ກະຊວງອຸດສາຫະກຳ ແລະ ການຄ້າ ອອກ ຄຳສັ່ງ ວ່າດ້ວຍ ການຕິດຕາມ, ກວດກາ ແລະ ສະກັດກັ້ນ ການນໍາເຂົ້າ, ເຄື່ອນຍ້າຍ ແລະ ຈໍາໜ່າຍໝູຊີ້ນ, ຊີ້ນໝູ (ສົດ ແລະ ແຊ່ແຂງ) ແລະ ຊິ້ນສ່ວນຜະລິດຕະພັນສັດ ທີ່ບໍ່ຖືກຕ້ອງ ສະບັບ ເລກທີ 0874/ອຄ.ກຄພນ, ລົງວັນທີ 02 ມິຖຸນາ 2017 ເພື່ອສະກັດກັ້ນການນໍາເຂົ້າ, ການເຄື່ອນຍ້າຍ ລູກໝູ, ພໍ່ແມ່ພັນໝູ, ໝູຊີ້ນ ແລະ ຊີ້ນໝູ (ສົດ ແລະ ແຊ່ແຂງ) ລວມທັງຊິ້ນສ່ວນສັດທີ່ນໍາເຂົ້າບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ເຊິ່ງອາດສົ່ງຜົນກະທົບຕໍ່ການຜະລິດໝູ ແລະ ການສະໜອງຊີ້ນໝູ ເພື່ອບໍລິໂພກຢູ່ພາຍໃນ ພ້ອມທັງຫຼີກລ້ຽງການນໍາເຂົ້າທີ່ອາດມີເຊື້ອພະຍາດຕ່າງໆເຂົ້າມາແຜ່ລະບາດຢູ່ ສປປ ລາວ ໂດຍໄດ້ກຳນົດໃຫ້ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ຄວບຄຸມລາຄາສິນຄ້າປະເພດດັ່ງກ່າວ.

ສຳລັບຜູ້ປະກອບການທີ່ຕ້ອງການນຳເຂົ້າໝູ, ຜະລິດຕະພັນໝູ ແລະ ຜະລິດຕະພັນສິນຄ້າທີ່ກ່ຽວກັບສັດ ມາຈຳໜ່າຍໃນ ສປປ ລາວ ຕ້ອງມີເອກະສານປະກອບຕົ້ນຕໍດັ່ງນີ້:

-        ໃບອະນຸຍາດນຳເຂົ້າ ທີ່ອອກໃຫ້ໂດຍ ອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ (ຂະ ແໜງກະສິກຳ ແລະ ປ່າໄມ້);
-        ໃບຢັ້ງຢືນສຸຂະພາບສັດ ຫຼື ໃບຢັ້ງຢືນສຸຂານາໄມຜະລິດຕະພັນສິນຄ້າກ່ຽວກັບສັດ ທີ່ອອກໃຫ້ໂດຍອົງການ ຫຼື ເຈົ້າໜ້າ ທີ່ ຂອງລັດ ທີ່ກ່ຽວຂ້ອງ ຂອງປະເທດຕົ້ນທາງ ທີ່ຖືກຕ້ອງຕາມເງື່ອນໄຂການນຳເຂົ້າຂອງ ສປປ ລາວ;
-        ເອກະສານອື່ນ ທີ່ກ່ຽວຂ້ອງ ຕາມການກຳນົດຂອງອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ການສັດຕະວະແພດ ໃນກໍລະນີນຳເຂົ້າ ເພື່ອລ້ຽງເປັນແນວພັນ.

ໃນກໍລະນີຫາກໄດ້ຮັບອະນຸຍາດໃຫ້ນຳເຂົ້າສັດ, ຜະລິດພັນສັດ ຫຼື ຜະລິດຕະພັນສິນຄ້າທີ່ກ່ຽວກັບສັດ ຕ້ອງນຳເຂົ້າຜ່ານດ່ານສາກົນທີ່ໄດ້ຮັບອະນຸຍາດ. ນອກນີ້ ທຸກການນໍາເຂົ້າ, ເຄື່ອນຍ້າຍລູກໝູ, ພໍ່ແມ່ພັນໝູ, ໝູຊີ້ນ ແລະ ຊີ້ນໝູ (ສົດ ແລະ ແຊ່ແຂງ) ລວມທັງຊິ້ນສ່ວນສັດແມ່ນໃຫ້ປະຕິບັດຕາມຄໍາສັ່ງຂອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ວ່າດ້ວຍການຄຸ້ມຄອງການເຄື່ອນຍ້າຍລູກໝູ ແລະ ໝູຊີ້ນ ເຂົ້າ ສປປ ລາວ.

ຄຳສັ່ງ ສະບັບນີ້ ມີຜົນສັກສິດນັບແຕ່ວັນທີ 02 ມິຖຸນາ 2017 ເປັນຕົ້ນໄປ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.