ກ່ອນການນໍາເຂົ້າຢາ ເພື່ອຮັກສາພະຍາດເຂົ້າມາ ສປປ ລາວ ຜູ້ນໍາເຂົ້າຕ້ອງໄດ້ຮັບໃບຢັ້ງຢືນ ຈາກກະຊວງສາທາລະນະສຸກເສັຍກ່ອນ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ຕົກລົງສະບັບເລກທີ456/ກຊສ, ລົງວັນທີ 19 ເມສາ 2016 ວ່າດ້ວຍການຄຸ້ມຄອງຢາ ຫຼື ສານເສບຕິດ, ອອກລິດຕໍ່ຈິດປະສາດ ແລະ ສານເຄມີຕົ້ນ.
ຂົ້ນຕອນ 1
ຜູ້ປະກອບການສາມາດຊື້ໃບສະເໜີກັບກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ. ກົດທີ່ນີ້ ເພື່ອກວດເບິ່ງແບບຟອມໃບສະເໜີ. ກົດທີ່ນີ້ ເພື່ອກວດເບິ່ງລາຍການເອກະສານທີ່ຈໍາເປັນສໍາລັບການຈົດທະບຽນຢາ. ກົດທີ່ນີ້ ເພື່ອກວດເບິ່ງຄືນລາຍການເອກະສານທີ່ຈໍາເປັນສໍາລັບການຕໍ່ທະບຽນຢາ.
ຂັ້ນຕອນ 2
ການສະເໜີແຜນການນໍາເຂົ້າ ຕ້ອງປະກອບໄປພ້ອມກັບເອກະສານສະໜັບສະໜຸນຈໍານວນໜຶ່ງ. ລາຍລະອຽດຂອງເອກະສານອາດຈະແຕກຕ່າງກັນໄປ ຕາມປະເພດຂອງຜະລິດຕະພັນ. ໃນກໍລະນີທີ່ມີຂໍ້ສົງໄສ ທ່ານສາມາດສອບຖາມເພີ່ມເຕີມໄດ້ຈາກ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ.
ຂັ້ນຕອນ 3
ກະຊວງສາທາລະນະສຸກຈະໃຫ້ຜູ້ນໍາເຂົ້າສະໜອງຕົວຢ່າງຜະລິດຕະພັນເພື່ອວິເຄາະ. ການນໍາເຂົ້າຕົວຢ່າງກໍສາມາດສະເໜີໂດຍນໍາໃຊ້ແບບຟອມທີ່ມີໃຫ້. ກົດທີ່ນີ້ ເພື່ອເບິ່ງຕົວຢ່າງໃບສະເໜີນໍາເຂົ້າຕົວຢ່າງຢາ ເພື່ອຈົດທະບຽນ.
ຂັ້ນຕອນ 4
ພາຍຫຼັງທີ່ແຜນການນໍາເຂົ້າໄດ້ຮັບການອະນຸມັດຈາກ ກະຊວງສາທາລະນະສຸກແລ້ວກໍຈະອອກໃບຢັ້ງຢືນການຈົດທະບຽນ ພ້ອມດ້ວຍເງື່ອນໄຂຂໍ້ປະຕິບັດ ຈໍານວນໜຶ່ງທີ່ຜູ້ນໍາເຂົ້າຕ້ອງໄດ້ປະຕິບັດທຸກໆຄັ້ງທີ່ນໍາເຂົ້າ. ໃບຢັ້ງຢືນການຈົດທະບຽນນັ້ນມີອາຍຸຢູ່ໄລຍະໜຶ່ງ. ສໍາລັບການນໍາເຂົ້າແຕ່ລະຄັ້ງ ຜູ້ນໍາເຂົ້າ ຕ້ອງໄດ້ສະເໜີຂໍໃບອະນຸຍາດນໍາເຂົ້າຈາກກະຊວງສາທາລະນະສຸກ. ກົດທີ່ນີ້ ເພື່ອກວດເບິ່ງຂະບວນການຂັ້ນຕອນໃນການສະເໜີຂໍໃບອະນຸຍາດນໍາເຂົ້າ.
ຂັ້ນຕອນ 5
ຜູ້ສະເໜີຮັບໃບຈົດທະບຽນ ຫຼື ໃບອະນຸຍາດ. ສໍາລັບໃບຈົດທະບຽນມີອາຍຸໃຊ້ງານສອງປີ ພາຍຫຼັງສອງປີ ຜູ້ປະກອບການຕ້ອງໄດ້ສະເໜີຂໍຕໍ່ການຈົດທະບຽນຄືນໃໝ່.
ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່: ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ.
ບ້ານທາດຂາວ, ຖະໜົນສີເມືອງ, ນະຄອນຫຼວງວຽງຈັນ, ສປປລາວ
ໂທລະສັບ: +(856-21) 214013
ໂທລະສານ: +(856-21) 214015
ເວັບໄຊທ໌: www.fdd.gov.la
ອີເມວ: info@fdd.gov.la
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.