ອີງຕາມ ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 55/ສພຊ, ລົງວັນທີ 22 ທັນວາ 2014 ແລະ  ບົດແນະນຳ ການຈັດຕັ້ງປະຕິບັດ ລັດຖະບັນຍັດ ວ່າດ້ວຍ ການຄຸ້ມຄອງ ເງິນຕາຕ່າງປະເທດ ແລະ ວັດຖຸມີຄ່າ ເລກທີ 01/ທຫລ, ລົງວັນທີ 02 ເມສາ 2010, ໄດ້ກຳນົດຫຼັກການລວມກ່ຽວກັບການດຳເນີນທຸລະກິດນໍາເຂົ້າ ແລະ ສົ່ງອອກ ຄຳທີ່ສາກົນນຳໃຊ້ເປັນເຄື່ອງມືຊຳລະລະຫວ່າງປະເທດ (ຄຳແທ່ງ).

ສຳລັບລະບຽບການສະເພາະທີ່ຄຸ້ມຄອງ ການນຳເຂົ້າ ແລະ ສົ່ງອອກ ຄຳແທ່ງ ແມ່ນ ຂໍ້ຕົກລົງ ວ່າດ້ວຍການດໍາເນີນທຸລະກິດ ນໍາເຂົ້າ-ສົ່ງອອກຄໍາ ທີ່ສາກົນນໍາໃຊ້ເປັນເຄື່ອງມືຊໍາລະ ລະຫວ່າງປະເທດ, ເລກທີ 461/ທຫລ, ລົງວັນທີ 03 ມິຖຸນາ 2019

 

ການຂໍອະນຸຍາດນຳເຂົ້າ ຫຼື ສົ່ງອອກ ຄຳແທ່ງ  ແມ່ນຕ້ອງຂໍອະນຸຍາດເປັນແຕ່ລະຄັ້ງ ເຊິ່ງມີຂັ້ນຕອນດັ່ງນີ້:

1. ຜູ້ນຳເຂົ້າ/ຜູ້ສົ່ງອອກ ກະກຽມເອກະສານ ເພື່ອຍື່ນຂໍອະນຸຍາດ ຄື:

-       ໃບຄຳຮ້ອງແບບທົ່ວໄປຂໍອະນຸຍາດນຳເຂົ້າ ຫຼື ສົ່ງອອກຄໍາ ຕາມແບບພິມຂອງທະນາຄານແຫ່ງ ສປປ ລາວ 
-       ໃບອະນຸຍາດດໍາເນີນທຸລກິດນໍາເຂົ້າ - ສົ່ງອອກຄໍາ ປະຈໍາປີ
-       ໃບທະບຽນວິສາຫະກິດ
-       ໃບສັ່ງຊີ້ສິນຄ້າ ຫຼື ໃບແຈ້ງລາຄາສິນຄ້າ (Invoice)
-       ໃບຫຸ້ມຫໍ່ສິນຄ້າ

ຜູ້ນຳເຂົ້າ/ຜູ້ສົ່ງອອກ ຢື່ນເອກະສານດັ່ງທີ່ກ່າວມາຂ້າງເທິງ ຢູ່ພະແນກຄຸ້ມຄອງເງິນຕາຕ່າງປະເທດ, ກົມນະໂຍບາຍເງິນຕາ, ທະນາຄານແຫ່ງ ສປປ ລາວ.

2. ກົມນະໂຍບາຍເງິນຕາ, ພິຈາລະນາຄຳຮ້ອງ ພາຍໃນ 03 ວັນ ລັດຖະການ.

-       ໃນກໍລະນີທີ່ເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມນະໂຍບາຍເງິນຕາ ຈະພິຈາລະນາອອກ ໃບອະນຸຍາດສົ່ງອອກ.

-       ໃນກໍລະນີທີ່ເອກະສານບໍ່ຖືກຕ້ອງ, ກົມນະໂຍບາຍເງິນຕາ ຈະແຈ້ງໃຫ້ຜູ້ປະກອບການຊາບ ເພຶື່ອປະກອບເອກະສານຄືນໃໝ່.

ໃບອະນຸຍາດນໍາເຂົ້າ-ສົ່ງອອກ ຄໍາ ມີຜົນໃຊ້ໄດ້ໄລຍະເວລາ 7 ວັນ ນັບແຕ່ມື້ອອກໃບອະນຸຍາດ

3. ເມື່ອເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມນະໂຍບາຍເງິນຕາ ຈະເຊັນ ແລະ ອອກ ໃບອະນຸຍາດນຳເຂົ້າ/ສົ່ງອອກຄຳແທ່ງ. (ເບິ່ງຕົວຢ່າງ ທີ່ນີ້)

4. ຜູ້ນຳເຂົ້າ/ຜູ້ສົ່ງອອກ ຈ່າຍຄ່າທຳນຽມ 50,000 ກີບ (ຫ້າສິນພັນກິບ) ທີ່່ກົມເງິນຕາ-ຄັງສາງ, ທະນາຄານແຫ່ງ ສປປ ລາວ. ຫຼັງຈາກນັ້ນ ນຳໃບບິນດັ່ງກ່າວ ຍື່ນຕໍ່ພະແນກຄຸ້ມຄອງເງິນຕາຕ່າງປະເທດ, ກົມນະໂຍບາຍເງິນຕາ ເພື່ອຮັບໃບອະນຸຍາດນຳເຂົ້າ/ສົ່ງອອກຄຳແທ່ງ. 

ຕິດຕໍ່ພົວພັນລາຍລະອຽດຕື່ມໄດ້ທີ່:​ ທະນາຄານແຫ່ງ ສປປ ລາວ 

 ເວັບໄຊ https://www.bol.gov.la

 ຕູ້ໄປສະນີ 19, ໂທລະພິມ:4304 BNL.VTE.LS ໂທລະສັບ: 213109, 213110 ([email protected] | www.bol.gov.la)

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
1 ໃບອະນຸຍາດສົ່ງອອກ ວັດຖຸມີຄ່າ ໃບອະນຸຍາດສົ່ງອອກ ວັດຖຸມີຄ່າ ທະນາຄານແຫ່ງ ສປປ ລາວ DOC
2 ໃບອະນຸຍາດນຳເຂົ້າ ວັດຖຸມີຄ່າ ໃບອະນຸຍາດນຳເຂົ້າ ວັດຖຸມີຄ່າ ທະນາຄານແຫ່ງ ສປປ ລາວ DOC
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
1 ຮຽກຮ້ອງໃຫ້ມີການຂໍໃບອະນຸຍາດນໍາເຂົ້າ - ຄໍາ ທີ່ສາກົນນໍາໃຊ້ເປັນເຄື່ອງມືຊໍາລະສະສາງລະຫວ່າງປະເທດ ການນໍາເຂົ້າຄໍາ (ສະເພາະຄໍາແທ່ງທີ່ສາກົນຮັບຮູ້ເພື່ອ​ນໍາໃຊ້ໃນການຊຳລະ) ຕ້ອງໄດ້ຮັບອະນຸຍາດນໍາເຂົ້າ ຈາກກົມນະໂຍບາຍເງິນຕາ, ທະນາຄານແຫ່ງ ສປປ ລາວ ຕ້ອງມີໃບອະນຸຍາດ ທະນາຄານແຫ່ງ ສປປ ລາວ ເພື່ອຄວາມໝັ້ນຄົງທາງດ້ານເສດຖະກິດເງິນຕາ. ຂໍ້ຕົກລົງ ວ່າດ້ວຍການດໍາເນີນທຸລະກິດ ນໍາເຂົ້າ-ສົ່ງອອກຄໍາ ທີ່ສາກົນນໍາໃຊ້ເປັນເຄື່ອງມືຊໍາລະ ລະຫວ່າງປະເທດ, ເລກທີ 461/ທຫລ, ລົງວັນທີ 03 ມິຖຸນາ 2019 9999-12-31 ສິນຄ້າ
2 ຮຽກຮ້ອງໃຫ້ມີການຂໍໃບອະນຸຍາດສົ່ງອອກ - ຄໍາ ທີ່ສາກົນນໍາໃຊ້ເປັນເຄື່ອງມືຊໍາລະສະສາງລະຫວ່າງປະເທດ ການສົ່ງອອກຄໍາ (ສະເພາະຄໍາທີ່ສາກົນຮັບຮູ້ເພື່ອ​ນຳໃຊ້ໃນການຊຳລະ) ຕ້ອງໄດ້ຮັບອະນຸຍາດສົ່ງອອກຈາກກົມນະໂຍບາຍເງິນຕາ, ທະນາຄານແຫ່ງ ສປປ ລາວ ຕ້ອງມີໃບອະນຸຍາດ ທະນາຄານແຫ່ງ ສປປ ລາວ ເພື່ອຄວາມໝັ້ນຄົງທາງ​ດ້ານ ​ເສດຖະກິດ​ເງິນຕາ. ຂໍ້ຕົກລົງ ວ່າດ້ວຍການດໍາເນີນທຸລະກິດ ນໍາເຂົ້າ-ສົ່ງອອກຄໍາ ທີ່ສາກົນນໍາໃຊ້ເປັນເຄື່ອງມືຊໍາລະ ລະຫວ່າງປະເທດ, ເລກທີ 461/ທຫລ, ລົງວັນທີ 03 ມິຖຸນາ 2019 9999-12-31 ສິນຄ້າ
3 ຮຽກຮ້ອງໃຫ້ມີໃບອະນຸຍາດ ດໍາເນີນທຸລະກິດນໍາເຂົ້າ ຄໍາ ບໍລິສັດທີ່ມີຈຸດປະສົງສ້າງຕັ້ງທຸລະກິດນຳເຂົ້າຄໍາ ທີ່ສາກົນນຳໃຊ້ເປັນພາຫະນະຊຳລະ ຕ້ອງປະກອບເອກະສານຂໍອະນຸຍາດດໍາເນີນທຸລະກິດກັບກົມນະໂຍບາຍເງິນຕາ, ທະນາຄານແຫ່ງ ສປປ ລາວ. ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ທະນາຄານແຫ່ງ ສປປ ລາວ ເພື່ອຄວາມໝັ້ນຄົງທາງດ້ານເງິນຕາ ຂໍ້ຕົກລົງ ວ່າດ້ວຍການດໍາເນີນທຸລະກິດ ນໍາເຂົ້າ-ສົ່ງອອກຄໍາ ທີ່ສາກົນນໍາໃຊ້ເປັນເຄື່ອງມືຊໍາລະ ລະຫວ່າງປະເທດ, ເລກທີ 461/ທຫລ, ລົງວັນທີ 03 ມິຖຸນາ 2019 9999-12-31 ສິນຄ້າ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.