ອີງຕາມ ກົດໝາຍ ວ່າດ້ວຍ ຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ) ເລກທີ 07/ສພຊ, ລົງວັນທີ 21 ທັນວາ 2011, ແລະ  ຂໍ້ກຳນົດ ວ່າດ້ວຍ ການຂຶ້ນທະບຽນຢາ ເລກທີ 1441/ກຊສ, ລົງວັນທີ 13 ສິງຫາ 2003 ໄດ້ກຳນົດຫຼັກການລວມ ກ່ຽວກັບ ການນຳເຂົ້າ ວັດຖຸດິບ, ອຸປະກອນບັນຈຸ, ຢາປົວພະຍາດ, ແລະ ອຸປະກອນການແພດ.

ສຳລັບລະບຽບການສະເພາະທີ່ຄຸ້ມຄອງ ການນຳເຂົ້າ ວັດຖຸດິບ, ອຸປະກອນບັນຈຸ, ຢາປົວພະຍາດ, ແລະ ອຸປະກອນການແພດ ມາຮັບໃຊ້ການຜະລິດ ແລະ ເພື່ອຈຳໜ່າຍ  ແມ່ນ ແຈ້ງການ ເລື່ອງ ການປະກອບເອກະສານຂໍອະນຸມັດ ນຳເຂົ້າວັດຖຸດິບ, ອຸປະກອນບັນຈຸ, ຢາປົວພະຍາດ ແລະ ອຸປະກອນການແພດ ມາຮັບໃຊ້ການຜະລິດ ແລະ ເພື່ອຈຳໜ່າຍ ສະບັບເລກທີ 2660/16. ກອຢ, ລົງວັນທີ 16 ມິຖຸນາ 2016.

 

ເມື່ອຜຸ້ນຳເຂົ້າ ສຳເລັດການຈົດທະບຽນໂຮງງານ/ບໍລິສັດນຳເຂົ້າຢາ ແລະ ຜະລິດຕະພັນການແພດ ກັບ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກແລ້ວ ການຂໍອະນຸຍາດນຳເຂົ້າ ວັດຖຸດິບ, ອຸປະກອນບັນຈຸ ແລະ ຢາປົວພະຍາດ, (ຍົກເວັ້ນອຸປະກອນການແພດ ປະຈຸບັນ ຍັງບໍ່ທັນໄດ້ປະຕິບັດການຂື້ນທະບຽນກ່ອນນຳເຂົ້າ) ມາຮັບໃຊ້ການຜະລິດ ແລະ ເພື່ອຈຳໜ່າຍ ແມ່ນມີຂັ້ນຕອນດັ່ງນີ້:

1. ຜູ້ນຳເຂົ້າ ກະກຽມເອກະສານ ເພື່ອຍື່ນຂໍອະນຸຍາດນຳເຂົ້າ ຄື:

-       ໃບສະເໜີຂໍອະນຸຍາດນຳເຂົ້າ (ດາວໂຫຼດ ທີ່ນີ້)
-       ໃບສັ່ງຊື້ (Purchase Order) ຈຳນວນ 03 ສະບັບ
-       ໃບນຳສົ່ງສິນຄ້າ ( Invoice) ຈຳນວນ 03 ສະບັບ
        (ຕ້ອງລະບຸເລກຊຸດຜະລິດ, ວັນເດືອນປີຜະລິດ ແລະ ວັນເດືອນປີໝົດອາຍຸ (ຊື່ຜະລິດຕະພັນໃຫ້ຂຽນລະອຽດຈະແຈ້ງ ຕາມຊື່ທີ່ໄດ້ຂຶ້ນທະບຽນ, ບໍ່ໃຫ້ຂຽນຫຍໍ້ ຫຼື ໃສ່ພຽງແຕ່ລະຫັດຂອງສິນຄ້າ)
-       ໃບຫຸ້ມຫໍ່ສິນຄ້າ (Packing List) ຈຳນວນ 03 ສະບັບ
-       ນອກຈາກເອກະສານທີ່ລະບຸຂ້າງເທິງແລ້ວ, ກໍຍັງມີເອກະສານທາງດ້ານວິຊາການເພື່ອປະກອບການນຳເຂົ້າ ເຊິ່ງແຕກຕ່າງກັນຕາມແຕ່ລະກໍລະນີ ຄື:

  • ສຳລັບການນຳເຂົ້າວັດຖຸດິບ:

- ໃບຢັ້ງຢືນການຜະລິດທີ່ດີ ຂອງໂຮງງານຜະລິດ ເຊິ່ງອອກໃຫ້ໂດຍອົງການຄຸ້ມຄອງຂອງປະເທດຜູ້ຜະລິດວັດຖຸດິບ ຫຼື ໃບຢັ້ງຢືນຈາກ ອົງການອະນາໄມໂລກ (WHO Prequalification)
- ໃບຢັ້ງຢືນການວິໄຈຄຸນນະພາບຂອງຊຸດຜະລິດທີ່ຂໍນຳເຂົ້າ (Certificate of Analysis)

  • ສຳລັບອຸປະກອນບັນຈຸ:

- ອຸປະກອນບັນຈຸທີ່ສະເໜີນຳເຂົ້າ ຕ້ອງແມ່ນລາຍການທີ່ຈະນຳມາບັນຈຸຜະລິດຕະພັນທີ່ໄດ້ຂື້ນທະບຽນແລ້ວ,ຖ້າແມ່ນລາຍການທີ່ບໍ່ທັນຂື້ນທະບຽນ ຕ້ອງແມ່ນລາຍການທີ່ໄດ້ຜ່ານການອະນຸຍາດຜະລິດຢາຕົວຢ່າງແລ້ວ.

  • ສຳລັບ Vaccin:

- Certificate of lot released ຂອງຊຸດຜະລິດຕະພັນທີ່ນຳເຂົ້າ ເຊິ່ງອອກໃຫ້ໂດຍອົງການຄຸ້ມຄອງດ້ານຢາຂອງປະເທດຜູ້ຜະລິດ.
- ໃບຢັ້ງຢືນການຜະລິດທີ່ດີ (GMP Certificate) ຈາກປະເທດຜູ້ຜະລິດ ແລະ/ຫຼື  WHO  Prequalification Certificate.

  • ສຳລັບອຸປະກອນການແພດ:

- ໃບຢັ້ງຢືນ ISO 13485 ຢັ້ງຢືນຈາກອົງການຄຸ້ມຄອງຂອງປະເທດຜູ້ຜະລິດ ຫຼື ສະຖາບັນທີ່ໄດ້ຮັບຮອງຈາກພາກລັດ
- ໃບຢັ້ງຢືນການວິໄຈຄຸນນະພາບ (ສຳລັບອຸປະກອນທີ່ນຳໃຊ້ຊິ້ນເປືອງ Consumable Devices) ຕາມມາດຕະຖານການກວດກາວິໄຈຂອງອົງການອະນາໄມໂລກ.
- ສຳລັບອຸປະກອນການແພດທີ່ເປັນເຄື່ອງມືສອງ (ເຄື່ອງທີ່ໃຊ້ແລ້ວ) ແມ່ນບໍ່ພິຈາລະນາໃຫ້ນຳເຂົ້າ.

ຜູ້ນຳເຂົ້າ ຢື່ນເອກະສານດັ່ງທີ່ກ່າວມາຂ້າງເທິງ ຍື່ນຢູ່ຂາເຂົ້າຂອງກົມອາຫານ ແລະ ຢາ, ກະຊວງ ສາທາລະນະສຸກ.

2. ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ພິຈາລະນາຄຳຮ້ອງ ພາຍໃນ 03 ວັນ ລັດຖະການ.

-       ໃນກໍລະນີທີ່ເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມອາຫານ ແລະ ຢາ ຈະພິຈາລະນາອອກໃບອະນຸຍາດ.
-       ໃນກໍລະນີທີ່ເອກະສານບໍ່ຖືກຕ້ອງ, ກົມອາຫານ ແລະ ຢາ ຈະແຈ້ງໃຫ້ຜູ້ປະກອບການຊາບ ເພຶື່ອປະກອບເອກະສານຄືນໃໝ່.

3. ເມື່ອເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມອາຫານ ແລະ ຢາ ຈະເຊັນ ແລະ ອອກ ໃບອະນຸຍາດນຳເຂົ້າວັດຖຸດິບ, ອຸປະກອນບັນຈຸ, ຢາປົວພະຍາດ, ແລະ ອຸປະກອນການແພດ ມາຮັບໃຊ້ການຜະລິດ ແລະ ເພື່ອຈຳໜ່າຍ. (ເບິ່ງຕົວຢ່າງ ທີ່ນີ້)

4. ຜູ້ນຳເຂົ້າ ຮັບໃບອະນຸຍາດນຳເຂົ້າ ແລະ ຈ່າຍຄ່າທຳນຽມ 20,000 ກີບ ທີ່ ພະແນກຢາຫຼວງ, ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ.

ເມື່ອໄດ້ຮັບໃບອະນຸຍາດນຳເຂົ້າ ແລ້ວ, ຜູ້ນຳເຂົ້າ ສາມາດດຳເນີນການແຈ້ງເອກະສານຕໍ່ເຈົ້າໜ້າທີ່ອາຫານ ແລະ ຢາປະຈໍາດ່ານ ເພື່ອກວດກາເຄື່ອງຕົວຈິງ ພ້ອມຈ່າຍຄ່າທຳນຽມ 100,000 ກີບ ແລະ ເສຍພາສີເພື່ອນຳເຂົ້າ ວັດຖຸດິບ, ອຸປະກອນບັນຈຸ, ຢາປົວພະຍາດ, ແລະ ອຸປະກອນການແພດ ມາໃນ ສປປ ລາວ ເປັນຂັ້ນຕອນຕໍ່ໄປ.

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.