ອີງຕາມ ກົດໝາຍ ວ່າດ້ວຍ ການປະມົງ ເລກທີ 03/ສພຊ, ລົງວັນທີ 09 ກໍລະກົດ 2009. ການປະມົງແບບທຸລະກິດ ແມ່ນ ການລ້ຽງ, ການຂະຫຍາຍແນວພັນ, ການຫາ, ການປຸງແຕ່ງປາ ແລະ ສັດນໍ້າອື່ນ ເພື່ອເປັນສິນຄ້າ ແລະ ຈໍາໜ່າຍ, ປະກອບສ່ວນເຂົ້າໃນ ການອະນຸລັກ ແລະ ການປົກປັກຮັກສາສັດນໍ້າ.

ອີງຕາມ ຂໍ້ຕົກລົງ ວ່າດ້ວຍ ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ເລກທີ 4211/ກປ, ລົງວັນທີ 29 ພະຈິກ 2019  ມີຄໍາແນະນໍາດັ່ງຕໍ່ໄປນີ້:

  1. ພົວພັນເອົາຂໍ້ມູນ, ລະບຽບການ ແລະ ຄໍາຮ້ອງຂໍນໍາເຂົ້າສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ຢູ່ຫ້ອງການກະສິກໍາ ແລະ ປ່າໄມ້ຂັ້ນເມືອງ, ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ, ດ່ານກວດກາສັດຕະວະ ແພດສາກົນ, ກົມລ້ຽງສັດ ແລະ ການປະມົງ ຫຼື ດາວ​ໂລດ​ເອົາທີ່​ເວ​ບໄຊ www.dlf.maf.gov.la ຫຼື www.laotradeportal.gov.la;
  2. ຍື່ນຄໍາຮ້ອງ ຕໍ່ກົມລ້ຽງສັດ ແລະ ການປະມົງ ຢ່າງໜ້ອຍ ສິບຫ້າວັນລັດຖະການ ກ່ອນນໍາເຂົ້າ ຕາມແບບພິມທີ່ໄດ້ກໍານົດໄວ້ໃນເອກະສານຊ້ອນທ້າຍ 3 ຂອງຂໍ້ຕົກລົງສະບັບນີ້ ​ເພື່ອ​ໃຫ້ ກົມລ້ຽງສັດ ແລະ ການປະມົງ ປະເມີນຄວາມສ່ຽງ ແລະ ພິຈາລະນາ ອອກໃບອະນຸຍາດ ຕາມແບບພິມ ທີ່ໄດ້ກໍານົດໄວ້ໃນເອກະສານຊ້ອນທ້າຍ 4 ຂອງຂໍ້ຕົກລົງສະບັບນີ້ ພາຍໃນ ຫ້າວັນລັດຖະການ. ສໍາ​ລັບອາຍຸຂອງໃບອະນຸຍາດນໍາເຂົ້າ ແມ່ນໃຫ້ອີງໃສ່ລະດັບຂອງຄວາມສ່ຽງ ຕາມແຕ່ລະປະເພດ, ຊະນິດ ແລະ ຈໍານວນຂອງສິນຄ້າ ແຕ່ສູງສຸດບໍ່ໃຫ້ເກີນເກົ້າສິບວັນ;
  3. ສົ່ງໃບອະນຸຍາດນໍາເຂົ້າ ແລະ ເງື່ອນໄຂ ເຖິງຜູ້ສົ່ງອອກ ເພື່ອກະກຽມສິນຄ້າ ແລະ ຂໍອະນຸຍາດຈາກອົງການຄຸ້ມຄອງປະມົງຂອງປະເທດຕົ້ນທາງ ໃຫ້ສອດຄ່ອງກັບເງື່ອນໄຂຂອງ ສປປ ລາວ;
  4. ແຈ້ງເອກະສານ, ວັນ, ເວລາ ທີ່ແນ່ນອນສຳລັບການນໍາເຂົ້າ ຕໍ່ດ່ານກວດກາສັດຕະວະແພດສາກົນ ບ່ອນທີ່ຈະນໍາເຂົ້າ ຢ່າງໜ້ອຍ ສາມວັນລັດຖະການ ກ່ອນມື້ນໍາເຂົ້າ ເພື່ອກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງຂອງເອກະສານ ໂດຍການອອກໃບຢັ້ງຢືນການກວດກາເອກະສານຢູ່ດ່ານ. ຖ້າເອກະສານບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນໃຫ້ຜູ້ຂໍອະນຸຍາດນໍາໄປປະກອບໃຫ້ຖືກຕ້ອງ.

 

ການຂໍອະນຸຍາດນໍາເຂົ້າ ແນວພັນປາ ຫຼື ສັດນໍ້າ ໃຫ້ປະຕິບັດຕາມເງື່ອນໄຂ ດັ່ງນີ້:

 

ຂັ້ນຕອນທີ 1: ການຍື່ນເອກະສານ

ການ​ປະກອບເອກະສານສໍາລັບການຂໍອະນຸຍາດນໍາເຂົ້າ ແນວພັນປາ ຫຼື ສັດນໍ້າ ມີ ດັ່ງນີ້:

  1. ໃບຄໍາຮ້ອງຂໍອະນຸຍາດນໍາເຂົ້າ ຕາມແບບພິມທີ່ກົມລ້ຽງສັດ ແລະ ການປະມົງ ກໍານົດ;
  2. ສໍາເນົາ ບັດປະຈໍາຕົວ ຫຼື ສໍາມະໂນຄົວ;              
  3. ສໍາເນົາ ໜັງສືເດີນທາງ (ຖ້າເປັນຄົນຕ່າງປະເທດ);                            
  4. ໃບມອບສິດ (ຖ້າໃຫ້ຜູ້ອື່ນມາແລ່ນເອກະສານແທນ);
  5. ສໍາເນົາໃບທະບຽນວິສາຫະກິດ;
  6. ໃບອະນຸຍາດດຳເນີນທຸລະກິດອອກໂດຍພະແນກກະສິກຳ ແລະ ປ່າໄມ້ ແຂວງ/ນະຄອນຫຼວງ;
  7. ໃບຢັ້ງຢືນສຸຂະພາບສັດ (ໃຊ້ແຈ້ງໃນມື້ທີ່ນຳສິນຄ້າເຂົ້າຕົວຈິງ);
  8. ໃບຢັ້ງຢືນມາດຕະຖານດ້ານເຕັກນິກກ່ຽວກັບຟາມ/ສະຖານທີ່ເກັບຮັກສາ/ບ່ອນຈຳໜ່າຍຕາມແຕ່ກໍລະນີ;
  9. ໃບປະກອບຄຳເຫັນຈາກພະແນກກະສິກຳ ແລະ ປ່າໄມ້ ແຂວງ/ນະຄອນຫຼວງ ກ່ຽວກັບການນຳເຂົ້າສັດນໍ້າ ແລະ ຜະລິດຕະພັນສັດນໍ້າຂອງບໍລິສັດ.

 

ຂັ້ນຕອນທີ 2 ການກວດກາເອກະສານ

ຍື່ນຄໍາຮ້ອງ ຕໍ່ກົມລ້ຽງສັດ ແລະ ການປະມົງ ຢ່າງໜ້ອຍ 15 (ສິບຫ້າ) ວັນ  ກ່ອນນໍາເຂົ້າ ຕາມແບບພິມທີ່ໄດ້ກໍານົດໄວ້ໃນ ເອກະສານຊ້ອນທ້າຍ 3 ຂອງ ຂໍ້ຕົກລົງ ວ່າດ້ວຍ ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ເລກທີ 4211/ກປ, ລົງວັນທີ 29 ພະຈິກ 2019.

ການຈໍລະຈອນເອກະສານ: ຢື່ນເອກະສານຫາຂາເຂົ້າ --> ຄະນະກົມ ກົມລ້ຽງສັດ ແລະ ການປະມົງ --> ຄະນະພະແນກທີ່ກ່ຽວຂ້ອງ --> ຄະນະກົມ ເຊັນອະນຸມັດ --> ຂາອອກ.

 

ຂັ້ນຕອນທີ 3 ການພິຈາລະນາ

      ກົມລ້ຽງສັດ ແລະ ການປະມົງ ປະເມີນຄວາມສ່ຽງ ແລະ ພິຈາລະນາ ອອກໃບອະນຸຍາດ ຕາມແບບພິມ ທີ່ໄດ້ກໍານົດໄວ້ໃນ ເອກະສານຊ້ອນທ້າຍ 4 ຂອງ ຂໍ້ຕົກລົງ ວ່າດ້ວຍ ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ເລກທີ 4211/ກປ, ລົງວັນທີ 29 ພະຈິກ 2019 ພາຍໃນ 05 (ຫ້າ) ວັນ ລັດຖະການ.

 

ຂັ້ນຕອນທີ 4 ການອອກໃບອະນຸຍາດ

ພາຍຫຼັງທີ່ ຄະນະກົມ ເຊັນອະນຸຍາດໃຫ້ນໍາເຂົ້າ ແນວພັນປາ ພະນັກງານ ປະຈຳຢູ່ຫ້ອງຂາເຂົ້າຈໍ້າກາໃບອະນຸຍາດ ໃຫ້ແກ່ຜູ້ປະກອບການມາຮັບເອົາ.  

 

ຂັ້ນຕອນ 5 ຮັບໃບອະນຸຍາດ ແລະ ນໍາເຂົ້າ ແນວພັນປາ ຫຼື ສັດນໍ້າ

ຜູ້ປະກອບການ ສາມາດຮັບເອົາໃບອະນຸຍາດ ນໍາ ກົມລ້ຽງສັດ ແລະ ການປະມົງ. ຫຼັງຈາກນັ້ນ ຜູ້ຂໍອະນຸຍາດຕ້ອງ ແຈ້ງເອກະສານ, ວັນ, ເວລາ ທີ່ແນ່ນອນສຳລັບການນໍາເຂົ້າ ຕໍ່ດ່ານກວດກາສັດຕະວະແພດສາກົນ ບ່ອນທີ່ຈະນໍາເຂົ້າ ຢ່າງໜ້ອຍ ສາມວັນລັດຖະການ ກ່ອນມື້ນໍາເຂົ້າ ເພື່ອກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງຂອງເອກະສານ ໂດຍການອອກໃບຢັ້ງຢືນການກວດກາເອກະສານຢູ່ດ່ານ. ຖ້າເອກະສານບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນໃຫ້ຜູ້ຂໍອະນຸຍາດນໍາໄປປະກອບໃຫ້ຖືກຕ້ອງ.

 

ສຳລັບຄ່າທຳນຽມນັ້ນແມ່ນເສຍຫລັງຈາກທີ່ໄດ້ໃບອະນຸຍາດຈາກກົມລ້ຽງສັດ ແລະ ການປະມົງແລ້ວ ໂດຍອີງຕາມ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021

 

ການປະຕິບັດຢູ່ດ່ານໃນເວລານໍາເຂົ້າ ແນວພັນປາ ຫຼື ສັດນໍ້າ ຢູ່ດ່ານ ໃຫ້ປະຕິບັດ ດັ່ງນີ້:

ເອກະສານເພີ່ມເຕີມອື່ນ ໃນມື້ນໍາສິນຄ້າເຂົ້າຕົວຈິງ ມີດັ່ງນີ້:

  1. ໃບຢັ້ງຢືນສຸຂະພາບສັດນໍ້າ ຫຼື ສຸຂານາໄມ ຈາກອົງການຄຸ້ມຄອງວຽກງານສັດຕະວະແພດ ຫຼື ປະ ມົງ ຂອງປະເທດຕົ້ນທາງ;
  2. ສໍາເນົາ ໃບຂົນສົ່ງສິນຄ້າ ຫຼື Bill of Lading/Airway Bill ກໍລະນີຂົນສົ່ງທາງທ່າເຮືອ ຫຼື ເຮືອບິນ;
  3. ໃບຢັ້ງຢືນ CITES ຂອງປະເທດຕົ້ນທາງ ຫຼື ເອກະສານທີ່ກ່ຽວຂ້ອງກັບປະເທດທີສາມ ຖ້າເປັນປະເພດສັດນໍ້າຫວງຫ້າມ ຫຼື ຄວບຄຸມຂອງສາກົນ;
  4. ໃບຢັ້ງຢືນການບໍາບັດ, ຜົນການວິໄຈ ແລະ ການປ້ອງກັນພະຍາດສັດນໍ້າ ຖ້າມີຄວາມຈໍາເປັນ;
  5. ໃບຢັ້ງຢືນສຸຂະພາບສັດນໍ້າ;
  6. ໃບຢັ້ງງຢືນມາດຕະຖານດ້ານເຕັກນິກກ່ຽວກັບຟາມ/ສະຖານທີ່ເກັບຮັກສາ/ບ່ອນຈຳໜ່າຍຕາມແຕ່ກໍລະນີ;

 

ໃນເວລານໍາເຂົ້າ ແນວພັນປາ ຢູ່ດ່ານ ໃຫ້ປະຕິບັດ ດັ່ງນີ້:

  1. ຜູ້ນໍາເຂົ້າ ແຈ້ງໃບຢັ້ງຢືນການກວດກາເອກະສານຢູ່ດ່ານ, ລາຍການສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ຕໍ່ເຈົ້າໜ້າທີ່ສັັດຕະວະແພດປະຈໍາດ່ານ;
  2. ເຈົ້າໜ້າທີ່ສັັດຕະວະແພດປະຈໍາດ່ານ ບັນທຶກຂໍ້ມູນກ່ຽວກັບ ແນວພັນປາ ຫຼື ສັດນໍ້າ ເຂົ້າໃນຖານຂໍ້ມູນ ​ແລ້ວດໍາເນີນການກວດກາ ແລະ ອອກໃບຢັ້ງຢືນການກວດກາຢູ່ດ່ານ ຕາມແບບພິມທີ່ກຳ ນົດໄວ້ໃນເອກະສານຊ້ອນທ້າຍ 6 ຂອງຂໍ້ຕົກລົງສະບັບນີ້ ພ້ອມ​ທັງສໍາເນົາໄວ້ ໜຶ່ງສະບັບ ແລະ ແຈ້ງໃຫ້ຜູ້ນໍາເຂົ້າຈ່າຍຄ່າທໍານຽມ ແລະ ບໍລິການຕາມລະບຽບການ ແລ້ວຈຶ່ງອະນຸຍາດໃຫ້ເຄື່ອນຍ້າຍສິນຄ້າໄປຫາພາກ ສ່ວນພາສີ ຫຼື ພາກສ່ວນອື່ນທີ່ກ່ຽວຂ້ອງ. ໃນກໍລະນີພົບເອກະສານມີການດັດແກ້ເນື້ອໃນ, ປອມລາຍເຊັນ ຫຼື ຕາປະທັບ ເຈົ້າໜ້າທີ່ສັດຕະວະແພດປະຈໍາດ່ານ ຕ້ອງປະຕິເສດການນໍາເຂົ້າ ພ້ອມທັງກັກສິນຄ້ານັ້ນໄວ້ ເພື່ອດໍາເນີນການກວດກາ, ສືບສວນ-ສອບສວນ ແລະ ລາຍງານໃຫ້ ກົມລ້ຽງສັດ ແລະ ການປະມົງ ແລະ ພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ ຮັບຊາບໂດຍດ່ວນ;
  3. ໃນກໍລະນີສົງໄສ ແນວພັນປາ ຫຼື ສັດນໍ້າ ຕິດ ຫຼື ປົນເປື້ອນດ້ວຍພະຍາດສັດນໍ້າທີ່ຈໍາເປັນຕ້ອງແຈ້ງ ຕາມທີ່ກໍານົດໄວ້ໃນເອກະສານຊ້ອນທ້າຍ 2 ໃຫ້ເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານ ແຈ້ງຜູ້ ນໍາເຂົ້າ ນໍາສິນຄ້າໄປກັກກັນຢູ່ສະຖານທີ່ກັກກັນ, ແນະນໍາແຜນການຕິດຕາມ, ກັກກັນ ແລະ ມາດຕະການດ້ານວິຊາການທີ່ນໍາໃຊ້ ໃຫ້ແກ່ຜູ້ນໍາເຂົ້າຊາບ ພ້ອມທັງປະຕິບັດມາດຕະການໃດໜຶ່ງ ໂດຍດ່ວນ ດັັ່ງນີ້:
  • ເກັບ ແລະ ສົ່ງຕົວຢ່າງຂອງ ແນວພັນປາ ຫຼື ສັດນໍ້າ ໄປວິໄຈ;
  • ດຳເນີນການອະນາໄມ ຂ້າເຊື້ອພາຫະນະ ແລະ ອຸປະກອນສໍາລັບການຂົນສົ່ງ;
  • ພາຍຫຼັງສຳເລັດການ​ວິ​ໄຈ ຕ້ອງແຈ້ງຜົນການວິໄຈ ໃຫ້ຜູ້ນຳເຂົ້າຊາບ.
  1. ກໍລະນີ ພົບພະຍາດສັດນໍ້າທີ່ຈໍາເປັນຕ້ອງແຈ້ງ, ຢາ ຫຼື ສານຕົກຄ້າງທີ່ເປັນອັນຕະລາຍ, ເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານ ຕ້ອງນໍາໃຊ້ມາດຕະການໃດໜຶ່ງ ດັ່ງນີ້:
  • ກັກ ຫຼື ກັກກັນສັດນໍ້າ ຫຼື ຜະລິດຕະພັນສັດນໍ້າ;
  • ສົ່ງສິນຄ້າກັບຄືນປະເທດສົ່ງອອກ;
  • ບໍາບັດ, ອະນາໄມ ແລະ ຂ້າເຊື້ອພະຍາດທີ່ຕິດ ຫຼື ປົນເປື້ອນມານໍາສິນຄ້າ ແລະ ວັດຖູປະກອນ ທີ່ກ່ຽວຂ້ອງ;
  • ທໍາລາຍສິນຄ້າດັ່ງກ່າວຕາມຫຼັກວິຊາການ;
  • ລາຍງານໃຫ້ ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ​ແລະ ກົມລ້ຽງສັດ ແລະ ການປະມົງ ຮັບຊາບ ເພື່ອແຈ້ງຂໍ້ມູນໄປຍັງອົງການສຸຂະພາບສັດສາກົນ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ປະເທດທີ່ສົ່ງອອກຊາບ ພາຍໃນ ຊາວສີ່ຊົ່ວໂມງ.

 

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.