ກາ​ນນໍາ​ເຂົ້າ ​ແລະ ການສົ່ງ​ອອກ

ຖ້າ​ທ່ານ​ແມ່ນ​ຜູ້​ນໍາ​ເຂົ້າ ຫຼື ຜູ້ສົ່ງ​ອອກ ​ຫຼື ນັກ​​ເດີນທາງ​ທີ່​ເດີນທາງ​ເຂົ້າ ຫຼື ອອກ​ຈາກ​ປະ​ເທດ​ລາວ ບັນດາຂໍ້ມູນໃນ ໜ້າ​ເວັບ​ເຫຼົ່ານີ້​ຈະ​ຊ່ວຍໃຫ້ທ່ານ​ເຂົ້າ​ໃຈ ​ສິ່ງ​ທີ່​ທ່ານ​ຈໍາ​ເປັນ​ຕ້ອງ​ປະຕິບັດ​ ເພື່ອ​ນໍາ​ເຂົ້າ ​ແລະ ສົ່ງ​ອອກສິນຄ້າ ຫຼື ສິ່ງ​ຂອງ​ອື່ນໆ.

ກົດທີ່​ນີ້ ຖ້າ​ທ່ານ​ຕ້ອງການ​ຮູ້​ວິທີ ນໍາ​ເຂົ້າ ສິນຄ້າ​ທາງ​ການ​ຄ້າ ​ເຂົ້າ​ມາ​ໃນ​ປະ​ເທດ​ລາວ.

ກົດທີ່​ນີ້ ຖ້າ​ທ່ານ​ຕ້ອງການ​ຮູ້​ວິທີ ສົ່ງ​ອອກ ສິນຄ້າ​ທາງ​ການ​ຄ້າ​ຈາກ​ປະ​ເທດ​ລາວ.

ກົດທີ່​ນີ້ ຖ້າ​ທ່ານ​ມີ​ຈຸດປະສົງ​ຂົນ​ສົ່ງ​ສິນຄ້າ​ຂ້າມ​ດ່ານ​ສາກົນ​ຜ່ານດິນ​ແດນ​ຂອງ​ປະ​ເທດ​ລາວ (ຂົນ​ສົ່ງ​ຜ່ານ).

ກົດທີ່​ນີ້ ຖ້າ​ທ່ານ​​ແມ່ນ ນັກ​ເດີນທາງ ທີ່​ກໍາລັງມາຮອດ ຫຼື ອອກຈາກ​ເດີ່ນ​ບິນ ຫຼື ຂ້າມ​ດ່ານ​ຊາຍ​ແດນ​ທາງບົກ​ໃດ​ໜຶ່ງ.

ສຳລັບ​ເຫດຜົນ​ດ້ານ​ສາທາລະ​ນະ​ສຸກ, ການ​ນໍາ​ເຂົ້າ​ສິນ​ຄ້າ​ກະສິກໍາ ໂດຍສະ​ເພາະພືດ, ສັດ, ປາ, ອາຫານ ແລະ ຢາ ຕ້ອງ​ໄດ້​ປະຕິບັດ​ຕາມ​ລະບຽບ​ການ​ຕ່າງໆ ​ທີ່​ກຳນົດ​ໃຫ້​ມີ​ເອກະສານ​ສະ​ເພາະ​ເພື່ອ​ແຈ້ງ​ຕໍ່ ​ແລະ ​ໄດ້​ຮັບ​ອະນຸມັດ​ຈາກ​ໜ່ວຍ​ງານ​ທີ່​ຮັບຜິດຊອບ​ ເຊິ່ງທ່ານຕ້ອງໄດ້ປະຕິບັດຕາມກົດລະບຽບທີ່ກ່ຽວຂ້ອງ ທີ່ໄດ້ບັງຄັບ​ໃຊ້  ​ແລະ ພັນ ທະ​ສະ​ເພາະ​ທີ່​ຕ້ອງ​ປະຕິບັດ​ຕາມ. ກົດທີ່​ນີ້ ສໍາລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ນໍາ​ເຂົ້າສິນຄ້າ​ປະ​ເພດ​ເຫຼົ່ານີ້.

ຖ້າ​ທ່ານ​ແມ່ນ ຕົວ​ແທນ​ແລ່ນ​ເອກະ​ສານ ຫຼື ຕົວ​ແທນ​ຂົນ​ສົ່ງ ທີ່​ຮັບຜິດຊອບພາຫະ​ນະ ຫຼື ຍານ​ຍົນ​ທີ່​ນໍາ​ໃຊ້​ໃນ​ການລຳລຽງ​ຂົນ​ສົ່ງ​​ທາງ​ການ​ຄ້າ ທ່ານ​ຍັງ​ມີ​ພັນທະ​ສະ​ເພາະຕໍ່ກັບ​​​ຂໍ້​ກຳນົດ​ກົດ​ລະບຽບ ຂອງບັນດາ​ໜ່ວຍ​ງານ​ທີ່​ກ່ຽວ ຂ້ອງ. ກົດທີ່​ນີ້ ​ເພື່ອ​ຊອກ​ຮູ້​ເພີ່ມ​ເຕີມ.

ການ​ນໍາ​ເຂົ້າ ​ແລະ ການ​ສົ່ງ​ອອກ​​ສິນຄ້າແມ່ນ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ກົດໝາຍ ​ແລະ ກົດ​ລະບຽບ​ການຈຳນວນ​ໜຶ່ງ. ສິ່ງ​ເຫຼົ່ານີ້​ມີ​ຢູ່​ໃນ​ໜ້າບົດ​ຄວາມ​ກົດໝາຍ ຂອງ​ເວັບ​ໄຊທ໌​ນີ້. ກົດທີ່​ນີ້​ ເພື່ອ​ຄົ້ນ​ຫາກົດໝາຍ ແລະ ລະບຽບການ ທີ່​ກ່ຽວຂ້ອງ​ທັງ​ໝົດ.

ທຸກ​ການລະ​ເມີດ​ກົດໝາຍ​ ຫຼື ກົດ​ລະບຽບ​ພາສີຈະ​ປະກອບ​ເປັນຄວາມ​ຜິດ​ທີ່​ອາດ​ຈະ​ກໍ່​ໃຫ້​ເກີດ​ການ​ປັບ​ໃໝ ຫຼື ການ​ດຳ​ເນີນ​ຄະດີ​ທາງ​ກົດໝາຍ ອີງ​ຕາມ​ລະດັບ​ຄວາມ​ຮຸນ​ແຮງ​ຂອງ​ຄວາມຜິດ. ກົດທີ່​ນີ້ ​ເພື່ອ​ເບິ່ງ​ສັງ​ລວມຄວາມ​ຜິດ ​ແລະ ການລົງ​ໂທດ ເຊັ່ນດຽວກັນກັບຂໍ້ມູນກ່ຽວກັບການອຸທອນ ແລະ ການຕົກລົງແກ້ໄຂ.

ທ່ານສາມາດດາວໂຫລດຄຳແນະນຳໃນການນຳເຂົ້າ ແລະ ສົ່ງອອກນີ້ໃນຮູບແບບຂອງ PDF ໂດຍການກົດລິ້ງນີ້: ຄຸ່ມືການນຳເຂົ້າ ແລະ ສົ່ງອອກ.

 

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.