ຫາກທ່ານຕ້ອງການນໍາເຂົ້າຜະລິດຕະພັນອາຫານ ທ່ານຄວນກວດເບິ່ງຂະບວນການນໍາເຂົ້າດັ່ງລຸ່ມນີ້. ຜະລິດຕະພັນອາຫານ ໝາຍເຖິງຜະລິດຕະພັນ ປະເພດສັດ ຫຼື ພືດຜັກທີ່ໄດ້ຜ່ານຂະບວນການຜະລິດ ຫຼື ຫຸ້ມຫໍ່ແລ້ວ. ຫາກທ່ານນໍາເຂົ້າສັດ ຫຼື ປາແຊ່ແຂງ ກະລຸນາຕິດຕາມຂະບວນການຂັ້ນຕອນ ລຸ່ມນີ້. ກົດທີ່ນີ້ ເພື່ອກວດເບິ່ງລາຍລະອຽດ.
Note 1
ຜູ້ນໍາເຂົ້າທີ່ຕ້ອງການຜະລິດຕະພັນອາຫານ ຕ້ອງສະເໜີເອກະສານຫຼາຍຊະນິດ ຕໍ່ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ເພື່ອຂໍໃບອະນຸຍາດ ນໍາເຂົ້າ. ຜູ້ນໍາເຂົ້າຕ້ອງຂຽນຕາມແບບຟອມທີ່ກໍານົດໄວ້. ກົດທີ່ນີ້ ເພື່ອກວດເບິ່ງຕົວຢ່າງ.
Note 2
ກົດທີ່ນີ້ ເພື່ອກວດເບິ່ງແບບຟອມໃບສະເໜີ.
Note 3
ເວລາຍື່ນໃບສະເໜີ ຕ້ອງໄດ້ຍື່ນພ້ອມກັບເອກະສານສະໜັບສະໜຸນອື່ນໆ ເພື່ອໃຫ້ກະຊວງສາທາລະນະສຸກປະເມີນ ແລະ ພິຈາລະນາຜະລິດຕະພັນທີ່ຈະ ນໍາເຂົ້າ. ເອກະສານປະກອບເຫຼົ່ານີ້ ອາດລວມເຖິງໃບຢັ້ງຢືນການວິເຄາະ ແລະ ເອກະສານຢັ້ງຢືນອື່ນໆ. ໂດຍທົ່ວໄປແລ້ວລາຍລະອຽດຂອງເອກະສານທີ່ ຈໍາເປັນແມ່ນຈະລະບຸຢູ່ໃນແບບຟອມໃບສະເໜີ ແຕ່ວ່າຫາກທ່ານມີຂໍ້ສົງໄສໃດໆ ກະລຸນາຕິດຕໍ່ຖາມລາຍລະອຽດ ເພີ່ມເຕີມໄດ້ ຈາກກະຊວງສາທາລະນະສຸກ.
Note 4
ກະຊວງສາທາລະນະສຸກ ເປັນຜູ້ອອກ ໃບອະນຸຍາດນໍາເຂົ້າ ນີ້. ທ່ານຈະຕ້ອງແຈ້ງເອກະສານນີ້ ຕໍ່ເຈົ້າໜ້າທີ່ພາສີ ແລະ ເຈົ້າໜ້າທີ່ຂອງກະຊວງສາທາລະ ນະສຸກ ທີ່ຢູ່ປະຈໍາດ່ານໃນເວລາທີ່ນໍາເຂົ້າ.
Note 5
ຜູ້ນໍາເຂົ້າອາດຈະດໍາເນີນຕາມຂັ້ນຕອນການນໍາເຂົ້າທົ່ວໄປຕໍ່ຈາກນີ້ (ກົດທີ່ນີ້ ເພື່ອກວດເບິ່ງ).
Note 6
ເມື່ອສິນຄ້າມາຮອດຊາຍແດນ ຜູ້ນໍາເຂົ້າຕ້ອງສະແຈ້ງຕໍ່ເຈົ້າໜ້າທີ່ຂອງກະຊວງສາທາລະນະສຸກ ເຊິ່ງເພິ່ນຈະກວດເອກະສານ ແລະ ກວດສິນຄ້າ ກ່ອນຈະພິ ຈາລະນາປ່ອຍສິນຄ້າ.
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.