ຂົ້ນຕອນໃນການຈົດທະບຽນອາຫານເສີມ ໂດຍອີງຕາມຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງການຜະລິດ, ສົ່ງອອກ-ນໍາເຂົ້າ ອາຫານທີ່ປອດໄພ ເລກທີ 856/ກຊສ, ລົງວັນທີ 12 ພຶດສະພາ 2006

ຂະບວນການດັ່ງກ່າວນີ້ ແມ່ນສໍາລັບຜູ້ທີ່ຕ້ອງການນໍາເຂົ້າ "ອາຫານເສີມ". ໃນກໍລະນີນີ້ທ່ານຈະຕ້ອງມີໃບຢັ້ງຢືນການຈົດທະບຽນ ກ່ອນທີ່ຈະດໍາເນີນການຕໍ່ ຕາມຂັ້ນຕອນການນໍາເຂົ້າປົກກະຕິ.



ຂັ້ນຕອນ 1: ຜູ້ປະກອບການຕ້ອງໄດ້ປະກອບເອກະສານຕ່າງໆ ຕາມແບບຟອມຂອງກົມອາຫານ ແລະ ຢາ, ຜູ້ປະກອບການສາມາດຊື້ແບບຟອມຢູ່ກົມອາຫານ ແລະ ຢາ ເຊິ່ງປະກອບມີໃບຄໍາຮ້ອງ ແລະ ລາຍການເອກະສານຕ່າງໆ ດັ່ງລຸ່ມນີ້:

  1. ໃບຄໍາຮ້ອງ (ມີແບບຟອມ);
  2. ໃບສະເໜີຈາກຜູ້ປະກອບການ;
  3. ໃບມອບສິດຈາກບໍລິສັດແມ່ ມອບໃຫ້ບໍລິສັດທີ່ຈົດທະບຽນຢູ່ລາວ;
  4. ໃບອະນຸຍາດໃຫ້ຂາຍ ຈາກອົງການຄຸ້ມຄອງອາຫານ ແລະ ຢາ ຂອງປະເທດສົ່ງອອກ
  5. ໃບຢັ້ງຢືນການວິໃຈ ຈາກພາກລັດ ຫຼື ຈາກຫ້ອງວິໃຈເອກະຊົນ ທີ່ໄດ້ຮັບຮອງມາດຕະຖານສາກົນອາຍຸບໍ່ເກີນ 6 ເດືອນ ຈາກປະເທດສົ່ງອອກ;
  6. ໃບທະບຽນຈາກອົງການຄຸ້ມຄອງອາຫານ ແລະ ຢາ ຂອງປະເທດສົ່ງອອກ;
  7. ໃບຢັ້ງຢືນສ່ວນປະກອບຂອງຜະລິດຕະພັນ;
  8. ສະຫຼາກຜະລິດຕະພັນ ເປັນພາສາລາວ ຫຼື ພິມສະຕິກເກີ ພາສາລາວຕິດໃສ່ກັບກ່ອງ;
  9. ໃບຢັ້ງຢືນການຜະລິດທີ່ດີ;
  10. ໃບທະບຽນວິສາຫະກິດ ທີ່ສາມາດນໍາເຂົ້າສະບຽງອາຫານ ຫຼື ນໍາເຂົ້າອາຫານເສີມ;
  11. ຕົວຢ່າງຜະລິດຕະພັນ ຫົວໜ່ວຍມັດຫໍ່ເດີມ (01 ຕົວຢ່າງ/ລາຍການ ໃນຫົວໜ່ວຍມັດຫໍ່ເດີມ).

ກົດທີ່ນີ້ ເພື່ອກວດເບິ່ງແບບຟອມໃບສະເໜີຂໍໃບຢັ້ງຢືນຈົດທະບຽນ.

ຂັ້ນຕອນ 2:  ພາຍຫຼັງປະກອບເອກະສານຄົບຖ້ວນແລ້ວ,​ ຜູ້ປະກອບການ ຕ້ອງຍື່ນເອກະສານ ກັບກົມອາຫານ ແລະ ຢາ,  ກະຊວງສາທາລະນະສຸກ. ພະນັກງານ ຈະດໍາເນີນກວດກາເອກະສານຢ່າງລະອຽດ ຖ້າຄົບຕາມຂັ້ນຕອນ 1 ແມ່ນຈະບັນທຶກການຮັບເອກະສານ ຖ້າບໍ່ຄົບ ຈະສົ່ງເອກະສານຄືນໃຫ້ຜູ້ປະກອບການພ້ອມແນະນໍາລະອຽດການປະກອບເອກະສານໃຫ້ຄົບຖ້ວນ.

ຂັ້ນຕອນ 3: ພາຍຫຼັງເອກະສານຄົບຖ້ວນ ແມ່ນຈະຜ່ານຂະບວນການພິຈາລະນາ ຢ່າງລະອຽດ ໂດຍກົມອາຫານ ແລະ ຢາ ເຊັ່ນ: ກວດສອບຄວາມຖືກຕ້ອງເອກະສານ, ລົງກວດກາສະຖານທີ່, ກໍາມະວິທີການຜະລິດອາຫານ ແລະ ເກັບຕົວຢ່າງສົ່ງໄປວິໄຈເພື່ອຢັ້ງຢືນຄຸນນະພາບ ໄລຍະເວລາໃນການພິຈາລະນາອອກທະບຽນພາຍໃນ 4 ເດືອນ.

ຂັ້ນຕອນ 4: ກົມອາຫານ ແລະ ຢາ ຈະອອກໃບຢັ້ງຢືນຈົດທະບຽນ ພາຍຫຼັງໄດ້ ພິຈາລະນາຕາມຂະບວນການຢ່າງຖິຖ້ວນ. ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກອອກຕົວຢ່າງໃບຢັ້ງຢືນ: ໃບຍັ້ງຢືນການຈົດທະບຽນ

ຂັ້ນຕອນ 5​​:​ ຜູ້ປະກອບການສາມາດຮັບເອົາໃບຢັ້ງຢືນຈົດທະບຽນອາຫານເສີມໄດ້ທີ່ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ.

ສາມາດສອບຖາມຂໍ້ມູນລະອຽດໄດ້ທີ່:

ກົມອາຫານ ແລະ ຢາ: 

ບ້ານທາດຂາວ, ຖະໜົນສີເມືອງ, ນະຄອນຫຼວງວຽງຈັນ, ສປປລາວ 
ໂທລະສັບ: +(856-21) 214013
ໂທລະສານ: +(856-21) 214015
ເວັບໄຊທ໌: www.fdd.gov.la
ອີເມວ: [email protected]

ກອງກວດກາອາຫານ ແລະ ຢາ:

ບ້ານ ສີເມືອງ, ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ.

ໂທລະສັບ: +856 21 255461

ແຟກສ໌: +856 21 254610

ເວັບໄຊທ໌: www.bfdi.gov.la

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
1 ໃບຄຳຮ້ອງ ຂໍຈົດທະບຽນ ຜະລິດຕະພັນອາຫານ ທີ່ນຳເຂົ້າ ຈາກຕ່າງປະເທດ ໃບຄຳຮ້ອງ ຂໍຈົດທະບຽນ ຜະລິດຕະພັນອາຫານ ທີ່ນຳເຂົ້າ ຈາກຕ່າງປະເທດ ກະຊວງ ສາທາລະນະສຸກ PDF
2 ໃບຢັ້ງຢືນ ການຈົດທະບຽນ ຜະລິດຕະພັນອາຫານ ນຳເຂົ້າ ໃບຢັ້ງຢືນ ການຈົດທະບຽນ ຜະລິດຕະພັນອາຫານ ນຳເຂົ້າ ກະຊວງ ສາທາລະນະສຸກ PDF
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
1 ຮຽກຮ້ອງໃຫ້ຈົດທະບຽນອາຫານທີ່ມີຄວາມສ່ຽງ ອາຫານທີ່ມີຄວາມສ່ຽງຕ້ອງໄດ້ຈົດທະບຽນ ແລະ ສະເໜີແຜນການນຳເຂົ້າເພື່ອຂໍໃບຢັ້ງຢືນການຂຶ້ນທະບຽນຈາກກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ. ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ສາທາລະນະສຸກ ຄຸ້ມຄອງ, ຕິດຕາມ, ກວດກາອາຫານເສີມ, ທຸລະກິດອາຫານ ແນໃສ່ປົກປ້ອງສຸຂະພາບຂອງຜູ້ບໍລິໂພກ ແລະ ເພື່ອຫຼີກເວັ້ນການປອມ ແປງຜະລິດຕະພັນຈາກຄົນອື່ນ. ສຳລັບລາຍການອາຫານທີ່ມີຄວາມ ສ່ຽງຍັງບໍ່ທັນຮ່າງເທື່ອ. ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງການຜະລິດ, ສົ່ງອອກ-ນໍາເຂົ້າ ອາຫານທີ່ປອດໄພ ເລກທີ 856/ກຊສ, ລົງວັນທີ 12 ພຶດສະພາ 2006 9999-12-31 ສິນຄ້າ
2 ຕ້ອງຂຶ້ນທະບຽນຜູ້ນຳເຂົ້າ - ເຄື່ອງສຳອາງ ຜູ້ນຳເຂົ້າເຄື່ອງສຳອາງ ຕ້ອງໄດ້ຍື່ນຄໍາຮ້ອງ ເພື່ອຂໍຂຶ້ນທະບຽນ ຢ່າງເປັນທາງການຈາກຂະແຫນງການສາທາລະນະສຸກ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ສາທາລະນະສຸກ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງສິນຄ້າຕໍ່ຜູ້ບໍລິໂພກ ແລະ ເພື່ອສະກັດກັ້ນການນຳເຂົ້າທີບໍ່ຖືກຕ້ອງ. ຂໍ້ກໍານົດ ວ່າດ້ວຍ ການຄຸ້ມຄອງຄຸນນະພາບ ຜະລິດຕະພັນເຄື່ອງສໍາອາງ ເລກທີ 2580/ກຊສ 9999-12-31 ສິນຄ້າ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.