ໃນການນໍາເຂົ້າ ເພື່ອຈໍາໜ່າຍ ຫລື ນໍາໃຊ້ ເຄື່ອງບີນທີ່ບໍ່ມີຄົນຂັບ Unmanned Aircraft System (UAS) ຫລື ໂດຣນ (Drone) ທີ່ມີນໍ້າໜັກຫລາຍກ່ວາ 200 ກຣາມ ຂື້ນໄປ ແມ່ນຕ້ອງໄດ້ຂໍອະນຸຍາດນໍາ ກົມການບິນພົນລະເຮືອນ, ກະຊວງ ໂຍທາທິການ ແລະ ການຂົນສົ່ງ ແຕ່ຕ້ອງໄດ້ຮັບໃບຢັ້ງຢືນຄື້ນຄວາມຖີ່ສໍາລັບເຄື່ອງບິນ ໂດຣນ ຈາກ ກົມຄື້ນຄວາມຖີ່, ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເສຍກ່ອນ ອີງຕາມ ບົດແນະນໍາ ວ່າດ້ວຍການຢັ້ງຢືນ ຄື່ນຄວາມຖີ່ ສໍາລັບເຄື່ອງບີນບໍ່ມີຄົນຂັບ (Drone) ສໍາລັບພະແນກ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ແຂວງ/ນະຄອນຫລວງ ເລກທີ 0759/ກຄຖ, ລົງວັນທີ 02 ກໍລະກົດ 2019. ຈຸດປະສົງເພື່ອກໍານົດລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງການນໍາໃຊ້ ແລະ ຂັ້ນຕອນການອອກໃບຢັ້ງຢືນຄື້ນຄວາມຖີ່ ສໍາລັບເຄື່ອງບິນບໍ່ມີຄົນຂັບ ທີ່ມີນໍ້າໜັກແຕ່ 200 ກຣາມຂື້ນໄປ ແລະ ຄື້ນຄວາມຖີ່ວິທະຍຸສື່ສານ 2400 MHz – 2500 MHz (ຄວາມແແຮງຂອງກໍາລັງສົ່ງສູງສຸດ 100 mW-E.I.R.P), 5725 – 5875 (ຄວາມແແຮງຂອງກໍາລັງສົ່ງສູງສຸດ 100 mW-E.I.R.P) ຈະຕ້ອງໄດ້ມີການຂໍອະນຸຍາດນໍາໃຊ້ ເພື່ອໃຫ້ມີຄວາມເປັນເອກະພາບກັນໃນທົ່ວປະເທດ, ແນ່ໃສ່ເພື່ອຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

     ສຳລັບແບບຟອມຂໍການຢັ້ງຢືນຈາກ ກົມຄື້ນຄວາມຖີ່ ແມ່ນຕາມເອະການຄັດຕິດຢູ່ໃນບົດແນະນໍາສະບັບນີ້, ສ່ວນແບບຟອມການຂໍອະນຸຍາດຈາກ ກົມການບິນພົນລະເຮືອນ ແມ່ນຕ້ອງໄດ້ຕິດຕໍ່ພົວພັນເພີ່ມເຕີບກັບກົມທີ່ກ່ຽວຂ້ອງ.

     ເຄື່ອງບີນທີ່ບໍ່ມີຄົນຂັບ ໂດຣນ ໄດ້ແບ່ງອອກເປັນ 3 ປະເພດ ກໍ່ຄື:

1. ໂດຣນ ທີ່ມີນໍ້າໜັກ ບໍ່ເກີນ 200 ກຣາມ ທີ່ໃຊ້ເປັນຂອງຫລີ້ນທົ່ວໄປ;

2. ໂດຣນ ທີ່ມີນໍ້າໜັກລະຫວ່າງ 200 ກຣາມ ຫາ 2 ກິໂລ ທີ່ໃຊ້ເພື່ອຖ່າຍຮູບພາບ, ວີດີໂອ, ຫລີ້ນເປັນການບັນເທີງ, ກິລາ ແລະ ອື່ນໆ;

3. ໂດຣນ ທີ່ມີນໍ້າໜັກ 2 ກິໂລຂື້ນໄປ ທີ່ໃຊ້ໃນການລາຍງານສະພາບການຈາລະຈອນ, ຖ່າຍຮູບເງົາ, ຖ່າຍທອດລາຍການໂທລະພາບ ແລະ ອື່ນໆ.

ພາບປະກອບຈາກອີນເຕີເນັດ

   

      ການຢື່ນຄໍາຮ້ອງຂໍໃບຢັ້ງຢືນຄື້ນຄວາມຖີ່: ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງນໍາໃຊ້ເຄື່ອງບິນໂດຣນ ຕ້ອງຢື່ນຄໍາຮ້ອງຕໍ່ ພະແນກ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ນະຄອນຫລວງ, ແຂວງ ເພື່ອຂໍໃບຢັ້ງຢືນຄື້ນຄວາມຖີ່. ທີ່ຕ້ອງປະກອບເອກະສານດັ່ງນີ້:

1. ໃບສະເໜີ ຕາມແບບພີມຂອງກົມຄື້ນຄວາມຖີ່ (ເອກະສານຄັດຕິດ 3);

2. ສໍາເນົາບັດປະຈໍາຕົວ;

3. ສໍາເນົາໜັງສືຜ່ານແດນ (ສໍາລັບຄົນຕ່າງປະເທດ);

4. ສໍາເນົາທະບຽນວິສາຫະກິດ ແລະ ໃບອະນຸຍາດດໍາເນີນທຸລະກິດ (ສໍາລັບບໍລິສັດ/ລັດວິສາຫະກິດ);

5. ເອກະສານຂໍ້ມູນເຄື່ອງບິນໂດຣນ (Technical specification).

ພາບປະກອບຈາກອີນເຕີເນັດ

     

      ເອກະສານຂໍ້ມູນເຄື່ອງບິນໂດຣນ ປະກອບມີ: ຍີ່ຫໍ້, ໝາຍເລກປະຈໍາເຄື່ອງ, ນໍ້າໜັກ, ອຸປະກອນທີ່ຕິດຕັ້ງມາພ້ອມກັບເຄື່ອງບິນໂດຣນ, ຄວາມແຮງໃນການຮັບ-ສົ່ງຄື້ນຄວາມຖີ່ (mW) ແລະ ຄື້ນຄວາມຖີ່ ຂອງອຸປະກອນວິທະຍຸທີ່ໃຊ້ໃນການຄວບຄຸມ (MHz).

     ຄ່າທໍານຽມ ແລະ ຄ່າບໍລິການ ການຢັ້ງຢືນຄື້ນຄວາມຖີ່ ໂດຣນ ແມ່ນອີງໃສ່ລັດຖະບັນຍັດຂອງປະທານປະເທດແຫ່ງ ສປປ ລາວ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ສະບັບເລກທີ 003/ປປທ ລົງວັນທີ 26 ທັນວາ 2012 ໃນມາດຕາ 28 ຂໍ້ທີ່ 1 ແລະ ມາດຕາ 29 ຂໍ້ 2.1. ເຊິ່ງຄ່າທໍານຽມອອກໃບຢັ້ງຢືນຄື້ນຄວາມຖີ່ຂອງບົດແນະນໍາສະບັບນີ້ ແມ່ນ:

1. ຄ່າທໍານຽມ ການໃຫ້ການກວດສອບ ແລະ ຮັບຮອງມາດຕາຖານເຕັກນິກອຸປະກອນ ເຄື່ອງບິນໂດຣນ ຈໍານວນ 01 ໃບ ລວມເປັນເງິນ 50,000 ກີບ (ຫ້າສິບພັນ);

2. ຄ່າບໍລິການດ້ານວິຊາການ ການໃຫ້ການກວດສອບ ແລະ ຮັບຮອງມາດຕາຖານເຕັກນິກອຸປະກອນ ໂທລະຄົມໂດຣນ ຕໍ່ຄັ້ງ ຈໍານວນ 01 ໃບ ລວມເປັນເງິນ 100,000 ກີບ (ໜຶ່ງແສນ);

ພາບປະກອບຈາກອີນເຕີເນັດ

 

ລາຍລະອຽດເພີ່ມເຕີບຂອງ ບົດແນະນໍາ ວ່າດ້ວຍການຢັ້ງຢືນ ຄື່ນຄວາມຖີ່ ສໍາລັບເຄື່ອງບີນບໍ່ມີຄົນຂັບ (Drone) ສໍາລັບພະແນກ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ແຂວງ/ນະຄອນຫລວງ ເລກທີ 0759/ກຄຖ ລົງວັນທີ 02 ກໍລະກົດ 2019.

 

ຕິດຕໍ່ສອບຖາມເພີ່ມເຕີບ ກົມຄື້ນຄວາມຖີ່, ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເບີໂທ +856 21 833 006

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.