ອີງຕາມດໍາລັດ ວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ສະບັບເລກທີ 331/ລບລົງວັນທີ 27 ຕຸລາ 2017. ການເຄື່ອນໄຫວທຸລະກິດນໍ້າມັນເຊື້ອໄຟແມ່ນມີ 04 ປະເພດຄື: ການເຄື່ອນໄຫວທຸລະກິດຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ, ການເຄື່ອນໄຫວທຸລະກິດຂອງບໍລິສັດຈໍາໜ່າຍພາຍໃນ, ການເຄື່ອນໄຫວທຸລະກິດຂອງປໍ້ານໍ້າມັນເຊື້ອໄຟ ແລະ ການເຄື່ອນໄຫວທຸລະກິດຂອງທຸລະກິດໃຫ້ບໍລິການກ່ຽວກັບນໍ້າມັນເຊື້ອໄຟ. ຜູ້ດໍາເນີນທຸລະກິດການເຄື່ອນໄຫວທຸລະກິດຂອງປໍ້ານໍ້າມັນເຊື້ອໄຟ ແມ່ນສາມາດປະກອບເອກະສານຂໍອະນຸຍາດເຄື່ອນໄຫວທຸລະກິດ ແລະ ໃຫ້ປະຕິບັດຕາມເງື່ອນໄຂດັ່ງນີ້:

ສຳລັບເອກະສານປະກອບຂໍອະນຸຍາດເຄື່ອນໄຫວທຸລະກິດປໍ້ານໍ້າມັນເຊື້ອໄຟ

1. ຄໍາຮ້ອງ ຕາມແບບພິມທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ກໍານົດ;
2.  ໃບທະບຽນວິສາຫະກິດ;
3.  ໃບຢັ້ງຢືນການມອບເລກປະຈໍາຕົວຜູ້ເສຍອາກອນ;
4.  ໃບອະນຸຍາດປຸກສ້າງຊົ່ວຄາວ ແລະ ໃບຢັ້ງຢືນຄວາມຖືກຕ້ອງຂອງການກໍ່ສ້າງປໍ້ານໍ້າມັນເຊື້ອໄຟ;
5.  ໃບຢັ້ງຢືນດ້ານສິ່ງແວດລ້ອມ ແລະ ສັງຄົມ ກ່ຽວກັບ ປໍ້ານໍ້າມັນເຊື້ອໄຟ;
6.  ໃບຢັ້ງຢືນການກວດຜ່ານ ກ່ຽວກັບ ຄວາມປອດໄພທາງດ້ານອັກຄີໄພຂອງປໍ້ານໍ້າມັນເຊື້ອໄຟ;
7.  ບັນຊີຊັບສິນຂອງປໍ້ານໍ້າມັນເຊື້ອໄຟ;
8.  ເອກະສານຢັ້ງຢືນຖານະການເງິນຈາກທະນາຄານ;
9. ໃບທະບຽນວິສາຫະກິດຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກ ຫຼື ບໍລິສັດຈໍາໜ່າຍພາຍໃນ, ມະຕິຕົກລົງສ້າງຕັ້ງ ແລະ ໃບມອບສິດ ສໍາລັບປໍ້າບໍລິສັດລົງທຶນເອງ;
10. ໃບຢັ້ງຢືນການເປັນຕົວແທນ ແລະ ສັນຍາຊື້-ຂາຍນໍ້າມັນເຊື້ອໄຟ ສໍາລັບປໍ້າຕົວແທນ;
11. ບັນຊີເງິນຝາກຢູ່ທະນາຄານ ທີ່ຕັ້ງຢູ່ ສປປ ລາວ.

ໃຊ້ເພື່ອເປັນພາບປະກອບເທົ່ານັ້ນ
ຂໍ້ມູນພາບ: http://www.petrolao.com.la/

ສຳລັບເງື່ອນໄຂການເຄື່ອນໄຫວທຸລະກິດຂອງປໍ້ານໍ້າມັນເຊື້ອໄຟ

1.  ມີໃບຢັ້ງຢືນການເຄື່ອນໄຫວທຸລະກິດປໍ້ານໍ້າມັນເຊື້ອໄຟ;
2.  ໄດ້ລົງທຶນ ແລະ ຖອກທຶນຈົດທະບຽນ ຕາມທີ່ກໍານົດໄວ້ໃນ ຂໍ້ 1.3 ມາດຕາ 7 ຂອງດໍາລັດສະບັບນີ້;
3.  ມີລະບົບບັນຊີຕິດຕາມການຮັບ ແລະ ການຈ່າຍນໍ້າມັນເຊື້ອໄຟ ປະຈຳວັນ;
4.  ມີລະບົບການຕິດຕາມ-ກວດນັບຕົວເລກການຈໍາໜ່າຍນໍ້າມັນເຊື້ອໄຟ;
5.  ມີເຄື່ອງໝາຍຂອງບໍລິສັດທີ່ຕົນເປັນຕົວແທນຈໍາໜ່າຍ;
6.  ມີບັນຊີເງິນຝາກຢູ່ທະນາຄານທີ່ຕັ້ງຢູ່ ສປປ ລາວ ແລະ ການຊື້ຂາຍນໍ້າມັນເຊື້ອໄຟ ຕ້ອງຊໍາລະຜ່ານທະນາຄານ;
7.  ມີຫົວປໍ້າ ແລະ ເຄື່ອງກວດກາບໍລິມາດ ທີ່ໄດ້ຜ່ານການກວດກາ ແລະ ຢັ້ງຢືນມາດຕະຖານ ຈາກຂະແໜງ ການວິທະຍາສາດ ແລະ ເຕັກໂນໂລຊີ;
8.  ມີບັ້ງມອດໄຟ ຕາມຈໍານວນຫົວປໍ້າ ພ້ອມດ້ວຍອຸປະກອນມອດໄຟຂັ້ນພື້ນຖານ;
9.  ມີຖັງເກັບນໍ້າມັນ ທີ່ບັນຈຸໄດ້ ສູງສຸດບໍ່ໃຫ້ເກີນ ແປດໝື່ນ (80.000) ລິດ ຕໍ່ໜຶ່ງປໍ້າ;
10.   ມີຫ້ອງນໍ້າສາທາລະນະ;
11.   ຖ້າມີການດໍາເນີນກິດຈະການອື່ນຢູ່ປໍ້ານໍ້າມັນເຊື້ອໄຟ ເປັນຕົ້ນ ຮ້ານສະດວກຊື້, ຮ້ານອາຫານເບົາ ແລະ ເຄື່ອງດື່ມທີ່ບໍ່ມີທາດເຫຼົ້າ ຕ້ອງຂຶ້ນທະບຽນວິສາຫະກິດສະເພາະຂອງແຕ່ລະກິດຈະການ;
12.   ມີປະກັນໄພ ຕາມກົດໝາຍວ່າດ້ວຍການປະກັນໄພ.

ໃຊ້ເພື່ອເປັນພາບປະກອບເທົ່ານັ້ນ
ຂໍ້ມູນພາບ: http://www.pttcambodia.com/about-us.aspx

 

ພາຍຫຼັງໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ ຂະແໜງການອຸດສາຫະກໍາ ແລະ ການຄ້າ ຕ້ອງລົງກວດກາ ພາຍໃນ ຫ້າວັນລັດຖະການ ນັບແຕ່ມື້ໄດ້ຮັບເອກະສານເປັນຕົ້ນໄປ ໂດຍມີການປະສານສົມທົບກັບຂະແໜງການກ່ຽວຂ້ອງ. ຖ້າເຫັນວ່າຄໍາຮ້ອງ ແລະ ເອກະສານປະກອບ ຫາກມີເນື້ອໃນບໍ່ຖືກຕ້ອງ ແລະ ບໍ່ຄົບຖ້ວນ ຕ້ອງແຈ້ງເປັນລາຍລັກອັກສອນໃຫ້ຜູ້ຮ້ອງຂໍ ພາຍໃນ ຫ້າວັນ ລັດຖະການ ນັບແຕ່ວັນໄດ້ຮັບເອກະສານ ເພື່ອໃຫ້ຜູ້ຮ້ອງຂໍແກ້ໄຂໃຫ້ຖືກຕ້ອງ ແລະ ຄົບຖ້ວນ. ໃນກໍລະນີ ບໍ່ສາມາດອອກໃບຢັ້ງຢືນໄດ້ ຕ້ອງແຈ້ງເຫດຜົນເປັນລາຍລັກອັກສອນໃຫ້ຜູ້ຮ້ອງຂໍ ພາຍໃນ ສິບຫ້າວັນລັດຖະການ ນັບແຕ່ວັນໄດ້ຮັບເອກະສານ ເປັນຕົ້ນໄປ. ຖ້າເຫັນວ່າເອກະສານຫາກຄົບຖ້ວນ, ຖືກຕ້ອງ ແລະ ໄດ້ຜ່ານການກວດກາແລ້ວ ຂະແໜງການອຸດສາຫະກໍາ ແລະ ການຄ້າ ຕ້ອງອອກໃບຢັ້ງຢືນການເຄື່ອນໄຫວທຸລະກິດປໍ້ານໍ້າມັນເຊື້ອໄຟ ພາຍໃນ ສິບຫ້າວັນ ລັດຖະການ ນັບແຕ່ວັນໄດ້ຮັບເອກະສານ ເປັນຕົ້ນໄປ. ໃບຢັ້ງຢືນການເຄື່ອນໄຫວທຸລະກິດປໍ້ານໍ້າມັນເຊື້ອໄຟ ມີອາຍຸນຳໃຊ້ ສອງປີ ແລະ ສາມາດຕໍ່ໄດ້.

ຂໍ້ມູນເພີ່ມເຕີມສາມາດພົວພັນ:
ກະຊວງອຸດສາຫະກຳ ແລະ ການຄ້າ
ກົມການຄ້າພາຍໃນ
ໂທ: +85621 412 436

ກົດທີ່ນີ້ເພື່ອເບິ່ງມາດຕະການທີ່ຈຳເປັນຕ້ອງຮູ້ໃນການເຄື່ອນໄຫວທຸລະກິດນໍ້າມັນເຊື້ອໄຟ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.