ຂັ້ນຕອນໃນການຂໍໃບຢັ້ງຢືນ ຄຸນນະພາບຂອງສິນຄ້ານໍາເຂົ້າ ສໍາລັບສິນຄ້າບາງປະເພດ ທີ່ນອນຢູ່ໃນລາຍການສິນຄ້າຄວບຄຸມ (ເຊັ່ນ: ຊີມັງແລະ ອຸປະກອນກໍ່ສ້າງ, ອຸປະກອນເຄື່ອງໃຊ້ໄຟຟ້າ ແລະອື່ນໆ). ທ່ານສາມາດຂໍຮັບລາຍການສິນຄ້າຄວບຄຸມ ຈາກກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ. ພ້ອມນັ້ນ ທ່ານສາມາດຕິດຕໍ່ໄດ້ທີ່ ກະຊວງ ຫຼື ຫ້ອງວ່າການແຂວງຂອງ ກົມມາດຕະຖານ ແລະ ວັດແທກ. ຜູ້ປະກອບການ ຕ້ອງຍື່ນຂໍກວດສອບທາງດ້ານເຕັກນິກ ທີ່ອອກໃຫ້ໂດຍກົມມາດຕະຖານ ແລະ ວັດແທກ ກ່ອນທີ່ຈະນໍາເຂົ້າສິນຄ້າ. ກະລຸນາເບິ່ງລາຍລະອຽດໃນ ຂໍ້ກໍານົດກ່ຽວກັບການກວດກາຄຸນນະພາບຂອງສິນຄ້າ ເລກທີ 1226/ຫລບ-ອວຕສ


 


Note 1

ຜູ້ປະກອບການຂຽນໃບຄຳຮ້ອງດ້ວຍຕົນເອງ. ຊຶ່ງມີຄວາມຮັບຜິດຊອບໃນການຈະແຈ້ງໃຫ້ ຂະແໜງມາດຕະຖານ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ/ນະຄອນຫຼວງ ຊາບ ວັນເວລາທີ່ສິນຄ້າຈະມາເຖິງ.

Note 2

ເອກະສານປະກອບເພື່ອຍື່ນພ້ອມກັນກັບ ໃບຄຳຮ້ອງຂໍອະນຸຍາດ ປະກອບມີ:

  • ໃບທະບຽນວິສາຫະກິດ
  • ໃບຢັ້ງຢືນການມອບພັນທະອາກອນປະຈຳປີ
  • ເອກະສານທາງການຄ້າ ເຊັ່ນ: ອິນວອຍ, ແພັກກິງລິສ
  • ໃບຢັ້ງຢືນການກວດກາ ຫຼື ໃບຢັ້ງຢືນຄຸນນະພາບ ທີ່ກ່ຽວຂ້ອງກັບສິນຄ້າ ຈາກປະເທດຕົ້ນທາງ.

Note 3

ຄລິກທີ່ນີ້ ເພື່ອເບິ່ງແບບຢ່າງໃບຢັ້ງຢືນຄຸນນະພາບ

Note 4

ຜູ້ປະກອບການອາດຈະດຳເນີນການແຈ້ງສິນຄ້າ ຕໍ່ເຈົ້າໜ້າທີ່ພາສີ ແລະ ເຈົ້າໜ້າທີ່ປະຈຳດ່ານ ຖ້າຈຳເປັນ.

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
1 ມາດຕະຖານນ້ຳມັນກາຊວນ ມາດຕະຖານນ້ຳມັນກະຊວນ (ມລ 07-2016) TBT ກະຊວງ ອຸດສາຫະກຳ ແລະ ການຄ້າ ເພື່ອເປັນການຄຸ້ມຄອງຄຸນນະພາບຂອງສິນຄ້ານຳເຂົ້າ ຊຶ່ງຈຳເປັນຕ້ອງໄດ້ປະຕິບັດຕາມມາດຕະຖານແຫ່ງຊາດທີ່ກຳນົດໄວ້ ແລະ ທັງເປັນການເກັບກຳສະພາບການນຳເຂົ້າ ແລະ ບໍລິສັດນຳເຂົ້າໄດ້ຢ່າງຊັດເຈນ ກົດໝາຍ ວ່າດ້ວຍ ມາດຕະຖານ (ສະບັບປັບປຸງ) ເລກທີ 49/ສພຊ, ລົງວັນທີ 18 ກໍລະກົດ 2014 9999-12-31 ສິນຄ້າ
2 ມາດຕະຖານ ນ້ຳມັນແອັດຊັງ ມາດຕະຖານນ້ຳມັນແອັດຊັງ (ມລ 06-2016) TBT ກະຊວງ ອຸດສາຫະກຳ ແລະ ການຄ້າ ເພື່ອເປັນການຄຸ້ມຄອງຄຸນນະພາບຂອງສິນຄ້ານຳເຂົ້າ ຊຶ່ງຈຳເປັນຕ້ອງໄດ້ປະຕິບັດຕາມມາດຕະຖານແຫ່ງຊາດທີ່ກຳນົດໄວ້ ແລະ ທັງເປັນການເກັບກຳສະພາບການນຳເຂົ້າ ແລະ ບໍລິສັດນຳເຂົ້າໄດ້ຢ່າງຊັດເຈນ ກົດໝາຍ ວ່າດ້ວຍ ມາດຕະຖານ (ສະບັບປັບປຸງ) ເລກທີ 49/ສພຊ, ລົງວັນທີ 18 ກໍລະກົດ 2014 9999-12-31 ສິນຄ້າ
3 ການນຳເຂົ້ານຳ້ມັນເຊື້ອໄຟຕ້ອງຜ່ານດ່ານຊາຍແດນສະເພາະທີ່ກຳນົດໄວ້ ການນໍາເຂົ້ານ້ຳມັນເຊື້ອໄຟຕ້ອງນໍາເຂົ້າຕາມດ່ານຊາຍແດນທີ່ໄດ້ຮັບອະນຸຍາດ​ເທົ່າ​ນັ້ນ ແລະ ຕ້ອງມີສາງນໍ້າມັນ ຂອງຕົນຕັ້ງຢູ່ແຂວງນັ້ນ ທົ່ວໄປ ກະຊວງ ອຸດສາຫະກຳ ແລະ ການຄ້າ ເພື່ອການກວດກາ ເນື່ອງຈາກມີໂຄງລ່າງພື້ນຖານທີ່ເໝາະສົມ ເພື່ອຮັບປະກັນຄວາມ ປອດໄພ ແລະ ຄຸນນະພາບຂອງນຳ້ມັນເຊື້ອໄຟທີ່ນຳເຂົ້າ ດໍາລັດ ວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017 9999-12-31 ສິນຄ້າ
4 ຮຽກຮ້ອງໃຫ້ມີໃບຢັ້ງຢືນຄຸນນະພາບຈາກປະເທດສົ່ງອອກ - ນໍ້າມັນເຊື້ອໄຟ ການນໍາເຂົ້ານໍ້າມັນເຊື້ອໄຟ, ຕ້ອງໄດ້ຄັດຕິດໃບຢັ້ງຢືນຄຸນນະພາບທີ່ອອກໂດຍປະເທດຜູ້ສົ່ງອອກ ມານໍາໃບສະເໜີເພື່ອຂໍອອກໃບຢັ້ງຢືນຄຸນນະພາບ ຈາກກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ TBT ກະຊວງ ອຸດສາຫະກຳ ແລະ ການຄ້າ ເພື່ອເປັນການຄຸ້ມຄອງຄຸນນະພາບຂອງສິນຄ້ານຳເຂົ້າ ຊຶ່ງຈຳເປັນຕ້ອງໄດ້ປະຕິບັດຕາມມາດຕະຖານແຫ່ງຊາດທີ່ກຳນົດໄວ້ ແລະ ທັງເປັນການເກັບກຳສະພາບການນຳເຂົ້າ ແລະ ບໍລິສັດນຳເຂົ້າໄດ້ຢ່າງຊັດເຈນ ຂັ້ນຕອນການກວດກາຄຸນນະພາບນໍ້າມັນເຊື້ອໄຟ ຢູ່ກົມມາດຕະຖານ ແລະ ວັດແທກ, ດ່ານຊາຍແດນ, ສາງ, ປໍ້າຈຳໜ່າຍ ແລະ ຂັ້ນຕອນການເກັບຄ່າບໍລິການກວດຄຸນນະພາບນໍ້າມັນເຊື້ອໄຟ ສະບັບເລກທີ 0952/ກວຕ.ຫກ, ລົງວັນທີ28 ກໍລະກົດ 2016 9999-12-31 ສິນຄ້າ
5 ຕ້ອງໄດ້ຮັບການກວດກາການນໍາເຂົ້າ - ນໍ້າມັນເຊື້ອໄຟ ນໍ້າມັນເຊື້ອໄຟນໍາເຂົ້າ ຕ້ອງໄດ້ຮັບການກວດກາດ້ານປະລິມານ ແລະ ການຄັດເລືອກເອົາຕົວຢ່າງ ໂດຍເຈົ້າໜ້າທີ່ກວດສອບຄຸນນະພາບ ທີ່ປະຈໍາດ່ານ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ອຸດສາຫະກຳ ແລະ ການຄ້າ ເພື່ອເປັນການຄຸ້ມຄອງຄຸນນະພາບຂອງສິນຄ້ານຳເຂົ້າ ຊຶ່ງຈຳເປັນຕ້ອງໄດ້ປະຕິບັດຕາມມາດຕະຖານແຫ່ງຊາດທີ່ກຳນົດໄວ້ ແລະ ທັງເປັນການເກັບກຳສະພາບການນຳເຂົ້າ ແລະ ບໍລິສັດນຳເຂົ້າໄດ້ຢ່າງຊັດເຈນ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟ ສະບັບເລກທີ 0541/ກວຕ, ລົງວັນທີ 08 ມິຖຸນາ 2016 9999-12-31 ສິນຄ້າ
6 ຕ້ອງໄດ້ຮັບການທົດສອບ - ນໍ້າມັນເຊື້ອໄຟນໍາເຂົ້າ ເມື່ອນ້ຳມັນຖືກສົ່ງມາຮອດດ່ານແລ້ວ, ເຈົ້າໜ້າທີ່ກວດສອບຄຸນນະພາບ ທີ່ປະຈໍາຢູ່ດ່ານ ຕ້ອງໄດ້ເກັບຕົວຢ່າງຂອງນໍ້າມັນນໍາເຂົ້າ ໄປກວດສອບຄຸນນະພາບ ກ່ອນການອອກໃບຢັ້ງຢືນຄຸນນະພາບໃຫ້ນຳເຂົ້າໄດ້. TBT ກະຊວງ ອຸດສາຫະກຳ ແລະ ການຄ້າ ເພື່ອແນ່ໃສ່ຍົກສູງຄຸນນະພາບ ແລະ ປະສິດທິພາບ ກ່ຽວກັບການຄຸ້ມຄອງ, ການບໍລິການ ແລະ ການປົກປ້ອງຜູ້ຊົມໃຊ້ນໍ້າມັນໃຫ້ສອດຄ່ອງກັບມາດຕະຖານທີ່ກຳນົດໄວ້ ຂັ້ນຕອນການກວດກາຄຸນນະພາບນໍ້າມັນເຊື້ອໄຟ ຢູ່ກົມມາດຕະຖານ ແລະ ວັດແທກ, ດ່ານຊາຍແດນ, ສາງ, ປໍ້າຈຳໜ່າຍ ແລະ ຂັ້ນຕອນການເກັບຄ່າບໍລິການກວດຄຸນນະພາບນໍ້າມັນເຊື້ອໄຟ ສະບັບເລກທີ 0952/ກວຕ.ຫກ, ລົງວັນທີ28 ກໍລະກົດ 2016 9999-12-31 ສິນຄ້າ
7 ຄ່າທໍານຽມ - ກວດກາຄຸນນະພາບຜະລິດຕະພັນສິນຄ້າ "ຄ່າທໍານຽມ ກວດກາຄຸນນະພາບຜະລິດຕະພັນສິນຄ້າ ປະກອບມີ: - ໃບຄໍາຮ້ອງ ແມນ 5,000 ກິີບ/ຜະລິດຕະພັນ - ໃບຢັ້ງຢືນກວດຄຸນນະພາບຜະລິດຕະພັນສິນຄ້າ ແມນ 50,000 ກີບ/ຄັ້ງ" ພັນທະທີ່ຕ້ອງຈ່າຍ ກະຊວງ ອຸດສາຫະກຳ ແລະ ການຄ້າ ມອບເຂົ້າຄັງເງິນແຫ່ງລັດ ເພື່ອໃຊ້ບໍລິຫານວຽກງານວິຊາການ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 9999-12-31 ສິນຄ້າ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.