ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຄວບຄຸມສານຊືນໃນນໍ້າສີ ຫຼື ຜະລິດຕະພັນເຄືອບ, ເລກທີ 4566/ກຊສ, ລົງວັນທີ 23 ສິງຫາ 2021. ເພື່ອກໍານົດລະບຽບການ ແລະ ມາດຕະການ ກ່ຽວກັບການຄວບຄຸມ ແລະ ຕິດຕາມ ກວດກາ ຄ່າມາດຕະຖານສ່ວນປະສົມຂອງສານຊືນໃນນໍ້າສີ ຫຼື ຜະລິດຕະພັນເຄືອບ ໃນການຜະລິດ ຫຼື ການນໍາເຂົ້ານໍ້າສີ ຫຼື ຜະລິດຕະພັນເຄືອບ ເພື່ອຮັບປະກັນບໍ່ໃຫ້ມີປະລິມານການປະສົມຂອງສານດັ່ງກ່າວ ເກີນມາດຕະຖານທີ່ກໍານົດໃວ້.

ພາບປະກອບ

     ສານຊືນ ໝາຍເຖິງ ສານຊືນທີ່ມີຊື່ເຄມີ ເລດ ສອງ ອາຊິເຕດ (Lead II acetate) ທີ່ຈັດໃນປະເພດໂລຫະໜັກ, ຈັດຢູ່ໃນກຸ່ມສີ່ເອ ຂອງຕາຕະລາງທາດມູນເຄມີ, ເລກອາຕອມ ແປດສິບສອງ, ມວນສານອາຕອມ ສອງຮ້ອຍເຈັດຈຸດສິບເກົ້າ. ຜະລິດຕະພັນເຄືອບ ໝາຍເຖິງ ຜະລິດຕະພັນທີ່ຢູ່ໃນພາວະ ແຫຼວ, ໜຽວ ຫຼື ເປັນຝຸ່ນ ທີ່ນໍາໃຊ້ ເພື່ອເຄືອບວັດສະດຸໃຫ້ເກີດຄວາມເຫຼື້ອມ, ເຄືອບເງົາ, ປ້ອງກັນການກັດເຊາະ ຫຼື ເຂົ້າໝ້ຽງ, ຕົບແຕ່ງ ເພື່ອຄວາມສວຍງາມ ຫຼື ສ້າງໃຫ້ເກີດຄຸນລັກສະນະສະເພາະໃດໜຶ່ງ.

     ອີງຕາມ ມາດຕາ 6 ການຄວບຄຸມປະລິມານສ່ວນປະສົມຂອງສານຊືນໃນນໍ້າສີ ຫຼື ຜະລິດຕະພັນເຄືອບ ທີ່ນໍາເຂົ້າ ຂອງຂໍ້ຕົກລົງສະບັບດັ່ງກ່າວມານັ້ນ ສໍາລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງນໍາເຂົ້ານໍ້າສີ ຫຼື ຜະລິດຕະພັນເຄືອບ ທີ່ມີສ່ວນປະສົມຂອງສານຊືນ ທຸກຄັ້ງຕ້ອງສະເໜີແຜນການນໍາເຂົ້າ ໂດຍມີເອກະສານຢັ້ງຢືນຜົນການວິໄຈປະລິມານສ່ວນປະສົມຂອງສານຊືນໃນນໍ້າສີ ຫຼື ຜະລິດຕະພັນເຄືອບ ຈາກຫ້ອງທົດລອງເອກະລາດທີ່ໄດ້ມາດຕະຖານຂອງປະເທດຜູ້ຜະລິດ ຫຼື ປະເທດອື່ນ ໃຫ້ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ແລະ ຕ້ອງພິຈາລະນາ ເຫັນດີ ຫຼື ບໍ່ເຫັນດີ ໃຫ້ສໍາເລັດພາຍໃນ ຫ້າ ວັນລັດຖະການ ນັບແຕ່ມື້ໄດ້ຮັບການສະເໜີເປັນຕົ້ນໄປ. ຈາກນັ້ນ, ຈຶ່ງສະເໜີຂໍການນໍາເຂົ້າຈາກຂະແໜງການອຸດສາຫະກໍາ ແລະ ການຄ້າ.

     ຄ່າມາດຕະຖານສ່ວນປະສົມຂອງສານຊືນໃນນໍ້າສີ ຫຼື ຜະລິດຕະພັນເຄືອບ ທີ່ນໍາໃຊ້ເຂົ້າໃນການຜະລິດ ແລະ ການນໍາເຂົ້າ ແມ່ນບໍ່ໃຫ້ເກີນ ເກົ້າສິບ ພີພີເອັມ (90 ppm).

     ໝາຍເຫດ: ເອກະສານຢັ້ງຢືນການຮັບຮອງຜົນການວິໄຈດັ່ງກ່າວ ທີ່ຢັ້ງຢືນການນໍາເຂົ້ານັ້ນ ຕ້ອງເກັບຮັກສາໄວ້ຢ່າງໜ້ອຍ ຫ້າ ປີ ເພື່ອເປັນຫຼັກຖານ ໃນການຕິດຕາມ ກວດກາຂອງພາກສ່ວນທີ່ກ່ຽວຂ້ອງ.

ພາບປະກອບ

 

     ອີງຕາມ ຂໍ້ຕົກລົງ ວ່າດ້ວຍ ການຂື້ນທະບຽນບັນຊີເຄມີ, ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານເຄມີ, ເລກທີ 1204/ອຄ.ກອຫ, ລົງວັນທີ 24 ທັນວາ 2020 ໝວດທີ 2 ການຂື້ນທະບຽນທາດເຄມີ ມີລາຍະອຽດດັ່ງນີ້:

1. ການສະເໜີຂຶ້ນທະບຽນບັນຊີເຄມີ

  • ຕ້ອງເປັນ​ນິຕິບຸກຄົນ​ທີ່​ໄດ້ຂຶ້ນ​ທະບຽນ​ວິ​ສາ​ຫະກິດ ​ແລະ ໄດ້ຮັບອະນຸຍາດດຳເນີນທຸລະກິດເຄມີ ຖືກຕ້ອງ​ຕາມ​ກົດໝາຍ ​ແລະ ລະບຽບ​ການ;
  • ຕ້ອງປະກອບເອກະສານ​ຍື່ນຕໍ່ກົມ​ອຸດສາຫະກຳ ​ແລະ ຫັດຖະກຳ ໂດຍ​ກົງ ຫຼື ຜ່ານລະບົບ​ເອ​ເລັກ​ໂຕຣນິກ ໂດຍເອກະສານປະກອບ ດັ່ງນີ້: (1) ໜັງສືສະເໜີຂໍຂຶ້ນທະບຽນບັນຊີເຄມີ ຕາມແບບ​ພິມ ທີ່ກົມອຸດສາຫະກຳ ແລະ ຫັດຖະກຳ ໄດ້ກຳນົດ; (2) ບົດປະເມີນຄວາມສ່ຽງເຄມີ ຕາມແບບ​ພິມ ທີ່ກົມອຸດສາຫະກຳ ແລະ ຫັດຖະກຳ ໄດ້ກຳນົດ; (3) ເອກະສານຂໍ້ມູນຄວາມປອດໄພເຄມີຂອງ​ຜູ້​ຜະລິດ ເປັນພາສາລາວ ຫຼື ພາ​ສາ​ອັງ​ກິດ; (4) ສຳເນົາໃບທະບຽນວິສາຫະກິດ, ໃບອະນຸຍາດດໍາເນີນທຸລະກິດ ​ຫຼື ໃບອະນຸຍາດລົງທຶນ ຕາມກິດຈະການການລົງທຶນ; ແລະ (5) ໃບຢັ້ງຢືນຜົນການວິເຄາະເຄມີຈາກຜູ້ຜະລິດ ຫຼື ຫ້ອງວິ​ໄຈ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຖືກ​ຕ້ອງ ໂດຍເປັນພາສາລາວ ຫຼື ພາສາອັງກິດ ໃນກໍລະນີເປັນທາດປະສົມ.

2. ການພິຈາລະນາຂຶ້ນ​ທະບຽນ​ບັນຊີ​ເຄມີ

      ພາຍຫຼັງ​​ໄດ້​ຮັບ​ເອກະສານ​ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 5 ຂອງ​ຂໍ້​ຕົກລົງ​ສະບັບ​ນີ້ ຖືກຕ້ອງ ແລະ ຄົບ​ຖ້ວນ ກົມ​ອຸດສາຫະກຳ ​ແລະ ຫັດຖະກຳ ຕ້ອງ​​ອອກ​ໃບ​ທະບຽນ​ບັນຊີ​ເຄມີ​ພາຍ​ໃນ ສິບຫ້າ ວັນ ​ລັດຖະການ.

      ໃນກໍລະນີເອ​ກະ​ສານ ບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 5 ຂອງ​ຂໍ້​ຕົກລົງ​ສະບັບ​ນີ້ ກົມ​ອຸດສາຫະກຳ ​ແລະ ຫັດຖະກຳ ຕ້ອງ​ແຈ້ງ​ເປັນ​ລາຍ​ລັກ​ອັກສອນ​ໃຫ້​ຜູ້​ສະເໜີຮັບ​ຊາບ ​ພາຍ​ໃນ ​ຫ້າ ວັນ ​ລັດຖະການ ນັບ​ແຕ່​ວັນ​ໄດ້​ຮັບ​ເອກະສານ ​ເພື່ອ​ໃຫ້​ຜູ້ສະເໜີ​ແກ້​ໄຂ​ໃຫ້​ຄົບ​ຖ້ວນ ​ແລະ ຖືກຕ້ອງ.

      ໃນ​ກໍລະນີ​ທີ່​ບໍ່​ສາມາດ​ອອກ​ໃບ​ທະບຽນບັນຊີ​ເຄມີ​ໄດ້​ ຕ້ອງ​ໄດ້​ແຈ້ງ​ເຫດຜົນ​ເປັນ​ລາຍ​ລັກ​ອັກສອນ ​ໃຫ້​ຜູ້​ສະເໜີ​ຊາບພາຍ​ໃນ ຫ້າ​ ວັນ ​ລັດຖະການ​ ນັບ​ແຕ່​ວັນ​ທີ່​ໄດ້​ຮັບ​ເອກະສານ​ຄົບ​ຖ້ວນ.

      ຄ່າທໍານຽມແມ່ນອີງໃສ່ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 ໝວດທີ 3 ຂະແໜງການ ອຸດສາຫະກໍາ ແລະ ການຄ້າ, ມາດຕາ 19 ຄ່າທໍານຽມ.

 

     ລາຍລະອຽດເພີ່ມເຕີບ ກະລຸນາຕິດຕໍ່ສອບຖາມໄດ້ທີ່

  • ພະແນກ ສິ່ງແວດລ້ອມ ແລະ ເຄມີອຸດສາຫະກໍາ, ກົມ ອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງ ອຸດສາຫະກໍາ ແລະ ການຄ້າ. ເບີໂທຕິດຕໍ່: 021 453495.
  • ພະແນກເຄມີ ແລະ ສິ່ງເສດເຫຼືອ, ກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ, ກະຊວງ ຊັບພະຍາກອນ ແລະ ສິ່ງແວລ້ອມ. ເບີໂທຕິດຕໍ່: +856 21 739016 ຫຼື ແຟັກ: 021 739 016

     ເວັບໄຊ໌: http://dpcm.monre.gov.la/

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.