ເລື່ອງຄວາມສໍາເລັດທາງດ້ານການຄ້າຂອງທ່ານ ສາມາດເລີ່ມຕົ້ນໄດ້ທີ່ນີ້!

ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ (LTP) ແມ່ນຈຸດບໍລິການປະຕູດຽວຂອງທ່ານ ສໍາລັບຂໍ້ມູນຂ່າວສານທາງດ້ານການຄ້າ ຢູ່ ສປປ ລາວ ທີ່ລະອຽດ ແລະ ທັນຍຸກທັນເຫດການ. ກະຊວງອຸດສາຫະກໍາ ແລະ ການຄ້າ ມີບົດບາດໃນການຄຸ້ມຄອງ ແລະ ການບໍາລຸງຮັກສາ ສູນຂໍ້ມູນຂ່າວສານ ພ້ອມທັງເປັນຈຸດປະສານງານໃນການສະໜອງຂໍ້ມູນລົງໃນສູນຂໍ້ມູນຂ່າວສານນີ້. ສູນ LTP ເຮັດໜ້າທີ່ເປັນແຫຼ່ງຂໍ້ມູນທີ່ມີຄ່າ ໃຫ້ແກ່ຜູ້ຄ້າ ຊ່ວຍໃຫ້ເຂົ້າເຖິງຂໍ້ມູນທີ່ຫຼາກຫຼາຍ ໄດ້ຢ່າງງ່າຍດາຍ. ໃນສູນແຫ່ງນີ້ ທ່ານຈະພົບແຫຼ່ງຂໍ້ມູນ ແລະ ເອກະສານຕ່າງໆ ທີ່ສໍາຄັນ ເຊັ່ນ: ກົດໝາຍ, ດໍາລັດ, ແຈ້ງການ, ລະບຽບການ, ມາດຕະການທີ່ບໍ່ແມ່ນພາສີ, ຂັ້ນຕອນ ແລະ ແບບຟອມຕ່າງໆ. ຂໍ້ມູນທັງໝົດນີ້ໄດ້ຮັບການຈັດການຢ່າງລະອຽດ ເພື່ອອໍານວຍຄວາມສະດວກໃຫ້ທ່ານ ສາມາດຄົ້ນຫາຂໍ້ມູນຂ່າວສານໄດ້ວ່ອງໄວ ແລະ ມີປະສິດທິພາບ. ບໍ່ວ່າທ່ານຈະກ່ຽວຂ້ອງກັບວຽກງານການນໍາເຂົ້າ, ສົ່ງອອກ ຫຼື ຜ່ານແດນ ກໍ່ຕາມ, ສູນຂໍ້ມູນຂ່າວສານຂອງພວກເຮົາ ຈະຊ່ວຍໄຂຂໍ້ຂ້ອງໃຈກ່ຽວກັບລະບຽບການທີ່ມັກຈະມີຄວາມສັບສົນ ແລະ ສົ່ງເສີມສ້າງຄວາມເຂັ້ມແຂງໃຫ້ແກ່ທຸລະກິດ ໃຫ້ສາມາດແຂ່ງຂັນໃນໂລກຂອງການຄ້າລະຫວ່າງປະເທດ ທີ່ມີການປ່ຽນແປງຕະຫຼອດເວລາ.

ຂໍ້ມູນເພີມເຕີມ

 

ການເຂົ້າເຖິງຂໍ້ມູນທາງດ້ານການຄ້າ

 

ຈະສົ່ງອອກສິນຄ້າໄດ້ແນວໃດ?

ສູນ LTP ໄດ້ແນະນໍາລະອຽດ ກ່ຽວກັບວິທີການຄົ້ນຫາ ຂັ້ນຕອນ ການສົ່ງອອກຈາກປະເທດລາວ. ຊຶ່ງປະກອບມີ ຂໍ້ຮຽກຮ້ອງທາງດ້ານເອກະສານ ຂັ້ນຕອນທາງພາສີ ແລະ ລະບຽບການສົ່ງອອກ ເພື່ອຮັບປະກັນໃຫ້ບັນດາທຸລະກິດ ສາມາດສົ່ງອອກສິນຄ້າຂອງຕົນ ໄປສູ່ຕະຫຼາດສາກົນ ໄດ້ຢ່າງສະດວກວ່ອງໄວ ແລະ ໝັ້ນໃຈ ອີກດ້ວຍ.

 

 

 

ຂໍ້ມູນເພີມເຕີມ

 

 

ຈະນໍາເຂົ້າສິນຄ້າໄດ້ແນວໃດ?

ສູນ LTP ສາມາດຄົ້ນຫາຂໍ້ມູນທີ່ຈຳເປັນ ກ່ຽວກັບການນຳເຂົ້າສິນຄ້າ ມາປະເທດລາວ ໂດຍສະເພາະຂັ້ນຕອນການກວດປ່ອຍສີນຄ້າ ຢູ່ດ່ານພາສີ, ລາຍການອັດຕາພາສີ ແລະ ລະບຽບການຕ່າງໆໃນການນຳເຂົ້າ.

 

 

 

ຂໍ້ມູນເພີມເຕີມ

 

 

ການຄ້າກັບອາຊຽນ

ສະໜອງຂໍ້ມູນຂ່າວສານ ກ່ຽວກັບກາລະໂອກາດ ໃນການເຮັດການຄ້າ ໃນພາກພື້ນອາຊຽນ. ສູນ LTP ໄດ້ສະໜອງຂໍ້ມູນຂ່າວສານ ທີ່ຕິດພັນກັບບັນດາສັນຍາການຄ້າຕ່າງໆຂອງອາຊຽນ, ຂັ້ນຕອນທາງພາສີ ແລະ ການເຂົ້າສູ່ຕະຫຼາດ ຢ່າງເລິກເຊິ່ງ ເພື່ອຊ່ວຍໃຫ້ຜູ້ປະກອບການ ສາມາດຍາດແຍ່ງ ເອົາຜົນປະໂຫຍດ ຈາກປະຊາຄົມເສດຖະກິດທີ່ມີການປ່ຽນແປງ ຕະຫຼອດເວລານີ້

 

 

 

ຂໍ້ມູນເພີມເຕີມ

 

 

ຈຸດສອບຖາມ SPS

ຈຸດສອບຖາມມາດຕະການ ສຸຂານາໄມ ແລະ ສຸຂານາໄມພືດ (SPS) ທີ່ສາມາດສອບຖາມລາຍລະອຽດ ເພີ່ມເຕີມກັບຂະແໜງ ການກ່ຽວຂ້ອງ ໂດຍສະເພາະ ການເຂົ້າເຖິງຂໍ້ມູນທີ່ສໍາຄັນ ກ່ຽວກັບຄວາມປອດໄພ ດ້ານອາຫານ, ລະບຽບການຂອງສຸຂະພາບສັດ ແລະ ພືດ, ແລະ ມາດຕະຖານ SPS ເພື່ອຮັບປະກັນ ຄວາມປອດໄພ  ຂອງການເຄື່ອນຍ້າຍຜະລິດຕະພັນກະສິກໍາ.

 

 

 

ຂໍ້ມູນເພີມເຕີມ

 

 

ຄົ້ນຫາຂັ້ນຕອນການນໍາເຂົ້າ ແລະ ສົ່ງອອກສິນຄ້າ

ພວກເຮົາໄດ້ມີຄວາມພະຍາຍາມໃນການສະໜອງຂໍ້ມູນຂ່າວສານທາງດ້ານການຄ້າໃຫ້ລະອຽດທີ່ສຸດ ແລະ ອອກແບບໃຫ້ນໍາໃຊ້ໄດ້ງ່າຍ ເພື່ອປັບປຸງຂັ້ນຕອນຕ່າງໆ ໂດຍຜ່ານລະບຽບການນໍາເຂົ້າ-ສົ່ງອອກຂອງ ສປປ ລາວ. ພວກເຮົາໄດ້ຄັດຈ້ອນຈາກບັນດາລະບຽບເອກະສານທີ່ລະບຽບການ ມາເປັນຂັ້ນຕອນການນໍາ ເຂົ້າ-ສົ່ງອອກ ແລະ ແບບຟອມທີ່ຈໍາເປັນ ເພື່ອຊ່ວຍໃຫ້ຜູ້ປະກອບການສາມາດຈັດຕັ້ງປະຕິບັດໄດ້ຖືກຕ້ອງ. ສູນ LTP ຈະເຮັດໃຫ້ຂັ້ນຕອນທາງດ້ານການຄ້າໃນ ສປປ ລາວ ມີຄວາມງ່າຍດາຍ ຕໍ່ທ່ານ. ຢ່າພາດທີ່ຈະຕິດຕາມພວກເຮົາ ເພາະພວກເຮົາຈະນໍາພາທ່ານໄປ ສູ່ທຸກຂັ້ນຕອນການນໍາເຂົ້າ-ສົ່ງອອກ ນັບແຕ່ການອອກອະນຸຍາດ, ຢັ້ງຢືນ ຈົນເຖິງຂັ້ນຕອນພາສີ ແລະ ອັດຕາພາສີ ຢ່າງງ່າຍດາຍ.

 

 

ການເລີ່ມຕົ້ນທຸລະກິດໃນ ສປປ ລາວ

ການເລີ່ມຕົ້ນທຸລະກິດໃນ ສປປ ລາວ ເລີ່ມຈາກການຄົ້ນຫາລະບຽບການ ແລະ ຂໍ້ຮຽກຮ້ອງຕ່າງໆ ທີ່ຕິດພັນກັບຂົງເຂດທຸລະກິດຂອງທ່ານ. ຕ້ອງໄດ້ຂຶ້ນທະບຽນທຸລະກິດຂອງທ່ານກັບ ກົມຄຸ້ມຄອງທະບຽນວິສາຫະກິດ (ກະຊວງ ອຸດສາຫະກໍາ ແລະ ການຄ້າ), ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ເມືອງ, ຈາກນັ້ນ, ຍື່ນໜັງສືສະເໜີຂໍໃບອະນຸຍາດດໍາເນີນທຸລະກິດ ນໍາຂະແໜງການທີ່ກ່ຽວຂ້ອງ. ພ້ອມດຽວກັນ, ຍັງຕ້ອງປະຕິບັດຕາມກົດໝາຍແຮງງານ, ລະບຽບການດ້ານສິ່ງແວດລ້ອມ ແລະ ລະບຽບການສະເພາະຂອງຂະແໜງການທີ່ກ່ຽວຂ້ອງອີກດ້ວຍ. ລາຍລະອຽດແມ່ນຂໍຄໍາເຫັນປຶກສາຫາລື ກັບ ຂະແໜງການທີ່ກ່ຽວຂ້ອງ ພາຍໃນ ເພື່ອຊ່ວຍຮັບປະກັນການປະຕິບັດຕາມຂັ້ນຕອນການສ້າງຕັ້ງທຸລະກິດຢູ່ ສປປ ລາວ ໃຫ້ມີຄວາມຄ່ອງຕົວ ແລະ ສອດຄ່ອງ. ໝາຍເຫດ: ຖ້າທຸລະກິດຂອງທ່ານຢູ່ໃນບັນຊີລາຍການທຸລະກິດຄວບຄຸມ ແລະ ໂຄງການສຳປະທານ ທ່ານຕ້ອງໄດ້ຮັບອະນຸມັດ ຈາກກະຊວງແຜນການ ແລະ ການລົງທຶນ. ຂໍ້ມູນເພີ່ມເຕີມ: http://www.investlaos.gov.la/

ເບິ່ງທີ່ນີ້

 

 

 

 

 

ການສົ່ງອອກຕົ້ນຕໍຂອງ ສປປ ລາວ

ໃນປີ 2021, ມູນຄ່າການສົ່ງອອກສິນຄ້າ ຂອງສປປ ລາວ ມີທັງໝົດ 9.22 ຕື້ໂດລາສະຫະລັດ ແລະ ໄດ້ຖືກຈັດເປັນອັນດັບທີ 101 ຂອງໂລກ. ໃນໄລຍະ 5 ປີຜ່ານມາ (2016-2021), ມູນຄ່າການສົ່ງອອກຂອງ ສປປ ລາວ ເພີ່ມຂຶ້ນ 4.14 ຕື້ໂດລາສະຫະລັດ ຈາກ 5.08 ຕື້ໂດລາສະຫະລັດ ໃນປີ 2016 ມາເປັນ 9.22 ຕື້ໂດລາສະຫະລັດ ໃນປີ 2021. ໃນນີ້, ການສົ່ງອອກຕົ້ນຕໍ ແມ່ນໄຟຟ້າ (1.96 ຕື້ໂດລາສະຫະລັດ), ຄໍາ (1.79 ຕື້ໂດລາສະຫະລັດ), ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ (508 ລ້ານໂດລາສະຫະລັດ), ແຮ່ທອງ (339 ລ້ານໂດລາສະຫະລັດ) ແລະ ຢາງພາລາ (300 ລ້ານໂດລາສະຫະລັດ). ປະເທດຄູ່ຄ້າຫຼັກສົ່ງອອກຕົ້ນຕໍ ແມ່ນປະເທດຣາຊະອານາຈັກໄທ (2.99 ຕື້ໂດລາສະຫະລັດ), ສປ ຈີນ (2.48 ຕື້ໂດລາສະຫະລັດ), ສສ ຫວຽດນາມ (1.24 ຕື້ໂດລາສະຫະລັດ), ອົດສະຕາລີ (693 ລ້ານໂດລາສະຫະລັດ), ແລະ ສະວິດເຊີແລນ (253 ລ້ານໂດລາສະຫະລັດ).

ຂໍ້ມູນເພີມເຕີມ

ບັນດາລິ້ງເວັບໄຊ໌ທີ່ເປັນປະໂຫຍດ

ສິ່ງນີ້, ຈະຊ່ວຍໃຫ້ທ່ານສາມາດຄົ້ນຫາເວັບໄຊທ໌ຕ່າງໆ ທິ່ໃຫ້ຂໍ້ມູນຂ່າວສານຢ່າງລະອຽດ ແລະ ທີ່ເປັນປະໂຫຍດ, ລະບຽບການທີ່ທັນຍຸກທັນເຫດການ ແລະ ຄໍາແນະນໍາການປະຕິບັດຕົວຈິງສໍາລັບບຸກຄົນ ແລະ ພາກທຸລະກິດ ທີ່ສົນໃຈຢາກເຮັດການຄ້າຂ້າມແດນໃນພາກພື້ນອາຊຽນ. ກົດເຂົ້າເວັບໄຊທ໌ເຫຼົ່ານີ້ເພື່ອເປີດປະຕູສູ່ການຄ້າຂອງ ສປປ ລາວ ກັບ ສາກົນ ແບບບໍ່ມີຮອຍຕໍ່. ກົດເຂົ້າຫາເວັບໄຊອື່ນໆ



ອັບໂຫຼດລ່າສຸດ

ຂັ້ນຕອນ
ການກວດປ່ອຍສິນຄ້າຢູ່ດ່ານ ໃນການນໍາເຂົ້າ ປາ, ສັດນໍ້າ ຫຼື ຜະລິດຕະພັນສັດນໍ້າ
ການກວດປ່ອຍສິນຄ້າຢູ່ດ່ານ ໃນການນໍາເຂົ້າ ປາ, ສັດນໍ້າ ຫຼື ຜະລິດຕະພັນສັດນໍ້າ
ໃບອະນຸຍາດນໍາເຂົ້າ ປາ, ສັດນໍ້າ ຫຼື ຜະລິດຕະພັນສັດນໍ້າ
ໃບອະນຸຍາດນໍາເຂົ້າ ປາ, ສັດນໍ້າ ຫຼື ຜະລິດຕະພັນສັດນໍ້າ
ການກວດປ່ອຍສິນຄ້າຢູ່ດ່ານ ສໍາລັບການນໍາເຂົ້າ ອາຫານ ແລະ ເຄື່ອງດື່ມ
ການກວດປ່ອຍສິນຄ້າຢູ່ດ່ານ ສໍາລັບການນໍາເຂົ້າ ອາຫານ ແລະ ເຄື່ອງດື່ມ
ນິຕິກໍາ
ແຈ້ງການປັບປຸງເລກທະບຽນ ອຢ ຂອງຜະລິດຕະພັນອາຫານໃນຂອບເຂດທົ່ວປະເທດ ເລກທີ 0308/ກອຢ, ລົງວັນທີ 28 ມັງກອນ 2025
ໄດ້ປັບປຸງຕຕົວເລກທະບຽນອາຫານ ຈາກ 8 ຕົວເລກ ເປັນ 12 ຕົວເລກ.
ແຈ້ງການປິດປັບປຸງເອກະສານ: ແຈ້ງການປິດປັບປຸງລະບົບການລົງທະບຽນ ແລະ ຄຸ້ມຄອງຖານຂໍ້ມູນຜູ້ນໍາເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ເລກທີ 0822/ຫອຄ, ລົງວັນທີ 22 ເມສາ 2025
Temporary stop accepting the application for import-export company registration for modification of the system.
ແຈ້ງການສືບຕໍ່ອາຍຸໃບຢັ້ງຢືນການລົງທະບຽນຜູ້ນຳເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ສະບັບເລກທີ 1284/ກຄຕ, ລົງວັນທີ 13 ມີນາ 2025
ແຈ້ງການສືບຕໍ່ອາຍຸໃບຢັ້ງຢືນການລົງທະບຽນຜູ້ນຳເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ສະບັບເລກທີ 1284/ກຄຕ, ລົງວັນທີ 13 ມີນາ 2025
ແບບຟອມ
ແບບຟອມ ຂໍເປີດລະຫັດເພື່ອນໍາໃຊ້ລະບົບແຈ້ງພາສີປະຕູດຽວ LNSW
ແບບຟອມ ຂໍເປີດລະຫັດເພື່ອນໍາໃຊ້ລະບົບແຈ້ງພາສີປະຕູດຽວ LNSW
ແບບຟອມ ຂໍຜ່ານແດນ ສສ ຫວຽດນາມ
ແບບຟອມ ຂໍຜ່ານແດນ ສສ ຫວຽດນາມ
ແບບຟອມ ຄໍາຮ້ອງຂໍອະນຸຍາດຂຶ້ນທະບຽນວິຊາຊີບເພສັດຊະກໍາ ເພື່ອດໍາເນີນທຸລະກິດຮ້ານຂາຍຍ່ອຍຢາ (ສະເພາະຄົນລາວ)
ແບບຟອມ ຄໍາຮ້ອງຂໍອະນຸຍາດຂຶ້ນທະບຽນວິຊາຊີບເພສັດຊະກໍາ ເພື່ອດໍາເນີນທຸລະກິດຮ້ານຂາຍຍ່ອຍຢາ (ສະເພາະຄົນລາວ)
ມາດຕະການ
ຮຽກຮ້ອງໃຫ້ຂໍອະນຸຍາດສົ່ງອອກ: ວັດຖຸທາດລະເບີດທາງອຸດສາຫະກໍາ
ການສົ່ງອອກວັດຖຸທາດລະເບີດທາງອຸດສາຫະກໍາ ຕ້ອງໄດ້ຮັບອະນຸຍາດສົ່ງອອກຈາກກົມອຸດສາຫະກຳປ້ອງກັນຊາດ, ກະຊວງປ້ອງກັນປະເທດ
ຫ້າມນຳເຂົ້າອຸປະກອນຈານຮັບສັນຍານດາວທຽມຂອງຕ່າງປະເທດ
ຫ້າມນຳເຂົ້າຈານຮັບສັນຍານດາວທຽມຕາມແຈ້ງການເລກທີ 55/ຫກ, ລົງວັນທີ 01 ກຸມພາ 2018. ຜູ້ດຳເນີນທຸລະກິດ ຫຼື ຜູ້ຄອບຄອງຈານຮັບສັນຍານດາວທຽມຕ້ອງໄດ້ໄປແຈ້ງ ແລະ ລົງທະບຽນກັບພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂອງແຂວງ/ນະຄອນຫຼວງ.
ຕ້ອງໄດ້ຮັບອະນຸຍາດສົ່ງອອກສື່ສິ່ງພິມ
ສື່ສິ່ງພິມ ຕ້ອງໄດ້ຮັບອະນຸຍາດສົ່ງອອກຈາກ ກົມສື່ມວນຊົນ, ກະຊວງ ຖວທ

ບົດຄວາມ, ປະກາດ ແລະ ຂ່າວລ່າສຸດ

ບົດຄວາມລ່າສຸດ
ADB ຄາດຄະເນການເຕີບໂຕ 4% ສຳລັບ ສປປ ລາວ ໃນປີ 2024
ADB Forecasts 4% Growth for Lao PDR in 2024
ບົດວິເຄາະ ສະຖານະພາບການເປັນຢູ່ຂອງຄົວເຮືອນໃນ ສປປ ລາວ 2020 (ສະບັບພາສາອັງກິດ)
ບົດວິເຄາະ ສະຖານະພາບການເປັນຢູ່ຂອງຄົວເຮືອນໃນ ສປປ ລາວ 2020 (ສະບັບພາສາອັງກິດ)
ສະພາບເສດຖະກິດ ສປປ ລາວ 2023 ໂດຍສັງເຂບ
ສະພາບເສດຖະກິດ ສປປ ລາວ 2023 ໂດຍສັງເຂບ
ປະກາດລ່າສຸດ
ຖອນໃບຢັ້ງຢືນການລົງທະບຽນຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ແລະ ການບໍລິການ.
ກົມ ຄຕ ແຈ້ງມາຍັງພາກສ່ວນກ່ຽວຂ້ອງ ກ່ຽວກັບ ການຖອນສິດ ແລະ ໃບຢັ້ງຢືນການລົງທະບຽນຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ແລະ ການບໍລິການ ຂອງບັນດາບໍລິສັດ ທີ່ມີລາຍຊື່ຄັດຕິດມານີ້ (ລາຍຊື່ບໍລິສັດທີ່ຖືກຖອນສິດ ແລະ ໃບຢັ້ງຢືນ). ບໍລິສັດທີ່ຖືກຖອນສິດ ແລະ ໃບຢັ້ງຢືນດັ່ງກ່າວ ແມ່ນຈະບໍ່ມີສິດເປັນຜູ້ນໍາເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ, ແຕ່ຍັງສາມາດດຳເນີນກິດຈະການພາຍໃນອື່ນໄດ້.
ໃຫ້ຫົວໜ່ວຍທຸລະກິດ ຫຼື ບັນດາບໍລິສັດນຳເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ໃນຂອບເຂດທົ່ວປະເທດ ສືບຕໍ່ລົງທະບຽນໃບຢັ້ງຢືນຜູ້ນຳເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ
ໃຫ້ບັນດາບໍລິສັດນຳເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ໃນຂອບເຂດທົ່ວປະເທດ ສືບຕໍ່ລົງທະບຽນໃບຢັ້ງຢືນຜູ້ນຳເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ
ຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ໃຫ້ຮີບຮ້ອນລົງທະບຽນຕໍ່ອາຍຸການດໍາເນີນກິດຈະກໍາທຸລະກິດ
ກ່ອນວັນທີ 13 ທັນວາ 2024 ບັນດາບໍລິສັດ ຜູ້ນຳເຂົ້າ-ສົ່ງອອກສິນຄ້າ ໃຫ້ຮີບຮ້ອນມາລົງທະບຽນ ເພື່ອໃຫ້ສຶບຕໍ່ດໍາເນີນການນໍາເຂົ້າ-ສົ່ງອອກໄດ້ປົກກະຕິ ຕາມວັນ ແລະ ເວລາທີ່ກໍານົດນີ້.
ຂ່າວລ່າສຸດ
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ (ບໍ່ລວມໄຟຟ້າ) ຂອງ ສປປ ລາວ ປະຈໍາ ເດືອນ ເມສາ 2025 ບັນລຸໄດ້ປະມານ 1,570 ລ້ານໂດລາສະຫະລັດ.
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ (ບໍ່ລວມໄຟຟ້າ) ຂອງ ສປປ ລາວ ປະຈໍາເດືອນ ເມສາ 2025 ບັນລຸໄດ້ປະມານ 1,570 ລ້ານໂດລາສະຫະລັດ ທຽບໃສ່ ເດືອນ ມີນາ ຜ່ານມາ ຫຼຸດລົງ 9%. ໃນນີ້, ມູນຄ່າການສົ່ງອອກບັນລຸໄດ້ 813 ລ້ານໂດລາສະຫະລັດ ຫຼຸດລົງ 14% ແລະ ມູນຄ່າການນໍາເຂົ້າ ບັນລຸໄດ້ 757 ລ້ານໂດລາສະຫະລັດ ຫຼຸດລົງ 4% ທຽບໃສ່ ເດືອນ ມີນາ ທີ່ຜ່ານມາ. ສິນຄ້າທີ່ສົ່ງອອກຕົ້ນຕໍ 05 ອັນດັບປະກອບມີ: ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ, ເກືອກາລີ, ຄໍາປະສົມ, ຄຳແທ່ງ, ມັນຕົ້ນ, ແລະ ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ. ສິນຄ້າທີ່ນໍາເຂົ້າຕົ້ນຕໍ 05 ອັນດັບປະກອບມີ: ຜະລິດຕະພັນເຄມີປະສົມສໍາເລັດຮູບ, ນ້ຳມັນກາຊວນ, ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ), ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ແລະ ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ. (ແຫຼ່ງຂໍ້ມູນ: ລະບົບຂໍ້ມູນສະຖິຕິການຄ້າຕ່າງປະເທດ, ກະຊວງ ອຸດສາຫະກໍາ ແລະ ການຄ້າ)
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ (ບໍ່ລວມໄຟຟ້າ) ຂອງ ສປປ ລາວ ປະຈໍາ ເດືອນ ມີນາ 2025 ບັນລຸໄດ້ປະມານ 1,730 ລ້ານໂດລາສະຫະລັດ
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ (ບໍ່ລວມໄຟຟ້າ) ຂອງ ສປປ ລາວ ປະຈໍາເດືອນ ມີນາ 2025 ບັນລຸໄດ້ປະມານ 1,730 ລ້ານໂດລາສະຫະລັດ ທຽບໃສ່ ເດືອນ ກຸມພາ ຜ່ານມາ ເພີ່ມຂື້ນ 12%. ໃນນີ້, ມູນຄ່າການສົ່ງອອກບັນລຸໄດ້ 945 ລ້ານໂດລາສະຫະລັດ ເພີ່ມຂື້ນ 2% ແລະ ມູນຄ່າການນໍາເຂົ້າ ບັນລຸໄດ້ 785 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 28% ທຽບໃສ່ ເດືອນ ກຸມພາ ທີ່ຜ່ານມາ. ສິນຄ້າທີ່ສົ່ງອອກຕົ້ນຕໍ 05 ອັນດັບປະກອບມີ: ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ, ມັນຕົ້ນ, ຄໍາປະສົມ, ຄຳແທ່ງ, ເກືອກາລີ ແລະ ແຮ່ທອງ. ສິນຄ້າທີ່ນໍາເຂົ້າຕົ້ນຕໍ 05 ອັນດັບປະກອບມີ: ນ້ຳມັນກາຊວນ, ຜະລິດຕະພັນເຄມີປະສົມສໍາເລັດຮູບ, ພາຫະນະທາງບົກ(ນອກຈາກລົດຈັກ,ລົດໄຖ), ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ. (ແຫຼ່ງຂໍ້ມູນ: ລະບົບຂໍ້ມູນສະຖິຕິການຄ້າຕ່າງປະເທດ, ກະຊວງ ອຸດສາຫະກໍາ ແລະ ການຄ້າ)
ປຶກສາຫາລືການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 06 ເດືອນ ທ້າຍປີ 2024 ຫາ 06 ເດືອນຕົ້ນປີ 2025 ແລະ ແຜນການປີ 2025-2026 ແລະ ວຽກງານປິ່ນອ້ອມ.
ກອງເລຂາຄະນະກໍາມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ປຶກສາຫາລືການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 06 ເດືອນທ້າຍປີ 2024 ຫາ 06 ເດືອນຕົ້ນປີ 2025 ແລະ ແຜນການປີ 2025-2026 ແລະ ວຽກງານປິ່ນອ້ອມການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ