ອີງຕາມ ຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ເລກທີ 0795/ກປ, ລົງວັນທີ 18 ເມສາ 2019:  ສັດ ແລະ ຜະລິດຕະພັນສັດ ທີ່ຕ້ອງໄດ້ຂໍອະນຸຍາດນຳເຂົ້າ ແມ່ນປະເພດສັດ ແລະ ຜະລິດຕະພັນສັດ ເພື່ອຈຸດປະສົງເປັນທຸລະກິດ-ການຄ້າ ຕາມທີໄດ້ກຳນົດໄວ້ໃນ ເອກະສານຊ້ອນທ້າຍ 1 ຂອງຂໍ້ຕົກລົງສະບັບເລກທີ 0795/ກປ, ລົງວັນທີ 18 ເມສາ 2019 (ກົດເຂົ້າເບິ່ງທີ່ນີ້) ດັ່ງນີ້: ປະເພດ ງົວ, ຄວາຍ, ໝູ, ແກະ, ແບ້, ມ້າ, ລໍ, ລາ, ສັດປີກ, ໝາ, ແມວ, ສັດປ່າ, ກວາງລ້ຽງ, ນົກກະຈອກເທດ ແລະ ນົກອີມູ (ທີ່ມີຊີວິດ); ນໍ້າເຊື້ອຂອງໝູ, ງົວ, ຄວາຍ, ແກະ ແລະ ແບ້; ຕົວອ່ອນຂອງ ງົວ ແລະຄວາຍ; ໄຂ່ເຊື້ອ ແລະ ລູກສັດປີກອາຍຸ 1 ວັນ; ຊີ້ນ ແລະ ຜະລິດຕະພັນທີ່ບໍລິໂພກໄດ້ຂອງ ໝູ, ງົວ, ຄວາຍ, ແກະ, ແບ້ ກວ້າງລ້ຽງ, ນົກກະຈອກເທດ ແລະ ນົກອີມູ; ຜະລິດຕະພັນທີ່ກິນບໍ່ໄດ້ຂອງ ງົວ, ຄວາຍ, ໝູ, ແກະ, ແບ້, ມ້າ, ລໍ, ລາ, ສັດປີກ ແລະ ສັດປ່າ; ແລະ ອື່ນໆ ຕາມທີ່ກະຊວງກະສິກຳ ແລະ ປ່າໄມ້ ນຳກົດໃນແຕ່ລະໄລຍະ ເຊິ່ງມີແຜ່ນວາດ ແລະ ລາຍລະອຽດຂອງຂັ້ນຕອນການຂໍອະນຸຍາດດັ່ງກ່າວນີ້:

ແຜນວາດຂັ້ນຕອນການຂໍໃບອະນຸຍາດນຳເຂົ້າ, ຜ່ານແດນ, ແລະ ສົ່ງອອກສັດ ແລະ ຜະລິດຕະພັນສັດ ທີ່ອະນຸຍາດ

ເມື່ອຜຸ້ນຳເຂົ້າທິີ່ມີຈຸດປະສົງ ສະເໜີຂໍອະນຸຍາດນຳເຂົ້າສັດ ແລະ ຜະລິດຕະພັນສັດ ມາຍັງ ສປປ ລາວ ມີລາຍລະອຽດແຕ່ລະຂັ້ນຕອນ ດັ່ງນີ້:
1. ຜູ້ນຳເຂົ້າ ກະກຽມເອກະສານ ເພື່ອສະເໜີຂໍອະນຸຍາດນຳເຂົ້າສັດ ແລະ ຜະລິດຕະພັນສັດ ນຳກົມລ້ຽງສັດ ແລະ ການປະມົງ ຊຶ່ງຕ້ອງເອການສານປະກອບ ຄືດັ່ງນີ້:

1) ໃບຄຳຮ້ອງຂໍອະນຸຍາດນຳເຂົ້າ ຕາມທີ່ໄດ້ກຳນົດໄວ້ໃນ ເອກະສານຊ້ອນທ້າຍ 3 ຂອງຂໍ້ຕົກລົງສະບັບເລກທີ 0795/ກປ, ລົງວັນທີ 18 ເມສາ 2019 (ກົດທີ່ນີ້ເພື່ອເບິ່ງ ແລະ ດາວໂຫຼດ ແບບຟອມໃບຄຳຮ້ອງ);
2) ສຳເນົາ ບັດປະຈຳຕົວ ຫຼື ສຳມະໂນຄົວ;
3) ສຳເນົາ ໜັງສືເດີນທາງ ( ຖ້າເປັນຄົນຕ່າງປະເທດ );
4) ໃບມອບສິດ ( ຖ້າໃຫ້ຄົນອື່ນມາແລ່ນເອກະສານແທນ );
5) ສຳເນົາ ໃບທະບຽນວິສາຫະກິດ.

ເອກະສານເພີ່ມເຕີມອື່ນ ໃນມື້ນຳສິນຄ້າເຂົ້າຕົວຈິງ ມີ ດັ່ງນີ້:
1) ໃບຢັ້ງຢືນສຸຂະພາບສັດ ຫຼື ສຸຂານາໄມສັດ ຈາກອົງການຄຸ້ມຄອງວຽກງານສັດຕະວະແພດຂອງປະເທດຕົ້ນທາງ;
2) ສຳເນົາ ໃບຂົນສົ່ງສິນຄ້າ ຫຼື Bill of Lading/Airway Bill ກໍລະນີຂົນສົ່ງທາງທ່າເຮືອ ຫຼື ເຮືອບິນ;
3) ສຳເນົາ ໃບຢັ້ງຢືນກຳມະພັນສັດ ຖ້ານຳສັດມາເປັນແນວພັນ;
4) ສຳເນົາ ໃບຢັ້ງຢືນການສັກຢາກັນພະຍາດສັດ (ໃນກໍລະນີທີ່ ສປປ ລາວ ຮຽກຮ້ອງ)

ນອກຈາກເອກະສານທີ່ຕ້ອງປະກອບໃນການຂໍອະນຸຍາດນຳເຂົ້າທີ່ກ່າວມາຂ້າງເທິງນັ້ນ ຜູ້ນຳເຂົ້າ ຕ້ອງປະຕິບັດຕາມເງື່ອນໄຂການນຳເຂົ້າສັດ ແລະ ຜະລິດຕະພັນສັດ ທີ່ໄດ້ກຳນົດໄວ້ໃນ ເອກະສານຊ້ອນທ້າຍ 2 ຂອງຂໍ້ຕົກລົງສະບັບເລກທີ 0795/ກປ, ລົງວັນທີ 18 ເມສາ 2019 (ກົດເຂົ້າເບິ່ງທີ່ນີ້).

2. ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້ ກວດເອກະສານ ພ້ອມທັງປະເມີນຄວາມສ່ຽງຕາມເງື່ອນໄຂທີ່ໄດ້ກຳນົດໄວ້ໃນ ເອກະສານຊ້ອນທ້າຍ 2 ຂອງຂໍ້ຕົກລົງສະບັບເລກທີ 0795/ກປ, ລົງວັນທີ 18 ເມສາ 2019  ແລະ ພິຈາລະນາຄຳຮ້ອງ.

3. ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້ ເຊັນ ແລະ ອອກໃບຂໍອະນຸຍາດນຳເຂົ້າສັດ ແລະ ຜະລິດຕະພັນສັດ ພາຍໃນ 05 ວັນ ລັດຖະການ (ໃນກໍລະນີທີ່ເອກະສານຄົບຖ້ວນ). (ເບິ່ງຮ່າງໃບອະນຸຍາດ)

4. ຜູ້ປະກອບການ ຮັບໃບອະນຸຍາດນຳເຂົ້າ, ທີ່ ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້.

ແບບຟອມ
ມາດຕະການ
Step-by-Step Guide
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.