ລາຍເຊັນເອເລັກໂຕຣນິກ ແມ່ນຕົວອັກສອນ, ເຄື່ອງໝາຍ, ສັນຍາລັກຕົວເລກ, ສຽງ ຫຼື ສິ່ງອື່ນທີ່ສ້າງຂື້ນໃນຮູບແບບເອເລັກໂຕຣນິກທີ່ຕິດກັບຂໍ້ມູນເອເລັກໂຕຣນິກ ເພື່ອບົ່ງບອກ ແລະ ຢັ້ງຢືນ ຕົວຕົນຂອງຜູ້ລົງລາຍເຊັນ ແລະ ຄວາມຖືກຕ້ອງຂອງຂໍ້ມູນດັ່ງກ່າວ. ໃນນັ້ນ, ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ມີ 2 ລະດັບ ຄື:

ພາບປະກອບ
  • ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ (National Root Certificate Authority) ແມ່ນໜ່ວຍງານໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ແກ່ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຍ່ອຍ ເຊິ່ງແມ່ນ ສູນອິນເຕິເນັດແຫ່ງຊາດ ເປັນຜູ້ຮັບຜິດຊອບ.
  • ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຍ່ອຍ (Sub – Certificate Authority) ປະກອບມີ 4 ຂົງເຂດຍ່ອຍຄື: ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ (Public Certificate Authority), ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກພາກລັດ (Government Certificate Authority), ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຕ່າງປະເທດ (Foreigner Public Certificate) ແລະ ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກສະເພາະ(Private Certificate Authority).
ພາບປະກອບ

 

     ນອກຈາກນັ້ນ, ປະເພດບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ປະກອບມີ: ບໍລິການຢັ້ງຢືນລາຍເຊັນເອເລັກໂຕຣນິກ (Digital Certificate), ບໍລິການຢັ້ງຢືນລະບົບແມ່ຂ່າຍ (Secure Sockets Layer), ບໍລິການປະທັບເວລາ (Time Stamp) ແລະ ບໍລິການອື່ນໆ ຕາມການກໍານົດຂອງກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

     ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດໍາເນີນທຸລະກິດໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ ຕ້ອງຂໍໃບອະນຸຍາດນໍາ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ຂໍໃບຮັບຮອງລາຍເຊັນເອເລັກໂຕຣນິກ ນໍາຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ.

ພາບປະກອບ

 

     ຜູ້ຂໍໃບອະນຸຍາດດັ່ງກ່າວ ຕ້ອງປະກອບເອກະສານ ຄື: (1)ໃບຄໍາຮ້ອງ, (2)ຊີວະປະຫວັດຜູ້ບໍລິຫານ, (3)ຊີວະປະຫວັດວິຊາການເຕັກນິກ ແລະ ໃບຢັ້ງຢືນການສຶກສາ, (4)ສໍາເນົາໃບທະບຽນວິສາຫະກິດ ຫຼື ໃບຢັ້ງຢືນການສ້າງຕັ້ງ, (5)ໃບຢັ້ງຢືນທີ່ຕັ້ງສໍານັກງານ,​ (6)ບົດວິພາກເສດຖະກິດ ແລະ ແຜນເຕັກນິກ, (7)ກົດລະບຽບການໃຫ້ບໍລິການ, (8) ໃບຢັ້ງຢືນສະຖານະການເງິນຈາກທະນາຄານ ສປປ ລາວ ແລະ ເອກະສານອື່ນ ທີ່ກ່ຽວຂ້ອງ.

     ເງື່ອນໄຂພິຈາລະນາອອກໃບອະນຸຍາດໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ ຄື: ມີທຶນຈົດທະບຽນ ຕໍ່າສຸດ ສິບຕື້ ກີບ, ບໍ່ຢູ່ໃນຊ່ວງໄລຍະຖືກອາຍັດຊັບສີນ, ຢູ່ໃນຂະບວນການລົ້ມລະລາຍ ຫຼື ຖືກສານຕັດສິນເປັນຜູ້ລົ້ມລະລາບ ຕາມກົດໝາຍຂອງ ສປປ ລາວ ແລະ ບໍ່ເຄີຍຖືກຍຸບເລີກ ຫຼື ຖືກຖອນໃບອະນຸຍາດ ຈາກກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ມາກ່ອນ.

ພາບປະກອບ

 

     ໃນການພິຈາລະນາອອກໃບອະນຸຍາດ ແມ່ນ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຈະພິຈາລະນາອອກໃບອະນຸຍາດໃຫ້ບໍລິການ ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ ພາຍໃນ 45 ວັນ ນັບແຕ່ວັນໄດ້ຮັບຄໍາຮ້ອງ ພ້ອມທັງເອກະສານປະກອບ ຄົບຖ້ວນ ແລະ ຖືກຕ້ອງ ເປັນຕົ້ນໄປ. ໃນກໍລະນີໃບຄໍາຮ້ອງຖືກປະຕິເສດ ແມ່ນ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຈະແຈ້ງເຫດຜົນເປັນລາຍລັກອັກສອນ ໃຫ້ຜູ້ຍື່ນຄໍາຮ້ອງຮັບຊາບ ພາຍໃນ 10 ວັນລັດຖະການ.

     ສໍາລັບອາຍຸໃບອະນຸຍາດບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ ແມ່ນມີອາຍຸຕໍ່າສຸດ 3 ປີ ແລະ ສູງສຸດບໍ່ເກີນ 5 ປີ ເຊິ່ງສາມາດຕໍ່ໄດ້, ອາຍຸໃບອະນຸຍາດບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກພາກລັດ ແມ່ນ 1 ປີ ຫາ 3 ປີ, ອາຍຸໃບອະນຸຍາດບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຕ່າງປະເທດ ແມ່ນບໍ່ເກີນ 3 ປີ ແລະ ອາຍຸໃບອະນຸຍາດບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກສະເພາະ ບໍ່ເກີນ 5 ປີ.

ພາບປະກອບ

 

ລາຍລະອຽດ ຂໍ້ຕົກລົງ ວ່າດ້ວຍ ການດໍາເນີນກິດຈະການລາຍເຊັນເອເລັກໂຕຣນິກ, ເລກທີ 1101/ປທສ, ລົງວັນທີ 29 ພຶດສະພາ 2020.

ໝາຍເຫດ: ໃນໝວດທີ 3 ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ, ມາດຕາ 10 ການຂໍໃບອະນຸຍາດໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ, ຂໍ້ 3 ຊີວະປະຫວັດວິຊາການເຕັກນິກ ແລະ ໃບຢັ້ງຢືນການສຶກສາ ແມ່ນສາມາດສອບຖາມລາຍລະອຽດນໍາກົມທີ່ກ່ຽວຂ້ອງ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.