ເພື່ອຮັບປະກັນຄວາມເປັນເອກະພາບໃນການຈັດຕັ້ງຜັນຂະຫຍາຍເນື້ອໃນ ແຈ້ງການຂອງຫ້ອງວ່າການລັດຖະບານ ເລກທີ 790/ຫລບ.ກລຂ ລົງວັນທີ 21 ພຶດສະພາ 2015, ແລະ ເລກທີ 1360/ຫລບ.ກສສ, ລົງວັນທີ 18 ສິງຫາ 2015 ໃຫ້ມີຜົນສັກສິດ ແລະ ປະກົດຜົນເປັນຈິງ. ກະຊວງ ອຄ ​ໄດ້ອອກ ຄໍາສັ່ງແນະນໍາ ເລກທີ 1812/ອຄ. ກຂອ ລົງວັນທີ 4 ກັນຍາ 2015 ​ກ່ຽວກັບ​ການ​ຜັນ​ຂະຫຍາຍ 02 ​ແຈ້ງ​ການດັ່ງກ່າວ​ຂ້າງ​ເທິງ ໂດຍບໍ່ອະນຸຍາດໃຫ້ສົ່ງອອກໄມ້ທ່ອນ, ໄມ້ຕີຕັບ ແລະ ໄມ້ເລື່ອຍແປຮູບ ທຸກປະເພດ ອອກໄປຕ່າງປະເທດ, ຖ້າຈະສົ່ງອອກແມ່ນໃຫ້ປຸງແຕ່ງສໍາເລັດຮູບ​ເສຍກ່ອນ. ສໍາລັບ​ໄມ້​ປູກ​ແມ່ນ​ສົ່ງ​ເສີມ​ໃຫ້​ມີ​ການ​ປຸງ​ແຕ່ງ​ຢູ່​ພາຍ​ໃນ, ຖ້າບໍ່ສາມາດປຸງແຕ່ງໄດ້ແມ່ນອະນຸຍາດໃຫ້ສົ່ງອອກເປັນທ່ອນ ບົນພື້ນຖານການຢັ້ງຢືນຄວາມຖືກຕ້ອງຂອງແຫຼ່ງທີ່ມາ ແລະ ປະກອບເອກະສານຜ່ານຂະແໜງການທີ່ກ່ຽວຂ້ອງ ຕາມທີ່ໄດ້ກໍານົດໄວ້ໃນແຈ້ງການວ່າດ້ວຍຂັ້ນຕອນການອອກອະນຸຍາດນໍາເຂົ້າ ແລະ ສົ່ງອອກໄມ້ປູກ ສະບັບເລກທີ 1791/ອຄ.ກຂອ, ລົງວັນທີ 15 ກັນຍາ 2011, ແຈ້ງການເພິ່ມເຕີມສະບັບເລກທີ 1135/ຫອຄ.ກຂອ, ລົງວັນທີ 6 ພຶດສະພາ 2014 ແລະ ລະບຽບກົດໝາຍອື່ນໆທີ່​ກ່ຽວຂ້ອງ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.