ຫາກທ່ານຕ້ອງການນໍາເຂົ້າຜະລິດຕະພັນອາຫານ ທ່ານຄວນກວດເບິ່ງຂະບວນການນໍາເຂົ້າດັ່ງລຸ່ມນີ້. ຜະລິດຕະພັນອາຫານ ໝາຍເຖິງຜະລິດຕະພັນ ປະເພດສັດ ຫຼື ພືດຜັກທີ່ໄດ້ຜ່ານຂະບວນການຜະລິດ ຫຼື ຫຸ້ມຫໍ່ແລ້ວ. ຫາກທ່ານນໍາເຂົ້າສັດ ຫຼື ປາແຊ່ແຂງ ກະລຸນາຕິດຕາມຂະບວນການຂັ້ນຕອນ ລຸ່ມນີ້. ກົດທີ່ນີ້ ເພື່ອກວດເບິ່ງລາຍລະອຽດ.


 


Note 1

ຜູ້ນໍາເຂົ້າທີ່ຕ້ອງການຜະລິດຕະພັນອາຫານ ຕ້ອງສະເໜີເອກະສານຫຼາຍຊະນິດ ຕໍ່ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ເພື່ອຂໍໃບອະນຸຍາດ ນໍາເຂົ້າ. ຜູ້ນໍາເຂົ້າຕ້ອງຂຽນຕາມແບບຟອມທີ່ກໍານົດໄວ້. ກົດທີ່ນີ້ ເພື່ອກວດເບິ່ງຕົວຢ່າງ.

Note 2

ກົດທີ່ນີ້ ເພື່ອກວດເບິ່ງແບບຟອມໃບສະເໜີ.

Note 3

ເວລາຍື່ນໃບສະເໜີ ຕ້ອງໄດ້ຍື່ນພ້ອມກັບເອກະສານສະໜັບສະໜຸນອື່ນໆ  ເພື່ອໃຫ້ກະຊວງສາທາລະນະສຸກປະເມີນ ແລະ ພິຈາລະນາຜະລິດຕະພັນທີ່ຈະ ນໍາເຂົ້າ. ເອກະສານປະກອບເຫຼົ່ານີ້ ອາດລວມເຖິງໃບຢັ້ງຢືນການວິເຄາະ ແລະ ເອກະສານຢັ້ງຢືນອື່ນໆ. ໂດຍທົ່ວໄປແລ້ວລາຍລະອຽດຂອງເອກະສານທີ່ ຈໍາເປັນແມ່ນຈະລະບຸຢູ່ໃນແບບຟອມໃບສະເໜີ ແຕ່ວ່າຫາກທ່ານມີຂໍ້ສົງໄສໃດໆ ກະລຸນາຕິດຕໍ່ຖາມລາຍລະອຽດ ເພີ່ມເຕີມໄດ້ ຈາກກະຊວງສາທາລະນະສຸກ.

Note 4

ກະຊວງສາທາລະນະສຸກ ເປັນຜູ້ອອກ ໃບອະນຸຍາດນໍາເຂົ້າ ນີ້. ທ່ານຈະຕ້ອງແຈ້ງເອກະສານນີ້ ຕໍ່ເຈົ້າໜ້າທີ່ພາສີ ແລະ ເຈົ້າໜ້າທີ່ຂອງກະຊວງສາທາລະ ນະສຸກ ທີ່ຢູ່ປະຈໍາດ່ານໃນເວລາທີ່ນໍາເຂົ້າ.

Note 5

ຜູ້ນໍາເຂົ້າອາດຈະດໍາເນີນຕາມຂັ້ນຕອນການນໍາເຂົ້າທົ່ວໄປຕໍ່ຈາກນີ້ (ກົດທີ່ນີ້  ເພື່ອກວດເບິ່ງ).

Note 6

ເມື່ອສິນຄ້າມາຮອດຊາຍແດນ ຜູ້ນໍາເຂົ້າຕ້ອງສະແຈ້ງຕໍ່ເຈົ້າໜ້າທີ່ຂອງກະຊວງສາທາລະນະສຸກ ເຊິ່ງເພິ່ນຈະກວດເອກະສານ ແລະ ກວດສິນຄ້າ ກ່ອນຈະພິ ຈາລະນາປ່ອຍສິນຄ້າ.

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
1 ໃບຄຳຮ້ອງ ຂໍອະນຸຍາດນຳເຂົ້າ ຜະລິດຕະພັນອາຫານ ໃບຄຳຮ້ອງ ຂໍອະນຸຍາດນຳເຂົ້າ ຜະລິດຕະພັນອາຫານ ກະຊວງ ສາທາລະນະສຸກ PDF
2 ໃບອະນຸຍາດນຳເຂົ້າ ຜະລິດຕະພັນອາຫານ ໃບອະນຸຍາດນຳເຂົ້າ ຜະລິດຕະພັນອາຫານ ກະຊວງ ສາທາລະນະສຸກ PDF
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
1 ຮຽກຮ້ອງໃຫ້ຂໍອະນຸຍາດນຳເຂົ້າອາຫານ ອາຫານທຸກຊະນິດຕ້ອງໄດ້ຮັບອະນຸຍາດນຳເຂົ້າທຸກຄັ້ງ ຈາກກົມອາ ຫານ ແລະ ຢາ ກະຊວງສາທາລະນະສຸກ. ພະແນກສາທາລະນະສຸກ ແຂວງ ແລະ ນະຄອນຫຼວງ ຕ້ອງໄດ້ຮັບອະນຸມັດ ກະຊວງ ສາທາລະນະສຸກ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງສິນຄ້າຕໍ່ຜູ້ຊົມໃຊ້ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງການຜະລິດ, ສົ່ງອອກ-ນໍາເຂົ້າ ອາຫານທີ່ປອດໄພ ເລກທີ 856/ກຊສ, ລົງວັນທີ 12 ພຶດສະພາ 2006 9999-12-31 ສິນຄ້າ
2 ຕ້ອງມີໃບຢັ້ງຢືນຈາກປະເທດຕົ້ນທາງ ສຳລັບການນຳເຂົ້າອາຫານ ການນຳເຂົ້າອາຫານ ແລະ ຜະລິດຕະພັນອາຫານ, ຜູ້ນຳເຂົ້າຕ້ອງມີໃບຢັ້ງຢືນຄຸນນະພາບອາຫານທີ່ອອກໂດຍປະເທດຜູ່ສົ່ງອອກ ເຊັ່ນ: ໃບ Free sale Certificate, ໃບຢັ້ງຢືນ GHP, GMP, HACCP, ISO 22000 ຫຼື ການຢັ້ງຢືນອື່ນໆ ເພື່ອຍື່ນຂໍອະນຸຍາດນຳເຂົ້າຈາກກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຫຼື ພະແນກສາທາລະນະສຸກ ແຂວງ, ນະຄອນຫຼວງ SPS ກະຊວງ ສາທາລະນະສຸກ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງສິນຄ້າຕໍ່ຜູ້ບໍລິໂພກ ຂໍ້ຕົກລົງ ວ່າດ້ວຍ ການກວດກາອາຫານ ເລກທີ 297/ກຊສ 9999-12-31 ສິນຄ້າ
3 ສ່ວນປະກອບຂອງເກືອໄອໂອດິນນຳເຂົ້າ ເກືອໄອໂອດິນທີ່ນຳເຂົ້າຕ້ອງມີສ່ວນປະກອບ ແລະ ສອດຄ່ອງກັບຄຸນນະພາບມາດຕະຖານ. SPS ກະຊວງ ສາທາລະນະສຸກ ເພື່ອຄວາມປອດໄພຂອງສິນຄ້າຕໍ່ຜູ້ຊົມໃຊ້ ແລະ ລົບລ້າງບັນດາພະຍາດຂາດສານໄອໂອດິນ. ຂໍ້ກໍານົດ ວ່າດ້ວຍ ມາດຕະຖານ ເກືອໄອໂອດີນ ເລກທີ 102/ກຊສ 9999-12-31 ສິນຄ້າ
4 ການຫຸ້ມຫໍ່ເກືອໄອໂອດິນ ເກືອໄອໂອດິນທີ່ນຳເຂົ້າຕ້ອງມີການຫຸ້ມຫໍ່ໃນຖົງບັນຈຸພິເສດ SPS ກະຊວງ ສາທາລະນະສຸກ ເພື່ອຮັກສາຄຸນນະພາບຂອງເກືອ ແນໃສ່ຮັບປະກັນຄວາມປອດໄພຕໍ່ຜູ້ບໍລິໂພກ. ຂໍ້ກໍານົດ ວ່າດ້ວຍ ມາດຕະຖານ ເກືອໄອໂອດີນ ເລກທີ 102/ກຊສ 9999-12-31 ສິນຄ້າ
5 ຮຽກຮ້ອງໃຫ້ມີການຕິດສະຫຼາກສຳລັບເກືອໄອໂອດິນ ການນຳເຂົ້າເກືອໄອໂອດິນຕ້ອງສອດຄ່ອງກັບເງື່ອນໄຂການຕິດສະຫຼະທີໄດ້ລະບຸໄວ້ TBT ກະຊວງ ສາທາລະນະສຸກ ເພື່ອໃຫ້ຂໍ້ມູນດ້ານຄຸນນະພາບ ແລະ ການນຳໃຊ້ ແກ່ຜູ້ບໍລິໂພກ ເພື່ອຄວາມປອດໄພ. ຂໍ້ກໍານົດ ວ່າດ້ວຍ ມາດຕະຖານ ເກືອໄອໂອດີນ ເລກທີ 102/ກຊສ 9999-12-31 ສິນຄ້າ
6 ຮຽກຮ້ອງໃຫ້ມີການເກັບຮັກສາສຳລັບເກືອໄອໂອດິນ ການນຳເຂົ້າເກືອໄອໂອດິນຈະຕ້ອງມີການເກັບຮັກສາຕາມເງື່ອນໄຂທີ່ໄດ້ລະບຸໄວ້ SPS ກະຊວງ ສາທາລະນະສຸກ ເພື່ອຮັກສາຄຸນນະພາບຂອງເກືອ ແນໃສ່ປົກປ້ອງສຸຂະພາບຂອງຜູ້ບໍລິໂພກ. ຂໍ້ກໍານົດ ວ່າດ້ວຍ ມາດຕະຖານ ເກືອໄອໂອດີນ ເລກທີ 102/ກຊສ 9999-12-31 ສິນຄ້າ
7 ຄ່າບໍລິການ - ອອກໃບຢັ້ງຢືນການສົ່ງອອກສຳລັບອາຫານ ແລະ ຢາ ຄ່າບໍລິການອອກໃບຢັ້ງຢືນການສົ່ງອອກສຳລັບອາຫານ ແລະ ຢາເປັນພາສາອັງກິດ 50,000 ກີບ/ຄັ້ງ ພັນທະທີ່ຕ້ອງຈ່າຍ ກະຊວງ ສາທາລະນະສຸກ ເພື່ອບໍລິຫານດ້ານເຕັກນິກ ແລະ ຊຸກຍູ້ຄັງເງິນຂອງລັດ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 9999-12-31 ສິນຄ້າ
8 ຄ່າບໍລິການ - ໃບອະນຸຍາດນຳເຂົ້າອາຫານ " - ຄ່າບໍລິການອອກໃບອະນຸຍາດນຳເຂົ້າອາຫານຂອງບໍລິສັດ ແມ່ນ 50,000 ກີບ/ອິນວອຍ/ຄັ້ງ. - ຄ່າບໍລິການອອກໃບອະນຸຍາດນຳເຂົ້າອາຫານຂອງແມ່ຄ້າຍ່ອຍ ແມ່ນ 20,000 ກີບ/ຄັ້ງ. - ຄ່າບໍລິການເອກະສານອອກອະນຸຍາດທະບຽນອາຫານນໍາເຂົ້າ (ອາຫານເສີມ) ແມ່ນ 50,000 ກີບ/ຄັ້ງ" ພັນທະທີ່ຕ້ອງຈ່າຍ ກະຊວງ ສາທາລະນະສຸກ ເພື່ອບໍລິຫານດ້ານວິຊາການ ແລະ ຊຸກຍູ້ຄັງເງິນຂອງລັດ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 9999-12-31 ສິນຄ້າ
9 ຄ່າບໍລິການ - ກວດກາອາຫານທີ່ນຳເຂົ້າ (ກວດເອກະສານ) " - ຄ່າບໍລິການກວດກາເອກະສານສໍາລັບ ອາຫານທີ່ນຳເຂົ້າ ຢູ່ກົມອາຫານ ແລະ ຢາ ຫຼື ພະແນກສາທາລະນະສຸກ ແຂວງ ແມ່ນ 50,000 ກີບ/ອິນວອຍ/ຄັ້ງ - ຄ່າບໍລິການກວດກາເອກະສານນໍາເຂົ້າອາຫານ ລວມທັງກວດເອກະສານຕິດບາໂຄດນໍາເຂົ້າ, 1 ບາໂຄດ ເທົ່າກັບ 1 ຄັ້ງ ຢູ່ດ່ານ ແມ່ນ 20,000 ກີບ/ອິນວອຍ/ຄັ້ງ." ພັນທະທີ່ຕ້ອງຈ່າຍ ກະຊວງ ສາທາລະນະສຸກ ເພື່ອບໍລິຫານດ້ານວິຊາການ ແລະ ຊຸກຍູ້ຄັງເງິນຂອງລັດ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 9999-12-06 ສິນຄ້າ
10 ຮຽກຮ້ອງໃຫ້ມີການຕິດສະຫຼາກໃສ່ອາຫານທີ່ນຳເຂົ້າ ອາຫານທຸກປະເພດທີ່ນຳເຂົາ ສປປ ລາວ ຈະຕ້ອງມີການຕິດສະຫຼາກທີ່ລະບຸລາຍລະອຽດ ແລະ ຂໍ້ມູນກ່ຽວກັບອາຫານນັ້ນ TBT ກະຊວງ ສາທາລະນະສຸກ ເພື່ອປົກປ້ອງສູຂະພາບຂອງຄົນເຮົາ ກົດໝາຍ ວ່າດ້ວຍ ອາຫານ (ສະບັບປັບປຸງ) ເລກທີ 33/ສພຊ, ລົງວັນທີ 24 ກໍລະກົດ 2013 9999-12-31 ສິນຄ້າ
11 ຮຽກຮ້ອງໃຫ້ມີການກວດກາອາຫານສົ່ງອອກ ການສົ່ງອອກຜະລິດຕະພັນອາຫານ ຈະຕ້ອງໄດ້ຮັບການກວດກາໂດຍເຈົ້າໜ້າທີ່ອາຫານ ແລະ ຢາ ປະຈໍາດ່ານ ເພື່ອຮັບປະກັນຄວາມຖືກຕ້ອງ ແລະ ຄ່ອງຕາມຫຼັກການ ແລະ ເງື່ອນໄຂ ຂອງປະເທດນໍາເຂົ້າ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ສາທາລະນະສຸກ ເພື່ອຮັບປະກັນວ່າສິນຄ້າສົ່ງອອກ ມີຄຸນນະພາບ ແລະ ປະຕິບັດຕາມຂໍ້ຮຽກຮ້ອງ ຂອງປະເທດນຳເຂົ້າ. ກົດໝາຍ ວ່າດ້ວຍ ອາຫານ (ສະບັບປັບປຸງ) ເລກທີ 33/ສພຊ, ລົງວັນທີ 24 ກໍລະກົດ 2013 9999-12-31 ສິນຄ້າ
12 ສານເຄມີິີ່ທີ່ບັນຈຸໃນນ້ຳດື່ມໃນພາຊະນະບັນຈຸປິດ ນ້ຳດື່ມໃນພາຊະນະບັນຈຸປິດທີ່ນຳເຂົ້າ ແລະ ຈຳໜ່າຍຢູ່ໃນ ສປປ ລາວ ຕ້ອງມີປະລິມານສານເຄມີທີ່ເໝາະສົມ ແລະ ປະຕິບັດຕາມມາດຕະຖານຄວາມປອດໄພທີ່ກຳນົດໄວ້ໂດຍກະຊວງສາທາລະນະສຸກ SPS ກະຊວງ ສາທາລະນະສຸກ ເພື່ອປົກປ້ອງສຸຂະພາບຂອງຜູ້ບໍລິໂພກ ຂໍ້ຕົກລົງ ວ່າດ້ວຍນ້ຳດື່ມໃນ ພາຊະນະບັນຈຸປິດ ເລກທີ 585/ກຊສ, ລົງວັນທີ 12 ພຶດສະພາ 2006 9999-12-31 ສິນຄ້າ
13 ຄ່າທໍານຽມ - ຈົດທະບຽນອາຫານ ນໍາເຂົ້າ ຄ່າທໍານຽມຈົດທະບຽນອາຫານນໍາເຂົ້າແມ່ນ 400,000 ກີບ/2ປີ/ລາຍການ ພັນທະທີ່ຕ້ອງຈ່າຍ ກະຊວງ ສາທາລະນະສຸກ ເພື່ອເກັບລາຍຮັບບໍລິຫານຂອງລັດ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 9999-12-31 ສິນຄ້າ
14 ຄ່າບໍລິການ - ກວດກາອາຫານທີ່ສົ່ງອອກ ຄ່າບໍລິການກວດກາອາຫານທີ່ສົ່ງອອກ ແມ່ນ 50,000 ກີບ/ອິນວອຍ/ຄັ້ງ ພັນທະທີ່ຕ້ອງຈ່າຍ ກະຊວງ ສາທາລະນະສຸກ ເພື່ອບໍລິຫານດ້ານເຕັກນິກ ແລະ ຊຸກຍູ້ຄັງເງິນຂອງລັດ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 9999-12-31 ສິນຄ້າ
15 ຮຽກຮ້ອງໃຫ້ມີການກວດກາຢາ ທີ່ສົ່ງອອກ ການ​ສົ່ງ​ອອກ ຢາ ຕ້ອງ​ໄດ້​ຮັບ​ການກວດ​ກາ​ຈາກ​ເຈົ້າໜ້າທີ່ອາຫານ ແລະ ຢາ ປະຈໍາດ່ານ. ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ສາທາລະນະສຸກ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງຜະລິດຕະພັນ ຕໍ່ຜູ້ຊົມໃຊ້ ກົດໝາຍ ວ່າດ້ວຍ ຢາ ແລະ ຜະລິດຕະພັນການແພດ ເລກທີ 07/ສພຊ, ລົງວັນທີ 21 ທັນວາ 2011 9999-12-31 ສິນຄ້າ
16 ຈຸລິນຊີວິທະຍາຂອງນ້ຳດື່ມໃນພາຊະນະບັນຈຸປິດ ຈຸລິນຊີວິທະຍາຂອງນ້ຳດື່ມໃນພາຊະນະບັນຈຸປິດທີ່ນຳເຂົ້າ ແລະ ຈຳໜ່າຍຢູ່ໃນ ສປປ ລາວ ຕ້ອງ ປະຕິບັດຕາມມາດຕະຖານຄວາມປອດໄພທີ່ກຳນົດໄວ້ໂດຍກະຊວງສາທາລະນະສຸກ SPS ກະຊວງ ສາທາລະນະສຸກ ເພື່ອປົກປ້ອງສຸຂະພາບຂອງຜູ້ບໍລິໂພກ ຂໍ້ຕົກລົງ ວ່າດ້ວຍນ້ຳດື່ມໃນ ພາຊະນະບັນຈຸປິດ ເລກທີ 585/ກຊສ, ລົງວັນທີ 12 ພຶດສະພາ 2006 9999-12-31 ສິນຄ້າ
17 ຕ້ອງຕິດສະຫຼາກນ້ຳດື່ມໃນພາຊະນະບັນຈຸປິດ ນ້ຳດື່ມໃນພາຊະນະບັນຈຸປິດທີ່ນຳເຂົ້າ ແລະ ຈຳໜ່າຍຢູ່ໃນ ສປປ ລາວ ຕ້ອງຕິດສະຫຼາກຕາມມາດຕະຖານຄວາມປອດໄພທີ່ກຳນົດໄວ້ໂດຍກະຊວງສາທາລະນະສຸກ TBT ກະຊວງ ສາທາລະນະສຸກ ເພື່ອປົກປ້ອງສຸຂະພາບຂອງຜູ້ບໍລິໂພກ ຂໍ້ຕົກລົງ ວ່າດ້ວຍນ້ຳດື່ມໃນ ພາຊະນະບັນຈຸປິດ ເລກທີ 585/ກຊສ, ລົງວັນທີ 12 ພຶດສະພາ 2006 9999-12-31 ສິນຄ້າ
18 ຕ້ອງຫຸ້ມຫໍ່ນ້ຳດື່ມໃນພາຊະນະບັນຈຸປິດ ນ້ຳດື່ມໃນພາຊະນະບັນຈຸປິດທີ່ນຳເຂົ້າ ແລະ ຈຳໜ່າຍຢູ່ໃນ ສປປ ລາວ ຕ້ອງຫຸ້ມຫໍ່ຕາມມາດຕະຖານຄວາມປອດໄພທີ່ກຳນົດໄວ້ໂດຍກະຊວງສາທາລະນະສຸກ SPS ກະຊວງ ສາທາລະນະສຸກ ເພື່ອປົກປ້ອງສຸຂະພາບຂອງຜູ້ບໍລິໂພກ ຂໍ້ຕົກລົງ ວ່າດ້ວຍນ້ຳດື່ມໃນ ພາຊະນະບັນຈຸປິດ ເລກທີ 585/ກຊສ, ລົງວັນທີ 12 ພຶດສະພາ 2006 9999-12-31 ສິນຄ້າ
19 ຫຼັກການອະນາໄມນ້ຳດື່ມໃນພາຊະນະບັນຈຸປິດ ການຜະລິດນ້ຳດື່ມໃນພາຊະນະບັນຈຸປິດທີ່ນຳເຂົ້າ ແລະ ຈຳໜ່າຍຢູ່ໃນ ສປປ ລາວ ຕ້ອງປະຕິບັດຕາມຫຼັກການອະນາໄມການຜະລິດທີ່ດີທີ່ກຳນົດໄວ້ໂດຍກະຊວງສາທາລະນະສຸກ SPS ກະຊວງ ສາທາລະນະສຸກ ເພື່ອປົກປ້ອງສຸຂະພາບຂອງຜູ້ບໍລິໂພກ ຂໍ້ຕົກລົງ ວ່າດ້ວຍນ້ຳດື່ມໃນ ພາຊະນະບັນຈຸປິດ ເລກທີ 585/ກຊສ, ລົງວັນທີ 12 ພຶດສະພາ 2006 9999-12-31 ສິນຄ້າ
20 ຕ້ອງເກັບຮັກສາ ແລະ ຂົນສົ່ງນ້ຳດື່ມໃນພາຊະນະບັນຈຸປິດ ນ້ຳດື່ມໃນພາຊະນະບັນຈຸປິດທີ່ນຳເຂົ້າ ແລະ ຈຳໜ່າຍຢູ່ໃນ ສປປ ລາວ ຕ້ອງເກັບຮັກສາ ແລະ ຂົນສົ່ງ ຕາມທີ່ກຳນົດໄວ້ໂດຍກະຊວງສາທາລະນະສຸກ SPS ກະຊວງ ສາທາລະນະສຸກ ເພື່ອປົກປ້ອງສຸຂະພາບຂອງຜູ້ບໍລິໂພກ ຂໍ້ຕົກລົງ ວ່າດ້ວຍນ້ຳດື່ມໃນ ພາຊະນະບັນຈຸປິດ ເລກທີ 585/ກຊສ, ລົງວັນທີ 12 ພຶດສະພາ 2006 9999-12-31 ສິນຄ້າ
21 ຕ້ອງຂໍອະນຸຍາດສົ່ງອອກ - ສານເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ການສົ່ງອອກ ສານເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ຕ້ອງໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກ ຕ້ອງໄດ້ຮັບອະນຸມັດ ກະຊວງ ສາທາລະນະສຸກ ເພື່ອປົກປ້ອງສຸຂະພາບຂອງຄົນເຮົາ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຢາ ຫຼື ສານເສບຕິດ, ອອກລິດຕໍ່ຈິດ-ປະສາດ ແລະ ສານເຄມີຕົ້ນ ເລກທີ 456/ກຊສ, ລົງວັນທີ 19 ເມສາ 2006 9999-12-31 ສິນຄ້າ
22 ຕ້ອງນຳເຂົ້າອາຫານ ສະເພາະດ່ານຊາຍແດນທີ່ໄດ້ກຳນົດໄວ້ ອາຫານ ຕ້ອງນຳເຂົ້າສະເພາະດ່ານຊາຍແດນ ທີ່ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ກ່ຽວຂ້ອງໄດ້ກໍານົດໄວ້. ທົ່ວໄປ ກະຊວງ ສາທາລະນະສຸກ ເພື່ອປົກປັກຮັກສາສຸຂະພາບຂອງຜູ້ບໍລິໂພກ ຂໍ້ຕົກລົງ ວ່າດ້ວຍ ການກວດກາອາຫານ ເລກທີ 297/ກຊສ 9999-12-31 ສິນຄ້າ
23 ສານເພີ່ມໃສ່ອາຫານນຳເຂົ້າ ສານເພີ່ມໃສ່ອາຫານ ຕ້ອງປະຕິບັດຕາມມາດຕະຖານກົດລະຫັດອາຫານວ່າດ້ວຍ ທາດເພີ້ມໃນອາຫານ CODEX STAN 192-1995 SPS ກະຊວງ ສາທາລະນະສຸກ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງສິນຄ້າ ຕໍ່ຜູ້ບໍລິໂພກ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງການຜະລິດ, ສົ່ງອອກ-ນໍາເຂົ້າ ອາຫານທີ່ປອດໄພ ເລກທີ 856/ກຊສ, ລົງວັນທີ 12 ພຶດສະພາ 2006 9999-12-31 ສິນຄ້າ
24 ຕ້ອງເກັບຮັກສາ - ອາຫານນໍາເຂົ້າ ອາຫານທີ່ນຳເຂົ້າຕ້ອງເກັບຮັກສາ ໃນສະພາບທີ່ດີ ຕາມເງື່ອນໄຂສະເພາະຂອງ ອາຫານແຕ່ລະຊະນິດ SPS ກະຊວງ ສາທາລະນະສຸກ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງສິນຄ້າ ຕໍ່ຜູ້ບໍລິໂພກ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງການຜະລິດ, ສົ່ງອອກ-ນໍາເຂົ້າ ອາຫານທີ່ປອດໄພ ເລກທີ 856/ກຊສ, ລົງວັນທີ 12 ພຶດສະພາ 2006 9999-12-31 ສິນຄ້າ
25 ຫຼັກການອະນາໄມ - ອາຫານນໍາເຂົ້າ ການຜະລິດອາຫານນໍາເຂົ້າ ຕ້ອງປະຕິບັດຕາມຫຼັກການອະນາໄມການຜະລິດທີ່ດີທີ່ກຳນົດໄວ້ໂດຍກະຊວງສາທາລະນະສຸກ SPS ກະຊວງ ສາທາລະນະສຸກ ເພື່ອປົກປ້ອງສຸຂະພາບຂອງຜູ້ບໍລິໂພກ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງການຜະລິດ, ສົ່ງອອກ-ນໍາເຂົ້າ ອາຫານທີ່ປອດໄພ ເລກທີ 856/ກຊສ, ລົງວັນທີ 12 ພຶດສະພາ 2006 9999-12-31 ສິນຄ້າ
26 ຕ້ອງຂໍອະນຸຍາດນຳເຂົ້າເຄື່ອງດື່ມທີ່ມີທາດເຫຼົ້າ ເຄື່ອງດື່ມທີ່ມີທາດເຫຼົ້າທີ່ນຳເຂົ້າຕ້ອງໄດ້ຮັບອະນຸຍາດນຳເຂົ້າ ໂດຍກະຊວງສາທາລະນະສຸກ ຕ້ອງໄດ້ຮັບອະນຸມັດ ກະຊວງ ສາທາລະນະສຸກ ເພື່ອປົກປ້ອງຊີວິດ ແລະ ສຸຂະພາບຂອງຄົນ ກົດໝາຍ ວ່າດ້ວຍ ການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ສະບັບ ເລກທີ 54/ສພຊ, ລົງວັນທີ 19 ທັນວາ 2014 9999-12-31 ສິນຄ້າ
27 ຕ້ອງມີໃບຢັ້ງຢືນການນຳເຂົ້າເຄື່ອງດື່ມທີ່ມີທາດເຫຼົ້າ ຈາກປະເທດຕົ້ນທາງ ເຄື່ອງດື່ມທີ່ມີທາດເຫຼົ້າ ຄວນໄດ້ມີໃບຢັ້ງຢືນຕ່າງໆທີ່ອອກໂດຍປະເທດຜູ່ສົ່ງອອກເຊັ່ນ: ໃບຢັ້ງຢືນຄຸນນະພາບ, ໃບຢັ້ງຢືນຄວາມປອດໄພ ແລະ ອື່ນໆ, ແລະ ຍື່ນເອກະສານດັ່ງ ກ່າວພ້ອມດ້ວຍໃບສະເໜີຫາກະຊວງສາທາລະນະສຸກ TBT ກະຊວງ ສາທາລະນະສຸກ ເພື່ອປົກປ້ອງຊີວິດ ແລະ ສຸຂະພາບຂອງຄົນ ກົດໝາຍ ວ່າດ້ວຍ ການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ສະບັບ ເລກທີ 54/ສພຊ, ລົງວັນທີ 19 ທັນວາ 2014 9999-12-31 ສິນຄ້າ
28 ຕ້ອງກວດກາເຄື່ອງດື່ມທີ່ມີທາດເຫຼົ້ານໍາເຂົ້າ ເຄື່ອງດື່ມທີ່ມີທາດເຫຼົ້ານໍາເຂົ້າ ຄວນໄດ້ຮັບການກວດກາຄຸນນະພາບ ໂດຍເຈົ້າໜ້າທີ່ສາທາລະນະສຸກ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ສາທາລະນະສຸກ ເພື່ອປົກປ້ອງຊີວິດ ແລະ ສຸຂະພາບຂອງຄົນ ກົດໝາຍ ວ່າດ້ວຍ ການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ສະບັບ ເລກທີ 54/ສພຊ, ລົງວັນທີ 19 ທັນວາ 2014 9999-12-31 ສິນຄ້າ
29 ຕ້ອງກວດກາຢາສູບນໍາເຂົ້າ ຢາສູບນຳເຂົ້າ ຕ້ອງໄດ້ຮັບການກວດກາໂດຍເຈົ້າໜ້າທີ່ສາທາລະນະສຸກ ທີ່ດ່ານນຳເຂົ້າ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ສາທາລະນະສຸກ ເພື່ອຮັບປະກັນວ່າຢາສູບນຳເຂົ້າ ປະຕິບັດຕາມເງື່ອນໄຂທີ່ໄດ້ລະບຸໂດຍກະຊວງສາທາລະນະສຸກ ກົດໝາຍ ວ່າດ້ວຍ ການຄວບຄຸມຢາສູບ (ສະບັບປັບປຸງ) ເລກທີ 09/ສພຊ, ລົງວັນທີ 16 ພະຈິກ 2021 9999-12-31 ສິນຄ້າ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.