ອີງຕາມ ແຈ້ງການ ກ່ຽວກັບ ມາດຕະການຊົ່ວຄາວໃນການນໍາເຂົ້າຍານພາຫະນະກົນຈັກໜັກສະເພາະ, ເລກທີ 2009/ກຂອ, ລົງວັນທີ 14 ມິຖຸນາ 2021 ໄດ້ມີເນື້ອໃນອັນສໍາຄັນດ່ັງນີ້:

  1. ຜູ້ນຳເຂົ້າ ທີ່ມີຄວາມປະສົງຢາກນຳເຂົ້າ ລົດກົນຈັກໜັກສະເພາະທີ່ເປັນປະເພດລົດຂົນສົ່ງ ຕາມທີ່ໄດ້ກຳນົດໄວ້ໃນບົດແນະນຳຂອງກົມຂົນສົ່ງ ສະບັບເລກທີ 13997/ກຂສ, ລົງວັນທີ 23 ສິງຫາ 2012 ຫຼື (ຮູບ 1 ຂ້າງລຸ່ມນີ້) ເຊິ່ງປະກອບມີ: ລົດຫົວລາກ, ລົດຖອກ-ເທ, ລົດບັນທຸກຕູ້ສິນຄ້າ, ລົດບັນທຸກສິນຄ້າແຊ່ເຢັນ, ລົດເກັບກູ້ຊາກລົດ, ລົດບັນທຸກຕິດເຄື່ອງຍົກ, ລົດຂົນສົ່ງນໍ້າມັນ, ລົດບັນທຸກນໍ້າ, ລົດໂມ້ປູນ, ລົດດັບເພີງ, ຫາງລາກຕູ້ສິນຄ້າ, ຫາງລາກແບບດ້າມຍົກ, ຫາງລາກຕິດຖັງ, ຫາງລາກແບບຄໍຍົກ, ຫາງລາກແບບຮາບພຽງ ແລະ ຫາງລາກແບບທ້າຍຍົກ ແມ່ນຕ້ອງໄດ້ຍື່ນຂໍໃບອະນຸຍາດດ້ານເຕັກນິກນຳພາຫະນະກົນຈັກເຂົ້າ ແລະ ຂຶ້ນທະບຽນ ຢູ່ ສປປ ລາວ ນຳ ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ ເພື່ອກວດກາ ແລະ ຢັ້ງຢືນວ່າຍານພາຫະນະດັ່ງກ່າວຍັງບໍ່ເຄີຍຜ່ານການຂື້ນທະບຽນ ຢູ່ ສປປ ລາວ ມາກ່ອນ, ຫຼັງຈາກນັ້ນ, ຈຶ່ງປະກອບເອກະສານເພື່ອຂໍໃບອະນຸຍາດນຳເຂົ້ານຳ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະ ກຳ ແລະ ການຄ້າ ແລ້ວຈຶ່ງໄປແຈ້ງເສຍພາສີ ຕາມລະບຽບການ.
ຮູບ 1

 

  1. ການນຳເຂົ້າຍານພາຫະນະທຸກປະເພດທີ່ເປັນລົດນຳໃຊ້ແລ້ວຈາກຕ່າງປະເທດ ເພື່ອມາປ່ຽນປ້າຍນຳໃຊ້ຢູ່ ສປປ ລາວ,​ ຜູ້ນຳເຂົ້າ ຕ້ອງຄັດຕິດໃບລົບລ້າງປ້າຍທະບຽນຈາກປະເທດຕົ້ນທາງ ມາພ້ອມທຸກຄັ້ງ ຈຶ່ງຈະໄດ້ຮັບພິຈາລະນາ.
  2. ເອກະສານທີ່ນຳໃຊ້ປະກອບໃນການຂໍໃບອະນຸຍາດນຳເຂົ້າ ໂດຍສະເພາະ ໃບແຈ້ງລາຄາ (Invoice), ໃບແຈ້ງຂໍ້ມູນສິນຄ້າ (Packing) ຫຼື ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ (ໃບ CO) ຕ້ອງແມ່ນເອກະສານຢັ້ງຢືນທີ່ອອກໃຫ້ໂດຍ ບໍລິສັດ/ໂຮງງານ ຫຼື ໜ່ວຍງານ ທີ່ມີຕົວຕົນ ແລະ ສາມາດກວດສອບໄດ້. ກົມການນຳເຂົ້າ ແລະ ສົ່ງອອກ ຈະປະຕິເສດການອອກໃບອະນຸຍາດນຳເຂົ້າ ຖ້າຫາກບໍ່ສາມາດຢັ້ງຢືນຄວາມຖືກຕ້ອງຂອງເອກະສານດັ່ງກ່າວໄດ້.
  3. ໃຫ້ ບັນດາບໍລິສັດນຳເຂົ້າ ແລະ ສົ່ງອອກ ພາຫະນະ ທີ່ໄດ້ຮັບອະນຸຍາດດຳເນີນກິດຈະການກ່ອນປີ 2021 ຮີບຮ້ອນແຈ້ງຄືນ ເອກະສານ/ໜັງສື ແຕ່ງຕັ້ງ ຫຼື ມອບສິດເປັນຕົວແທນຈຳໜ່າຍຍານພາຫະນະ ໃຫ້ ກົມການນຳເຂົ້າ ແລະ ສົ່ງອອກ ຊ້າສຸດບໍ່ໃຫ້ກາຍວັນທີ 30 ມິຖຸນາ 2021. ຖ້າຮອດກຳນົດເວລາດັ່ງກ່າວແລ້ວແຕ່ບໍລິສັດຍັງບໍ່ປະກອບເອ ກະສານມາໃຫ້, ກົມການນຳເຂົ້າ ແລະ ສົ່ງອອກ ຈະໄດ້ໂຈະການດຳເນີນກິດຈະການ ແລະ ການອອກໃບອະນຸຍາດນຳເຂົ້າໄວ້ຊົ່ວຄາວ.
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.