ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີວ່າການ ກະຊວງປ້ອງກັນປະເທດ ກ່ຽວກັບ ການຄຸ້ມຄອງ ວັດຖຸທາດລະເບີດອຸດສາຫະກໍາ ສະບັບເລກທີ 2450/ກປທ, ລົງວັນທີ 5 ສິງຫາ 2010, ບົດແນະນໍາ ກ່ຽວກັບ ລະບຽນການຂໍອະນຸຍາດນໍາເຂົ້າວັດຖຸທາດລະເບີດອຸດສາຫະກໍາ, ສະບັບເລກທີ 109/ກອຊ, ລົງວັນທີ 29 ພຶດສະພາ 2012,  ແຈ້ງການ ກ່ຽວກັບ ຂັ້ນຕອນ ແລະ ບ່ອນອີງ ອະນຸມັດນໍາເຂົ້າ-ສົ່ງອອກ ວັດຖຸລະເບີດ ແລະ ວັດຖຸດິບຮັບໃຊ້ການຜະລິດລະເບີດອຸດສາຫະກໍາ ສະລັບເລກທີ 249/ກອຊ, ລົງວັນທີ 08 ພະຈິກ 2011 ແລະ  ຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ລະບຽບການຄຸ້ມຄອງ ແລະ ນໍາໃຊ້ທາດລະເບີດຢູ່ ສປປ ລາວ ສະລັລເລກທີ 39/ນຍ, ລົງວັນທີ 12 ກໍລະກົດ 2011. ຈຸດປະສົງຂອງ ຂໍ້ຕົກລົງແມ່ນສ້າງຕັ້ງຂຶ້ນ ເພື່ອຮັບປະກັນໃນການຄຸ້ມຄອງ ວັດຖຸລະເບີດອຸດສາຫະກໍາທີ່ນໍາໃຊ້ ໃນວຽກງານພັດທະນາເສດຖະກິດ, ໂດຍປາສະຈາກຄວາມອັນຕະລາຍ ແລະ ເພື່ອຮັບໃຊ້ໃນກິດຈະການວິສະວະກໍາເຊັ່ນ: ສໍາຫຼວດ, ຂຸດຄົ້ນບໍ່ແຮ່ ແລະ ໂຄງການກໍ່ສ້າງຕ່າງໆ. ພ້ອມທັງຮັບໃຊ້ວຽກງານປ້ອງກັນຊາດ-ຄວາມສະຫງົບ ແລະ ຮັບປະກັນຄວາມປອດໄພ ຢູ່ໃນສັງຄົມ. ຊຶ່ງໄດ້ກຳນົດລະບຽບການຂໍອະນຸຍາດນຳເຂົ້າ ວັດຖຸທາດລະເບີດອຸດສາຫະກຳ ໂດຍຜ່ານລະບອບການອອກໃບອະນຸຍາດນຳເຂົ້າແບບບໍ່ອັດຕະໂນມັດ ຈຸດປະສົງຂອງການນຳໃຊ້ໃບອະນຸຍາດແມ່ນ ເພື່ອເປັນການຮັບປະກັນຄວາມປອດໄພຂອງປະຊາຊົນ, ຄວາມໝັ້ນຄົງຂອງຊາດ ແລະ ເປັນການປົກປັກຮັກສາສິ່ງແວດລ້ອມ.
 

 ເມື່ອຜຸ້ນຳເຂົ້າ ມີຈຸດປະສົງສະເໜີ ຂໍອະນຸຍາດນໍາເຂົ້າ ວັດຖຸທາດລະເບີດອຸດສາຫະກໍາ ເພື່ອມານໍາໃຊ້ໃນໂຄງການຢູ່ໃນ ສປປ ລາວຈະຕ້ອງມີໃບອະນຸຍາດກ່ຽວກັບ ການດໍາເນີນທຸລະກິດດ້ານວັດຖຸທາດລະເບີດອຸດສາຫະກໍາ ໂດຍສອດຄ່ອງກັບລະບຽບກົດໝາຍ, ພ້ອມກັນນັ້ນຈະຕ້ອງປະກອບເອກະສານ ຊຶ່ງໄດ້ກໍານົດກ່ຽວກັບສິນຄ້າຄວບຄຸມ ທີ່ຕ້ອງອະນຸຍາດນໍາເຂົ້າ-ສົ່ງອອກ ແບບບໍ່ອັດຕະໂນມັດຂອງ ສປປ ລາວ ສະບັບເລກທີ 2151/ອຄ.ກຂອ, ລົງວັນທີ 30/10/2010. ຂັ້ນຕອນການຂໍນໍາເຂົ້າມີດັ່ງລຸ່ມນີ້:

  1. ຜູ້ນຳເຂົ້າ ກະກຽມເອກະສານ ເພື່ອຍື່ນຂໍອະນຸຍາດນຳເຂົ້າ ປະກອບເອກະສານດັ່ງນີ້:

-      ໃບສະເໜີຂໍອະນຸຍາດນຳເຂົ້າ ຫຼື ສົ່ງອອກວັດຖຸທາດລະເບີດອຸດສາຫະກໍາ.

-      ໃບສັ່ງຊື້, ໃບແຈ້ງລາຄາສີນຄ້າ ແລະ ໃບຫຸ້ມຫໍ່ສີນຄ້າ.

-       ເອກະສານທີ່ກ່ຽວຂ້ອງ ປະກອບມີ:

+ ໃບສັນຍາຊື້ຂາຍວັດຖຸລະເບີດອຸດສາຫະກໍາ ວັດຖຸດິບກັບບໍລິສັດຕ່າງປະເທດ.

+ ໃບອະນຸຍາດນໍາເຂົ້າ ແລະ ສົ່ງອອກ ຈາກອົງການທີ່ມີສິດອະນຸມັດຂອງ ລັດຖະບານປະເທດທີ່ສົ່ງອອກ ຫຼື ນໍາເຂົ້າ ໃຫ້ບໍລິສັດຕ່າງປະເທດ.

  1. ຜູ້ນຳເຂົ້າ ຢື່ນເອກະສານດັ່ງທີ່ກ່າວມາຂ້າງເທິງ ຍື່ນຢູ່ຂາເຂົ້າ-ຂາອອກຂອງກົມອຸດສາຫະກໍາປ້ອງກັນຊາດ, ກະຊວງປ້ອງກັນຊາດ ພິຈາລະນາຄໍາຮ້ອງ ບໍ່ເກີນ 5-6ວັນລັດຖະການ.

-      - ໃນກໍລະນີທີ່ເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມອຸດສາຫະກໍາປ້ອງກັນຊາດ ຈະພິຈາລະນາອອກໃບອະນຸຍາດ ຊ້າສຸດບໍ່ເກີນ 3 ວັນລັດຖະການ.

-      - ໃນກໍລະນີທີ່ເອກະສານບໍ່ຖືກຕ້ອງ, ກົມອຸດສາຫະກໍາປ້ອງກັນຊາດ ຈະແຈ້ງໃຫ້ຜູ້ປະກອບການຊາບ ເພຶື່ອປະກອບເອກະສານຄືນໃໝ່ ພາຍໃນ 5-6 ວັນລັດຖະການ.

  1. ເມື່ອເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມອຸດສາຫະກໍາປ້ອງກັນຊາດ ຈະເຊັນ ແລະ ອອກ ໃບອະນຸຍາດນຳເຂົ້າວັດຖຸດີນລະເບີດ, ແກັບລະເບີດ, ທາດເຄມີປະສົມລະເບີດ ແລະ ພາຫະນະປະສົມລະເບີດ.
  2. ຜູ້ນໍາເຂົ້າມາຮັບໃບອະນຸຍາດ ພ້ອມທັງຈ່າຍຄ່າທໍານຽມ ມູນຄ່າ 100,000 ກີບ ຢູ່ທີ່ກົົມອຸດສາຫະກໍາປ້ອງກັນຊາດ.

-      ໃນເວລານໍາເຂົ້າຕົວຈິງ ຜູ້ນໍາເຂົ້ານໍາໃບອະນຸຍາດພ້ອມທັງເອກະສານປະກອບ, ແຈ້ງພາສີຢູ່ດ່ານເພື່ອດໍາເນີນການນໍາເຂົ້າສິນຄ້າວັດຖຸທາດລະເບີດດັ່ງກ່າວ.

 

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.