ອີງຕາມ ຂໍ້ຕົກລົງ ວ່າດ້ວຍລາຍການສິນຄ້າທີ່ຕ້ອງຂໍອະນຸຍາດກ່ອນການນໍາເຂົ້າ ຫຼື ສົ່ງອອກ ເລກທີ 0333/ອຄ, ລົງວັນທີ 22 ມີນາ 2022, ການນຳເຂົ້າ ຫຼື ສົ່ງອອກ ຍານພາຫະນະທາງບົກທຸກປະເພດທີ່ແລ່ນດ້ວຍເຄື່ອງຈັກ ຍົກເວັ້ນລົດບັນທຸກເບົາຊະນິດ 3 ລໍ້ ແມ່ນຕ້ອງໄດ້ຂໍອະນຸຍາດກັບ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ.

ສຳລັບລະບຽບການສະເພາະທີ່ຄຸ້ມຄອງ ການນຳເຂົ້າ ແລະ ສົ່ງອອກ ຍານພາຫະນະ ແມ່ນ ຂໍ້ຕົກລົງ ວ່າດ້ວຍ ລະບຽບການຂໍອະນຸຍາດ ນຳເຂົ້າ ແລະ ການຈຳໜ່າຍ ລົດ ຢູ່ ສປປ ລາວ ເລກທີ 0075/ອຄ.ກຂອ ລົງວັນທີ 13 ມັງກອນ 2012.

ການຂໍອະນຸຍາດນຳເຂົ້າຍານພາຫະນະທາງບົກ ເພື່ອຈຳໜ່າຍ ແມ່ນຕ້ອງຂໍອະນຸຍາດນຳເຂົ້າເປັນແຕ່ລະຄັ້ງ ເຊິ່ງມີຂັ້ນຕອນດັ່ງນີ້:

1. ຜູ້ນຳເຂົ້າ ກະກຽມເອກະສານ ເພື່ອຍື່ນຂໍອະນຸຍາດນຳເຂົ້າ ຄື:

-       ໃບຄຳຮ້ອງ (ດາວໂຫຼດ ທີ່ນີ້)
-       ແບບຟອມໃບອະນຸຍາດນຳເຂົ້າ (ດາວໂຫຼດ ທີ່ນີ້)
-       ສຳເນົາໃບທະບຽນວິສາຫະກິດ (ກໍລະນີຍື່ນຄັ້ງທຳອິດ ແມ່ນຖືໃບແທ້ໄປນຳ)
-       ສຳເນົາໃບຢັ້ງຢືນການມອບພັນທະອາກອນປະຈຳປີ (ກໍລະນີຍື່ນຄັ້ງທຳອິດ ແມ່ນຖືໃບແທ້ໄປນຳ)
-       ໃບແຈ້ງລາຄາ
-       ໃບຫຸ້ມຫໍ່ສິນຄ້າ
-       ໃບອະນຸຍາດທາງດ້ານເຕັກນິກ (ສຳລັບກໍລະນີການນຳເຂົ້າລົດກົນຈັກໜັກມືສອງ). 

2. ຜູ້ນຳເຂົ້າ ຈ່າຍຄ່າທຳນຽມ 10,000 ກີບ ທີ່ ພະແນກການເງິນ, ຫ້ອງການກະຊວງ ອຸດສາຫະກຳ ແລະ ການຄ້າ. ຫຼັງຈາກນັ້ນ ນຳໃບບິນດັ່ງກ່າວ ພ້ອມດ້ວຍເອກະສານຂ້າງເທິງທັງໝົດ ຍື່ນທີ່ ຂາເຂົ້າ-ຂາອອກ ຂອງ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ.

3. ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ພິຈາລະນາຄຳຮ້ອງ ພາຍໃນ 01 ວັນ ລັດຖະການ. ໃນກໍລະນີທີ່ ຫົວໜ່ວຍທຸລະກິດນຳເຂົ້າເປັນຄັ້ງທຳອິດ, ເຈົ້າໜ້າທີ່ຈະຕ້ອງໄດ້ລົງກວດພື້ນຖານໂຄງລ່າງ (ຫ້ອງວາງສະແດງ, ສູນບໍລິການຫຼັງການຂາຍ, ແລະ ສາງສິນຄ້າ) ກ່ອນ.

-       ໃນກໍລະນີທີ່ ເອກະສານ ຄົບຖ້ວນ ແລະ ຖືກຕ້ອງ, ກົມການນຳເຂົ້າ ແລະ ສົ່ງອອກ ຈະພິຈາລະນາອອກ ໃບອະນຸຍາດນຳເຂົ້າ.

-       ໃນກໍລະນີທີ່ເອກະສານບໍ່ຖືກຕ້ອງ, ກົມການນຳເຂົ້າ ແລະ ສົ່ງອອກ ຈະແຈ້ງໃຫ້ຜູ້ປະກອບການຊາບ ເພຶື່ອປະກອບເອກະສານຄືນໃໝ່.

4. ເມື່ອເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມການນຳເຂົ້າ ແລະ ສົ່ງອອກ ຈະເຊັນ ແລະ ອອກ ໃບອະນຸຍາດນຳເຂົ້າ. 

5. ຜູ້ນຳເຂົ້າ ຮັບໃບອະນຸຍາດນຳເຂົ້າຍານພາຫະນະທາງບົກເພື່ອຈຳໜ່າຍ ທີ່ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ.

 

ເມື່ອຜູ້ປະກອບການ ໄດ້ຮັບໃບອະນຸຍາດນຳເຂົ້າຍານພາຫະນະເພື່ອຈຳໜ່າຍແລ້ວ ແມ່ນໃຫ້ຍື່ນຄຳຮ້ອງຂໍໃບອະນຸຍາດທາງດ້ານເຕັກນິກ ກັບ ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ (ກະຊວງ ຍທຂ). ຍົກເວັ້ນ ການນຳເຂົ້າລົດກົນຈັກໜັກມືສອງ ທີ່ໄດ້ຂໍໃບອະນຸຍາດທາງດ້ານເຕັກນິກແລ້ວ. ເບິ່ງຂັ້ນຕອນການຂໍໃບອະນຸຍາດທາງດ້ານເຕັກນິກ.

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
1 ຄຳຮ້ອງ ຂໍໃບອະນຸຍາດ ນຳເຂົ້າ ສິນຄ້າ ຄຳຮ້ອງນີ້ ໃຊ້ສຳລັບການຂໍໃບອະນຸຍາດນຳເຂົ້າສິນຄ້າ ຢູ່ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ. ກະຊວງ ອຸດສາຫະກຳ ແລະ ການຄ້າ PDF
2 ແບບຟອມໃບຂໍອະນຸຍາດນຳເຂົ້າ ແບບຟອມໃບຂໍອະນຸຍາດນຳເຂົ້າ (ລົດ, ພາຫະນະ, ນ້ຳມັນ, ນ້ຳມັນເຊື້ອໄຟ, ອາຍແກັສ, ເພັດຫຍາບ) ກະຊວງ ອຸດສາຫະກຳ ແລະ ການຄ້າ DOCX
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
1 ຕ້ອງຂໍອະນຸຍາດນຳເຂົ້າ : ຍານພາຫະນະທາງບົກ ທຸກປະເພດ ຍານພາຫະນະທາງບົກ ທຸກປະເພດທີ່ແລ່ນດ້ວຍ ເຄື່ອງຈັກ, ຍົກເວັ້ນລົດສາມລໍ້ (8701.20; 8701.30.20; 8701.90; 8702; 8703; 8704; 8705 ແລະ 8711) ຕ້ອງໄດ້ຮັບອະນຸຍາດນຳເຂົ້າຈາກກົມ ຂອ, ກະຊວງ ອຄ ແລະ ຕ້ອງໄດ້ຕາມເງື່ອນໄຂທີ່ລະບຸໂດຍກະຊວງ ໂຍທາທິການ ແລະ ຂົນສົ່ງ ຕ້ອງມີໃບອະນຸຍາດ ກະຊວງ ອຸດສາຫະກຳ ແລະ ການຄ້າ ເພື່ອເກັບກໍາສະຖິຕິ ຂໍ້ຕົກລົງ ວ່າດ້ວຍ ລະບຽບການຂໍອະນຸຍາດ ນຳເຂົ້າ ແລະ ການຈຳໜ່າຍ ລົດ ຢູ່ ສປປ ລາວ ເລກທີ 0075/ອຄ.ກຂອ 9999-12-31 ສິນຄ້າ
2 ຄ່າບໍລິການ - ໃບອະນຸຍາດນໍາເຂົ້າ ສິນຄ້າ ຄ່າບໍລິການໃນການອອກໃບອະນຸຍາດນໍາເຂົ້າ ສິນຄ້າ ພາຍໃຕ້ການຄວບຄຸມຂອງກົມການນໍາເຂົ້າ ແລະ ສົ່ງອອກ ເຊັ່ນ: ຍານພາຫະນະ, ນໍ້າມັນເຊື້ອໄຟ, ອາຍແກ໊ສ ແລະ ອື່ນໆ ແມ່ນ 10,000 ກີບ/ຊຸດ ພັນທະທີ່ຕ້ອງຈ່າຍ ກະຊວງ ອຸດສາຫະກຳ ແລະ ການຄ້າ ເພື່ອບໍລິຫານວິຊາການ ແລະ ຊຸກຍູ້ຄັງເງິນຂອງລັດ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 9999-12-31 ສິນຄ້າ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.