ພາບປະກອບ

 

ອີງຕາມ ຄໍາແນະນໍາ ກ່ຽວກັບການຈັດຕັ້ງຜັນຂະຫຍາຍບາງເນື້ອໃນຂອງ ຄໍາສັ່ງ ເລກທີ 12/ນຍ ວ່າດ້ວຍການອໍານວຍຄວາມສະດວກ ໃຫ້ແກ່ການນໍາເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ ສປປ ລາວ, ເລກທີ 005/ຄອຄສ, ລົງວັນທີ 08 ເມສາ 2022 ເພື່ອເຮັດໃຫ້ບັນດາຂະແຫນງການຂັ້ນສູນກາງ ແລະ ອົງການ ປົກຄອງທ້ອງຖິ່ນ ຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບກັນ ແນໃສ່ ຫຼຸດເວລາການດໍາເນີນງານ ໃຫ້ໄດ້ຢ່າງ ຫນ້ອຍ 50%, ຄ່າໃຊ້ຈ່າຍ ແລະ ເອກະສານ ໃຫ້ໄດ້ຢ່າງຫນ້ອຍ 30%. ເຊິ່ງໄດ້ແບ່ງຂັ້ນຂອດ ແລະ ຂອບເຂດການຮັບຜິດຊອບຂອງແຕ່ລະຂະແໜງການທີ່ກ່ຽວຂ້ອງ ມີລາຍລະອຽດອັນສໍາຄັນດັ່ງນີ້:

1. ການອອກໃບອະນຸຍາດ ແລະ ໃບຢັ້ງຢືນ ການເຄື່ອນຍ້າຍສິນຄ້າ ພາຍໃນປະເທດ:

ໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ເປັນໃຈກາງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າ ແລະ ປັບປຸງລະບຽບການ ທີ່ຕິດພັນກັບການອອກໃບອະນຸຍາດ ແລະ ໃບຢັ້ງຢືນ ການເຄື່ອນຍ້າຍສິນຄ້າ ພາຍໃນປະເທດ, ລະຫວ່າງແຂວງ ຫາ ແຂວງ, ເມືອງ ຫາ ເມືອງ ເພື່ອຫຼຸດຜ່ອນຂັ້ນຕອນ, ເວລາ ແລະ ເອກະສານ ທີ່ບໍ່ຈໍາເປັນ ແລະ ຊ້ໍາຊ້ອນ ໂດຍສະເພາະ ການເຄື່ອນຍ້າຍ: (1)ໄມ້ຈາກປ່າທໍາມະຊາດ ແລະ ໄມ້ປູກ ຫຼື ໄມ້ຈາກສວນຟື້ນຟູ ປະເພດໄມ້ທ່ອນ, ໄມ້ຕັບ, ໄມ້ເລື່ອຍ, ອື່ນໆ; (2) ສັດ ແລະ ຜະລິດຕະພັນສັດ (ງົວ, ຄວາຍ, ມ້າ, ຫມູ, ສັດປີກ, ແກະ, ແບ້ ແລະ ອື່ນໆ), ສັດນໍາ້ ແລະ ຜະລິດຕະພັນສັດນໍ້າ (ປາ, ກຸ້ງ, ປຸ, ຫອຍ, ກົບ ແລະ ອື່ນໆ) ແລະ (3) ເຄື່ອງປ່າຂອງດົງທີ່ເປັນຢາ (ຊັບພະຍາກອນທໍາມະຊາດ ທີ່ເປັນຢາ) ແມ່ນໃຫ້ກໍານົດບັນຊີຄຸ້ມຄອງ ແລະ ກໍານົດເອກະສານປະກອບຕ່າງໆ.

2. ການອອກໃບອະນຸຍາດ ແລະ ໃບຢັ້ງຢືນ ການສົ່ງອອກໄມ້:

ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນໃຈກາງສົມທົບກັບ ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງລະບຽບການ, ກົນໄກ ແລະ ຂັ້ນຕອນ ໃນການອອກໃບ ອະນຸຍາດຢັ້ງຢືນ ສົ່ງອອກໄມ້ ແລະ ຜະລິດຕະພັນໄມ້ ແນໃສ່ຫຼຸດຜ່ອນຂັ້ນຕອນ, ເວລາ ແລະ ຄ່າໃຊ້ຈ່າຍລົງ. ພ້ອມດຽວກັນນັ້ນ, ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ເປັນໃຈກາງສົມທົບກັບກະຊວງການເງິນ ແລະ ພາກສ່ວນທີ່ ກ່ຽວຂ້ອງ ປັບປຸງລະບຽບການ, ກົນໄກ ແລະ ຂັ້ນຕອນໃນການສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ແນໃສ່ຫຼຸດຜ່ອນຂັ້ນຕອນ, ເວລາ ແລະ ຄ່າໃຊ້ຈ່າຍລົງ.

3. ການດໍາເນີນການກວດກາຢູ່ດ່ານ:

ໃຫ້ກະຊວງການເງິນ ເປັນໃຈກາງສົມທົບກັບກະຊວງກະສິກໍາ ແລະ ປ່າໄມ້, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າ ແລະ ປັບປຸງກົນໄກການ ກວດກາ ຜະລິດຕະພັນໄມ້ ແລະ ຜະລິດຕະພັນແຮ່ທາດ ໃນເວລາມາຮອດດ່ານບ່ອນສົ່ງອອກ. ໃນນັ້ນ, ໃຫ້ກະຊວງການເງິນ ເປັນໃຈກາງສົມທົບກັບກະຊວງກະສິກໍາ ແລະ ປ່າໄມ້, ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດວຽກງານບໍລິຫານຄວາມສ່ຽງ, ກົນໄກປະສານງານ ແລະ ສືບຕໍ່ພັດທະນາລະບົບແຈ້ງພາສີແບບອັດຕະໂນມັດ (ASYCUDA) ແລະ ລະບົບແຈ້ງພາສີແບບປະຕູດຽວແຫ່ງຊາດລາວ (Lao National Single Window: LNSW).

4. ການຕັ້ງຈຸດກວດກາຕາມເສັ້ນທາງ:

ໃຫ້ກະຊວງປ້ອງກັນຄວາມສະຫງົບ ເປັນໃຈກາງສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ ແລະ ປັບປຸງລະບຽບການ ທີ່ຕິດພັນກັບການກວດກາເອກະສານ ທີ່ພົວພັນກັບລົດ ແລະ ການຂັບຂີ່. ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປະເມີນຄືນການຈັດຕັ້ງ ປະຕິບັດວຽກງານກວດການໍ້າຫນັກ ແລະ ຂະຫນາດຂອງລົດບັນທຸກ ແລະ ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງການເງິນ ແລະ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ແນະນໍາເຈົ້າຫນ້າທີ່ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.