່ຜູ້ທີ່ມີຜົນງານ
  
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ກໍານົດສະບັບນີ້, ຈະໄດ້ຮັບການຍ້ອງຍໍ ແລະ ປະຕິບັດນະໂຍບາຍຕາມຄວາມ ເໝາະສົມຕາມການກໍານົດຂອງກະຊວງສາທາລະນະສຸກ. ຂ້າງເທິງ

ມາດຕາ 28. ມາດຕະການຕໍ່ຜູ້ລະເມີດ
  
ບຸກຄົນ, ຫລື ການຈັດຕັ້ງໃດຫນຶ່ງຫາກໄດ້ລະເມີດຂໍ້ກໍານົດສະບັບນີ້ຈະຖືກສຶກສາອົບຮົມ, ກ່າວເຕືອນ, ປັບໃຫມ ແລະ ລົງໂທດຕາມກໍລະນີໜັກ ຫຼື ເບົາດັ່ງລຸ່ມນີ້:

ຜູ້ລະເມີດຄັ້ງທີ່1: ສຶກສາອົບຮົມ, ກ່າວເຕືອນ ແລະ ບັນທຶກໄວ້ໃນປື້ມຕິດຕາມ.
ຜູ້ລະເມີດຄັ້ງທີ່2: ຍຶດສິນຄ້າ ແລະ ປັບໃຫມ 10% ຂອງມູນຄ່າສິນຄ້າຕາມທ້ອງຕະຫລາດ ແລະ ບັນທຶກໄວ້ໃນປື້ມຕິດຕາມ.
ຜູ້ລະເມີດຄັ້ງທີ່3: ຍຶດສິນຄ້າ ແລະ ປັບໃຫມສອງເທົ່າຂອງມູນຄ່າສິນຄ້າຕາມທ້ອງຕະຫລາດ, ບັນທຶກໄວ້ໃນປື້ມຕິດຕາມ ຫລື/ແລະ ສົມທົບ ແລະ ສະເຫນີຕໍ່ຂະແຫນງ ການກ່ຽວຂອ້ງສັ່ງຢຸດຊົ່ວຄາວ ຫລື ປິດກິດຈະການຕາມແຕ່ກໍລະນີ.
   ການລະເມີດບໍ່ວ່າຈະເປັນຄັ້ງທີ 1, 2 ຫຼື 3 ກໍ່ຕາມຖ້າຫາກສົ່ງຜົນກະທົບອັນຮ້າຍແຮງຕໍ່ສຸຂະພາບ, ເສດຖະກິດ ຫລື ເຖິງແກ່ຊີວິດຂອງຜູ້ບໍລິໂພກແມ່ນຈະຖືກດໍາ ເນີນຄະດີຕາມລະບຽບກົດຫມາຍ. ຂ້າງເທິງ

ພາກທີ VI
ບົດບັນຍັດສຸດທ້າຍ

ມາດຕາ 29. ການຈັດຕັ້ງປະຕິບັດ
  
ມອບໃຫ້ກົມອາຫານ ແລະ ຢາເປັນເຈົ້າການໃນການຜັນຂະຫຍາຍ ແລະ ສົມທົບກັບຂະແໜງການທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ໃຫ້ປະກົດຜົນ ເປັນຈິງ. ຂ້າງເທິງ

ມາດຕາ 30. ຜົນສັກສິດ
  
ຂໍ້ຕົກລົງສະບັບນີ້ມີຜົນສັກສິດ ແລະ ໃຊ້ໄດ້ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ, ຂໍ້ຕົກລົງ ແລະ ລະບຽບການສະບັບໃດທີ່ຂັດກັບຂໍ້ຕົກລົງສະບັບນີ້ລ້ວນແຕ່ຖືກລົບລ້າງ. ຂ້າງເທິງ

 ລັດຖະມົນຕີວ່າການກະຊວງສາທາລະນະສຸກ
ດຣ ປອນເມກ ດາລາລອຍ

# ຫົວຂໍ້ ດາວໂຫຼດ
1 Decision on the Control on Production, Exportation-Importation of Food, No. 856/MoH, date 12 May 2006 PDF
2 ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງການຜະລິດ, ສົ່ງອອກ-ນໍາເຂົ້າ ອາຫານທີ່ປອດໄພ ເລກທີ 856/ກຊສ, ລົງວັນທີ 12 ພຶດສະພາ 2006 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ຂໍອະນຸຍາດນຳເຂົ້າອາຫານ ຕ້ອງໄດ້ຮັບອະນຸມັດ ກະຊວງ ສາທາລະນະສຸກ ອາຫານທຸກຊະນິດຕ້ອງໄດ້ຮັບອະນຸຍາດນຳເຂົ້າທຸກຄັ້ງ ຈາກກົມອາ ຫານ ແລະ ຢາ ກະຊວງສາທາລະນະສຸກ. ພະແນກສາທາລະນະສຸກ ແຂວງ ແລະ ນະຄອນຫຼວງ
  1. ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງການຜະລິດ, ສົ່ງອອກ-ນໍາເຂົ້າ ອາຫານທີ່ປອດໄພ ເລກທີ 856/ກຊສ, ລົງວັນທີ 12 ພຶດສະພາ 2006
  2. ຂໍ້ກໍານົດ ວ່າດ້ວຍ ການຈົດທະບຽນ ອາຫານ ເລກທີ 1600/ກຊສ
  3. ກົດໝາຍ ວ່າດ້ວຍ ອາຫານ (ສະບັບປັບປຸງ) ເລກທີ 33/ສພຊ, ລົງວັນທີ 24 ກໍລະກົດ 2013
  4. ຂໍ້ຕົກລົງວ່າດ້ວຍການສົ່ງອອກ-ນຳເຂົ້າ ແລະ ສົ່ງຜ່ານອາຫານ ເລກທີ 1166/ສທ, ລົງວັນທີ 21 ມິຖຸນາ 2018
9999-12-31 ALL
2 ຮຽກຮ້ອງໃຫ້ຈົດທະບຽນອາຫານທີ່ມີຄວາມສ່ຽງ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ສາທາລະນະສຸກ ອາຫານທີ່ມີຄວາມສ່ຽງຕ້ອງໄດ້ຈົດທະບຽນ ແລະ ສະເໜີແຜນການນຳເຂົ້າເພື່ອຂໍໃບຢັ້ງຢືນການຂຶ້ນທະບຽນຈາກກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ.
  1. ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງການຜະລິດ, ສົ່ງອອກ-ນໍາເຂົ້າ ອາຫານທີ່ປອດໄພ ເລກທີ 856/ກຊສ, ລົງວັນທີ 12 ພຶດສະພາ 2006
  2. ກົດໝາຍ ວ່າດ້ວຍ ອາຫານ (ສະບັບປັບປຸງ) ເລກທີ 33/ສພຊ, ລົງວັນທີ 24 ກໍລະກົດ 2013
  3. ຂໍ້ຕົກລົງວ່າດ້ວຍການສົ່ງອອກ-ນຳເຂົ້າ ແລະ ສົ່ງຜ່ານອາຫານ ເລກທີ 1166/ສທ, ລົງວັນທີ 21 ມິຖຸນາ 2018
9999-12-31 ALL
3 ການປຸງແຕ່ງ ແລະ ຜະລິດອາຫານທີ່ປອດໄພ - ອາຫານ SPS ກະຊວງ ສາທາລະນະສຸກ ອາຫານທຸກປະເພດທີ່ນຳເຂົ້າສປປ ລາວ ຈະຕ້ອງປະຕິບັດຕາມເງື່ອນໄຂຄວາມປອດໄພຂອງການຄຸ້ມຄອງອາຫານທີ່ລະບຸຢູ່ໃນກົດໝາຍວ່າດ້ວຍອາຫານ ແລະ ລະບຽບຫຼັກການອື່ນໆ
  1. ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງການຜະລິດ, ສົ່ງອອກ-ນໍາເຂົ້າ ອາຫານທີ່ປອດໄພ ເລກທີ 856/ກຊສ, ລົງວັນທີ 12 ພຶດສະພາ 2006
  2. ກົດໝາຍ ວ່າດ້ວຍ ອາຫານ (ສະບັບປັບປຸງ) ເລກທີ 33/ສພຊ, ລົງວັນທີ 24 ກໍລະກົດ 2013
9999-12-31 ALL
4 ສານເພີ່ມໃສ່ອາຫານນຳເຂົ້າ SPS ກະຊວງ ສາທາລະນະສຸກ ສານເພີ່ມໃສ່ອາຫານ ຕ້ອງປະຕິບັດຕາມມາດຕະຖານກົດລະຫັດອາຫານວ່າດ້ວຍ ທາດເພີ້ມໃນອາຫານ CODEX STAN 192-1995
  1. ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງການຜະລິດ, ສົ່ງອອກ-ນໍາເຂົ້າ ອາຫານທີ່ປອດໄພ ເລກທີ 856/ກຊສ, ລົງວັນທີ 12 ພຶດສະພາ 2006
  2. ກົດໝາຍ ວ່າດ້ວຍ ອາຫານ (ສະບັບປັບປຸງ) ເລກທີ 33/ສພຊ, ລົງວັນທີ 24 ກໍລະກົດ 2013
9999-12-31 ALL
5 ຕ້ອງເກັບຮັກສາ - ອາຫານນໍາເຂົ້າ SPS ກະຊວງ ສາທາລະນະສຸກ ອາຫານທີ່ນຳເຂົ້າຕ້ອງເກັບຮັກສາ ໃນສະພາບທີ່ດີ ຕາມເງື່ອນໄຂສະເພາະຂອງ ອາຫານແຕ່ລະຊະນິດ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງການຜະລິດ, ສົ່ງອອກ-ນໍາເຂົ້າ ອາຫານທີ່ປອດໄພ ເລກທີ 856/ກຊສ, ລົງວັນທີ 12 ພຶດສະພາ 2006 9999-12-31 ALL
6 ຫຼັກການອະນາໄມ - ອາຫານນໍາເຂົ້າ SPS ກະຊວງ ສາທາລະນະສຸກ ການຜະລິດອາຫານນໍາເຂົ້າ ຕ້ອງປະຕິບັດຕາມຫຼັກການອະນາໄມການຜະລິດທີ່ດີທີ່ກຳນົດໄວ້ໂດຍກະຊວງສາທາລະນະສຸກ
  1. ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງການຜະລິດ, ສົ່ງອອກ-ນໍາເຂົ້າ ອາຫານທີ່ປອດໄພ ເລກທີ 856/ກຊສ, ລົງວັນທີ 12 ພຶດສະພາ 2006
  2. ກົດໝາຍ ວ່າດ້ວຍ ອາຫານ (ສະບັບປັບປຸງ) ເລກທີ 33/ສພຊ, ລົງວັນທີ 24 ກໍລະກົດ 2013
9999-12-31 ALL
7 ຮຽກຮ້ອງໃຫ້ຫຸ້ມຫໍ່ອາຫານນໍາເຂົ້າ SPS ກະຊວງ ສາທາລະນະສຸກ ອາຫານທີ່ນໍາເຂົ້າຕ້ອງໃຫ້ສອດຄ່ອງກັບຂໍ້ຮຽກຮ້ອງໃນການຫຸ້ມຫໍ່ທີ່ກໍານົດໂດຍກະຊວງສາທາລະນະສຸກ
  1. ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງການຜະລິດ, ສົ່ງອອກ-ນໍາເຂົ້າ ອາຫານທີ່ປອດໄພ ເລກທີ 856/ກຊສ, ລົງວັນທີ 12 ພຶດສະພາ 2006
  2. ກົດໝາຍ ວ່າດ້ວຍ ອາຫານ (ສະບັບປັບປຸງ) ເລກທີ 33/ສພຊ, ລົງວັນທີ 24 ກໍລະກົດ 2013
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.