ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ອອກ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງສິນຄ້າຫຸ້ມຫໍ່ ຢູ່ ສປປ ລາວ ສະບັບເລກທີ 0542/ກວຕ, ລົງວັນທີ 16 ພືດສະພາ 2017 ເຊິ່ງໄດ້ກຳນົດ ກໍານົດນະໂຍບາຍ, ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ກວດສອບຜະລິດຕະພັນ ແລະ ສິນຄ້າຫຸ້ມຫໍ່ ທີ່ຜະລິດ, ນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍ ຢູ່ ສປປ ລາວ ໃຫ້ຖືກຕ້ອງຕາມລະບຽບການທີ່ກໍານົດໄວ້ ຢູ່ ສປປ ລາວ ແລະ ສາກົນ ເພື່ອສ້າງເງື່ອນໄຂອັນສະດວກໃນການ ຊື້-ຂາຍ, ແນໃສ່ເຮັດໃຫ້ສັງຄົມມີຄວາມຍຸຕິທຳ, ປອດໄພ, ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ໃນຂອບເຂດທົ່ວປະເທດ ແລະ ເຊື່ອມໂຍງກັບຫຼັກການກວດສອບສິນຄ້າຫຸ້ມຫໍ່ ລະຫວ່າງບັນດາປະເທດອາຊຽນ ແລະ ສາກົນ ເພື່ອຄຸ້ມຄອງສິນຄ້າຫຸ້ມຫໍ່ທີ່ພົວພັນເຖິງຄຸນລັກສະນະ, ຂະໜາດ, ນ້ຳໜັກ, ມວນສານ ແລະ ບໍລິມາດທີ່ໄດ້ລະບຸໄວ້ໃນສະຫຼາກຂອງສິນຄ້າຫຸ້ມຫໍ່.

“ສິນຄ້າຫຸ້ມຫໍ່ ແມ່ນສິນຄ້າທີ່ຖືກບັນຈຸໃນພາຊະນະ ຫຼື ສິ່ງຫຸ້ມຫໍ່ໃດໜຶ່ງ ເຊິ່ງມີການບົ່ງບອກເຖິງຄຸນລັກສະນະ, ກຳນົດ ແລະ ລະບຸປະລິມານສິນຄ້າໄວ້ໃນສະຫຼາກ ກ່ອນຈະວາງຈຳໜ່າຍ. ປະລິມານຜະລິດຕະພັນ ບໍ່ສາມາດປ່ຽນແປງໄດ້ ໃນເມື່ອບໍ່ມີການເປີດ ຫຼື ດັດແກ້ສິ່ງຫຸ້ມຫໍ່ນັ້ນ. ໃນນີ້, ສິນຄ້າຫຸ້ມຫໍ່ ທີ່ຕ້ອງຈົດທະບຽນກ່ອນການນຳເຂົ້າ, ສົ່ງອອກ, ຫຸ້ມຫໍ່ ແລະ ຈຳໜ່າຍ ປະກອບມີສິນຄ້າປະເພດອາຫານ, ປູນ, ນ້ຳມັນ, ແກັສ, ປຸຍ, ສີ, ທິນເນີ້, ເຄື່ອງສຳອາງ, ນ້ຳຢາຕ່າງໆ ແລະ ເຄື່ອງໃຊ້ອື່ນໆ”. ເບິ່ງລາຍລະອຽດລາຍການສິນຄ້າ ທີ່ນີ້

ສຳລັບຂັ້ນຕອນການຍື່ນຄຳຮ້ອງຂໍຈົດທະບຽນສິນຄ້າຫຸ້ມຫໍ່ແມ່ນ ຜູ້ປະກອບການຕ້ອງປະກອບເອກະສານຄື : 1. ໃບຄໍາຮ້ອງຂໍຈົດທະບຽນສິນຄ້າຫຸ້ມຫໍ່; 2. ລາຍການລະອຽດກ່ຽວກັບສິນຄ້າຫຸ້ມຫໍ່ ທີ່ນຳມາຈົດທະບຽນ; 3. ສໍາເນົາເອກະສານທີ່ປະກອບກິດຈະການ; 4. ຕົວຢ່າງຜະລິດຕະພັນ ແລະ ສິນຄ້າ ແລ້ວສົ່ງເອກະສານດັ່ງກ່າວເຖິງ ກົມມາດຕະຖານ ແລະ ວັດແທກ ຫຼື ພະແນກວິທະຍາສາດ ແລະ ເຕັກໂນໂລຂີແຂວງ, ນະຄອນຫຼວງ ເຊິ່ງການຈົດທະບຽນຜະລິດຕະພັນ ແລະ ສິນຄ້າຫຸ້ມຫໍ່ ແມ່ນອອກໃຫ້ເທື່ອດຽວໂດຍບໍ່ມີກຳນົດ.

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການ 15 ວັນ (ສິບຫ້າວັນ). ຂໍ້ຕົກລົງສະບັບນີ້ ປ່ຽນແທນຂໍ້ຕົກລົງວ່າ ດ້ວຍການຈົດທະບຽນ ແລະ ກວດສອບສິນຄ້າຫຸ້ມຫໍ່, ສະບັບເລກທີ 366/ສນຍ.ອວຕຊ, ລົງວັນທີ 19/02/2010.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.