ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ, ກົມພາສີ    ເລກທີ 02252/ກພສ

ນະຄອນຫຼວງວຽງຈັນ, ວັນທີ 11 ພຶດສະພາ 2018

ແຈ້ງການແນະນຳ

ເຖິງ: ທ່ານ ຫົວໝ້າ ພະແນກອ້ອມຂ້າງກົມພາສີ ແລະ ທ່ານຫົວໜ້າກອງຄຸ້ມຄອງພາສີ ໃນຂອບເຂດທົ່ວປະເທດ.

ເລື່ອງ: ການຄຸ້ມຄອງ ນຳໃຊ້ສາຍລັອກຕູ້ສິນຄ້າ ທີ່ຮັບໃຊ້ວຽກງານວິຊາສະເພາະຂອງລັດຖະການສີ.

  • ອີງຕາມກົດໜາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ກົດໜາຍພາສີປັບປຸງບາງມາດຕາ ສະບັບເລກທີ 57/ສພຊ, ລົງວັນທີ 24 ທັນວາ 2014.
  • ອີງຕາມ ຂໍ້ຕົກລັດຖະມົນຕີວ່າການກະຊວງການເງິນເລກທີ 2826/ກງ ຸ ລົງວັນທີ 22 ສິງຫາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມພາສີ.

ເພຶ່ອຮັບປະກັນໃນການຄຸ້ມຄອງ, ນຳໃຊ້ສາຍລັອກລົດຂົນສົ່ງ, ຕູ້ສິນຄ້າ ແລະ ການຕິດຕາມ ການເຄື່ືອນຍ້າຍສິນຄ້າ, ເຄື່ອງຂອງການຂົນສົ່ງສິນຄ້າຜ່ານແດນ ພາຍໃນ ສປປ ລາວ ໃຫ້ຖຶກຕ້ອງຕາມກົດໜາຍ ແລະ ລະບຽບການ, ໃຫ້ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ.

ກົມພາສີ ອອກແຈ້ງການແນະນຳ ຄືດັ່ງນີ້:

ມາດຕາ1: ຄຸນລັກສະນະ ສາຍລັອກຕູ້ສິນຄ້າຂອງພາສີ

ສາຍລັອກຕູ້ສິນຄ້າຂອງພາສີ ທີຮັບໃຊ້ວຽກງານວິຊາສະເພາະຂອງລັດຖະການພາສີ ສປປ ລາວ ປະກອບມີ 03 ປະເພດ ທີ່ມີຄຸນລັກສະນະຄືດັ່ງນີ້:

  • ສາຍລັອກປະເພດທີ I: ໃຊ້ສຳລັບໝີບ ລົດຂົນສົ່ງ ແລະ/ຫຼື ຕູ້ບັນທຸກສິນຄ້າ ຸ ເຄື່ອງຂອງຜ່ານແດນ ຈາກດ່ານພາສີຕົ້ນທາງ ໄປຫາດ່ານພາສີປາຍທາງ ແລະ ມີຕົວໜັງສືທີ່ຂຽນ Lao Customs, ມີເລກລຳດັບ ຂອງສາຍລັອກ ແລະ ມີ QR code (ຮູບແບບຕົວຢ່າງ):
  • ສາຍລັອກປະເພດທີ II: ໃຊ້ສຳລັບໜີບ ລົດຂົນສົ່ງ ແລະ/ຫຼື ຕູ້ບັນທຸກສິນຄ້າ, ເຄື່ອງຂອງ ທີ່ນຳເຂົ້າເພື່ອສົ່ງອອກຄືນ; ມີຄຸນລັກສະນະຄື: ຂະໜາດ 1.80cm x 70cm, ສີ ແດງ, ມີຮູບເຄື່ອງໜາຍ ກາພາສີ ແລະ ມີຕົວໜັງສື ທີ່ຂຽນ Lao Customs, ມີເລກລຳດັບຂອງສາຍລັອກ ແລະ ມີ QR code ( ຮູບແບບຕົວຢ່າງ):
  • ສາຍລັອກຕູ້ສິນຄ້າປະເພດທີ III ໃຊ້ສຳລັບ:

+ ລົດຂົນສົ່ງຕູ້ບັນທຸກສິນຄ້າ, ເຄື່ອງຂອງ ໃນການຄ້ຳປະກັນຄ່າພາສີ ແລະ ພັນທະອືື່ນ ອອກຈາກດ່ານພາສີ ຫຼື ສາງສິນຄ້າ.

+ ລົດຂົນສົ່ງນຳ້ມັນທີຍັງບໍ່ທັນໄດ້ເສຍພາສີ, ນ້ຳມັນຍົກເວັ້ນພາສີຈາກດ່ານພາສີໄປຫາສາງ, ຈາກດ່ານພາສີໄປໂຄງການ ຈາກສາງເກັບມ້ຽນນຳ້ມັນຍົກເວັ້ນໄປໂຄງການ.

+ ລົດຂົນສົ່ງຕູ້ບັນທຸກສິນຄ້າ, ເຄື່ອງຂອງ ທີ່ນຳເຂົ້າໃນການຍົກເວັ້ນ ແລະ ງົດເກັບພາສີ ອອກຈາກດ່ານພາສີ ຫຼື ສາງໄປໂຄງການ, ຈາກດ່ານຕົ້ນທາງ ໄປຫາດ່ານປາຍທາງ ບ່ອນນຳໃຊ້ສິນຄ້າ, ເຄື່ອງຂອງ ດັ່ງກ່າວ.

ຄຸນລັກສະນະສາຍລັອກ: ຊິລ ໂລຫະ (ສີກົມ) CBALE SEAL DD I mm W 30 cm 1.00 PSC (ຮູບແບບຕົງຢ່າງ):

  • ລາຄາຈຳໝ່າຍສາຍລັອກຕູ້ສິນຄ້າ ທັງສາມປະເພດ ແມ່ນ 15.000 ກີບ/1 ສາຍ.

ມາດຕາ2: ວິທີນຳໃຊ້.

  1. ສະເພາະຕູ້ບັນທຸກສິນຄ້າໃຫ້ລັອກຢູ່ຈຸດທີ່ມີກະແຈ, ຕາມຈຸດຂອງຕູ້ທີ່ມີກະແຈ ຫຼື ຕາມສະພາບຂອງຕູ້ສິນຄ້າ.
  2. ລົດຂົນສົ່ງສິນຄ້າທົ່ງໄປ ທີ່ນຳໃຊ້ຜ້າບັນຫຸ້ມລົດ ແມ່ນ ໃຫ້ນຳໃຊ້ສາຍລັອກຮັດ ຕາມສະພາບຂອງລົດແຕ່ 4-6 ຈຸດ ຮັບປະກັນບໍ່ໃຫ້ສາມາດເປິດຜ້າບັດຫຸ້ມລົດໄດ້.
  3. ລົດຂົນສົ່ງນຳ້ມັນໃຫ້ລັອກ ໃສ່ບ່ອນປິດ-ເປິດ ນ້ຳມັນເຂົ້າ-ອອກ ຫຼຶ ຈຸດທີ່ຮັບປະກັນ ບໍ່ໃຫ້ສາມາດເປິດໄຂນ້ຳມັນອອກໄດ້.
  4. QR code ແມ່ນລະຫັດນຳໃຊ້ເພື່ອກວດກາຢັ້ງຢຶນຄວາມຖືກຕ້ອງ ຂອງສາຍລັອກຕູ້ສິນຄ້າເວລາມີກໍລະນີສົງໃສມີການປອມແປງ.

ມາດຕາ3: ການຄຸ້ມຄອງ, ເບີກຈ່າຍ ແລະ ການຂື້ນແຜນຄວາມຕ້ອງການ.

  1. ພະແນກ ຈັດຕັ້ງ, ບໍລິຫານ ແລະ ການເງິນ ເປັນຜູ້ຂື້ນແຜນຜະລິດ, ຄຸ້ມຄອງ, ກວດກາ, ຕິດຕາມ ການນຳໃຊ້ ແລະ ເບີກຈ່າຍຕູ້ສາຍລັອກສິນຄ້າ ໃຫ້ແກ່ພະແນກການອ້ອມຂ້າງກົມພາສີ ແລະ ກອງຄຸ້ມຄອງພາສີ ໃນຂອບເຂດທົ່ວປະເທດ.
  2. ກອງຄຸ້ມຄອງພາສີ ເບີກຈ່າຍໃຫ້ຂະແໜງ, ກອງກວດກາພາສີປະຈຳແຂວງ ແລະ ດ່ານພາສີຊາຍແດນ ເພື່ອຄຸ້ມຄອງ ແລະ ແຈກຢາຍໃຫ້ເຈົ່້າໝ້າທີ່ຜູ້ນຳໃຊ້ຕົວຈິງ ພ້ອມທັງສະຫຼຸບລາຍງານ ການນຳໃຊ້ໃຫ້ພະແນກຈັດຕັ້ງ, ບໍລິຫານ ແລະ ການເງິນເປັນປົກກະຕິ ເດືອນ, ງວດ ແລະ ປີ.

ມາດຕາ4: ຄວາມຮັບຜິດຊອບ:

4.1 ຄວາມຮັບຜິດຊອບຕົ້ນທາງ (ກອງກວດກາພາສີປະຈຳແຂວງ ແລະ ດ່ານພາສີ)

-

-

- ເຈົ້າໜ້າທີ່ຜູ້ນຳໃຊ້ຕົວຈິງ ຕ້ອງມີບົດບັນທຶກ ການນຳໃຊ້ສາຍລັອກຕູ້ສິນຄ້າແຕ່ລະຄັ້ງ ເຊັ່ນ: ແຕ່ລະຄັນພາຫະນະ ແລະ/ຫຼື ຕູ້ບັນທຸກສິນຄ້າ ໜີບຈັກຈຸດ, ແຕ່ລະຈຸດບອກນ້ຳເບີສາຍລັອກຕູ້ສິນຄ້າ ແລະ ອື່ນໆ ....

- ສະຫຼຸບການນຳໃຊ້ ປະຈຳອາທິດ, ເດຶອນ, ງວດ ແລະ ປີ ເພື່ອລາຍງານການຄຸ້ມຄອງພາສີສັງລວມລາຍງານກົມພາສີ; ການສະເໜີຊື້ແຕ່ລະຄັ້ງໃຫ້ສົ່ງສາຍລັອກສິນຄ້າ ທີ່ຖຶກນຳໃຊ້ແລ້ວ ໃຫ້ພະນັກງານຈັດຕັ້ງ, ບໍລິຫານ ແລະ ການເງິນ ເພື່ອສັງລວມ ແລະ ກວດກາຕາມລະບຽບການ.

4.2 ຄວາມຮັບຜິດຊອບປາຍທາງ (ກອງກວດພາສີປະຈຳແຂວງ ແລະ ດ່ານພາສີ).

- ແຕ່ງຕັ້ງເຈົ້າໜ້າທີ່ພາສີໄປກວດກາສາຍລັອກ/ສິນຄ້າຕົວຈິງ ເມື່ອສິນຄ້າເຄື່ອນຍ້າຍມາຮອດປາຍທາງ.

- ເຈົ້າໜ້າທີ່ພາສີຜູ້ຖຶກແຕ່ງຕັ້ງ ກວດກາສະພາບສາຍລັອກສິນຄ້າວ່າມີສະພາບປົກກະຕິ ແລະ ຖຶກຕ້ອງຕາມລະບຽບການ ຈາກນັ້ນໃຫ້ຕັດສາຍລັອກຕູ້ທັງໝົດ ແລ້ວ ເຮັດບົດບັນທຶກການກວດກາສິນຄ້າ ແລະ ການຕັດສາຍລັອກຕູ້ໄວ້ເປັນຫຼັກຖານ, ແລ້ວໃຫ້ສົ່ງສາຍລັອກຕູ້ ໃຫ້ໝ່ວຍງານຮັບຜິດຊອຍເພື່ອສັງລວມ.

- ໝ່ວຍງານຮັບຜິດຊອບ ສະຫຼຸບສັງລວມ ໃນການຕັດສາຍລັອກຕູ້ສິນຄ້າ ແລະ ສົ່ງໃຫ້ຕົ້ນທາງປະຈຳອາທິດ, ເດືອນ ເພຶ່ອສົມທຽບໃນການນຳໃຊ້ສາຍລັອກຕູ້ສິນຄ້າປະເພດຕ່າງໆ.

4.3 ຄວາມຮັບຜິດຊອບຂອງຜູ້ປະກອບການ.

- ອຳນວຍຄວາມສະດວກໃຫ້ແກ່ເຈົ້າໜ້າທີ່ພາສີ ໃນການປະຕິບັດໜ້າທີ່ກວດກາສິນຄ້າ ແລະ ນຳໃຊ້ສາຍລັອກຕູ້ສິນຄ້າ ເພື່ອຄຸ້ມຄອງຕາມລະບຽບການ.

- ຫ້າມບໍ່ໃຫ້ນຳໃຊ້ສາຍລັອກໄປໃນທາງທີ່ບໍ່ຖືກຕ້ອງຕາມທີ່ກຳນົດໄວ້ໃນກົດໜາຍ ແລະ ລະບຽບການຢ່າງເດັດຂາດ.

ມາດຕາ5: ມາດຕະການຕໍ່ຜູ້ລະເມີດ.

5.1 ສຳລັບຜູ້ຄຸ່ມຄອງນຳໃຊ້.

ເຈົ້າໜ້າທີພາສີ ຜູ້ຄຸ້ມຄອງ ແລະ ນຳໃຊ້ສາຍລັອກຕູ້ສິນຄ້າ ທີ່ດຳເນີນບໍ່ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການທີ່ກຳນົດໄວ້, ຊຶ່ງພາໃຫ້ເກີດການຕົກເຮ່ຍເສຍຫາຍ, ມີຜົນກະທົບໃສ່ການປະຕິບັດວຽກງານວິຊາສະເພາະ.

ໂດຍສະເພາະແມ່ນການຈັດເກັບລາຍຮັບເຂົ້າງົບປະມານ ຫຼື ມີການສົມຮູ້ຮ່ວມຄິດນຳໄປນຳໃຊ້ໃນທາງທີ່ບໍ່ຖືກຕ້ອງ ຈະຖືກສຶກສາອົບຮົມ, ກ່າວເຕືອນ ຕາມແຕ່ລະກໍລະນີ ຫຼື ຖືກດຳເນີນຄະດີຕາມລະບຽບກົດໝາຍ ແລະ ລະບຽບການ ທີ່ກຳນົດໄວ້ຢ່າງເຂັ້ມງວດ.

5.2 ສຳລັບຜູ້ປະກອບການ.

ບຸກຄົນ ຜູ້ທີ່ລະເມີດ ຕາມແຈ້ງກາານແນະນຳສະບັບນີ້ ຈະຖືກສືກສາອົບຮົບ, ກ່າວເຕືອນ, ປັບໃໝ ຫຼື ຖືກດຳເນີນຄະດີທາງພາສີ ແລະ ຕ້ອງຮັບຜິດຊອບໃຊ້ແທນຄືນຄ່າເສຍຫາຍ ຫຼື ດຳເນີນມາດຕະການຕ່າງໆຕາມກົດໝາຍ ແລະ ລະບຽບການ ທີ່ກຳນົດໄວ້.

ມາດຕາ6: ມອບໃຫ້ບັນດາພະແນກ, ກອງຄຸ້ມຄອງພາສີ, ກອງກວດກາພາສີປະຈຳແຂວງ, ດ່ານພາສີຊາຍແດນ ແລະ ພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດຕາມແຈ້ງການແນະນຳສະບັບນີ້ຢ່າງເຂັ້ມງວດ.

ມາດຕາ7: ແຈ້ງການແນະນຳສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 05408/ກສພ, ລົງວັນທີ 04/06/2015, ແຈ້ງການສະບັບເລກທີ 01149/ກພສ, ລົງວັນທີ 22/02/2017 ແລະ ມີຜົນສັກສິດນັບແຕ່ມື້ລົງລາຍເຊັ່ນ ເປັນຕົ້ນໄປ.

ຮັກສາການຫົວໜ້າກົມພາສີ

ບຸນປະເສີດ ສີກຸນລະບຸດ

 

# ຫົວຂໍ້ ດາວໂຫຼດ
1 Notification on Management of the Utilization of Security Seal for Specific Tasks of Customs Administration No. 02252/CD, dated 11 May 2018 PDF
2 ແຈ້ງການແນະນໍາແຈ້ງກ່ຽວກັບການຄຸ້ມຄອງການນໍາໃຊ້ສາຍລັອກຕູ້ສິນຄ້າ ທີ່ຮັບໃຊ້ວຽກງານວິຊາສະເພາະຂອງລັດຖະການພາສີ ສະບັບເລກທີ: 02252/ກພສ, ລົງວັນທີ 11 ພຶດສະພາ 2018. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.