ໂດຍ​ທົ່ວ​ໄປ​ແລ້ວລະບຽບ​ການ​ນີ້​ ນໍາ​ໃຊ້​ກັບ​ສິນຄ້າ​ທຸກ​ປະ​ເພດ​ທີ່​ສົ່ງອອກຈາກ​ປະ​ເທດ​ລາວ​ ພາຍ​ໃຕ້​ລະບອບ​ພາສີ EX1.

ແນວ​ໃດ​ກໍ​ຕາມ, ສິນຄ້າ​ປະ​ເພດ​ຕ່າງ​ກັນ​ອາດ​ຈະ​ຕ້ອງການ​ເອກະສານ​ສະໜັບສະໜູນ​ແຕກ​ຕ່າງ​ກັນ ​ເພື່ອ​ສົ່ງ​ໃຫ້​ດ່ານ​ພາສີ​ພ້ອມ​ກັບ​ໃບ​ແຈ້ງ​ພາສີ​. ກະລຸນາກວດ​ເບິ່ງ​ເວັບ​ໄຊທ໌​ນີ້ ຫຼື ປຶກສາ​ກັບ​ໜ່ວຍ​ງານ​ທີ່​ກ່ຽວຂ້ອງ ຖ້າ​ທ່ານ​ມີ​ຂໍ້​ສົງ​ໄສ​ວ່າ​ມັນ​ຈໍາ​ເປັນ​ຕ້ອງ​ມີ​ໃບ​ອະນຸຍາດ ຫຼື ​ໃບ​ອະນຸມັດ​ສະ​ເພາະ​ໃດ​ໜຶ່ງ ​ຫຼື ບໍ່.

ໃນ​ປະຈຸ​ບັນລະບຽບ​ການ​ນີ້ ​ກຳລັງ​ນໍາ​ໃຊ້​ຢູ່​ທຸກ​ດ່ານ​ຊາຍ​ແດນ ຍົກ​ເວັ້ນຢູູ່ 11 ດ່ານພາສີສາກົນ ເຊັ່ນ: ດ່ານ ຂົວມິດຕະພາບ 1 ຫຼື ​ດ່ານ​ຊາຍ​ແດນ​ທ່າ​ນາ​ແລ້ງ, ດ່ານພາສີສາກົນ ນໍ້າພາວ, ດ່ານພາສີສາກົນແດນ ສະຫວັນ, ດ່ານພາສີສາກົນ ບໍ່ເຕັນ, ດ່ານພາສີສາກົນ ຫ້ວຍຊາຍ, ດ່ານພາສີສາກົນ ຂົວມິດຕະພາບ 2, ດ່ານພາສີສາກົນ ວັງເຕົາ, ດ່ານພາສີສາກົນ ນໍ້າໂສຍ, ດ່ານພາສີສາກົນ ຂົວມິດຕະພາບນໍ້າເຫືອງ, ດ່ານພາສີສາກົນ ຂົວມິດຕະພາບ 3 ແລະ ດ່ານພາສີສາກົນ ສະໜາມບີນວັດໄຕ ເຊິ່ງເປັນບ່ອນ​ທີ່​ກຳລັງ​ນໍ​າ​ໃຊ້ລະບົບ​ຄຸ້ມ​ຄອງ​ພາສີແບບ​ອັດຕະ​ໂນ​ມັດ Asycuda. ກົດທີ່​ນີ້ ​ເພື່ອ​ເບິ່ງ​ລະບຽບ​ການ​ສໍາລັບ​ການ​ຊໍາລະ​ພາສີ​ສິນຄ້າ​ຢູ່ທີ່ 11 ດ່ານດັ່ງກ່າວ.


 


Note 1

ເອກະສານ​ການ​ຂົນ​ສົ່ງ​ຕ້ອງ​ໄດ້​ສົ່ງ​ໃຫ້​ດ່ານ​ພາສີ​ພາຍ​ໃນ 24 ຊົ່ວ​ໂມງ​ ນັບ​ຈາກ​ສິນຄ້າ​ມາ​ຮອດ​ຊາຍ​ແດນ.

Note 2

ເອກະສານ​ການ​ຂົນ​ສົ່ງ​ແມ່ນ​ເອກະສານ​ທາງການ​ຄ້າ ທີ່​ໃຫ້​ລາຍ​ລະອຽດ​ກ່ຽວ​ກັບ​​ເຄື່ອງ​ຂອງ​ທີ່​ບັນຈຸ ​ຢູ່​ໃນ​ຍານ​ຍົນ ຫຼື ພາຫະນະ​ທີ່​ຂົນ​ສົ່ງ​ສິນຄ້າ ​ແລະ ມາ​ຮອດ​ດ່ານ​ຊາຍ​ແດນ. ສິ່ງ​ເຫຼົ່ານີ້​ສາມາດ​ເປັນ​ໃບ​ລາຍການ​ສິນຄ້າ (​ໃນ​ກໍລະນີການ​ຂົນ​ສົ່ງ​ທາງ​ອາກາດ), ​ໃບ​ແຈ້ງ​ການ​ຂົນ​ສົ່ງ, ລາຍການ​ບັນທຸກ ຫຼື ລາຍການ​ຫຸ້ມ​ຫໍ່ ຫຼື ສຳ​ເນົາ​ຂອງ​ໃບ​ແຈ້ງ​ການ​ສົ່ງ​ອອກ ​ໃນ​ກໍ​ລະ​ນີຂອງ​ພາຫະນະ​ທາງບົກ.

Note 3

ໃບ​ແຈ້ງພາສີ​ນໍາ​ເຂົ້າ​ຕ້ອງ​ໄດ້​ສົ່ງ​ພາຍ​ໃນ 15 ວັນ​ ນັບ​ຈາກ​ວັນ​ທີ​ຍື່ນ​ເອກະສານ​ການ​ຂົນ​ສົ່ງ.

​ໃບ​ແຈ້ງ​ພາສີ​ຕ້ອງ​ໄດ້​ຍື່ນ​ແຈ້ງ ​ໂດຍ​ນໍາ​ໃຊ້ ​ແບບ​ຟອມ ACDD. ​ແບບ​ຟອມ ACDD ທີ່​ໄດ້​ຮັບ​ອະນຸຍາດ​ຢ່າງ​ຖືກຕ້ອງ ​ສາມາດ​ຂໍ​ເອົາ​ຈາກ​ຫ້ອງການ​ພາສີ​ຢູ່ ​ດ່ານ​ຊາຍ​ແດນ.

Note 4

ໃບຢັ້ງຢືນແຫຼ່ງກຳເນີດ (Certificates of Origin) ສໍາລັບບັນດາປະເທດທີ່ ສປປ ລາວ ມີອັດຕາພາສີພິເສດ (ເຊັ່ນວ່າ ASEAN) ຈະຕອ້ງໄດ້ຮັບຈາກພະແນກ C.O (Certificate of Origin Division) ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງ ອຸດສາຫະກຳ ແລະ ການຄ້າ.

ສະພາການຄ້າ ແລະ ອຸດສາຫະກຳລາວ ມີໜ້າທີ່ອອກ ໃບຢ້ັ້ງຢືນແຫຼ່ງກຳເນີດ (Certificates of Origin) ສຳລັບສິນຄ້າທີ່ຈະສົ່ງອອກໄປປະເທດ ອື່ນໆທັງໝົດ.

Note 5

ໃບອະນຸຍາດສົ່ງອອກແມ່ນ ອອກໂດຍ ກົມການນຳເຂົ້າ ແລະ ສົ່ງອອກ ກະຊວງ ອຸດສາຫະກຳ ແລະ ການຄ້າ ສຳລັບລາຍການສິນຄ້າຕ້ອງໄດ້ຮັບ ໃບອະນຸຍາດກ່ອນ. ກົດທີ່ນີ້  ເພື່ອກວດເບິ່ງຂະບວນການ ແລະ ຂັ້ນຕອນໃນການຂໍໃບອະນຸຍາດສົ່ງອອກ.

Note 6

ໃນກໍລະນີທີ່ບໍ່ປົກກະຕິ ສຳລັບການແກ້ໄຂໃບແຈ້ງ ຜູ້ສົ່ງອອກອາດສືບຕໍ່ຂັ້ນຕອນການແຈ້ງໄດ້.  ແຕ່ຫາກເຫດທີ່ບໍ່ປົກກະຕິນັ້ນ ໄດ້ຮັບການພິຈາລະນາວ່າ ອາດຈະກໍໃຫ້ເກີດຜົນເສຍຫາຍຮ້າຍແຮງໄດ້, ເຈົ້າໜ້າທີ່ພາສີອາດຕັດສິນໃຈປະຕິບັດ ຢ່າງໃດຢ່າງໜຶ່ງຕາມຄວາມເໝາະສົມ.

Note 7

ການສົ່ງອອກສ່ວນໃຫຍ່ແລ້ວບໍ່ຈຳເປັນເສັຍພາສີ. ຫາກແຕ່ວ່າ, ສຳລັບສິນຄ້າບາງປະເພດກໍຕ້ອງໄດ້ເສຍພາສີຂາອອກຢູ່. ກະລຸນາ ກົດທີ່ນີ້ ເພື່ອກວດເບິ່ງວ່າສິນຄ້າໃດແດ່ທີ່ຕົກຢູ່ໃນຈໍາພວກທີ່ຕ້ອງໄດ້ເສຍພາສີຂາອອກ. ນອກຈາກນີ້ ອາດຈະໄດ້ເສຍອາກອນ ຫຼື ພັນທະອື່ນໆ ກໍເປັນໄດ້. ໃນປັດຈຸບັນການຈ່າຍພາສີຢູ່ທີ່ 11 ດ່ານດັ່ງກ່າວ ສາມາດຈ່າຍໄດ້ທັງຢູ່ທະນາຄານທີ່ຢູ່ກັບດ່ານ ຫຼື ວ່າຈ່າຍເປັນເງິນສົດກໍໄດ້. ທະນາຄານຈະອອກໃບ ຮັບເງິນເຊິ່ງຜູ້ສົ່ງອອກຈະຕ້ອງໄດ້ແຈ້ງຕໍ່ເຈົ້າໜ້າທີ່ພາສີ ກ່ອນສິນຄ້າຈະຖືກປ່ອຍອອກໄດ້.

 

 

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
1 ໃບແຈ້ງພາສີ ເປັນລາຍລະອຽດ ໃບແຈ້ງພາສີ ກະຊວງ ການເງິນ PDF
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.